ປະໂຫຍດ 13 ຂໍ້ ຂອງນ້ຳໝາກພ້າວ

ປະ­ໂຫຍດ 13 ຂໍ້​ຂອງ​ນ້ຳ​ໝາກ­ພ້າວ ກິນ​ມື້​ລະ​ໜ່ວຍ​ດີ​ຕໍ່​ຜູ້​ປ່ວຍ​ເປັນ​ພະ­ຍາດ​ໝາກ​ໄຂ່­ຫຼັງ ເນື່ອງ​ຈາກ​ມັນ​ມີ​ລິດ​ໃນ​ການ​ຂັບ​ປັດ​ສະ​ວະ​ໂດຍ​ທຳ​ມະ​ຊາດ.

1. ຊ່ວຍ​ເສີມ​ສ້າງ​ລະ­ບົບ​ພູມ​ຕ້ານ­ທານ​ໃຫ້​ແຂງ­ແຮງ​ຂຶ້ນ.

2. ຊ່ວຍ​ກຳ­ຈັດ​ແບກ​ທີ​ເຣຍ​ທີ່​ເກີດ​ພະ­ຍາດ​ທາງ​ເດີນ​ປັດ​ສະ​ວະ​ອັກ­ເສບ ພະ­ຍາດ​ໜອງ​ໃນ ພະ­ຍາດ​ເຫືອກ ແລະ ໄວ​ຣັສ​ທີ່​ເຮັດ​ໃຫ້​ເກີດ​ພະ­ຍາດ​ຫວັດ ພະ­ຍາດ​ຕິດ­ເຊື້ອ​ຕ່າງໆ.

3. ຊ່ວຍ​ເສີມ​ສ້າງ​ພະ­ລັງ­ງານ ແລະ ຍັງ​ຊ່ວຍ ເພີ່ມ​ການ​ຜະ­ລິດ​ຮໍ​ໂມນ​ຈາກ​ຕ່ອມ​ໄທ​ລອຍ ແຖມ​ຍັງ​ດີ​ຕໍ່​ຜູ້​ທີ່​ເປັນ​ພະ­ຍາດ​ໝາກ​ໄຂ່­ຫຼັງ ເນື່ອງ​ຈາກ​ມັນ​ມີ​ກົດ​ໃນ​ການ​ຂັບ​ປັດ​ສະ​ວະ​ໂດຍ​ທຳ​ມະ​ຊາດ​ທັງ​ທາງ​ເດີນ​ປັດ​ສະ​ວະ ແລະ ພົກ­ຍ່ຽວ ຈະ​ໄດ້​ຮັບ​ການ​ຊຳ­ລະ​ລ້າງ ຈາກ​ນັ້ນ​ຮ່າງ­ກາຍ​ຈະ​ຂັບ​ສານ­ພິດ​ອອກ​ມາ.

4. ສາ­ມາດ​ສະ­ຫຼາຍ​ກ້ອນ​ນິ້ວ​ໄດ້ ແລະ ເນື່ອງ​ດ້ວຍ​ມີ​ປະ­ລິ­ມານ​ເສັ້ນ​ໄຍ​ອາ­ຫານ​ສູງ ຈຶ່ງ​ຕິດ­ຕໍ່​ລະ­ບົບ​ຍ່ອຍ​ອາ­ຫານ.

5. ຖ້າ​ດື່ມ­ນ້ຳ​ໝາກ­ພ້າວ​ເປັນ​ປະ­ຈຳ ມັນ​ຈະ​ໄປ​ກຳ­ຈັດ​ກົດ​ໃນ​ກະ­ເພາະ​ອາ­ຫານ.

6. ນ້ຳ​ໝາກ­ພ້າວ​ມີ​ລະ­ດັບ​ໄຂ­ມັນ​ທີ່​ຕ່ຳ ແລະ ຊ່ວຍ​ຫຼຸດ​ຢາກ​ອາ­ຫານ.

7. ຖ້າ​ຫາກ​ມີ​ສິວ ແລະ ຜິວ​ແຫ້ງ ຫຼື ຜິວ​ມັນ ພຽງ​ໃຊ້​ຜ້າ​ຊຸບ​ນ້ຳ​ໝາກ­ພ້າວ ແລະ ທາ​ລົງ​ໄປ​ເທິງ​ຜິວ­ໜັງ ນ້ຳ​ໝາກ­ພ້າວ​ຈະ​ຊຳ­ລະ​ລ້າງ​ສິ່ງ​ເປິ­ເປື້ອນ ແລະ ເຮັດ​ໃຫ້​ຜິວ­ໜັງ​ສົດ­ຊື່ນ ແລະ ຍັງ​ຊ່ວຍ​ເປີດ​ຮູ​ຂຸມ​ຂົນ.

8. ຖ້າ​ດື່ມ­ນ້ຳ​ໝາກ­ພ້າວ​ປະ­ສົມ​ກັບ​ນ້ຳ­ມັນ​ໝາກ­ກອກ ກໍ​ສາ­ມາດ​ຂ້າ​ເຊື້ອ​ພະ­ຍາດ ແລະ ກຳ­ຈັດ​ປະ­ສິດ​ໃນ​ລຳ​ໄສ້​ໄດ້.

9. ຜູ້​ຊ່ຽວ­ຊານ​ກ່າວ​ວ່າ ການ​ທີ່​ດື່ມ­ນ້ຳ​ໝາກ­ພ້າວ​ຂະ­ນະ​ຖື­ພາ ຈະ​ຊ່ວຍ​ປ້ອງ​ກັນ​ບັນ­ຫາ​ສຸ­ຂະ­ພາບ​ໄດ້​ຫຼາຍ​ຢ່າງ.

10. ຖ້າ​ດື່ມ​ມື້​ລະ 1 ຈອກ​ທຸກ​ເຊົ້າ ຈະ​ຊ່ວຍ​ຮັກ­ສາ​ລະ­ດັບ​ຄວາມ​ສົມ​ດຸນ​ຂອງ​ອິ​ເລັກ​ໂທຣ​ໄລ ແລະ ບໍ່​ເຮັດ​ໃຫ້​ເປັນ​ພະ­ຍາດ​ຄວາມ­ດັນ­ເລືອດ.

11. ຖ້າ​ຕ້ອງ­ການ​ຊົດ​ເຊີຍ​ຂອງ​ແຫຼວ​ທີ່​ສູນ​ເສຍ​ໄປ​ຈາກ​ການ​ດື່ມ​ແອວ​ກໍ​ຮໍ ດື່ມ­ນ້ຳ​ໝາກ­ພ້າວ​ສາ­ມາດ​ຊົດ​ເຊີຍ​ໄດ້.

12. ການ​ທີ່​ດື່ມ­ນ້ຳ​ໝາກ­ພ້າວ​ມື້​ລະ​ຈອກ ເຮັດ​ໃຫ້​ຜິວ​ສົດ­ໃສ ແລະ ເປັ່ງ​ປັ່ງ​ໄດ້​ຕະ­ຫຼອດ​ທັງ​ວັນ.

13. ຫຼັງ​ຈາກ​ອອກ­ກຳ­ລັງ​ກາຍ​ມາ​ຢ່າງ​ອິດ­ເມື່ອຍ ສາ­ມາດ​ດື່ມ­ນ້ຳ​ໝາກ­ພ້າວ ເພື່ອ​ໃຫ້​ຮ່າງ­ກາຍ​ກັບ​ມາ​ມີ​ພະ­ລັງ​ອີກ​ຄັ້ງ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!