ລະວັງຂີ້ເຫຍື້ອຈະລົ້ນໂລກ

ມື້­ນີ້​ຂໍ​ສະ­ເໜີ​ກ່ຽວ​ກັບ​ຄວາມ​ຈຳ­ເປັນ ທີ່​ຕ້ອງ​ມີ​ວິ­ທີ​ກຳ­ຈັດ​ຂີ້​ເຫຍື້ອ ບໍ່​ໃຫ້​ລົ້ນ​ໂລກ ຕາມ​ຄວາມ​ຮຽກ­ຮ້ອງ​ຂອງ​ອົງ­ການ ສປຊ ແລະ ບົດ­ຮຽນ​ຂອງ​ຫວຽດ­ນາມ.

ອົງ­ການ ສປຊ: ໃນ​ຕົ້ນ​ເດືອນ​ກຸມ­ພາ 2019 ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ໄດ້​ແຈ້ງ​ເຕືອນ​ໄພ​ກ່ຽວ​ກັບ​ບັນ­ຫາ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ ທີ່​ພວມ​ເປັນ​ໄພ​ຂົ່ມ­ຂູ່​ຕໍ່​ສຸ­ຂະ­ພາບ​ຂອງ​ມວນ​ມະ­ນຸດ ເພາະ​ຂີ້​ເຫຍື້ອ​ປະ­ເພດ​ນີ້ ມີ​ສານ­ພິດ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ກວ່າ​ຂີ້​ເຫຍື້ອ​ທົ່ວ​ໄປ ພ້ອມໆ​ກັບ​ຄຳ​ຮຽກ­ຮ້ອງ​ໃຫ້​ທຸກ​ປະ­ເທດ ເອົາ​ມາດ​ຕະ­ການ​ທີ່​ຈຳ­ເປັນ​ເພື່ອ​ແກ້​ໄຂ​ບັນ­ຫາ​ຂີ້​ເຫຍື້ອ​ປະ­ເພດ​ນີ້ ອົງ­ການ ສປຊ ກໍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ໃນ​ປີ 2018 ທົ່ວ​ໂລກ ໄດ້​ຜະ­ລິດ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ​ຈຳ­ນວນ 48,5 ລ້ານ​ໂຕນ ແຕ່​ສາ­ມາດ​ແປ​ຮູບ​ເພື່ອ​ນຳ​ມາ​ໃຊ້​ຄືນ­ໃໝ່​ໄດ້​ພຽງ 20% ເທົ່າ​ນັ້ນ ສ່ວນ​ເຫຼືອ​ນັ້ນ​ໄດ້​ຖືກ​ຖິ້ມ​ຊະ­ຊາຍ ອົງ­ການ ສປຊ ຍັງ​ຄາດ​ຄະ­ເນ​ໄວ້​ວ່າ ພາຍ​ໃນ​ປີ 2050 ຈຳ­ນວນ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ​ຈະ​ເພີ່ມ​ຂຶ້ນ​ເຖິງ 120 ລ້ານ​ໂຕນ ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ​ນັ້ນ ລວມ​ມີ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ທີ່​ໝົດ​ຄຸນ ເຊັ່ນ: ໂທລະ­ສັບ​ມື​ຖື ເຄື່ອງ​ຄອມ​ພິມ​ເຕີ ໂທລະ­ພາບ ຕູ້­ເຢັນ ຈັກ­ຊັກ­ເຄື່ອງ ແອ​ເຢັນ ແລະ ອື່ນໆ ຄາດ​ກັນ​ວ່າ​ຈຳ­ນວນ​ໂທລະ­ສັບ​ມື​ຖື ຄອມ​ພິວ​ເຕີ ກໍ​ຄື ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ ທີ່​ໃຊ້​ໃນ​ຄົວ​ເຮືອນ​ທີ່​ໄດ້​ກາຍ­ເປັນ​ຂີ້​ເຫຍື້ອ​ໃນ​ທົ່ວ​ໂລກ​ນັ້ນ ມີ​ມູນ​ຄ່າ​ເທົ່າໆ​ກັບ​ຈີ​ດີ​ພີ​ຂອງ​ປະ­ເທດ ກົດ​ສະ​ຕາ​ຣິ​ກາ ໂຄຼ​ເອ​ຊີ ຫຼື ຕັງ​ຊາ​ນີ ລວມ​ເຂົ້າ­ກັນ ດັ່ງ­ນັ້ນ ສປຊ ຈຶ່ງ​ຖື​ວ່າ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ ເປັນ​ບັນ­ຫາ​ທ້າ​ທາຍ​ຂອງ​ມວນ​ມະ­ນຸດ ທີ່​ຕ້ອງ​ໄດ້​ຮ່ວມ​ກັນ​ແກ້​ໄຂ​ຢ່າງ​ຈິງ​ຈັງ.

ທີ່​ຫວຽດ­ນາມ: ມີ​ຂ່າວ​ໃນ​ທ້າຍ​ເດືອນ​ພຶດ­ສະ­ພາ 2019 ວ່າ ປະ­ຊາ­ຊົນ​ຫວຽດ­ນາມ ໄດ້​ໃຫ້­ການ​ຮ່ວມ​ມື​ກັບ​ທາງ​ການ​ໃນ​ການ​ກຳ­ຈັດ​ຂີ້​ເຫຍື້ອ​ເປັນ​ຢ່າງ​ດີ ຄື: ບໍ່​ຖິ້ມ​ຂີ້​ເຫຍື້ອ​ຊະ­ຊາຍ ແຕ່​ຖິ້ມ​ລົງ​ຖັງ​ທີ່​ຈັດ​ວາງ​ໄວ້ ແຍກ​ປະ­ເພດ​ຂີ້​ເຫຍື້ອ​ເພື່ອ​ສາ­ມາດ​ນຳ​ມາ​ໃຊ້​ໃໝ່ (ຣີ​ໄຊ​ເກິນ) ທັງ​ເພື່ອ​ງ່າຍ​ໃນ​ການ​ກຳ­ຈັດ ປະ­ຊາ­ຊົນ​ຫວຽດ­ນາມ ມີ​ສະ­ຕິ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ລົງ​ທະ­ເລ ກໍ​ຄື ແຫຼ່ງ​ນ້ຳ ແນວ­ໃດ​ກໍ​ດີ ຖ້າ​ເບິ່ງ​ຕາມ​ພາບ​ລວມ​ແລ້ວ ຫວຽດ­ນາມ ຍັງ​ຕ້ອງ​ໄດ້​ເຮັດ​ເສິກ​ໃຫຍ່​ເພື່ອ​ກຳ­ຈັດ​ຂີ້​ເຫຍື້ອ​ທີ່​ມີ​ຈຳ­ນວນ​ຫຼວງ­ຫຼາຍ ຍົກ​ຕົວ­ຢ່າງ ຢູ່​ເມືອງ​ຍາ​ຈາງ ແຫຼ່ງ​ທ່ອງ​ທ່ຽວ​ຮີມ​ທະ­ເລ​ທີ່​ລື​ຊື່​ແຫ່ງ​ໜຶ່ງ​ຂອງ​ປະ­ເທດ ຊຶ່ງ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຕອມ​ຢູ່​ບໍ່​ຂາດ​ສາຍ​ນັ້ນ ກໍ​ຍັງ​ມີ​ບັນ­ຫາ​ໜັກ​ໃຈ​ເລື່ອງ​ຂີ້​ເຫຍື້ອ ຂ່າວ​ບອກ​ວ່າ ເມືອງ​ແຫ່ງ​ນີ້​ໄດ້​ສ້າງ​ຂີ້​ເຫຍື້ອ​ປະ­ເພດ​ຢາງ ບໍ່​ຕ່ຳ​ກວ່າ 1 ໂຕນ​ຕໍ່​ວັນ ຂີ້​ເຫຍື້ອ​ທີ່​ວ່າ​ນີ້​ມາ​ຈາກ​ຄົວ​ເຮືອນ ຈາກ​ກິດ­ຈະ­ການ​ການ​ປະ­ມົງ ແລະ ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ ແຕ່​ລະ​ວັນ​ພະ­ນັກ­ງານ​ຕ້ອງ​ໄດ້​ເກັບ​ກວາດ​ຂີ້​ເຫຍື້ອ​ທີ່​ຢັ່ງ­ຢາຍ​ຕາມ​ແຄມ​ຝັ່ງ ແລະ ລອຍ​ຢູ່​ຕາມ​ໜ້າ­ນ້ຳ​ທະ­ເລ.

ຢູ່​ລາວ​ພວກ​ເຮົາ ໂດຍ​ສະ­ເພາະ​ແມ່ນ​ໃນ​ກະ​ໂຕ​ນະ­ຄອນ­ຫຼວງ​ວຽງ​ຈັນ​ນີ້ ຈຳ­ນວນ​ຂີ້​ເຫຍື້ອ​ທີ່​ສະ​ສົມ​ແຕ່​ລະ​ວັນ​ນັ້ນ​ມີ​ລະ­ຫວ່າງ 500-600 ໂຕນ ແຕ່​ສາ­ມາດ​ເກັບ​ມ້ຽນ​ໄດ້​ປະ­ມານ​ເຄິ່ງ​ໜຶ່ງ​ເທົ່າ​ນັ້ນ ສ່ວນ​ຈຳ­ນວນ​ຄົວ​ເຮືອນ​ທີ່​ໃຊ້​ການ​ບໍ­ລິ­ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ກໍ​ມີ​ພຽງ 27% ສ່ວນ​ອີກ 73% ນັ້ນ​ບໍ່​ນຳ​ໃຊ້ ໝາຍ​ຄວາມ​ວ່າ​ກຳ­ຈັດ​ຂີ້​ເຫຍື້ອ​ເອົາ​ເອງ ດ້ວຍ​ວິ­ທີ​ທີ່​ບໍ່​ຮັບ­ປະ­ກັນ.

error: Content is protected !!