ນະຄອນຫຼວງວຽງຈັນ, ສປປ ລາວ – 26 ກັນຍາ 2026 –ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາ ຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດຂະ ບວນການສະເຫລີມສະຫຼອງ ວັນຄຸມກຳເນີດໂລກ ປະຈຳປີ 2026 ໂດຍຜ່ານກິດຈະກຳຕ່າງໆ ທີ່ແນ່ໃສ່ນຳເອົາຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ເຂົ້າເຖິງປະຊາຊົນຢ່າງໃກ້ຊິດ, ພ້ອມທັງສົ່ງເສີມສິດທິຂອງທຸກຄົນ ໃນການຕັດສິນໃຈຢ່າງມີຂໍ້ມູນ ແລະ ດ້ວຍຄວາມສະໝັກໃຈ ກ່ຽວກັບ ຊີວິດການຈະເລີນພັນ ຂອງຕົນ.ແທນທີ່ຈະເປັນພຽງການຈັດກິດຈະກຳມື້ດຽວ, ການໂຄຊະນາສົ່ງເສີມໃນປີນີ້ ໄດ້ລະດົມພະນັກງານ ຈາກສະຖານທີ່ບໍລິການສາທາລະ ນະສຸກ, ບຸກຄະລາກອນທາງການແພດ, ອາສາສະໝັກ, ເຍົາວະຊົນ ແລະ ຊຸມຊົນ ເພື່ອສ້າງຄວາມຮັບຮູ້ ກ່ຽວກັບ ວິທີການຄຸມກຳເນີດ ແບບທັນສະໄໝ, ແກ້ໄຂຄວາມເຂົ້າໃຈຜິດ ແລະ ອຸປະສັກໃນການນຳໃຊ້, ພ້ອມທັງເຊື່ອມຕໍ່ແມ່ຍິງ, ໄວໜຸ່ມ ແລະ ຄູ່ສົມລົດ ໃຫ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວທີ່ມີຄຸນນະພາບ.

ກິດຈະກຳຕ່າງໆໄດ້ຖືກຈັດຕັ້ງປະຕິບັດ ໂດຍການຮ່ວມມືກັບໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພ້ອມທັງເຄືອຂ່າຍການລົງເຄື່ອນໄຫວນອກສະຖານທີ່ໃນຊຸມຊົນ, ການມີສ່ວນຮ່ວມ ຂອງອາສາສະໝັກ ແລະ ການສື່ສານທີ່ເນັ້ນໃສ່ໄວໜຸ່ມ.ການການໂຄຊະນາສົ່ງເສີມນີ້ ໄດ້ຢືນຢັນຄືນຫຼັກການພື້ນຖານ: ທຸກຄົນຄວນມີສິດຕັດສິນໃຈຢ່າງເສລີ ແລະ ມີຄວາມຮັບຜິດຊອບ ວ່າຈະມີລູກ ຫຼື ບໍ່ ແລະ ຈະມີໃນເວລາດຽວໃດ, ພ້ອມທັງສາມາດເຂົ້າເຖິງຂໍ້ ມູນຂ່າວສານ ແລະ ທາງເລືອກການຄຸມກຳເນີດທີ່ຫຼາກຫຼາຍ ເພື່ອປະກອບສ່ວນເຂົ້າໃນການຕັດສິນໃຈເຫຼົ່ານັ້ນ. ການເຂົ້າເຖິງ ການວາງແຜນຄອບຄົວ ດ້ວຍຄວາມສະໝັກໃຈ ແລະ ບົນພື້ນຖານສິດທິ ບໍ່ພຽງແຕ່ຊ່ວຍໃຫ້ຜົນໄດ້ຮັບທາງດ້ານ ສຸຂະພາບດີຂຶ້ນເທົ່ານັ້ນ, ແຕ່ຍັງເປີດໂອກາດທີ່ກວ້າງຂວາງໃຫ້ກັບແມ່ຍິງ, ເດັກຍິງ, ຄອບຄົວ ແລະ ຊຸມ ຊົນ. ການປ້ອງກັນການການຖືພາແບບບໍ່ໄດ້ຕັ້ງໃຈ ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງແມ່, ຊ່ວຍໃຫ້ເດັກຍິງໄດ້ຮຽນໜັງສືຕໍ່ ແລະ ເປີດໂອກາດໃຫ້ແມ່ຍິງ ມີສ່ວນ ຮ່ວມໃນຊີວິດເສດຖະກິດ ແລະ ສັງຄົມຫຼາຍຂຶ້ນ.ດັ່ງນັ້ນ, ການວາງແຜນຄອບຄົວ ຈຶ່ງບໍ່ແມ່ນພຽງແຕ່ການມີອຸປະ ກອນຄຸມກຳເນີດ ເທົ່ານັ້ນ. ທາງເລືອກດ້ານການຈະເລີນພັນ ທີ່ມີຄວາມໝາຍຮຽກຮ້ອງໃຫ້ມີຂໍ້ມູນຂ່າວສານທີ່ຖືກຕ້ອງ, ການໃຫ້ຄຳປຶກສາທີ່ໃຫ້ກຽດ, ມີຄວາມເປັນສ່ວນຕົວ, ການບໍລິການ ທີ່ລາຄາຖືກ ແລະ ເຂົ້າເຖິງໄດ້ງ່າຍ, ການສະໜອງອຸປະກອນຄຸມກຳເນີດທີ່ຕໍ່ເນື່ອງ ແລະ ຄວາມສາມາດໃນການຕັດສິນໃຈ ໂດຍປາສະຈາກການບັງ ຄັບ, ການເລືອກປະຕິບັດ ແລະ ການຕັດສິນ.ຢູ່ ສປປ ລາວ, ຄວາມບໍ່ເທົ່າທຽມທີ່ຍັງຄົງມີຢູ່ ເຮັດໃຫ້ການເຂົ້າເຖິງ ແລະ ການຕັດສິນໃຈຍັງບໍ່ທັນທົ່ວເຖິງ. ໄວໜຸ່ມ, ປະຊາຊົນ ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ, ຊົນເຜົ່າ ແລະ ຄົນພິ ການ ຍັງປະເຊີນກັບອຸປະສັກເພີ່ມເຕີມ ໃນການຮັບຂໍ້ມູນ-ຂ່າວສານ ແລະ ການບໍລິການສຸຂະພາບຈະເລີນພັນ.
ການແກ້ໄຂຊ່ອງຫວ່າງເຫຼົ່ານີ້ ຮຽກຮ້ອງໃຫ້ມີການບໍລິການທີ່ຕອບສະໜອງ ຕໍ່ສະພາບຄວາມເປັນຢູ່ ແລະ ຄວາມຕ້ອງການທີ່ແຕກຕ່າງກັນຂອງປະຊາຊົນ, ພ້ອມທັງຮັບປະ ກັນວ່າບໍ່ມີໃຜຖືກປະຖິ້ມໄວ້ຂ້າງຫຼັງ ຍ້ອນອາຍຸ, ຄວາມພິການ, ບ່ອນຢູ່ອາໄສ, ສະຖານະພາບການແຕ່ງງານ ຫຼື ສະພາບເສດຖະກິດ.ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ເນັ້ນຢໍ້າຄວາມສໍາຄັນ ຂອງການສືບຕໍ່ຄວາມພະຍາຍາມ ເພື່ອຮັບ ປະກັນການເຂົ້າເຖິງ ການບໍລິການວາງແຜນຄອບຄົວ ດ້ວຍຄວາມສະໝັກໃຈຢ່າງເທົ່າທຽມກັນໃນທົ່ວປະເທດ :“ພາຍໃຕ້ວຽກງານບູລິມະສິດດ້ານສຸຂະພາບຈະເລີນພັນ, ແມ່, ທາເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ພວກເຮົາຫມຸ້ງຫວັງ ໃຫ້ການບໍລິການວາງແຜນຄອບຄົວທີ່ມີຄຸນນະ ພາບ ມີຢູ່ໃກ້ກັບບ່ອນຢູ່ອາໄສ ຂອງປະຊາຊົນຫຼາຍຂຶ້ນ.
ນັ້ນໝາຍເຖິງ ການຮັບປະກັນວ່າ ອຸປະກອນຄຸມກຳເນີດມີຢ່າງຕໍ່ເນື່ອງ ຢູ່ສະຖານທີ່ບໍລິການ ສາທາລະນະສຸກ, ການເສີມສ້າງທັກສະ ຂອງພະນັກງານແພດໝໍ, ການຂະຫຍາຍການບໍລິການ ທີ່ເປັນມິດກັບໄວໜຸ່ມ ແລະ ການເຂົ້າເຖິງຊຸມຊົນ ທີ່ຍັງປະເຊີນກັບ ຄວາມຫຍຸ້ງຍາກ ໃນການເຂົ້າເຖິງການບໍລິການ. ການວາງແຜນຄອບຄົວ ແມ່ນສ່ວນສໍາຄັນ ໃນການປັບປຸງ ສຸຂະພາບຂອງແມ່, ການປ້ອງກັນການຖືພາທີ່ບໍ່ໄດ້ຕັ້ງໃຈ ແລະ ການໃຫ້ທາງເລືອກແກ່ແມ່ຍິງ ແລະ ໄວ ໜຸ່ມຫຼາຍຂຶ້ນ ສໍາລັບ ອະນາຄົດຂອງພວກເຂົາ”.ຂໍ້ມູນແຫ່ງຊາດຈາກການສໍາຫຼວດດັດສະນີໝາຍຂອງສັງຄົມ ຄັ້ງທີ III (LSIS III) ສະແດງໃຫ້ເຫັນທັງຄວາມຄືບໜ້າທີ່ສໍາຄັນ ແລະ ຄວາມແຕກຕ່າງທີ່ຍັງຄົງມີຢູ່ ໃນການເຂົ້າເຖິງການຄຸມກຳເນີດ ແລະ ການຕັດສິນໃຈ. ເຖິງວ່າການນຳໃຊ້ວິທີຄຸມກຳເນີດແບບທັນສະໄໝ ແລະ ສັດສ່ວນຂອງຄວາມຕ້ອງການ ທີ່ໄດ້ຮັບການຕອບສະໜອງຈະດີຂຶ້ນ, ແຕ່ຄວາມຕ້ອງການ ທີ່ຍັງບໍ່ທັນໄດ້ຮັບ ການຕອບສະ ໜອງ ຍັງມີສູງຢູ່ໂດຍສະເພາະໃນບາງກຸ່ມ, ລວມທັງໄວໜຸ່ມ ແລະ ແມ່ຍິງທີ່ຍັງບໍ່ທັນແຕ່ງງານ. ຄວາມບໍ່ເທົ່າທຽມ ທາງດ້ານພູມສາດ, ເສດຖະກິດ-ສັງຄົມ ແລະ ດ້ານອື່ນໆ ກໍ່ຍັງຄົງສົ່ງຜົນກະທົບຕໍ່ຄວາມສາມາດຂອງປະຊາຊົນໃນການຮັບບໍລິການ ແລະ ການນຳໃຊ້ສິດທິໃນການເລືອກ ດ້ານການຈະເລີນພັນ.ຄວາມບໍ່ເທົ່າທຽມເຫຼົ່ານີ້ ແມ່ນເຊື່ອມໂຍງຢ່າງໃກ້ຊິດກັບ ສິ່ງທ້າທາຍທີ່ກວ້າງຂວາງ ທີ່ສົ່ງຜົນກະທົບຕໍ່ໄວໜຸ່ມ ແລະ ແມ່ຍິງໜຸ່ມ. ການແຕ່ງງານກ່ອນໄວອັນຄວນ, ການຖືພາໃນໄວຮຽນ, ການປະລະການຮຽນ ແລະ ໂອກາດທາງດ້ານເສດຖະກິດທີ່ຈຳກັດ ສາມາດສົ່ງຜົນກະ ທົບເຊິ່ງກັນ ແລະ ກັນ. ດັ່ງນັ້ນ, ການເສີມສ້າງເພດສຶກສາ, ການບໍລິການສຸຂະພາບ ທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ, ພ້ອມທັງຂໍ້ມູນຂ່າວສານໃນຊຸມຊົນ ຈຶ່ງເປັນສ່ວນສໍາຄັນ ໃນການຊ່ວຍໃຫ້ໄວໜຸ່ມ ສາມາດຕັດສິນໃຈຢ່າງມີຂໍ້ມູນ ແລະ ເຂົ້າເຖິງການບໍລິການ ເມື່ອພວກເຂົາຕ້ອງ ການ.

ຈຸດເນັ້ນຢໍ້າພິເສດ ຂອງການໂຄຊະນາສົ່ງເສີມໃນປີ 2026 ແມ່ນການເຂົ້າເຖິງປະຊາຊົນ ຜ່ານລະບົບສາທາລະນະສຸກ. ໂຮງໝໍສູນກາງ 4 ແຫ່ງ (ໂຮງໝໍມະໂຫສົດ, ໂຮງໝໍມິດຕະ ພາບ, ໂຮງໝໍແມ່ ແລະ ເດັກເກີດໃຫມ່ ແລະ ໂຮງໝໍເສດຖາທິຣາດ) ແລະ ຈຸດບໍລິການອື່ນໆ, ນອກເໜືອຈາກການລົງເຄື່ອນໄຫວຢູ່ໂຮງງານເປັນປະຈຳ, ໄດ້ໃຫ້ໂອກາດບໍ່ພຽງແຕ່ໃນການຕອບສະໜອງ ວິທີການຄຸມກຳເນີດເທົ່ານັ້ນ, ແຕ່ຍັງໃຫ້ຄຳປຶກສາທີ່ມີຄວາມເປັນສ່ວນຕົວ, ອະທິບາຍທາງເລືອກທີ່ມີ, ແກ້ໄຂຂໍ້ມູນທີ່ຜິດພາດ ແລະ ຊ່ວຍໃຫ້ແຕ່ລະຄົນ ເລືອກວິທີ ທີ່ເໝາະສົມກັບຄວາມຕ້ອງການ ແລະ ຄວາມມັກຂອງຕົນ.ອາສາສະໝັກ ແລະ ຜູ້ເຄື່ອນ ໄຫວໃນຊຸມຊົນ ໄດ້ປະກອບສ່ວນເຂົ້າໃນວຽກງານນີ້ ໂດຍການນຳເອົາຂໍ້ມູນ-ຂ່າວສານ ເຂົ້າເຖິງຊຸມຊົນຢ່າງໃກ້ຊິດ, ສົ່ງເສີມການສົນທະນາ ກ່ຽວກັບ ການວາງແຜນຄອບຄົວ ແລະ ສົ່ງຕໍ່ປະຊາຊົນໄປຫາ ສະຖານທີ່ບໍລິການສາທາລະນະສຸກທີ່ເໝາະສົມ. ການມີສ່ວນຮ່ວມຂອງພວກເຂົາ ແມ່ນມີຄວາມສໍາຄັນເປັນພິເສດໃນການເຂົ້າເຖິງ ຜູ້ທີ່ອາດຈະບໍ່ໄດ້ຊອກຫາຂໍ້ມູນ ຈາກສະຖານທີ່ ສາທາລະນະສຸກ ເປັນປະຈຳ ແລະ ໃນການແກ້ໄຂການຕຳນິຕິຊົມ ຫຼື ຄວາມເຂົ້າໃຈຜິດ ທີ່ສາມາດຂັດຂວາງປະຊາຊົນ ຈາກການເຂົ້າເຖິງການຄຸມກຳເນີດ.ການໂຄຊະນາສົ່ງເສີມ ຍັງເນັ້ນໃສ່ການນຳເອົາຄົນພິການເຂົ້າຮ່ວມ ແລະ ຄວາມຕ້ອງການໃນການເຮັດໃຫ້ຂໍ້ມູນ-ຂ່າວສານ ແລະ ການບໍລິການສຸຂະພາບຈະເລີນພັນ ສາມາດເຂົ້າເຖິງໄດ້ ສໍາລັບຄົນພິການ. ລົດເຄື່ອນທີ່ຂອງສູນແມ່ຍິງໄວໜຸ່ມ ນະຄອນຫຼວງວຽງຈັນ (VWYC) ໄດ້ລົງຢ້ຽມຢາມເຄືອຂ່າຍຄົນພິການ ເພື່ອໃຫ້ຄຳປຶກສາ ແລະ ການເຂົ້າເຖິງການຄຸມກຳເນີດຕາມຄວາມຕ້ອງການ. “ຫຼັງ ຈາກທີ່ຂ້ອຍເກີດລູກ, ຂ້ອຍໄດ້ເລີ່ມຄິດຢ່າງຈິງຈັງ ກ່ຽວ ກັບ ການວາງແຜນຄອບຄົວ. ຂ້ອຍຕ້ອງການທີ່ຈະເຂົ້າໃຈວ່າ ມີທາງເລືອກໃດແດ່ ສໍາລັບຂ້ອຍ ແລະ ວິທີໃດຈະເໝາະ ສົມກັບຮ່າງກາຍ ແລະ ສະພາບຂອງຂ້ອຍ. ໃນຖານະທີ່ ເປັນແມ່ຍິງໜຸ່ມທີ່ເປັນຄົນພິການ, ຂ້ອຍຍັງຕ້ອງການໃຫ້ພະນັກງານແພດໝໍ ໃຊ້ເວລາໃນການອະທິບາຍສິ່ງຕ່າງໆຢ່າງຈະແຈ້ງ ແລະ ເວົ້າລົມກັບຂ້ອຍໂດຍກົງ, ເພື່ອໃຫ້ຂ້ອຍສາມາດຕັດສິນໃຈດ້ວຍຕົນເອງ. ການມີໂອກາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອທີ່ຖືກຕ້ອງ ເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນ ໃນການວາງແຜນສໍາລັບສຸ ຂະພາບ, ຄອບຄົວ ແລະ ອະນາຄົດຂອງຂ້ອຍ,” ນາງ ລາ ນີ, ຈາກກຸ່ມຄົນພິການ ຊົນເຜົ່າ ກ່າວ.ທ່ານ ດຣ. ບັກທິຍໍ ຄາດີຮອບ, ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ໄດ້ເນັ້ນຄຳວ່າ ການຂະຫຍາຍການເຂົ້າເຖິງ ການວາງແຜນຄອບຄົວ ແມ່ນສິດທິມະນຸດ ແລະ ເປັນການລົງທຶນທີ່ມີຍຸດທະສາດ:“ການວາງແຜນຄອບຄົວ ແມ່ນໜຶ່ງໃນການລົງທຶນທີ່ມີປະສິດທິພາບທີ່ສຸດ ທີ່ປະເທດໜຶ່ງ ສາ ມາດເຮັດໄດ້ເພື່ອປະຊາຊົນ. ການວິເຄາະ ການລົງທຶນ ທີ່ໄດ້ຮັບການສະໜັບສະໜູນຈາກ UNFPA ສະແດງໃຫ້ເຫັນເຖິງ ຄຸນຄ່າທີ່ກວ້າງຂວາງ ຂອງການລົງທຶນໃນການວາງແຜນຄອບຄົວ, ເຊິ່ງໄດ້ປະເມິນວ່າ ທຸກໆ 1 ໂດລາສະຫະລັດ ທີ່ລົງທຶນ ສາມາດສ້າງຜົນປະໂຫຍດ ໄດ້ປະ ມານ 33.6 ໂດລາສະຫະລັດ ໃຫ້ກັບຄອບຄົວ ແລະ ສັງ ຄົມ.
ແຕ່ການລົງທຶນ ຕ້ອງປ່ຽນເປັນທາງເລືອກທີ່ແທ້ຈິງ: ວິທີ ການຄຸມກຳເນີດຕ້ອງມີຢູ່, ຂໍ້ມູນຂ່າວສານຕ້ອງຖືກຕ້ອງ, ການບໍລິການຕ້ອງໃຫ້ກຽດ ແລະ ບຸກຄົນຕ້ອງສາມາດຕັດ ສິນໃຈ ດ້ວຍຕົນເອງ ໂດຍປາສະຈາກການເລືອກປະຕິບັດ ຫຼື ການບັງຄັບ. ການລົບລ້າງອຸປະສັກເຫຼົ່ານີ້ ແມ່ນພື້ນ ຖານໃນການປົກປ້ອງ ສິດທິ ແລະ ຊ່ວຍໃຫ້ແມ່ຍິງ, ໄວໜຸ່ມ ແລະ ຄອບຄົວ ສາມາດວາງແຜນອະນາຄົດຂອງພວກເຂົາໄດ້.”ຜົນປະໂຫຍດເຫຼົ່ານີ້ ໄດ້ຢືນຢັນຄືນ ຄວາມສໍາຄັນຂອງການລົງທຶນຢ່າງຕໍ່ເນື່ອງ ໃນຜະລິດຕະພັນຄຸມກຳ ເນີດ, ພະນັກງານແພດໝໍ ທີ່ໄດ້ຮັບການຝຶກອົບຮົມ, ການໃຫ້ຄຳປຶກສາທີ່ມີຄຸນນະພາບ, ການບໍລິການທີ່ເປັນມິດກັບໄວໜຸ່ມ ແລະ ລະບົບການສະໜອງ ທີ່ເຂັ້ມແຂງ.
ສິ່ງເຫຼົ່ານີ້ ຍັງເນັ້ນເຖິງ ຄວາມຕ້ອງການໃນການລົງທຶນ ໃນມິຕິທີ່ເບິ່ງເຫັນໄດ້ຍາກກວ່າ ຂອງການເຂົ້າເຖິງ: ຂໍ້ມູນຂ່າວສານທີ່ຖືກຕ້ອງ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເປັນສ່ວນຕົວ, ທາງເລືອກທີ່ມີຂໍ້ມູນ ແລະ ການລົບລ້າງອຸປະ ສັກ ທາງສັງຄົມ ແລະ ສະຖາບັນ.