ເບິ່ງມາດຕະການກຳຈັດຢາປົວພະຍາດທີ່ເປັນອັນຕະລາຍ

ເລື່ອງ​ສຳ­ຄັນ​ປະ­ຈຳ​ຄໍ​ລຳ​ມື້­ນີ້ ລວມ​ມີ​ຂ່າວ​ກ່ຽວ​ກັບ​ຍີ່­ປຸ່ນ​ຫ້າມ​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ຢາ​ປົວ​ພະ­ຍາດ​ທີ່​ເປັນ​ອັນ­ຕະ­ລາຍ ຕໍ່​ໃສ່​ເລື່ອງ​ທາງ​ການ​ຈີນ ປາບ​ປາມ​ພວກ​ຕົວະ​ຍົວະ​ຂາຍ​ຢາ​ບຳ­ລຸງ​ສຸ­ຂະ­ພາບ.

ທີ່ ຍີ່­ປຸ່ນ: ເພື່ອ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ໃນ​ຊີ­ວິດ​ອິນ​ຊີ​ຂອງ​ພົນ­ລະ­ເມືອງ ທາງ​ການ​ຂອງ​ປະ ເທດ​ຍີ່­ປຸ່ນ ໄດ້​ມີ​ມາດ​ຕະ­ການ​ຫ້າມ​ນຳ​ເຂົ້າ​ຢາ​ປົວ​ພະ­ຍາດ​ທີ່​ບໍ່​ຮັບ­ປະ­ກັນ​ດ້ານ​ຄຸນ​ນະ​ພາບ ລວມ​ທັງ​ຜະ ລິດ​ຕະ​ພັນ​ທີ່​ມີ​ລັກ­ສະ­ນະ​ຄ້າຍ ຫຼື ເຄິ່ງ​ການ​ຢາ ຂ່າວ​ກ່ຽວ​ກັບ​ການ​ສັ່ງ​ຫ້າມ​ດັ່ງ­ກ່າວ​ມີ​ຂຶ້ນ​ໃນ​ທ້າຍ​ປີ 2014 ເພື່ອ​ເຮັດ​ໃຫ້​ຄຳ​ສັ່ງ​ຫ້າມ​ມີ​ຜົນ​ສັກ­ສິດ ຂ່າວ​ບອກ​ວ່າ ລັດ­ຖະ­ບານ ແລະ ບັນ­ດາ​ພັກ​ກຳ​ອຳ­ນາດ​ຂອງ​ຍີ່­ປຸ່ນ​ຕ້ອງ​ໄດ້​ທົບ​ທວນ ແລະ ປັບ­ປຸງ​ກົດ­ໝາຍ​ທີ່​ພົວ­ພັນ​ກັບ​ການ​ນຳ​ເຂົ້າ​ປະ­ເພດ​ຢາ​ປົວ​ພະ­ຍາດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ໂດຍ​ຈະ​ມີ​ການ​ກຳ­ນົດ​ໃຫ້​ປະ­ເພດ​ຢາ​ທີ່​ບໍ່​ຮັບ­ປະ­ກັນ​ເຂົ້າ​ໃນ​ບັນ­ຊີ​ຢາ​ເສບ​ຕິດ ອາ­ວຸດ ແລະ ດິນ​ລະ ເບີດ​ທີ່​ຫ້າມ​ນຳ​ເຂົ້າ​ຍີ່­ປຸ່ນ​ເດັດ­ຂາດ ສ່ວນ​ຜູ້​ລະ­ເມີດ​ກໍ​ຈະ​ໄດ້​ຮັບ​ໂທດ​ທາງ​ອາ­ຍາ ກົດ­ໝາຍ​ສະ­ບັບ​ປັບ­ປຸງ ຊຶ່ງ​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ເດືອນ​ເມ­ສາ ປີ 2015 ສາ­ມາດ​ຊ່ວຍ​ສະ­ກັດ​ກັ້ນ​ການ​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ຄ້າຍ​ການ​ຢາ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ຢູ່​ປະ­ເທດ​ລາວ​ພວກ​ເຮົາ ຜະ­ລິດ​ຕະ​ພັນ​ຄ້າຍ ຫຼື ເຄິ່ງ​ການ​ຢາ ສ່ວນ​ໃຫຍ່​ແມ່ນ​ປະ­ເພດ​ຢາ​ຊູ​ກຳ­ລັງ ຢາ​ບຳ­ລຸງ​ປະ­ເພດ​ຕ່າງໆ ຢາ­ພື້ນ­ເມືອງ ເພື່ອ​ປິ່ນ­ປົວ​ອາ­ການ​ເຈັບ­ເປັນ​ທີ່​ມັກ​ເກີດ​ຂຶ້ນ​ກັບ​ຄົນ​ເຮົາ ຢາ​ປະ­ເພດ​ນີ້​ມັກ​ຈະ​ມີ​ການ​ໂຄ­ສະ­ນາ​ເກີນ​ຄວາມ​ເປັນ​ຈິງ ເຮັດ​ໃຫ້​ມີ​ຄົນ​ຫຼົງ​ເຊື່ອ​ວ່າ ເປັນ​ຢາ​ທີ່​ສາ­ມາດ​ປິ່ນ­ປົວ​ພະ­ຍາດ​ໄດ້​ແທ້.

ທີ່ ສປ ຈີນ: ຂ່າວ​ຕ່າງ­ປະ­ເທດ​ຈາກ ສປ ຈີນ ໃນ​ທ້າຍ​ປີ 2017 ກໍ​ໄດ້​ເວົ້າ​ກ່ຽວ​ກັບ​ບັນ­ຫາ​ຫຼອກ​ລວງ ເພື່ອ​ຂາຍ​ຜະ­ລິດ​ຕະ​ພັນ​ຢາ​ປົວ​ພະ­ຍາດ​ທີ່​ປອມ​ແປງ ແລະ ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ​ຂອງ​ຜູ້​ຊົມ­ໃຊ້​ຢາ​ທີ່​ວ່າ​ນີ້ ສ່ວນ​ຫຼາຍ​ແມ່ນ​ປະ­ເພດ​ທີ່​ອ້າງ​ວ່າ ເພື່ອ​ບຳ­ລຸງ​ສຸ­ຂະ­ພາບ ສຳ­ລັບ​ຜູ້​ອາ­ຍຸ​ສູງ ແລະ ຜູ້​ທີ່​ມີ​ອາ­ການ​ເຈັບ­ເປັນ ຂ່າວ​ໃນ​ວັນ​ທີ 10 ທັນ­ວາ 2017 ໃຫ້​ຮູ້​ວ່າ: ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ນະ­ຄອນ​ຈຸງ​ຈິງ ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ­ໄສ​ຈຳ­ນວນ 323 ຄົນ ທີ່​ປອມ​ເປັນ​ຊ່ຽວ­ຊານ​ດ້ານ​ການ​ແພດ ແລ້ວ​ເຄື່ອນ​ໄຫວ​ໂຄ­ສະ­ນາ​ຂາຍ​ຢາ​ເພື່ອ​ສຸ­ຂະ­ພາບ​ດັ່ງ­ກ່າວ ສຳ­ລັບ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ­ໄສ​ໃນ 30 ແຫ່ງ ຢູ່​ຫຼາຍ​ກວ່າ 10 ແຂວງ ແລະ ນະ­ຄອນ ສາ­ມາດ​ທັບ​ມ້າງ​ໄດ້ 16 ເຄືອ​ຄ່າຍ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ໃນ​ກວ່າ 10.000 ກໍ­ລະ­ນີ ຈຳ­ນວນ​ເງິນ​ໝູ­ນວຽນ​ໃນ​ຂະ​ບວນ​ການ​ຕົວະ​ຕົ້ມ​ນີ້ ມີ​ສູງ​ກວ່າ 10 ລ້ານ​ຢວນ ຫຼື ປະ­ມານ 1,51 ລ້ານ​ໂດ​ລາ​ສະ­ຫະ­ລັດ ຮູບ​ການ​ຫຼອກ​ລວງ​ເພື່ອ​ຂາຍ​ຢາ​ບຳ­ລຸງ​ສຸ­ຂະ­ພາບ​ນັ້ນ ມີ​ລັກ­ສະ­ນະ​ແນບ​ນຽນ ກ່ອນ​ອື່ນ​ໝົດ ນັກ​ຕົ້ມ​ຕຸນ​ໄດ້​ຊອກ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ຄົນ​ເຈັບ ຈາກ​ນັ້ນ ກໍ​ປອມ​ເປັນ​ຊ່ຽວ­ຊານ-ເປັນ​ທ່ານ­ໝໍ​ຢູ່​ຕາມ​ໂຮງ­ພະ­ຍາ­ບານ​ໃຫຍ່ໆ​ທີ່​ມີ​ຊື່​ສຽງ ເພື່ອ​ສ້າງ​ເງື່ອນ­ໄຂ​ໃຫ້​ໄດ້​ເຂົ້າ​ເຖິງ​ບັນ­ດາ​ຄົນ​ເຈັບ​ທີ່​ເປັນ​ເປົ້າ​ໝາຍ ເມື່ອ​ໄດ້​ຮັບ​ຄວາມ​ໄວ້​ວາງ­ໃຈ​ຈາກ​ຄົນ​ເຈັບ​ແລ້ວ ພວກ​ຊ່ຽວ­ຊານ​ປອມ​ເຫຼົ່າ​ນີ້​ກໍ​ໃຊ້​ເລ່​ລ່ຽມ​ຕົວະ​ຍົວະ​ໃຫ້​ຄົນ​ເຈັບ​ຊື້​ຜະ­ລິດ​ຕະ​ພັນ​ຢາ​ວິ­ເສດ ດ້ວຍ​ລາ­ຄາ​ສູງ​ເກືອບ​ຈຸ​ເມກ!.

ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ທາງ​ການ ສປ ຈີນ ໄດ້​ເພີ່ມ​ມາດ​ຕະ­ການ​ປາບ​ປາມ​ຜະ­ລິດ​ຕະ​ພັນ​ຢາ​ປົວ​ພະ­ຍາດ​ທີ່​ບໍ່​ໄດ້​ຄຸນ​ນະ​ພາບ ຢາ​ປອມ ອາ­ຫານ ຜະ­ລິດ​ຕະ​ພັນ​ນົມ ແລະ ເຄື່ອງ​ສຳ­ອາງ​ປົນ​ເປື້ອນ​ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ.

error: Content is protected !!