ກິນແອັບເປິນມື້ລະໜ່ວຍ ໃຫ້ປະໂຫຍດຫຼາຍກວ່າທີ່ຄິດ

ໝາກ​ແອັບ​ເປິນ ມີ​ສານ​ອາ­ຫານ​ຈຳ­ພວກ​ຄາ​ໂບ​ໄຮ​ເດດ ແລະ ມີ​ວິ­ຕາ­ມິນ C ເປັນ​ຫຼັກ ເຊິ່ງ​ປະ­ລິ­ມານ​ວິ­ຕາ­ມິນ C ຈະ​ຫຼາຍ ຫຼື ໜ້ອຍ ແມ່ນ​ຂຶ້ນ​ຢູ່​ກັບ​ສາຍ​ພັນ ເວ­ລາ​ເກັບ​ກ່ຽວ ແລະ ຄວາມ​ສົດ ເນື້ອ​ແອັບ​ເປິນ 100 ກຣາມ ມີ​ວິ­ຕາ­ມິນ C ປະ­ມານ 6 ມິນ​ລີກ​ຣາມ ແລະ ໃຫ້​ພະ­ລັງ­ງານ 59 ແຄ​ລໍ​ລີ່ ບໍ່​ເຮັດ​ໃຫ້​ຕຸ້ຍ ແຕ່​ແອັບ​ເປິນ​ກໍ​ມີ​ສານ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຊະ­ນິດ​ອື່ນ​ທົດ​ແທນ ແບບ​ບໍ່​ນ້ອຍ​ໜ້າ​ໝາກ​ໄມ້​ອື່ນໆ.

ພະ­ລັງ­ງານ​ທີ່​ໄດ້​ຈາກ​ແອັບ​ເປິນ ມີ​ລັກ­ສະ­ນະ​ພິ­ເສດ​ທີ່​ໜ້າ​ສົນ­ໃຈ ຄື ແອັບ​ເປິນ​ຈະ​ໃຫ້​ພະ­ລັງ­ງານ​ຕ່ຳ ພະ­ລັງ­ງານ​ຂອງ​ແອັບ​ເປິນ​ຄື ນ້ຳ­ຕານ ຟຣັກ​ໂທ​ສ ເຊິ່ງ​ເປັນ​ນ້ຳ­ຕານ​ທີ່​ປ່ຽນ​ຮູບ​ເປັນ​ພະ­ລັງ­ງານ​ຊ້າ​ໃນ​ຮ່າງ­ກາຍ ຊ່ວຍ​ໃຫ້​ບໍ່​ຮູ້­ສຶກ​ຢາກ​ອາ­ຫານ ອິ່ມ​ດົນ ເຮັດ​ໃຫ້​ລະ­ດັບ​ນ້ຳ­ຕານ​ໃນ​ເລືອດ​ບໍ່​ຫຼາຍ ຈຶ່ງ​ເໝາະ​ສົມ​ກັບ​ຄົນ​ທີ່​ເປັນ​ເບົາ­ຫວານ.

ເປືອກ ແລະ ເນື້ອ​ຂອງ​ແອັບ​ເປິນ ເປັນ​ເສັ້ນ​ໄຍ​ອາ­ຫານ​ທີ່​ມີ​ຊື່­ວ່າ “ເພັກ​ຕິນ” ທີ່​ມີ​ຄຸນ­ສົມ­ບັດ​ຂະ­ຫຍາຍ​ໂຕ​ໄດ້​ງ່າຍ ຊ່ວຍ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ໃນ​ທາງ​ເດີນ​ອາ­ຫານ ມີ​ການ​ເຮັດ​ວຽກ​ເປັນ​ປົກ­ກະ­ຕິ ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ຂັບ​ຖ່າຍ ເຊິ່ງ​ເປັນ​ການ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ລຳ​ໄສ້​ໃຫຍ່​ໄດ້ ແລະ ຍັງ​ຊ່ວຍ​ຈັບ​ຄໍ​ລາ​ເຈນ​ບໍ່​ໃຫ້​ດູດ​ຊຶມ​ເຂົ້າ​ສູ່​ຮ່າງ­ກາຍ ປ້ອງ​ກັນ​ພະ­ຍາດ­ຫົວ­ໃຈ ແລະ ຄວາມ­ດັນ­ເລືອດ­ສູງ.

ນອກ­ຈາກ​ນີ້ ແອັບ​ເປິນ​ຍັງ​ອຸ­ດົມ​ດ້ວຍ​ວິ­ຕາ­ມິນ ເກືອ​ແຮ່ ແລະ ສານ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ອີກ​ຫຼາຍ​ຊະ­ນິດ ທັງ​ວິ­ຕາ­ມິນ A B1 B2 B6 ໄບ​ໂອ​ຕິນ ກົດ​ໂຟ​ລິກ ກົດ​ແພນ​ໂທ​ເທີ​ນິກ ເກືອ​ແຮ່ ແລະ ອື່ນໆ​ອີກ​ຫຼາຍ​ຢ່າງ ຍັງ​ມີ​ກົດ​ອິນ​ຊີ​ອີກ 2 ຊະ­ນິດ ຄື ກົດ​ມາ​ລິກ ແລະ ກົດ​ທາ​ທາ​ຣິກ ທີ່​ຊ່ວຍ​ໃນ​ການ​ຍ່ອຍ​ອາ­ຫານ​ຈຳ­ພວກ​ໂປຣ​ຕີນ ແລະ ໄຂ­ມັນ.

ວ.ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!