ຄຳແນະນຳ ແລະ ຂໍ້ຫ້າມ ການໃຊ້ຢາແກ້ແພ້

ຍາມ​ທີ່​ມີ​ອາ­ການ​ຮູ້­ສຶກ​ຕັນ​ດັງ ນ້ຳ​ມູກ​ໄຫຼ​ຍາມ​ໃດ ຫຼາຍ​ຄົນ​ຄົງ​ຈະ​ນຶກ​ເຖິງ “ຢາ​ແກ້​ແພ້” ກ່ອນ​ເປັນ​ລຳ­ດັບ​ທຳ​ອິດ ເພາະ​ເຊື່ອ​ວ່າ​ຈະ​ຜ່ອນ­ຄາຍ​ອາ­ການ​ດັ່ງ­ກ່າວ​ໄດ້ ແຕ່​ຫຼາຍ​ຄົນ​ກໍ​ຍັງ​ບໍ່​ຮູ້​ເຖິງ​ຜົນ​ເສຍ ແລະ ອັນ­ຕະ­ລາຍ​ຈາກ​ຢາ​ແກ້​ແພ້​ນີ້ ຖ້າ​ໃຊ້​ຢ່າງ​ບໍ່​ຖືກ​ວິ­ທີ ສະ­ນັ້ນ ມາ​ຮູ້­ຈັກ​ກັບ “ຢາ​ແກ້​ແພ້” ກັນ​ກ່ອນ.

ອັນ​ໃດ​ຄື “ຢາ​ແກ້​ແພ້” ຢາ​ແກ້​ແພ້ ຄື: ຢາ​ທີ່​ຊ່ວຍ​ປິ່ນ­ປົວ​ການ​ແພ້​ຫຼາຍ​ປະ­ເພດ​ຕັ້ງ­ແຕ່​ອາ­ການ​ແພ້​ອາ­ກາດ​ເລັກໆ​ນ້ອຍໆ ເຊັ່ນ: ຕັນ​ດັງ​ນ້ຳ​ມູກ​ໄຫຼ ໄປ​ຈົນ​ເຖິງ​ປິ່ນ­ປົວ​ເຍື່ອ​ດັງ​ອັກ­ເສບ​ຈາກ​ອາ­ການ​ພູມ​ແພ້ ລວມ​ໄປ​ເຖິງ​ແກ້​ອາ­ການ​ແພ້​ຕ່າງໆ ເຊັ່ນ: ອາ­ການ​ແພ້​ຈາກ​ອາ­ຫານ ແລະ ສິ່ງ­ແວ­ດລ້ອມ​ຕ່າງໆ ເຊັ່ນ: ອາ­ການ​ເມົາ​ລົດ ເມົາ​ເຮືອ ແລະ ອື່ນໆ.

ຢາ​ແກ້​ແພ້ ມີ​ຈັກ​ປະ­ເພດ:

1. ຢາ​ແກ້​ແພ້​ທີ່​ເຮັດ​ໃຫ້​ງ່ວງ (ແບບ​ເກົ່າ):

ຢາ​ຮຸ່ນ​ນີ້​ໃຊ້​ຮັກ­ສາ​ອາ­ການ​ເຍື່ອ​ດັງ​ອັກ­ເສບ​ເນື່ອງ​ຈາກ​ພູມ​ແພ້​ທີ່​ມີ​ອາ­ການ​ຄັນ ຈາມ ນ້ຳ​ມູກ​ໄຫຼ ຜື່ນ​ລົມ​ພິດ ຜື່ນ​ພູມ​ແພ້ ຜິວ­ໜັງ ອາ­ການ​ຄັນ​ຜື່ນ​ຂຶ້ນ​ເນື່ອງ​ຈາກ​ແມງ­ໄມ້​ກັດ ສຳ­ຜັດ​ພືດ​ພິດ ຫຼື ສຳ­ຜັດ​ສານ​ເຄ​ມີ​ບາງ​ຊະ­ນິດ ແລະ ຍັງ​ບັນ­ເທົາ​ອາ­ການ​ເມົາ​ລົດ ແລະ ເມົາ​ເຮືອ ໄດ້​ດ້ວຍ.

ເຖິງ​ແມ່ນ​ວ່າ​ຢາ​ຮຸ່ນ​ນີ້​ຈະ​ກິນ​ແລ້ວ​ງ່ວງ ແຕ່​ກໍ​ສາ­ມາດ​ປິ່ນ­ປົວ​ອາ­ການ​ເມົາ​ລົດ ເມົາ​ເຮືອ ໄດ້​ດີ​ກວ່າ ອອກ​ລິດ​ໄດ້​ໄວ​ກວ່າ​ແບບ​ທີ່​ກິນ​ແລ້ວ​ບໍ່​ງ່ວງ ແຕ່​ກໍ​ໝົດ​ລິດ​ໄດ້​ໄວ​ກວ່າ​ເຊັ່ນ​ກັນ ເນື່ອງ​ຈາກ​ຢາ​ແກ້​ແພ້​ຊະ­ນິດ​ນີ້ ສາ­ມາດ​ດູດ​ຊຶມ​ຜ່ານ​ສະ­ໝອງ​ໄດ້​ຫຼາຍ​ກວ່າ​ນັ້ນ​ເອງ.

ແຕ່​ຢ່າງ­ໃດ​ກໍ​ຕາມ ການ​ກິນ​ຢາ​ແກ້​ແພ້​ຊະ­ນິດ​ນີ້​ກໍ​ມີ​ຂໍ້​ຈຳ­ກັດ​ດັ່ງ­ນີ້:

– ບໍ່​ຄວນ​ໃຊ້​ຢາ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ​ດົນ​ນານ.

– ບໍ່​ຄວນ​ໃຊ້​ໃນ​ຜູ້​ທີ່​ເຮັດ​ວຽກ​ທີ່​ກ່ຽວ​ກັບ​ການ​ຄວບ​ຄຸມ​ເຄື່ອງ​ຈັກ ຫຼື​ຂັບ​ລົດ.

– ຫ້າມ​ໃຊ້​ຮ່ວມ​ກັບ​ຢາ​ກ່ອມ​ປະ­ສາດ ຢາ­ນອນ­ຫຼັບ ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ.

– ເພດ​ຍິງ​ຖື­ພາ​ຄວນ​ປຶກ­ສາ​ແພດ​ກ່ອນ​ໃຊ້​ທຸກ​ຄັ້ງ.

– ລະ­ວັງ​ການ​ໃຊ້​ໃນ​ເດັກ­ນ້ອຍ ໂດຍ​ສະ­ເພາະ ອາ­ຍຸ​ຕ່ຳ​ກວ່າ 6 ປີ ເພາະ​ອາດ​ເຮັດ​ໃຫ້​ຢຸດ​ຫາຍ­ໃຈ​ຂະ­ນະ​ຫຼັບ​ໄດ້.

– ຄວນ​ປຶກ­ສາ​ແພດ​ກ່ອນ​ໃຊ້​ງານ​ທຸກ​ຄັ້ງ.

2. ຢາ​ແກ້​ແພ້​ທີ່​ບໍ່​ເຮັດ​ໃຫ້​ງ່ວງ (ແບບ​ໃໝ່):

ຢາ​ປະ­ເພດ​ນີ້​ສາ­ມາດ​ໃຊ້​ປິ່ນ­ປົວ​ອາ­ການ​ຕ່າງໆ ໄດ້​ຄ້າຍ­ຄື​ຢາ​ກຸ່ມ​ດັ້ງ­ເດີມ​ໃຫ້​ຜົນ​ດີ​ກວ່າ ໃນ​ການ​ຫຼຸດ​ຜື່ນ​ລົມ​ພິດ​ແບບ​ທັນ­ທີ ແລະ ຫຼຸດ​ອາ­ການ​ຄັນ ໄດ້​ໄວ​ກວ່າ​ຢາ​ອື່ນ​ໃນ​ກຸ່ມ​ດຽວ​ກັນ ແຕ່​ອາດ​ຈະ​ບັນ­ເທົາ​ອາ­ການ​ນ້ຳ​ມູກ​ໄຫຼ ອາ­ການ​ເມົາ​ລົດ ເມົາ​ເຮືອ​ໄດ້​ບໍ່​ເທົ່າ​ກຸ່ມ​ດັ້ງ­ເດີມ.

ເຖິງ​ແມ່ນ​ວ່າ​ປະ­ສິດ­ທິ­ພາບ​ໃນ​ການ​ແກ້​ອາ­ການ​ເມົາ​ລົດ ເມົາ​ເຮືອ ອາດ​ຈະ​ບໍ່​ເທົ່າ​ແບບ​ເກົ່າ​ແຕ່​ຢາ​ແບບ​ໃໝ່​ນີ້ ກໍ​ສາ­ມາດ​ປິ່ນ­ປົວ​ຜື່ນ​ແດງ​ຜື່ນ​ລົມ​ພິດ​ບາງ​ຊະ­ນິດ ແລະ ແກ້​ອາ­ການ​ຄັນ​ຜິວ­ໜັງ​ໄດ້​ດີ​ກວ່າ ແລະ ເຖິງ​ແມ່ນ​ວ່າ​ຈະ​ອອກ​ລິດ​ຊ້າ​ກວ່າ​ແບບ​ທຳ​ອິດ ແຕ່​ກໍ​ອອກ​ລິດ​ໄດ້​ຍາວ​ນານ​ກວ່າ.

ຢ່າງ­ໃດ​ກໍ​ຕາມ ເມື່ອ​ເກີດ​ອາ­ການ​ແພ້ ສິ່ງ​ທີ່​ຕ້ອງ​ເຮັດ​ເປັນ​ອັນ​ດັບ​ຕົ້ນ ຄື ສິ່ງ​ໃດ​ທີ່​ເຮັດ​ໃຫ້​ແພ້ ແລະ ຕ້ອງ​ຫຼີກ​ລ່ຽງ​ເມື່ອ​ຕ້ອງ​ພົບ​ຕົວ​ການ​ທີ່​ເຮັດ​ໃຫ້​ແພ້ ເລືອກ​ໃຊ້​ຢາ​ແກ້​ແພ້​ໃຫ້​ຖືກ­ຕ້ອງ ໝັ່ນ​ອອກ­ກຳ­ລັງ​ກາຍ ກິນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ ພັກ­ຜ່ອນ​ໃຫ້​ພຽງ­ພໍ ແລະ ປຶກ­ສາ​ແພດ ເມື່ອ​ຕ້ອງ­ການ​ທີ່​ຈະ​ໃຊ້​ຢາ ຈະ​ເປັນ​ການ​ດີ​ທີ່​ສຸດ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!