ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນ ໃຫ້ແກ່ອົງການກາແດງແຫ່ງຊາດລາວ

    ວັນທີ 25 ກັນຍາ 2026 ທີ່ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສະວິດ ປະຈຳລາວ ໄດ້ຈັດພິທີມອບ-ຮັບ ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານໂຄງການໃຫ້ແກ່ອົງການກາແດງແຫ່ງຊາດລາວ ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ (NBTS)” ແລະ “ໂຄງການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER)”.

    ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທ່ານ ຮສຈ ປອ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານ ນາງ ບີນີຕ່າ ໂປ່ເດ໋ວ (Mrs. Binita POUDEL) ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ກ່ອນການມອບຮັບໄດ້ມີການລາຍຫຍໍ້ກຽວກັບການເຄື່ອນໄຫວບັນດາກິດຈະກຳ ແລະ ຜົນສໍາເລັດໃນໄລຍະຜ່ານຈາກທັງສອງໂຄງການ.

    ທ່ານ ນາງ ບີນີຕ່າ ໂປ່ເດ໋ວ (Mrs. Binita POUDEL) ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ ໄດ້ກ່າວເນັ້ນວ່າ: ພາຫະນະ ແລະ ອຸປະກອນທີ່ມອບໃຫ້ໃນມື້ນີ້ ສະໜັບສະໜູນໃຫ້ອົງການກາແດງແຫ່ງຊາດລາວ ໂດຍການເສີມຂະຫຍາຍຄວາມອາດສາມາດ ແລະ ປະສິດຕິພາບໃນການຈັດຕັ້ງປະຕິບັດໂຄງການ ການປະສານງານ ການເຝິກອົບຮົມ ແລະ ຄວາມສາມາດໃນການຕອບໂຕ້ ແລະ ຮັບມີກັບເຫດການພາວະສຸກເສີນໃນລະດັບຕ່າງໆໄດ້ດີຂຶ້ນ ພ້ອມທັງສ້າງຄວາມແຕກຕ່າງໄປທາງບວກທີ່ມີຄວາມ  ໝາຍໃນຊີວິດຂອງປະຊາຊົນທົ່ວປະເທດ ອົງການດາແດງສະວິດ ມີຄວາມເຊື່ອໝັ້ນວ່າ ພາຫະນາ ແລະ ອຸປະກອນ ທີ່ມອບຢ່າງເປັນທາງການໃນມື້ນີ້ ພວກເຮົາມີຄວາມໝັ້ນໃຈວ່າສິ່ງເຫຼົ່ານີ້ຈະປະກອບສ່ວນເຂົ້າໃຫ້ອົງການກາແດງແຫ່ງຊາດລາວມີຄວາມເຂັ້ມແຂງຂຶ້ນ ມີຄວາມພ້ອມໃນການປະຕິບັດງານທີ່ຫຼາຍຂຶ້ນ ແລະ ການປະຕິບັດງານດ້ານມະນຸດສະທຳທີ່ມີປະສິດທິພາບຫຼາຍຂຶ້ນ ຫວັງວ່າພາຫະນະ ແລະ ອຸປະກອນເລົ່ານັ້ນຈະຮັບໃຊ້ວຽກງານຂອງອົງການກາແດງແຫ່ງຊາດລາວໄປອີກຫຼາຍປີ ແລະ ສະໜັບສະໜູນພາລະກິດໃນການຊ່ວຍເຫຼືອປະຊາຊົນໃຫ້ກຽມຄວາມພ້ອມ ສາມາດຕອບສຸກເສີນ ສາມາດຟື້ນຕົວຈາກໄພພິບັດ ແລະ ກ້າວຜ່ານຄວາມທ້າທາຍຕ່າງໆ ລວມທັງດ້ານສຸຂະພາບ.

    ໂອກາດດຽວກັນທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ຊາດລາວ ຍັງໃດ້ເນັ້ນໃນຕ້ອນທ້າຍ ພິທີມອບ-ຮັບ ພາຫະນາ ແລະ ອຸບປະກອນ ວ່າ: ອົງການກາແດງແຫ່ງຊາດລາວ ຂໍສະແດງຄວາມຂອບໃຈຕໍ່ອົງການກາແດງສະວິດ ສຳລັບການສະໜັບສະໜູນ ແລະ ໃຫ້ການຮ່ວມມືຕໍ່ກັບອົງການກາແດງແຫ່ຊາດລາວ ຕະຫຼອດຫຼາຍປີຜ່ານມາ ເຊິ່ງສະແດງອອກຜ່ານການສະໜັບສະໜູນບັນດາໂຄງການຕ່າງໆ ແລະ ຍັງເຫັນຄວາມສຳຄັນໃນການສະໜອງ ພາຫານະ ແລະ ອຸປະກອນອັນຈຳເປັນເພື່ອຮັບໃຊ້ວຽກຂອງອົງການກາແດງແຫ່າງຊາດລາວ ນອກຈາກນັ້ນຍັງໃຫ້ການສະໜັບສະໜູທາງການເຝິກອົບຮົມດ້ານວິຊາການ ການແລກປ່ຽນບົດຮຽນດ້ານວິຊາການ ການປັບປຸງການຄຸ້ມຄອງຄຸນນະພາບ ການຢ້ຽມຢາມເຮັດວຽກຂອງຜູ້ຊ່ຽວຊານ ການວາງແຜນຍຸດທະສາດ ແລະ ການປະເມີນຜົນໂຄງການ ນອກຈາກນີ້ ປະທານຍັງໃດ້ເນັ້ນໃສ່ການນຳໃຊ້ພາຫະນະ ແລະ ອຸປະກອນໃຫ້ຖືກຕ້ອງຕາມຈຸດປະສົງ ໃຫ້ສອດຄ່ອງກັບໜ້າວຽກ ມີການຄຸ້ມຄອງ ບຳລຸງຮັກສາຊັບສິນຢ່າງເປັນລະບົບ ພ້ອມທັງຕິດຕາມເປັນປົກກະຕິ. 

    ພາຫະນະ ແລະ ອຸປະກອນ ທີ່ມອບ-ຮັບກັນຄັ້ງນີ້ ປະກອບມີ ລົດຕູ້ Toyota HIACE 12 ທີ່ນັ່ງຈຳນວນ 2 ຄັນ ລວມມູນຄ່າ 75.000 ໂດລາສະຫະລັດ ມອບໃຫ້ສະຖາບັນເລືອດແຫ່ງຊາດ ເພື່ອຮັບໃຊ້ໃນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ລົດຈັກ Honda Wave110 ຈໍານວນ 10 ຄັນ ໂທລະສັບມືຖື Samsung Galaxy A17 5G ຈຳນວນ 70 ເຄື່ອງ ຄອມພິວເຕີແລັບທັອບ HP OmniBook X Flip 14 ຈໍານວນ 6 ເຄື່ອງເຄື່ອງພິມ Brother DCP-T830DW ຈຳນວນ 5 ເຄື່ອງ ໂປຣເຈັກເຕີ Epson EB-FH54 ຈໍານວນ 1 ເຄື່ອງ ຕັ່ງຫ້ອງການ 4 ໜ່ວຍ ຕູ້ເອກະສານ 2 ໜ່ວຍ ແລະ ໂຕະຫ້ອງການ 2 ໜ່ວຍ ລວມທັງໝົດ 100 ໜ່ວຍ/ລາຍການ ລວມມູນຄ່າ 948.819.000 ກີບ ເພືຶ່ອຮັບໃຊ້ໃນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER).

error: Content is protected !!