ຖ້າຢາກໃຫ້ຮ່າງກາຍແຂງແຮງ ຄວນກິນ ແລະ ບໍ່ຄວນກິນສິ່ງນີ້

ອາ­ຫານ​ທຸກ​ຊະ­ນິດ​ມີ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ ແຕ່​ຖ້າ​ຫາກ​ເຮົາ​ກິນ​ບໍ່​ຖືກ​ເວ­ລາ ກໍ​ເປັນ​ສາ­ເຫດ​ເຮັດ​ໃຫ້​ອາ­ຫານ​ນັ້ນ​ບໍ່​ມີ​ປະ­ໂຫຍດ​ຫຼາຍ ຫຼື ອາດ​ບໍ່​ມີ​ປະ­ໂຫຍດ​ເລີຍ ມື້­ນີ້​ເຮົາ​ຈະ​ມາ​ຮູ້­ຈັກ​ອາ­ຫານ​ທີ່​ຄວນ​ກິນ​ເພື່ອ​ຮ່າງ­ກາຍ​ແຂງ­ແຮງ ແລະ ບໍ່​ຄວນ​ກິນ ເພາະ​ອາດ​ເຮັດ​ໃຫ້​ຮ່າງ­ກາຍ​ອ່ອນ­ເພຍ ເປັນ​ພະ­ຍາດ​ຫຼາຍ​ຊະ­ນິດ​ໄດ້.

1. ກິນ​ນ້ຳ­ໝາກ​ນາວ​ໃສ່​ນ້ຳ​ອຸ່ນ ໂດຍ​ການ​ປາດ​ເປັນ​ປ່ຽງ​ສອງ​ສາມ​ປ່ຽງ​ລົງ​ໃສ່​ນ້ຳ​ອຸ່ນ​ກິນ​ທຸກ​ມື້ ຈະ​ເຮັດ​ໃຫ້​ສຸ­ຂະ­ພາບ​ດີ ແລະ ຢຸດ​ການ​ເຕີບ​ໂຕ​ຂອງ​ກ້ອນ​ເນື້ອ​ງອກ.

2. ບໍ່​ຄວນ​ກິນ​ອາ­ຫານ​ຕອນ​ເດິກ ເພາະ​ຈະ​ເຮັດ​ໃຫ້​ເປັນ​ມະ​ເຮັງ​ກະ­ເພາະ​ອາ­ຫານ.

3. ອາ­ທິດ​ໜຶ່ງ​ບໍ່​ຄວນ​ກິນ​ໄຂ່​ຫຼາຍ​ກວ່າ 4 ໜ່ວຍ.

4. ຂາ​ໄກ່ ກິນ​ຫຼາຍ​ເປັນ​ສາ­ເຫດ​ເຮັດ​ໃຫ້​ເປັນ​ພະ­ຍາດ​ມະ​ເຮັງ​ໄດ້.

5. ກິນ​ເຂົ້າ​ອິ່ມ​ບໍ່​ຄວນ​ກິນ​ໝາກ​ໄມ້ ແຕ່​ຄວນ​ກິນ​ໝາກ​ໄມ້​ກ່ອນ​ກິນ​ອາ­ຫານ.

6. ຊ່ວງ​ເປັນ​ປະ­ຈຳ​ເດືອນ ບໍ່​ຄວນ​ກິນ​ຊາ ແຕ່​ຄວນ​ກິນ​ອາ­ຫານ​ບຳ­ລຸງ​ເລືອດ​ແທນ.

7. ນ້ຳ​ເຕົາ​ຫູ້ ບໍ່​ຄວນ​ໃສ່​ໄຂ່ ແລະ ບໍ່​ຄວນ​ເພີ່ມ​ນ້ຳ­ຕານ​ອີກ.

8. ຕອນ​ທ້ອງ​ວ່າງ ບໍ່​ຄວນ​ກິນ​ໝາກ​ເລັ່ນ ຄວນ​ກິນ​ຫຼັງ​ຈາກ​ອາ­ຫານ.

9. ດື່ມ­ນ້ຳ​ທຳ​ມະ​ດາ​ໃນ​ຕອນ​ເຊົ້າ​ທຸກ​ມື້ ເພື່ອ​ປ້ອງ​ກັນ​ພະ­ຍາດ​ໜິ້ວ​ໃນ​ກະ­ເພາະ​ອາ­ຫານ.

10. ກ່ອນ​ນອນ​ປະ­ມານ 3 ຊົ່ວ­ໂມງ ບໍ່​ຄວນ​ກິນ​ອາ­ຫານ.

11. ບໍ່​ຄວນ​ກິນ​ຊາ​ໃສ່​ນົມ​ຂຸ້ນ​ຫວານ ເພາະ​ໄຂ­ມັນ​ຢູ່​ໃນ​ນົມ​ຂຸ້ນ ແລະ ນ້ຳ­ຕານ ກໍ່​ໃຫ້​ເປັນ​ພະ­ຍາດ​ເບົາ­ຫວານ ແລະ ພະ­ຍາດ​ຄວາມ­ດັນ­ເລືອດ­ສູງ.

12. ຄວນ​ກິນ​ນ້ຳ 10 ຈອກ​ຕໍ່​ມື້ ເພື່ອ​ປ້ອງ​ກັນ​ມະ​ເຮັງ​ກະ­ເພາະ ແລະ ຄວນ​ກິນ​ນ້ຳ​ໃນ​ຕອນ­ສວາຍ​ໃຫ້​ຫຼາຍ ສ່ວນ​ຕອນ​ກາງ­ຄືນ​ໃຫ້​ກິນ​ໜ້ອຍ.

13. ບໍ່​ຄວນ​ກິນ​ກາ­ເຟ​ຫຼາຍ​ກວ່າ 2 ຈອກ​ຕໍ່​ມື້ ເພາະ​ຈະ​ເຮັດ​ໃຫ້​ນອນ​ບໍ່​ຫຼັບ ແລະ ທ້ອງ​ອືດ.

14. ອາ­ຫານ​ມັນ ຫຼື ຈືນ ກິນ​ຫຼາຍ​ເຮັດ​ໃຫ້​ເລືອດ​ຄັ່ງ​ໃນ​ກະ­ເພາະ​ລຳ​ໄສ້ ແລະ ເຮັດ​ໃຫ້​ຢາກ​ນອນ​ຕະ­ຫຼອດ.

15. ຫຼັງ​ຈາກ​ເວ­ລາ 17:00 ໂມງ ຕ້ອງ​ກິນ​ອາ­ຫານ​ໃຫ້​ໜ້ອຍ​ລົງ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!