ໄວປາກເສຍສິນ ໄວຕີນຕົກຕົ້ນໄມ້

ພົບ​ກັນ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ການ​ຈັບ​ກຸມ​ຜູ້​ເຜີຍ­ແຜ່​ຂ່າວ​ປອມ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ຢູ່​ຈີນ ແລະ ຢູ່​ໄທ ແລ້ວ​ຕໍ່​ໃສ່​ຂ່າວ​ກ່ຽວ​ກັບ​ການ​ເສບ​ຕິດ ສື່​ສັງ­ຄົມ​ອອນ​ລາຍ​ທີ່​ສີ​ລັງ­ກາ.

ທີ່ ສປ ຈີນ: ທ່າມ­ກາງ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທາງ​ການ​ຈີນ​ບໍ່​ໄວ້­ໜ້າ​ຜູ້​ເຜີຍ­ແຜ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ຊະ­ນິດ​ຕ່າງໆ ຊຶ່ງ​ຈະ​ກໍ່­ໃຫ້­ເກີດ​ຄວາມ​ສັບ­ສົນ​ວຸ້ນ­ວາຍ ແລະ ຢ້ານ​ກົວ​ພາຍ​ໃນ​ສັງ­ຄົມ ເຊັ່ນ: ມີ​ຂ່າວ​ໃນ​ເດືອນ​ກຸມ­ພາ​ປີ​ນີ້​ທີ່​ບອກ​ວ່າ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ແຂວງ​ຮູ​ເປ ໄດ້​ຈັດ​ກຸມ​ຍິງ​ຄົນ​ໜຶ່ງ​ທີ່​ປ່ອຍ​ຂ່າວ​ລື​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້​ຫວັດ​ສັດ​ປີກ​ຊະ­ນິດ H7N9 ຂ່າວ​ລື​ດັ່ງ­ກ່າວ ທີ່​ສົ່ງ​ຜ່ານ​ເຄືອ​ຄ່າຍ​ສື່​ສັງ­ຄົມ ວີ​ແຈດ (Wechat) ໄດ້​ບອກ​ວ່າ ພະ­ຍາດ​ໄຂ້​ຫວັດ​ສັດ​ປີກ​ທີ່​ສາ­ມາດ​ຕິດ­ແປດ​ໃສ່​ຄົນ​ຊະ­ນິດ​ນີ້ ໄດ້​ເຮັດ​ໃຫ້​ພະ­ນັກ­ງານ​ແພດ​ຈຳ­ນວນ 8 ຄົນ ແລະ ສະ­ມາ­ຊິກ​ຂອງ​ຄອບ­ຄົວ​ຈຳ­ນວນ​ໜຶ່ງ ຕາມ​ຊານ­ເມືອງ​ຊຽນ​ຕາວ ລົ້ມ​ປ່ວຍ​ລົງ ຂ່າວ​ນີ້​ໄດ້​ເພີ່ມ​ຄວາມ​ແຕກ​ຕື່ນ​ຢ້ານ​ກົວ​ພາຍ​ໃນ​ສັງ­ຄົມ ທີ່​ພວມ​ປະ​ເຊີນ​ກັບ​ພະ­ຍາດ​ໂຄ​ວິດ-19 ຢູ່​ແລ້ວ ພາຍ­ຫຼັງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄດ້​ສອບ​ສວນ​ຢ່າງ​ລະ­ອຽດ ກໍ​ເລີຍ​ພົບ​ວ່າ​ຂ່າວ​ນີ້​ເປັນ​ພຽງ​ຂ່າວ​ລື ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ຈັກ​ດີ້ ໃນ​ທີ່​ສຸດ​ຍິງ​ຜູ້​ກໍ່​ເຫດ​ສ້າງ​ຂ່າວ​ຂີ້​ຕົວະ​ທີ່​ຊື່​ນາງ ເຈິນ (Chen) ກໍ​ໄດ້​ມອບ​ຕົວ​ຕໍ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ແລະ ສາ­ລະ­ພາບ​ວ່າ ໄດ້​ເຜີຍ­ແຜ່​ຂ່າວ​ລື​ຜ່ານ​ເຄືອ​ຄ່າຍ​ສື່​ສັງ­ຄົມ​ອອນ​ລາຍ​ແທ້.

ທີ່​ປະ­ເທດ​ໄທ: ເລື່ອງ​ຕໍ່​ໄປ​ນີ້ ມີ​ເນື້ອ​ໃນ​ຄ້າຍໆ​ກັບ​ເຫດ­ການ​ຢູ່​ຈີນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ຄື ທາງ​ສານ ແລະ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄທ ໄດ້​ຕິດ­ຕາມ​ຈັບ​ກຸມ​ຍິງ​ຄົນ​ໜຶ່ງ ທີ່​ເຜີຍ­ແຜ່​ຂ່າວ​ປອມ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ທະ​ວິດ​ເຕີ (Twitter) ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໂດຍ​ໄດ້​ບອກ​ວ່າ​ຢູ່​ເຂດ​ຫ້ວຍ​ຂວາງ ບາງ­ກອກ ມີ​ຄົນ​ຕິດ­ພະ­ຍາດ​ໂຄ​ວິດ-19 ຈຳ­ນວນ 40 ຄົນ ພາຍ­ຫຼັງ​ຊອກ​ຮູ້​ຈາກ​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວ່າ ບໍ່​ມີ​ການ​ລະ­ບາດ​ຂອງ​ໂຄ​ວິດ-19 ໃນ​ເຂດ​ດັ່ງ­ກ່າວ ຕາມ​ທີ່​ຍິງ​ຄົນ​ກໍ່​ເລື່ອງ​ກ່າວ​ມາ ທາງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ເສດ­ຖະ­ກິດ ກໍ​ໄດ້​ຂໍ­ອະ­ນຸ­ຍາດ​ຈາກ​ສານ ເພື່ອ​ໃຫ້​ຕຳ­ຫຼວດ​ຈັບ​ກຸມ​ຍິງ​ຄົນ​ດັ່ງ­ກ່າວ​ມາ​ດຳ­ເນີນ​ຄະ­ດີ ໃນ​ທີ່​ສຸດ​ຍິງ​ຜູ້​ໄວ​ປາກ​ເສຍ​ສິນ ໄວ​ຕີນ​ຕົກ​ຕົ້ນ­ໄມ້​ຄົນ​ນີ້ ກໍ​ສາ­ລະ­ພາບ​ວ່າ ເຂົາ​ເປັນ​ຄົນ​ຮັບ­ຜິດ­ຊອບ​ເລື່ອງ​ການ​ເຜີຍ­ແຜ່​ຂ່າວ​ປອມ​ນີ້​ແທ້ ແຕ່​ບໍ່​ຄິດ​ວ່າ​ມັນ​ຊິ​ກາຍ­ເປັນ​ເລື່ອງ​ໃຫຍ່​ບານ​ປາຍ ເພາະ​ເຂົາ​ກໍ​ບໍ່​ໄດ້​ຢັ້ງ­ຢືນ​ວ່າ​ເປັນ​ເລື່ອງ​ຈິງ ທີ່​ເຂົາ​ເຮັດ​ໄປ​ກໍ​ເພື່ອ​ເຕືອນ​ຜູ້​ຄົນ​ທີ່​ມີ​ສ່ວນ​ພົວ­ພັນ​ກັບ​ທຸ­ລະ​ກິດ​ຂອງ​ເຂົາ ໃຫ້​ມີ​ສະ­ຕິ​ລະ­ວັງ​ກ່ຽວ​ກັບ​ໂຄ​ວິດ-19 ນັ້ນ​ເອງ.

ຢູ່​ສີ​ລັງ­ກາ: ຂ່າວ​ນີ້​ຕ່າງ​ຈາກ 2 ຂ່າວ​ທີ່​ເລົ່າ​ມາ​ຂ້າງ​ເທິງ​ນີ້ ແຕ່​ກໍ​ເປັນ​ເລື່ອງ​ທີ່​ພົວ­ພັນ​ກັບ​ສື່​ສັງ­ຄົມ​ອອນ​ລາຍ​ເຊັ່ນ​ກັນ​ທີ່​ເກີດ​ຂຶ້ນ​ແຕ່​ປີ 2016 ພຸ້ນ ເລື່ອງ​ມີ​ຢູ່​ວ່າ ທາງ​ການ​ປະ­ເທດ​ສີ​ລັງ­ກາ ໄດ້​ເຮັດ​ການ​ສຳ​ຫຼວດ​ກ່ຽວ​ກັບ​ເວ­ລາ​ທີ່​ພະ­ນັກ­ງານ​ລັດ​ໄດ້​ເສຍ​ໄປ​ກັບ​ໜ້າ​ຈໍ ເພື່ອ​ຕິດ­ຕາມ​ເຟ​ສ​ບຸກ ການ​ສຳ​ຫຼວດ​ທົ່ວ​ປະ­ເທດ​ທີ່​ໃຊ້​ເວ­ລາ 3 ເດືອນ (ທ້າຍ​ປີ 2015-ຕົ້ນ​ປີ 2016) ຢູ່​ຈຳ­ນວນ 350 ຂະ­ແໜງ­ການ ແລະ ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ​ນັ້ນ​ໄດ້​ພົບ​ວ່າ​ຫຼາຍ​ກວ່າ 60% ຂອງ​ພະ­ນັກ­ງານ​ລັດ ໄດ້​ເສຍ​ເວ­ລາ​ໄປ​ກັບ​ສື່​ສັງ­ຄົມ​ອອນ​ລາຍ ໂດຍ​ສະ­ເພາະ​ແມ່ນ​ເຟ​ສ​ບຸກ ຢ່າງ​ໜ້ອຍ 2 ຊົ່ວ­ໂມງ​ຕໍ່​ວັນ ຜ່ານ​ຈໍ​ໂທລະ­ສັບ​ມື​ຖື​ໃນ​ຊົ່ວ­ໂມງ​ການ ບົດ​ສະ­ຫຼຸບ​ຈາກ​ການ​ສຳ​ຫຼວດ​ຄັ້ງ​ນີ້​ບອກ​ວ່າ ການ​ເສບ​ຕິດ​ສື່​ສັງ­ຄົມ​ອອນ​ລາຍ​ໃນ​ຊົ່ວ­ໂມງ​ລັດ​ຖະ​ການ​ນັ້ນ ເປັນ​ການ​ປະ­ລະ​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ຂອງ​ພະ­ນັກ­ງານ ທີ່​ກິນ​ເງິນ­ເດືອນ​ຈາກ​ພາ­ສີ​ຂອງ​ປະ­ຊາ­ຊົນ.

error: Content is protected !!