ລົງ​ນາມບົດບັນທຶກຄວາມເຂົ້າໃຈສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃຫ້ ສວລມ

ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ແລະ ມູນນິທິ ເມລິເອີ ປະຈຳລາວ (Fondation Mérieux) ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃຫ້ແກ່ສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟ ເມຣີເອີ (ສວລມ).

ຈຸດປະສົງຂ​ອງການຮ່ວມມືຄັ້ງນີ້ເພື່ອຍົກລະດັບສູນ ສວລມ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດດ້ານການກວດວິເຄາະ ແລະ ການຄົ້ນຄວ້າວິທະຍາສາດ ໂດຍຜ່ານການພັດທະນາຊັບພະຍາກອນມະນຸດ, ການເສີມສ້າງລະບົບຄຸ້ມຄອງຄຸນນະພາບ, ການປັບປຸງພື້ນຖານໂຄງລ່າງໃຫ້ມີຄວາມປອດໄພ ແລະ ການສ້າງຄວາມຍືນຍົງໃຫ້ແກ່ອົງກອນ ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ຕໍ່ການລະບາດຂອງພະຍາດໃນ ສປປ ລາວ ຢ່າງມີປະສິດທິພາບ.

ໂຄງການ ຈະສຸມໃສ່ 3 ກິດຈະກໍາຫຼັກ ປະກອບມີ: (1) ຮັກສາມາດຕະຖານຄຸນນະພາບຂອງຫ້ອງວິເຄາະ ISO 15189 ແລະ ISO 15190, ສ້າງສູນ ສວລມ ໃຫ້ກາຍເປັນຜູ້ສະໜອງການປະເມີນຄຸນນະພາບຈາກພາຍນອກ (EQA) ແລະ ເປັນຫ້ອງວິເຄາະອ້າງອີງແຫ່ງຊາດສຳລັບພະຍາດຕັບອັກເສບ ແລະ ພະຍາດຕິດຕໍ່ທາງເພດສຳພັນ; (2) ສົ່ງເສີມການຄົ້ນຄວ້າວິທະຍາສາດດ້ານພະຍາດຊຶມເຊຶ້ອ ແລະ ເສີມຂະຫຍາຍການຮ່ວມມືລະດັບສາກົນ (3) ຮັບປະກັນມາດຕະຖານພື້ນຖານໂຄງລ່າງຂອງສູນ ແລະ ການບໍາລຸງຮັກສາຫ້ອງວິເຄາະ.

ການຮ່ວມມືນີ້ເປັນການສຶບຕໍ່ການຊ່ວຍເຫຼຶອທີ່ເລີ່ມຕົ້ນນັບແຕ່ການກໍ່ສ້າງສູນ ສວລມ ມາແຕ່ປີ 2006 ແລະ ເປີດຮັບໃຊ້ຢ່າງເປັນທາງການນັບແຕ່ປີ 2009 ໂດຍເຮັດການເຊັນ MoU ກັບກະຊວງສາທາລະນະສຸກທຸກ 5ປີ. ການເຊັນໃນຄັ້ງນີ້ກໍເປັນອີກກ້າວໜຶ່ງສໍາຄັນໃນການເສີມສ້າງວຽກງານກວດວິເຄາະໃຫ້ມາດຕະຖານສາກົນ, ສ້າງບຸຄະລາກອນໃຫ້ມີຊໍານານດ້ານວຽກງານຄຸນນະພາບຂອງຫ້ອງວິເຄາະ ແລະ ມີຄວາມພ້ອມການຝຶກອົບໃຫ້ຫ້ອງວິເຄາະຂັ້ນສູນກາງ, ຂັ້ນແຂວງໃນຂອບເຂດທົ່ວປະເທດ ພ້ອມທັງສ້າງນັກວິທະຍາສາດໝຸ່ມນ້ອຍຂັ້ນ ປ.ໂທ ຫຼື ປ.ເອກ, ເພຶ່ອຕອບໂຕ້ຕໍ່ການລະບາດຂອງພະຍາດໃນ ສປປ ລາວ ພາຍໃນປີ 2030 ຕາມແຜນຍຸດທະສາດແຫ່ງຊາດ.

ພິ​ທີ​ລົງ​ນາມ​ດັ່ງ​ກ່າວ ຈັດ​ຂຶ້ນ​ໃນ ວັນທີ 17 ກັນຍາ 2026, ທີ່ຫ້ອງປະຊຸມສູນວິໄຈພະຍາດຊຶມເຊຶ້ອ ລາວ-ຄລິສຕົຟ ເມລິເອີ, ນະຄອນຫຼວງວຽງຈັນ, ໂດຍ​ການ​ລົງ​ນາມ​ຂອງ ທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ ຫົວຫນ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ແລະ ທ່ານ Dr. David RAMINASHVILI ຜູ້ຕາງໜ້າມູນນິທິ ເມລິເອີ ປະຈໍາລາວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃຫ້ແກ່ສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟ ເມຣີເອີ (ສວລມ). ໂດຍໂຄງການຈະໄດ້ເລີ່ມນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນຮອດວັນທີ 31 ເດືອນທັນວາ 2030 ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກມູນນິທິ ເມລິເອີ Fondation Mérieux ສໍານັກງານໃຫຍ່ ທີ່ປະເທດຝລັ່ງ.

error: Content is protected !!