ຂໍ້ຄວນຮູ້ກ່ອນຈະໄປໃສ່ຄອນແທັກເລນ

ຕ້ອງ​ຕັດ​ເລັບ​ໃຫ້​ສັ້ນ: ເພື່ອ​ບໍ່​ໃຫ້​ເກີດ​ອັນ­ຕະ­ລາຍ​ຕໍ່​ດວງ​ຕາ ແລະ ຮອຍ​ຂູດ​ຂີດ​ກັບ​ຄອນ​ແທັກ​ເລນ ຢ່າ​ລືມ​ຕັດ​ເລັບ​ຂອງ​ທ່ານ​ໃຫ້​ສັ້ນ ລະ­ວັງ​ເລັບ​ອາດ​ຈະ​ໄປ​ຈິກ​ເນື້ອ​ຕາ​ຂອງ​ເຮົາ ເຮັດ​ໃຫ້​ເປັນ​ຮອຍ​ບາດ​ສ່ຽງ​ຕໍ່​ການ​ອັກ­ເສບ​ໄດ້.

– ແຊ່​ຄອນ​ແທັກ​ເລນ​ດ້ວຍ​ນ້ຳ​ຢາ​ແຊ່​ປະ​ໄວ້ 1 ຄືນ​ກ່ອນ​ໃສ່: ຫາກ​ມີ​ນ້ຳ​ຢາ​ລະ­ລາຍ​ຄາບ​ໂປຣ​ຕີນ ກໍ​ສາ­ມາດ​ນຳ​ມາ​ປະ­ສົມ​ກັບ​ນ້ຳ​ຢາ​ແຊ່​ໄດ້ ເພື່ອ​ລ້າງ​ສານ​ກັນ​ບູດ​ອອກ​ໄປ ບໍ່​ດັ່ງ­ນັ້ນ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ດວງ​ຕາ​ຂອງ​ທ່ານ.

– ຄວນ​ປ່ຽນ​ນ້ຳ​ຢາ​ແຊ່​ຄອນ​ແທັກ​ເລນ​ທຸກ​ມື້:

ການ​ໃຊ້​ນ້ຳ​ຢາ​ແຊ່​ຄອນ​ແທັກ​ເລນ​ຊ້ຳໆຈັກ​ສອງ​ສາມ​ວັນ​ຕິດ​ກັນ ອາດ​ຈະ​ເຮັດ​ໃຫ້​ເປັນ​ອັນ­ຕະ­ລາຍ​ຕໍ່​ດວງ​ຕາ​ທ່ານ ເພາະ​ດັ່ງ­ນັ້ນ ຢ່າ​ລືມ​ປ່ຽນ​ນ້ຳ​ຢາ​ແຊ່​ຄອນ​ແທັກ​ເລນ ແລະ ເຮັດ​ຄວາມ​ສະ­ອາດ​ຄອນ​ແທັກ​ເລນ​ທຸກໆ​ມື້​ດ້ວຍ.

– ລ້າງ​ມື​ທຸກໆ​ຄັ້ງ​ກ່ອນ​ໃສ່ ແລະ ຖອດ​ຄອນ​ແທັກ​ເລນ: ຄວນ​ຈະ​ລ້າງ​ມື​ໃຫ້​ສະ­ອາດ​ທຸກ​ຄັ້ງ ບໍ່​ວ່າ​ຈະ​ຖອດ ຫຼື ໃສ່​ຄອນ​ແທັກ​ເລນ ຫຼື ເຮັດ​ຄວາມ​ສະ­ອາດ​ເລນ ເພາະ​ເຮົາ​ຈະ​ຕ້ອງ​ໃຊ້​ມື​ສຳ​ພັດ​ເລນ​ທຸກ​ຄັ້ງ.

– ຫ້າມ​ໃຊ້​ນ້ຳ​ປະ­ປາ​ລ້າງ ຫຼື ແຊ່​ຄອນ​ແທັກ​ເລນ: ອັນ​ນີ້​ສຳ­ຄັນ​ຫຼາຍ ເພາະ​ໃນ​ນ້ຳ​ປະ­ປາ​ອາດ ຈະ​ເຮັດ​ໃຫ້​ເນື້ອ​ຄອນ​ແທັກ​ເລນ​ເສື່ອມ​ສະ­ພາບ​ແລ້ວ​ຈີກ​ຂາດ​ງ່າຍ ສົ່ງ​ຜົນ​ຕໍ່​ແກ້ວ­ຕາ​ຂອງ​ເຮົາ ຢ່າງ​ຮຸນ​ແຮງ ຄວນ​ລ້າງ ແລະ ແຊ່​ຄອນ​ແທັກ ເລນ​ໃນ​ນ້ຳ​ຢາ​ສຳ­ລັບ​ລ້າງ ແລະ ແຊ່​ຄອນ​ແທັກ​ເລນ​ເທົ່າ​ນັ້ນ.

– ຫ້າມ​ນອນ​ຫຼັບ​ພ້ອມ​ຄອນ​ແທັກ​ເລນ​ເດັດ­ຂາດ:

ເພື່ອ​ໃຫ້​ດວງ​ຕາ​ຂອງ​ເຮົາ​ໄດ້​ພັກ­ຜ່ອນ​ຢ່າງ​ເຕັມ­ທີ່ ຢ່າ​ລືມ​ຖອດ​ຄອນ​ແທັກ​ເລນ​ກ່ອນ​ນອນ​ທຸກ​ຄັ້ງ.

– ໃສ່​ຄອນ​ແທັກ​ເລນ​ກ່ອນ​ແຕ່ງ​ໜ້າ: ຄວນ​ໃສ່​ຄອນ​ແທັກ​ເລນ​ໃຫ້​ຮຽບ​ຮ້ອຍ​ກ່ອນ​ແຕ່ງ​ໜ້າ ເພື່ອ​ປ້ອງ​ກັນ​ບັນ­ຫາ​ເຄື່ອງ​ສຳ­ອາງ​ຮອບ​ດວງ​ຕາ​ເປື້ອນ ຫຼື ຫຼຸດ​ເຂົ້າ​ໄປ​ທຳ­ຮ້າຍ​ຮອບ​ດວງ​ຕາ​ຂອງ​ເຮົາ​ໄດ້ ແລະ ເວ­ລາ​ທີ່​ເຮົາ​ຕ້ອງ​ລ້າງ​ເຄື່ອງ​ສຳ­ອາງ​ອອກ ເຮົາ​ກໍ​ຕ້ອງ​ຖອດ​ຄອນ​ແທັກ​ເລນ​ອອກ​ກ່ອນ​ດ້ວຍ.

– ບໍ່​ຄວນ​ໃສ່​ເກີນ​ມື້​ລະ 8 ຊົ່ວ­ໂມງ: ຖ້າ​ໃສ່​ຕິດ­ຕໍ່​ກັນ​ຍາວ​ນານ​ເກີນ 8 ຊົ່ວ­ໂມງ ກໍ​ຈະ​ເຮັດ​ໃຫ້​ດວງ​ຕາ​ຂອງ​ເຮົາ​ຂາດ​ອອກ​ຊີ​ເຈນ ຕ້ອງ​ລະ­ວັງ​ກັນ​ໃຫ້​ດີ ເພາະ​ຖ້າ​ດວງ​ຕາ​ຂາດ​ອອກ​ຊີ​ເຈນ​ຕິດ­ຕໍ່​ກັນ​ດົນໆ ອາດ​ຈະ​ສົ່ງ​ຜົນ​ເສຍ​ຫຼາຍ​ເຖີງ​ຕາ­ບອດ​ໄດ້​ເລີຍ.

– ກັບ​ຄອນ​ແທັກ​ເລນ​ຄວນ​ປ່ຽນ​ທຸກໆ​ເດືອນ: ໝໍ ແລະ ຜູ້​ຊ່ຽວ­ຊານ​ດ້ານ​ດວງ​ຕາ​ຫຼາຍໆ​ຄົນ ແນະ­ນຳ​ໃຫ້​ເຮົາ​ປ່ຽນ​ກັບ​ຄອນ​ແທັກ​ເລນ ທຸກໆ 2-4 ອາ­ທິດ ເພາະ​ກັບ​ໃສ່​ຄອນ​ແທັກ​ເລນ​ນີ້​ແຫຼະ ທີ່​ຈະ​ເປັນ​ແຫຼ່ງ​ສະ​ສົມ​ເຊື້ອ​ພະ­ຍາດ​ຢ່າງ​ດີ ຫາກ​ບໍ່​ປ່ຽນ ຫຼື ບໍ່​ເຮັດ​ຄວາມ​ສະ­ອາດ.

– ເມື່ອ​ມີ​ບັນ­ຫາ​ກັບ​ດວງ​ຕາ ຫ້າມ​ໃສ່​ຄອນ​ແທັກ​ເລນ: ຖ້າ​ກຳ­ລັງ​ຢູ່​ໄລ­ຍະ​ແສບ​ຕາ ຕາ­ແດງ ຕາ​ອັກ­ເສບ ໄລ­ຍະ​ເວ­ລາ​ເຫຼົ່າ​ນີ້​ງົດ​ການ​ໃສ່​ຄອນ​ແທັກ​ເລນ​ເດັດ­ຂາດ ຖ້າ​ໃຫ້​ດວງ​ຕາ​ເຮົາ​ກັບ​ສູ່​ພາ­ວະ​ປົກ­ກະ­ຕິ​ສາ­ກ່ອນ.

ສຳ­ລັບ​ສາ­ລະ​ໜ້າ​ຮູ້​ທີ່​ເຮົາ​ນຳ​ມາ​ຝາກ​ທຸກໆ​ຄົນ​ໃນ​ມື້­ນີ້ ຖ້າ​ໃຜ​ຢາກ​ສວຍ​ງາມ​ກໍ​ຕ້ອງ​ຮູ້​ວິ­ທີ​ໃຊ້​ທີ່​ຖືກ­ຕ້ອງ​ດ້ວຍ ເພື່ອ​ຄວາມ​ປອດ​ໄພ​ຂອງ​ດວງ​ຕາ​ທ່ານ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!