ພຶດຕິກຳສ່ຽງ ກະດູກສັນຫຼັງເສື່ອມ

ເມື່ອ​ຄົນ​ເຮົາ​ອາ­ຍຸ​ຍ່າງ​ເຂົ້າ​ໄວ 60 ປີ​ຂຶ້ນ​ໄປ ໂຣກ​ໄພ​ຕ່າງໆ​ກໍ​ຍ່ອມ​ເຂົ້າ​ມາ​ຢາມ​ໄດ້​ງ່າຍໆ ໂດຍ​ອາ­ການ​ຕົ້ນໆ ກໍ​ຄົງ​ໜີ​ບໍ່​ພົ້ນ​ເລື່ອງ​ກະ­ດູກ ຄື: “ກະ­ດູກ​ສັນ­ຫຼັງ​ເສື່ອມ” ທີ່​ເຮັດ​ໃຫ້​ຄົນ​ຊະ­ລາ ຫຍັບ​ຍ້າຍ​ຮ່າງ­ກາຍ​ບໍ່​ໄດ້​ດັ່ງ​ໃຈ​ເໝືອນ​ເດີມ ມີ​ອາ­ການ​ປວດ​ຫຼັງ ປວດ​ແອວ ເຄື່ອນ​ໄຫວ​ບໍ່​ສະ­ດວກ ຈົນ​ເຮັດ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ຕາມ​ປົກ­ກະ­ຕິ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ. ກະ­ດູກ​ສັນ­ຫຼັງ​ເສື່ອມ ເກີດ​ຈາກ​ອາ­ການ​ເສື່ອມ​ສະ­ພາບ​ໄປ​ຕາມ​ໄວ​ຂອງ​ຜູ້​ອາ­ຍຸ​ສູງ…

ຂໍ້ຄວນຮູ້ກ່ອນຈະໄປໃສ່ຄອນແທັກເລນ

ຕ້ອງ​ຕັດ​ເລັບ​ໃຫ້​ສັ້ນ: ເພື່ອ​ບໍ່​ໃຫ້​ເກີດ​ອັນ­ຕະ­ລາຍ​ຕໍ່​ດວງ​ຕາ ແລະ ຮອຍ​ຂູດ​ຂີດ​ກັບ​ຄອນ​ແທັກ​ເລນ ຢ່າ​ລືມ​ຕັດ​ເລັບ​ຂອງ​ທ່ານ​ໃຫ້​ສັ້ນ ລະ­ວັງ​ເລັບ​ອາດ​ຈະ​ໄປ​ຈິກ​ເນື້ອ​ຕາ​ຂອງ​ເຮົາ ເຮັດ​ໃຫ້​ເປັນ​ຮອຍ​ບາດ​ສ່ຽງ​ຕໍ່​ການ​ອັກ­ເສບ​ໄດ້. – ແຊ່​ຄອນ​ແທັກ​ເລນ​ດ້ວຍ​ນ້ຳ​ຢາ​ແຊ່​ປະ​ໄວ້ 1 ຄືນ​ກ່ອນ​ໃສ່: ຫາກ​ມີ​ນ້ຳ​ຢາ​ລະ­ລາຍ​ຄາບ​ໂປຣ​ຕີນ ກໍ​ສາ­ມາດ​ນຳ​ມາ​ປະ­ສົມ​ກັບ​ນ້ຳ​ຢາ​ແຊ່​ໄດ້ ເພື່ອ​ລ້າງ​ສານ​ກັນ​ບູດ​ອອກ​ໄປ ບໍ່​ດັ່ງ­ນັ້ນ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ດວງ​ຕາ​ຂອງ​ທ່ານ. –…

ຄຳແນະນຳ ແລະ ຂໍ້ຫ້າມ ການໃຊ້ຢາແກ້ແພ້

ຍາມ​ທີ່​ມີ​ອາ­ການ​ຮູ້­ສຶກ​ຕັນ​ດັງ ນ້ຳ​ມູກ​ໄຫຼ​ຍາມ​ໃດ ຫຼາຍ​ຄົນ​ຄົງ​ຈະ​ນຶກ​ເຖິງ “ຢາ​ແກ້​ແພ້” ກ່ອນ​ເປັນ​ລຳ­ດັບ​ທຳ​ອິດ ເພາະ​ເຊື່ອ​ວ່າ​ຈະ​ຜ່ອນ­ຄາຍ​ອາ­ການ​ດັ່ງ­ກ່າວ​ໄດ້ ແຕ່​ຫຼາຍ​ຄົນ​ກໍ​ຍັງ​ບໍ່​ຮູ້​ເຖິງ​ຜົນ​ເສຍ ແລະ ອັນ­ຕະ­ລາຍ​ຈາກ​ຢາ​ແກ້​ແພ້​ນີ້ ຖ້າ​ໃຊ້​ຢ່າງ​ບໍ່​ຖືກ​ວິ­ທີ ສະ­ນັ້ນ ມາ​ຮູ້­ຈັກ​ກັບ “ຢາ​ແກ້​ແພ້” ກັນ​ກ່ອນ. ອັນ​ໃດ​ຄື “ຢາ​ແກ້​ແພ້”…

6 ທ່າບໍລິຫານແກ້ປວດ “ຄໍ-ບ່າ-ໄຫຼ່”

ພະ­ນັກ­ງານ​ຫ້ອງ­ການ​ສ່ວນ​ໃຫຍ່ ມັກ​ຈະ​ມີ​ພຶດ­ຕິ​ກຳ​ນັ່ງ​ເຮັດ​ວຽກ​ຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ ນັ່ງ​ເຮັດ​ວຽກ​ເອ­ກະ­ສານ​ເທິງ​ໂຕ໊ະ ກົ້ມ​ໜ້າ​ໝົດ​ມື້ ເຮັດ​ໃຫ້​ມີ​ອາ­ການ​ປວດ​ຄໍ ແລະ ບ່າ​ໄຫຼ່​ໄດ້​ງ່າຍ ບັນ­ຫາ​ເຫຼົ່າ​ນີ້ ຫາກ​ເລີ່ມ​ມີ​ອາ­ການ​ແລ້ວ​ຈັດ­ການ​ຕົວ​ເອງ​ເບື້ອງ​ຕົ້ນ​ໄດ້ ຈະ​ເຮັດ​ໃຫ້​ບັນ­ຫາ​ບໍ່​ຍືດ​ເຍື້ອ​ອາ­ການ​ປວດ​ຄໍ ແລະ ບ່າ​ໄຫຼ່​ເບື້ອງ​ຕົ້ນ ເປັນ​ຜົນ​ມາ​ຈາກ​ຄວາມ​ບໍ່​ສົມ​ດຸນ​ຂອງ​ກ້າມ­ຊີ້ນ​ດ້ານ​ໜ້າ​ກັບ​ດ້ານ​ຫຼັງ​ທີ່​ເຮັດ​ວຽກ​ຜິດ​ສົມ​ດຸນ ເກີດ​ຈາກ​ທ່າ​ທາງ​ທີ່​ເຮົາ​ຄຸ້ນ​ເຄີຍ ຈົນ​ສົ່ງ​ຜົນ​ຕໍ່​ການ​ປ່ຽນ­ແປງ​ຂອງ​ຄວາມ​ຍາວ ແລະ…

ຖ້າຢາກໃຫ້ຮ່າງກາຍແຂງແຮງ ຄວນກິນ ແລະ ບໍ່ຄວນກິນສິ່ງນີ້

ອາ­ຫານ​ທຸກ​ຊະ­ນິດ​ມີ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ ແຕ່​ຖ້າ​ຫາກ​ເຮົາ​ກິນ​ບໍ່​ຖືກ​ເວ­ລາ ກໍ​ເປັນ​ສາ­ເຫດ​ເຮັດ​ໃຫ້​ອາ­ຫານ​ນັ້ນ​ບໍ່​ມີ​ປະ­ໂຫຍດ​ຫຼາຍ ຫຼື ອາດ​ບໍ່​ມີ​ປະ­ໂຫຍດ​ເລີຍ ມື້­ນີ້​ເຮົາ​ຈະ​ມາ​ຮູ້­ຈັກ​ອາ­ຫານ​ທີ່​ຄວນ​ກິນ​ເພື່ອ​ຮ່າງ­ກາຍ​ແຂງ­ແຮງ ແລະ ບໍ່​ຄວນ​ກິນ ເພາະ​ອາດ​ເຮັດ​ໃຫ້​ຮ່າງ­ກາຍ​ອ່ອນ­ເພຍ ເປັນ​ພະ­ຍາດ​ຫຼາຍ​ຊະ­ນິດ​ໄດ້. 1. ກິນ​ນ້ຳ­ໝາກ​ນາວ​ໃສ່​ນ້ຳ​ອຸ່ນ ໂດຍ​ການ​ປາດ​ເປັນ​ປ່ຽງ​ສອງ​ສາມ​ປ່ຽງ​ລົງ​ໃສ່​ນ້ຳ​ອຸ່ນ​ກິນ​ທຸກ​ມື້ ຈະ​ເຮັດ​ໃຫ້​ສຸ­ຂະ­ພາບ​ດີ ແລະ ຢຸດ​ການ​ເຕີບ​ໂຕ​ຂອງ​ກ້ອນ​ເນື້ອ​ງອກ.…

ນ້ຳເຕົ້າຫູ້ປະສົມໝາກນາວ ສູດເດັດຄູນສອງທີ່ວ່າເປັນຢາອາຍຸຍືນ

1. ຊ່ວຍ​ໃຫ້​ເສັ້ນ­ເລືອດ​ຝອຍ​ທົ່ວ​ຮ່າງ­ກາຍ​ມີ​ຄວາມ​ຫົດ​ຢືດ​ດີ ບໍ່​ແຕກ​ງ່າຍ ເພາະ​ວິ­ຕາ­ມິນ C ໃນ​ໝາກ​ນາວ ຊ່ວຍ​ໃນ​ການ​ຢືດ​ຂອງ​ເສັ້ນ­ເລືອດ​ໄດ້​ດີ ດັ່ງ­ນັ້ນ ຄົນ​ທີ່​ເກີດ​ມີ​ປັນ­ຫາ​ຮອຍ​ຊ້ຳ​ຂຽວ​ງ່າຍ ເວ­ລາ​ຖືກ​ກະ­ທົບ​ກັບ​ວັດ­ຖຸ​ອື່ນໆ ຫາກ​ດື່ມ​ນ້ຳ­ເຕົ້າ​ຫູ້​ປະ­ສົມ​ໝາກ​ນາວ ຈະ​ຊ່ວຍ​ໃຫ້​ດີ​ໄວ ລວມ​ທັງ​ຜູ້​ສູງ​ອາ­ຍຸ​ທີ່​ມັກ​ຈະ​ມີ​ເລືອດ​ອອກ​ໃຕ້​ຜິວ­ໜັງ ນອກ­ຈາກ​ນີ້ ຍັງ​ເຊື່ອ​ວ່າ​ສາ­ມາດ​ປ້ອງ​ກັນ​ພະ­ຍາດ​ເສັ້ນ­ເລືອດ​ໃນ​ສະ­ໝອງ​ຕີບ​ຕັ້ນ ຫຼື…

ອາຫານ 4 ຊະນິດ ຊ່ວຍກຳຈັດ “ໄຂມັນຮ້າຍ” ເພີ່ມ “ໄຂມັນດີ” ໃຫ້ຮ່າງກາຍ

ເຖິງ​ວ່າ “ໄຂ­ມັນ” ເປັນ​ໂທດ​ຕໍ່​ຮ່າງ­ກາຍ ແຕ່​ຍັງ​ມີ​ໄຂ­ມັນ​ອີກ​ແບບ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ​ຢູ່ ຄື ຖ້າ​ຈະ​ຈຳ­ແນກ​ຢ່າງ​ງ່າຍໆ ຄື ມີ “ໄຂ­ມັນ​ດີ” ຫຼື ເອ​ຊ​ດີ​ແອ​ລ (HDL: High Density Lipoprotein) ແລະ…

ປະໂຫຍດ 13 ຂໍ້ ຂອງນ້ຳໝາກພ້າວ

ປະ­ໂຫຍດ 13 ຂໍ້​ຂອງ​ນ້ຳ​ໝາກ­ພ້າວ ກິນ​ມື້​ລະ​ໜ່ວຍ​ດີ​ຕໍ່​ຜູ້​ປ່ວຍ​ເປັນ​ພະ­ຍາດ​ໝາກ​ໄຂ່­ຫຼັງ ເນື່ອງ​ຈາກ​ມັນ​ມີ​ລິດ​ໃນ​ການ​ຂັບ​ປັດ​ສະ​ວະ​ໂດຍ​ທຳ​ມະ​ຊາດ. 1. ຊ່ວຍ​ເສີມ​ສ້າງ​ລະ­ບົບ​ພູມ​ຕ້ານ­ທານ​ໃຫ້​ແຂງ­ແຮງ​ຂຶ້ນ. 2. ຊ່ວຍ​ກຳ­ຈັດ​ແບກ​ທີ​ເຣຍ​ທີ່​ເກີດ​ພະ­ຍາດ​ທາງ​ເດີນ​ປັດ​ສະ​ວະ​ອັກ­ເສບ ພະ­ຍາດ​ໜອງ​ໃນ ພະ­ຍາດ​ເຫືອກ ແລະ ໄວ​ຣັສ​ທີ່​ເຮັດ​ໃຫ້​ເກີດ​ພະ­ຍາດ​ຫວັດ ພະ­ຍາດ​ຕິດ­ເຊື້ອ​ຕ່າງໆ. 3. ຊ່ວຍ​ເສີມ​ສ້າງ​ພະ­ລັງ­ງານ…

ກິນແອັບເປິນມື້ລະໜ່ວຍ ໃຫ້ປະໂຫຍດຫຼາຍກວ່າທີ່ຄິດ

ໝາກ​ແອັບ​ເປິນ ມີ​ສານ​ອາ­ຫານ​ຈຳ­ພວກ​ຄາ​ໂບ​ໄຮ​ເດດ ແລະ ມີ​ວິ­ຕາ­ມິນ C ເປັນ​ຫຼັກ ເຊິ່ງ​ປະ­ລິ­ມານ​ວິ­ຕາ­ມິນ C ຈະ​ຫຼາຍ ຫຼື ໜ້ອຍ ແມ່ນ​ຂຶ້ນ​ຢູ່​ກັບ​ສາຍ​ພັນ ເວ­ລາ​ເກັບ​ກ່ຽວ ແລະ ຄວາມ​ສົດ ເນື້ອ​ແອັບ​ເປິນ…

error: Content is protected !!