ເມື່ອຄົນເຮົາອາຍຸຍ່າງເຂົ້າໄວ 60 ປີຂຶ້ນໄປ ໂຣກໄພຕ່າງໆກໍຍ່ອມເຂົ້າມາຢາມໄດ້ງ່າຍໆ ໂດຍອາການຕົ້ນໆ ກໍຄົງໜີບໍ່ພົ້ນເລື່ອງກະດູກ ຄື: “ກະດູກສັນຫຼັງເສື່ອມ” ທີ່ເຮັດໃຫ້ຄົນຊະລາ ຫຍັບຍ້າຍຮ່າງກາຍບໍ່ໄດ້ດັ່ງໃຈເໝືອນເດີມ ມີອາການປວດຫຼັງ ປວດແອວ ເຄື່ອນໄຫວບໍ່ສະດວກ ຈົນເຮັດກິດຈະວັດປະຈຳວັນຕາມປົກກະຕິບໍ່ໄດ້ດີເທົ່າທີ່ຄວນ.
ກະດູກສັນຫຼັງເສື່ອມ ເກີດຈາກອາການເສື່ອມສະພາບໄປຕາມໄວຂອງຜູ້ອາຍຸສູງ ທີ່ອາດເລີ່ມມີອາການຕັ້ງແຕ່ໄວ 45 ປີເປັນຕົ້ນໄປ ໂດຍອາດເລີ່ມມີການເສື່ອມສະພາບຕັ້ງແຕ່ກະດູກ ໝອນຮອງກະດູກ ເສັ້ນເອັນກະດູກ ກ້າມຊີ້ນຫຼັງ ຫຼື ອາດມີກະດູກທີ່ຄົດງໍຜິດປົກກະຕິຕັ້ງແຕ່ເດັກນ້ອຍ ລວມໄປເຖິງກະດູກຕິດເຊື້ອຈາກໂຣກຕ່າງໆ ເຊັ່ນ: ວັນນະໂຣກ ເປັນຕົ້ນ.
ພຶດຕິກຳສ່ຽງ “ກະດູກສັນຫຼັງເສື່ອມ” ເຖິງແມ່ນວ່າຈະເປັນໂຣກທີ່ມາພ້ອມໄວ ແລະ ຍາກທີ່ຈະຫຼີກລ່ຽງ ແຕ່ຫາກມີພຶດຕິກຳເຫຼົ່ານີ້ ຈະຍິ່ງເພີ່ມຄວາມສ່ຽງໃນການເປັນໂຣກນີ້ໄວຂຶ້ນ.
1. ອ້ວນ ຫຼື ນ້ຳໜັກເກີນ ບັນຫາເລື່ອງຂອງນ້ຳໜັກທີ່ຫຼາຍກວ່າມາດຕະຖານ ເຮັດໃຫ້ກະດູກຕ້ອງຮອງຮັບນ້ຳໜັກຫຼາຍເກີນກວ່າປົກກະຕິ ສົ່ງຜົນໃຫ້ເກີດອາການປວດຫຼັງ ປວດແອວ ລວມເຖິງປວດຂາ ແລະ ປວດເຂົ່າໄດ້.
2. ກິນໄຂມັນສັດ ແປ້ງ ແລະ ນ້ຳຕານຫຼາຍເກີນໄປ ເມື່ອເຂົ້າສູ່ໄວຊະລາທີ່ມີກິດຈະກຳປະຈຳວັນ ທີ່ເຜົາຜານພະລັງງານໜ້ອຍກວ່າໄວເຮັດວຽກ ແລະ ໄວລຸ້ນ ຫາກຍັງກິນອາຫານທີ່ໃຫ້ພະລັງງານສູງຢ່າງໄຂມັນສັດ ແປ້ງ ແລະ ນ້ຳຕານຫຼາຍເກີນໄປ ກໍອາດນຳໄປສູ່ພາວະອ້ວນໄດ້.
3. ຢືນ ແລະ ນັ່ງໃນທ່າເດີມດົນໆ ການຢູ່ໃນອະລິຍາບົດເດີມດົນໆ ອາດເຮັດໃຫ້ມີອາການກຶງໃນບໍລິເວນຂາ ແອວ ແລະ ຫຼັງຫຼາຍເກີນໄປ ຈົນເປັນສາເຫດທີ່ເຮັດໃຫ້ເກີດອາການປວດໄດ້.
ປັດຈຸບັນຍັງຖົກຖຽງກັນຢູ່ວ່າ ກິນການຊຽມເສີມສ້າງກະດູກໄດ້ ຫຼື ບໍ່ ຄືທຸກຄົນບໍ່ມີຄຸນນະພາບຂອງສຸຂະພາບເທົ່າກັນ ດັ່ງນັ້ນ ຈຶ່ງບໍ່ສາມາດບອກໄດ້ວ່າກິນໄດ້ຫຼືບໍ່ ແຕ່ຫາກເປັນຜູ້ປ່ວຍໂຣກໝາກໄຂ່ຫຼັງ ຫຼືຢູ່ໃນພາວະສ່ຽງທີ່ຈະເປັນໂຣກໝາກໄຂ່ຫຼັງ ແພດຈະບໍ່ແນະນຳໃຫ້ກິນອາຫານເສີມການຊຽມ ເພາະໝາກໄຂ່ຫຼັງທີ່ບໍ່ແຂງແຮງປົກກະຕິດີ ອາດບໍ່ສາມາດຂັບເອົາການຊຽມ ສ່ວນເກີນອອກໄປຈາກຮ່າງກາຍໄດ້ ເຮັດໃຫ້ມີການຊຽມສ່ວນເກີນສະສົມຢູ່ໃນຮ່າງກາຍ ແຕ່ຫາກເປັນຄົນທີ່ມີສຸຂະພາບປົກກະຕິ ໝາກໄຂ່ຫຼັງ ແລະ ຕັບແຂງແຮງດີ ກໍອາດຈະຫາມາກິນໄດ້ເລັກນ້ອຍ ແຕ່ຄວນອ່ານສະຫຼາກກ່ອນບໍລິໂພກ ເພື່ອກະຂະໜາດ ແລະ ໄລຍະເວລາໃນການກິນໃຫ້ຖືກຕ້ອງດ້ວຍ ດັ່ງນັ້ນ ກ່ອນຈະກິນກໍຄວນລອງປຶກສາແພດເບິ່ງຈັກເລັກນ້ອຍ ເພື່ອສິ່ງທີ່ດີທີ່ສຸດຂອງຕົວເຮົາ.
ຢ່າງໃດກໍຕາມ ແພດແນະນຳໃຫ້ອອກກຳລັງກາຍຢ່າງສະໝ່ຳສະເໝີ ຫຼື ເຮັດທ່າການບໍລິຫານທີ່ຊ່ວຍບໍລິຫານກະດູກ ແລະ ກ້າມຊີ້ນບໍລິເວນຂາ ແອວ ແລະ ຫຼັງ ເພື່ອຊ່ວຍໃຫ້ກະດູກແຂງແຮງ ໂດຍບໍ່ຕ້ອງເພິ່ງຢາ ແລະ ອາຫານເສີມ.
ທ່າກາຍະບໍລິຫານເສີມສ້າງຄວາມແຂງແຮງ ໃຫ້ກັບກະດູກສັນຫຼັງ
1. ຍົກມືແຕະຫົວໄຫຼ່ ແລ້ວໝູນຫົວໄຫຼ່ໄປຂ້າງໜ້າ 1 ນາທີ ໝູນໄປຂ້າງຫຼັງ 1 ນາທີ ທັງຂ້າງຊ້າຍ ແລະ ຂວາ.
2. ຍົກມືທັງສອງຂ້າງແຕະແອວ ແລ້ວໝູນແອວໄປທາງຂວາ 1 ນາທີ ໝູນໄປທາງຊ້າຍ 1 ນາທີ.
3. ກົ້ມຫຼັງ ຢືດແຂນປາຍນິ້ວແຕະປາຍຕີນຂອງຕົວເອງ ໂດຍເຮັດທັງສອງແຂນ ແລະ ສະຫຼັບແຂນຂວາ ແລະ ແຂນຊ້າຍ ຄັ້ງລະ 10 ວິນາທີ.
4. ນອນຫງາຍລົງເທິງຕຽງທີ່ນອນບໍ່ແຂງ ແລະ ບໍ່ນຸ່ມຈົນເກີນໄປ ຍົກເຂົ່າທັງສອງຂ້າງມາກອດໄວ້ກັບເອິກ ຍົກຄໍຂຶ້ນ ເອົາປາຍຄາງແຕະເຂົ່າຄ້າງໄວ້ 10 ວິນາທີ ຈາກນັ້ນສະຫຼັບເປັນຍົກເຂົ່າຂຶ້ນມາກອດເອິກເທື່ອລະຂ້າງຂວາ ຊ້າຍ ຂ້າງລະ 10 ວິນາທີ.
“ວິທີທີ່ດີທີ່ສຸດໃນການຢືດອາຍຸຂອງກະດູກສັນຫຼັງ ຄື ການບໍ່ນັ່ງ ຫຼື ຢືນທ່າເດີມນານໆ ຄວນປ່ຽນອະລິຍາບົດເລື້ອຍໆ ບໍ່ຍົກເຄື່ອງໜັກເລື້ອຍໆ ໂດຍສະເພາະ ການກົ້ມລົງຍົກເຄື່ອງໜັກຈາກພື້ນ ຮັກສານ້ຳໜັກໃຫ້ຢູ່ໃນເກນປົກກະຕິຢູ່ສະເໝີ ແລະ ໝັ່ນອອກກຳລັງກາຍໃຫ້ຮ່າງກາຍແຂງແຮງເປັນປະຈຳ ເທົ່ານີ້ກໍຈະຊ່ວຍເສີມສ້າງໃຫ້ກະດູກແຂງແຮງໄປໄດ້ອີກນານແສນນານ”.
ວ. ດາລາວົງ – ນຳສະເໜີ