ນ້ຳເຕົ້າຫູ້ປະສົມໝາກນາວ ສູດເດັດຄູນສອງທີ່ວ່າເປັນຢາອາຍຸຍືນ

1. ຊ່ວຍ​ໃຫ້​ເສັ້ນ­ເລືອດ​ຝອຍ​ທົ່ວ​ຮ່າງ­ກາຍ​ມີ​ຄວາມ​ຫົດ​ຢືດ​ດີ ບໍ່​ແຕກ​ງ່າຍ ເພາະ​ວິ­ຕາ­ມິນ C ໃນ​ໝາກ​ນາວ ຊ່ວຍ​ໃນ​ການ​ຢືດ​ຂອງ​ເສັ້ນ­ເລືອດ​ໄດ້​ດີ ດັ່ງ­ນັ້ນ ຄົນ​ທີ່​ເກີດ​ມີ​ປັນ­ຫາ​ຮອຍ​ຊ້ຳ​ຂຽວ​ງ່າຍ ເວ­ລາ​ຖືກ​ກະ­ທົບ​ກັບ​ວັດ­ຖຸ​ອື່ນໆ ຫາກ​ດື່ມ​ນ້ຳ­ເຕົ້າ​ຫູ້​ປະ­ສົມ​ໝາກ​ນາວ ຈະ​ຊ່ວຍ​ໃຫ້​ດີ​ໄວ ລວມ​ທັງ​ຜູ້​ສູງ​ອາ­ຍຸ​ທີ່​ມັກ​ຈະ​ມີ​ເລືອດ​ອອກ​ໃຕ້​ຜິວ­ໜັງ ນອກ­ຈາກ​ນີ້ ຍັງ​ເຊື່ອ​ວ່າ​ສາ­ມາດ​ປ້ອງ​ກັນ​ພະ­ຍາດ​ເສັ້ນ­ເລືອດ​ໃນ​ສະ­ໝອງ​ຕີບ​ຕັ້ນ ຫຼື ແຕກ​ໄດ້.

2. ເພີ່ມ​ພູມ​ຕ້ານ­ທານ​ໃຫ້​ຮ່າງ­ກາຍ ເຮັດ​ໃຫ້​ສຸ­ຂະ­ພາບ​ແຂງ­ແຮງ ຕ້ານ­ທານ​ພະ­ຍາດ​ຕິດ­ຕໍ່​ໄດ້​ດີ ປ້ອງ​ກັນ​ເຊື້ອ​ໄວ​ຣັສ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ເປັນ­ຫວັດ ໄອ ແລະ ເຈັບ­ຄໍ ຊຶ່ງ​ມັກ​ເກີດ​ກັບ​ຄົນ​ທີ່​ມີ​ພູມ​ຕ້ານ­ທານ​ຕ່ຳ.

3. ເຮັດ​ໃຫ້​ເລືອດ​ໄຫຼ​ວຽນ​ໄດ້​ດີ​ຂຶ້ນ ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຕ່າງໆ​ທຳ​ງານ​ໄດ້​ເຕັມ­ທີ່ ສະ­ໝອງ​ແຈ່ມ​ໃສ ຮ່າງ­ກາຍ​ສົດ­ຊື່ນ ເຫັນ​ຜົນ​ໄດ້​ຊັດ​ເຈນ ຜູ້​ສູງ​ອາ­ຍຸ ຮວມ​ທັງ​ນັກ­ຮຽນ ແລະ ນັກ​ສຶກ​ສາ.

4. ຊ່ວຍ​ຊ້ອມ​ແຊມ​ຮ່າງ­ກາຍ ເພາະ​ໃນ​ຖົ່ວ­ເຫຼືອງ​ມີ​ໂປຣ​ຕີນ ເມື່ອ​ມາ​ລວມ​ກັບ​ໝາກ​ນາວ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ຂອງ​ກົດ​ຮ່າງ­ກາຍ​ຈະ​ຍ່ອຍ ແລະ ດູດ​ຊຶມ​ໄດ້​ງ່າຍ​ຂຶ້ນ ຊ່ວຍ​ໃຫ້​ບາດ​ເຊົາ​ໄວ ເຮັດ​ໃຫ້​ຮາກ​ຜົມ​ແຂງ­ແຮງ ແລະ ຫຼຸດ​ປັນ­ຫາ​ຜົມ​ຫຼົ່ນ​ໄດ້.

5. ເມື່ອ​ສຸ­ຂະ­ພາບ​ໂດຍ​ລວມ​ດີ​ຂຶ້ນ ກໍ​ຈະ​ເຮັດ​ໃຫ້​ສະ­ມັດ​ຕະ​ພາບ​ທາງ​ເພດ​ດີ.

6. ວິ­ຕາ­ມິນ C ໃນ​ໝາກ​ນາວ​ມີ​ຄຸນ­ສົມ­ບັດ​ຕໍ່­ຕ້ານ​ສານ​ອະ­ນຸ​ມຸນ​ອິດ­ສະ­ຫຼະ ນ້ຳ​ນົມ​ຖົ່່ວ​ເຫຼືອງ​ທີ່​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ໄດ້ ກໍ​ຈະ​ເຮັດ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ.

ສ່ວນ​ປະ­ກອບ​ມີ:

1. ນ້ຳ​ຖົ່ວ­ເຫຼືອງ (ນ້ຳ­ເຕົ້າ​ຫູ້) 150-200 cc ບໍ່​ໃສ່​ນ້ຳ­ຕານ.

2. ນ້ຳ­ໝາກ​ນາວ 1 ລິດ.

ວິ­ທີ​ເຮັດ:

1. ເອົາ​ນ້ຳ­ໝາກ​ນາວ 1 ລິດ​ແຊ່​ເຢັນ.

2. ປະ­ສົມ​ນ້ຳ­ໝາກ​ນາວ​ລົງ​ໄປ​ໃນ​ນ້ຳ​ຖົ່ວ­ເຫຼືອງ ຄົນ​ໃຫ້​ເຂົ້າ­ກັນ ແລະ ຈະ​ມີ​ລັກ­ສະ­ນະ​ຂຸ້ນ ຄ້າຍ­ຄື​ກັບ​ນົມ​ສົ້ມ ມີ​ຣົດ​ຊາດ​ສົ້ມໆ ຫວານໆ.

3. ດື່ມ​ເປັນ​ປະ­ຈຳ​ທຸກ​ມື້​ຕອນ​ເຊົ້າ​ກ່ອນ​ອາ­ຫານ ມື້​ລະ​ຈອກ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!