ທ່າມກາງຖະໜົນປູດ້ວຍຫີນ, ເຮືອນຮູບແບບສະຖາປັດຕະຍະກຳທິເບດ ແລະ ບັນຍາກາດອັນເປັນເອກະລັກຂອງເມືອງເກົ່າ Dukezong ໃນເມືອງ Shangri-La, ແຂວງ Yunnan, ສປ ຈີນ, ມີສະຖານທີ່ໜຶ່ງທີ່ເປີດໂອກາດໃຫ້ນັກທ່ອງທ່ຽວບໍ່ພຽງແຕ່ຊົມຄວາມງາມຂອງວັດທະນະທຳທິເບດ, ແຕ່ຍັງສາມາດຮຽນຮູ້ ແລະ ລົງມືສຳຜັດກັບຫັດຖະ ກຳພື້ນເມືອງທີ່ສືບທອດມາຈາກຫຼາຍຮຸ່ນຄົນ.

ສູນປະສົບການມໍລະດົກວັດທະນະທຳ ຕັ້ງຢູ່ໃນຊຸມຊົນ Jinlong, ເຂດເມືອງເກົ່າ Dukezong, ເມືອງ Shangri-La. ສູນແຫ່ງນີ້ເປັນສະຖານທີ່ຈັດສະແດງ ແລະ ເປີດປະສົບການກ່ຽວກັບມໍລະດົກວັດທະນະທຳ, ໂດຍມີຈຸດປະສົງໃຫ້ຜູ້ຄົນໄດ້ຮຽນຮູ້ວັດທະນະທຳຜ່ານການມີສ່ວນຮ່ວມ ແລະ ປະສົບການຈິງ. ສູນແຫ່ງນີ້ກໍ່ຕັ້ງຂຶ້ນໃນເດືອນພຶດສະພາ 2023 ໂດຍຜູ້ສືບທອດຫັດຖະກຳວັດທະນະທຳຮຸ່ນໜຸ່ມ Bao Guoshun, ສູນແຫ່ງນີ້ເນັ້ນການເປີດປະສົບການແບບສາທາລະນະ ໂດຍມີກິດຈະກຳບາງສ່ວນໃຫ້ຮຽນຮູ້ໂດຍບໍ່ເສຍຄ່າ ຫຼື ມີຄ່າບໍລິການຕ່ຳ.

ພາຍໃນສູນ, ການເຮັດທູບຫອມທິເບດ ເປັນໜຶ່ງໃນກິດຈະກຳທີ່ດຶງດູດຜູ້ເຂົ້າຊົມໃຫ້ມາຮຽນຮູ້. ການຜະລິດທູບຫອມທິເບດມີຄວາມເຊື່ອມໂຍງກັບອົງຄວາມຮູ້ດ້ານການແພດທິເບດ ແລະ ປະເພນີການໃຊ້ທູບຫອມໃນວິຖີຊີວິດຂອງຊາວທິເບດ, ໂດຍມີການນຳໃຊ້ວັດຖຸດິບຈາກພືດສະໝຸນໄພຫຼາຍຊະນິດເພື່ອປຸງປະສົມໃຫ້ໄດ້ກິ່ນຫອມທີ່ເປັນເອກະ ລັກ.

ຕາມຂໍ້ມູນຈາກສື່ຂ່າວຂອງທິເບດ Diqing, ການເຮັດທູບຫອມທິເບດມີການໃຊ້ຕົ້ນໄມ້ສະໝຸນໄພ ແລະ ວັດຖຸດິບຈາກທຳມະຊາດຫຼາຍກວ່າ 30 ຊະນິດ, ເຊັ່ນ: ໄມ້ສົນຫອມ, ດອກຫຍ້າຝອຍຄຳ ແລະ ວັດຖຸດິບອື່ນໆ. ວັດຖຸດິບເຫຼົ່ານີ້ຖືກນຳມາບົດ, ປຸງປະສົມ ແລະ ຂຶ້ນຮູບເປັນທູບຫອມ, ເຊິ່ງຜູ້ເຂົ້າຊົມສາມາດຮຽນຮູ້ຂັ້ນຕອນການເຮັດຜ່ານການສາທິດ ແລະ ລົງມືປະຕິບັດດ້ວຍຕົນເອງ.

ອີກໜຶ່ງກິດຈະກຳທີ່ມີຄວາມສຳຄັນພາຍໃນສູນແຫ່ງນີ້ ແມ່ນການຮຽນຮູ້ສິລະປະການແຕ້ມພາບ Thangka, ເຊິ່ງເປັນສິລະປະການແຕ້ມພາບທາງສາສະໜາ ແລະ ວັດ ທະນະທຳທິເບດທີ່ມີຮູບແບບ, ລາຍລະອຽດ ແລະ ການໃຊ້ສີສັນທີ່ປະນີດ.

ພາຍໃນບໍລິເວນປະສົບການແຕ້ມ Thangka, ນັກທ່ອງທ່ຽວຈະໄດ້ຮຽນຮູ້ການໃຊ້ພູ່ກັນ, ການຂີດເສັ້ນ, ການເລືອກສີ ແລະ ການແຕ້ມລວດລາຍຕາມຄຳແນະນຳຂອງຜູ້ສອນ ໂດຍພາຍໃນສູນໄດ້ມີການປະກຽມບໍລິເວນສຳລັບການຮຽນຮູ້ການແຕ້ມ Thangka ໄວ້ໃຫ້ນັກທ່ອງທ່ຽວສາມາດປະຕິບັດຕົວຈິງ, ເຊິ່ງການຮຽນຮູ້ແບບນີ້ຊ່ວຍໃຫ້ຜູ້ເຂົ້າຊົມສາມາດເຂົ້າໃຈຄວາມປະນີດ, ຄວາມອົດທົນ ແລະ ຄວາມສຳຄັນຂອງສິລະປະທິເບດໄດ້ດີກວ່າການຊົມພາບຢູ່ໃນຫ້ອງວາງສະແດງພຽງຢ່າງດຽວ.

ການຈັດຕັ້ງສູນປະສົບການມໍລະດົກວັດທະນະທຳໃນເຂດເມືອງເກົ່າ Dukezong ເປັນອີກໜຶ່ງຮູບແບບຂອງການນຳວັດທະນະທຳມາປະສົມປະສານກັບການທ່ອງທ່ຽວ, ໂດຍບໍ່ຈຳກັດພຽງແຕ່ການຈັດສະແດງວັດຖຸບູຮານ ຫຼື ສິ່ງຂອງທີ່ມີຄຸນຄ່າທາງປະຫວັດສາດ, ແຕ່ຍັງເປີດໂອກາດໃຫ້ຜູ້ຄົນໄດ້ຮຽນຮູ້ຜ່ານການລົງມືປະຕິບັດ.

ການນຳຫັດຖະກຳພື້ນເມືອງ, ສິລະປະ ແລະ ອົງຄວາມຮູ້ທີ່ສືບທອດມາຈາກບັນພະບຸລຸດມາສ້າງເປັນປະສົບການທາງວັດທະນະທຳ ສາມາດຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບການທ່ອງທ່ຽວ, ພ້ອມທັງສ້າງພື້ນທີ່ໃຫ້ມໍລະດົກວັດທະ ນະທຳສາມາດດຳລົງຢູ່ໃນຊີວິດສະໄໝໃໝ່ ແລະ ຖືກສົ່ງຕໍ່ໃຫ້ຄົນລຸ້ນຕໍ່ໄປ.