ອາຫານ 4 ຊະນິດ ຊ່ວຍກຳຈັດ “ໄຂມັນຮ້າຍ” ເພີ່ມ “ໄຂມັນດີ” ໃຫ້ຮ່າງກາຍ

ເຖິງ​ວ່າ “ໄຂ­ມັນ” ເປັນ​ໂທດ​ຕໍ່​ຮ່າງ­ກາຍ ແຕ່​ຍັງ​ມີ​ໄຂ­ມັນ​ອີກ​ແບບ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ​ຢູ່ ຄື ຖ້າ​ຈະ​ຈຳ­ແນກ​ຢ່າງ​ງ່າຍໆ ຄື ມີ “ໄຂ­ມັນ​ດີ” ຫຼື ເອ​ຊ​ດີ​ແອ​ລ (HDL: High Density Lipoprotein) ແລະ “ໄຂ­ມັນ​ຮ້າຍ” ຫຼື ແອ​ລ​ດີ​ແອ​ລ (LDL: Low Density Lipoprotein)

ເຫັນ​ແບບ​ນີ້​ກໍ​ຢ່າ​ໄດ້​ງົງ​ເດີ ເພາະ​ຊື່​ເອີ້ນ​ກໍ​ບອກ​ຢູ່​ແລ້ວ​ວ່າ ອັນ​ໃດ​ທີ່​ມີ​ປະ­ໂຫຍດ ຫຼື ອັນ​ໃດ​ທີ່​ມີ​ໂທດ ຊຶ່ງ​ວັນ​ນີ້​ໝໍ​ຈະ​ມາ​ແນະ­ນຳ​ໄຂ­ມັນ​ທີ່​ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ຜ່ານ​ອາ­ຫານ ຫຼື ຂອງ​ຮັບ​ປະ­ທານ 4 ຊະ­ນິດ​ທີ່​ດີ​ຕໍ່​ຊີ­ວິດ ແລະ ສຸ­ຂະ­ພາບ ມາ​ເບິ່ງ​ນຳ​ກັນ​ເລີຍ​ດີ​ກວ່າ​ວ່າ​ອັນ​ໃດ​ທີ່​ຄວນ​ກິນ ແດ່​ເພື່ອ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ໄຂ­ມັນ​ດີ.

ໝາກ­ຖົ່ວ​ເປືອກ​ແຂງ: ໝາກ­ຖົ່ວ​ເປືອກ​ແຂງ​ນັ້ນ ມີ​ຫຼາຍ​ຊະ­ນິດ​ຫຼາຍ​ເທົ່າ​ທີ່​ຫຼາຍ​ຄົນ­ຮູ້​ຈັກ​ກັນ​ດີ​ກໍ​ຢ່າງ​ເຊັ່ນ: ອັລ​ມອນ ວອລ​ນັດ ພິ​ສ​ຕາ​ຊິ​ໂອ ຊຶ່ງ​ຈາກ​ການ​ວິ­ໄຈ​ກໍ​ໃຫ້​ຂໍ້​ມູນ​ວ່າ ຖົ່ວ​ເປືອກ​ແຂງ​ນັ້ນ ມີ​ກົດ​ໄຂ­ມັນ​ບໍ່​ອີ່ມ​ຕົວ ທີ່​ບໍ່​ພຽງ​ແຕ່​ຊ່ວຍ​ຫຼຸດ​ໄຂ­ມັນ​ຊະ­ນິດ​ບໍ່​ດີ (LDL) ຊຶ່ງ​ເປັນ​ສາ­ເຫດ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ພາ­ວະ​ຫຼອດ​ເລືອດ​ແດງ​ແຂງ​ໄດ້ ແຕ່​ຍັງ​ສາ­ມາດ​ເພີ່ມ​ໄຂ­ມັນ​ດີ (HDL) ໃຫ້​ກັບ​ຮ່າງ­ກາຍ​ໄດ້​ດ້ວຍ.

ນອກ­ຈາກ​ປະ­ສິດ­ທິ­ພາບ​ຕາມ​ທີ່​ວ່າ​ມາ​ແລ້ວ ຍັງ​ມີ​ຄຳ​ແນະ­ນຳ​ວ່າ ຖ້າ​ກິນ​ຖົ່ວ​ເປືອກ​ແຂງ​ໄດ້​ວັນ​ລະ 30 ກຣາມ ຄວບ​ຄູ່​ກັບ​ການ​ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ໄຍ​ອາ­ຫານ​ຊະ­ນິດ​ລະ­ລາຍ​ນ້ຳ ກໍ​ຈະ​ສາ­ມາດ​ຊ່ວຍ​ຫຼຸດ​ຄໍ​ເຣ​ສ​ເຕີ​ຣອລ​ໄດ້​ຫຼາຍ​ເຖິງ 30% ລວມ​ທັງ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເປັນ​ໂລກ​ຫົວ­ໃຈ​ໄດ້​ເຊັ່ນ​ກັນ ສັບ­ພະ​ຄຸນ​ຂະ­ໜາດ​ນີ້​ຈະ​ເບິ່ງ​ຂ້າມ​ໄປ​ໄດ້​ຢ່າງ­ໃດ.

ໝາກ­ເດືອຍ: ມີ​ຜົນ​ວິ­ໄຈ​ລະ­ບຸ​ວ່າ ການ​ຮັບ​ປະ­ທານ​ໝາກ­ເດືອຍ​ແທນ​ເຂົ້າ​ຂັດ​ຂາວ​ເປັນ​ເວ­ລາ​ຕິດ­ຕໍ່​ກັນ 4 ອາ­ທິດ​ນັ້ນ ສາ­ມາດ​ຊ່ວຍ​ລະ­ດັບ​ໄຂ­ມັນ LDL ໄດ້ ແຖມ​ໄຍ​ອາ­ຫານ​ທີ່­ຢູ່​ໃນ​ໝາກ­ເດືອຍ​ຍັງ​ມີ​ສັບ­ພະ​ຄຸນ​ຊ່ວຍ​ຫຼຸດ​ການ​ດູດ​ຊຶມ​ໄຂ ມັນ​ບໍ່​ດີ​ເຂົ້າ​ສູ່​ຮ່າງ­ກາຍ​ໄດ້​ອີກ​ດ້ວຍ ຫຼື ສຳ­ລັບ​ຄົນ​ທີ່​ຕ້ອງ­ການ​ຫຼຸດ​ຄໍ​ເລ​ສ​ເຕີ​ຣອລ​ໃນ​ກະ­ແສ​ເລືອດ ໝາກ­ເດືອຍ​ກໍ​ຊ່ວຍ​ໄດ້ ທີ່​ສຳ­ຄັນ​ເໜືອ​ອື່ນ​ໃດ​ຄື ເປັນ​ທັນ​ຍະ​ພືດ​ທີ່​ຫາ​ກິນ​ໄດ້​ງ່າຍ ແລະ ນຳ­ໄປ​ເປັນ​ສ່ວນ​ປະ­ສົມ​ໃນ​ອາ­ຫານ​ໄດ້​ຫຼາກ​ຫຼາຍ​ຢ່າງ ຂຶ້ນ​ຢູ່​ກັບ​ຄວາມ​ມັກ​ຂອງ​ແຕ່­ລະ­ຄົນ.

ມີ​ການ​ສຶກ​ສາ​ໂດຍ​ໃຫ້​ຜູ້​ທີ່​ມີ​ຄໍ​ເລ​ສ​ເຕີ​ຣອລ​ສູງ​ຈຳ­ນວນ 40 ຄົນ ຮັບ​ປະ­ທານ​ໝາຍ​ເດືອຍ​ວັນ​ລະ 60 ກຣາມ ເປັນ​ເວ­ລາ 4 ອາ­ທິດ ພົບ​ວ່າ​ຜູ້​ເຂົ້າ​ຮ່ວມ​ການ​ທົດ​ລອງ​ມີ​ລະ­ດັບ​ຄໍ​ເລ​ສ​ເຕີ​ຣອລ​ລວມ ແລະ ຄໍ​ເລ​ສ​ເຕິ​ຣອລ​ຊະ­ນິດ​ທີ່​ບໍ່​ດີ (LDL) ຫຼຸດ​ຕ່ຳ​ລົງ (pobpad.com).

ຄວິ​ນົວ (Quinoa): ຄຸນ­ສົມ­ບັດ​ຂອງ​ທັນ​ຍະ​ພືດ​ຈາກ​ແຖບ​ຖິ່ນ​ອາ​ເມ​ຣິ​ກາ​ໃຕ້ ແລະ ອາ​ເມ​ຣິ​ກາ​ໃຕ້​ຊະ­ນິດ​ນີ້ ສານ​ອາ­ຫານ​ເຫຼືອ​ລົ້ນ ທັງ​ໂປຣ​ຕີນ ການ​ຊຽມ ຟົສ​ຟໍ​ຣັສ ແມກ​ນີ​ຊຽມ ທາດ​ເຫຼັກ ລວມ​ທັງ​ໄຟ​ເບີ ແລະ ສານ​ຕໍ່­ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ແຕ່​ທີ່​ຈະ​ລືມ​ເວົ້າ​ເຖິງ​ບໍ່​ໄດ້​ເດັດ­ຂາດ​ກໍ​ຄື “ໄຂ­ມັນ​ດີ” ທັງ​ກົດ​ໄຂ­ມັນ​ຈຳ­ເປັນ​ທີ່​ຮ່າງ­ກາຍ​ບໍ່​ສາ­ມາດ​ສັງ​ເຄາະ​ເອງ​ໄດ້ (Essential Fatty Acids) ກົດ​ໄຂ­ມັນ​ໄລ​ໂນ​ເລ​ອິກ (Linoleic Acid) ຫຼື​ກົດ​ໂອ​ເມ​ກາ 6 ທີ່​ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ ບໍ່​ໃຫ້​ຄໍ​ເລ​ສ​ເຕີ​ຣອລ​ໄປ​ເກາະ​ຕົວ​ສະ​ສົມ ຢູ່​ທີ່​ຜະ­ໜັງ​ຫຼອດ​ເລືອດ ຊ່ວຍ​ຕໍ່­ສູ້​ກັບ​ໂລກ​ຫົວ­ໃຈ ນອກ­ຈາກ​ນີ້ ຄວິ​ນົວ​ຍັງ​ມີ​ກົດ​ໄຂ­ມັນ​ໂອ​ເມ​ກາ 3 ຊຶ່ງ​ເປັນ​ໄຂ­ມັນ​ຊະ­ນິດ​ດີ ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ.

ວິ­ທີ​ຮັບ​ປະ­ທານ​ຄວິ​ນົວ ສາ­ມາດ​ເຮັດ​ໄດ້​ຫຼາຍ​ວິ­ທີ ບໍ່​ວ່າ​ຈະ​ເປັນ​ການ​ຫຸງ​ຄື​ກັບ​ຫຸງ​ເຂົ້າ​ແລ້ວ​ກິນ​ແທນ​ເຂົ້າ​ໄດ້​ເລີຍ ຫຼື ຫຸງ​ຮ່ວມ​ກັບ­ເຂົ້າ ແລະ ທັນ​ຍະ​ພືດ​ຊະ­ນິດ​ອື່ນໆ ສ່ວນ​ທີ່​ນິ­ຍົມ​ອີກ​ຢ່າງ ກໍ​ຄື ນຳ​ຄວິ​ນົວ​ໄປ​ເປັນ​ສ່ວນ​ປະ­ສົມ​ໃນ​ອາ­ຫານ​ຊະ­ນິດ​ຕ່າງໆ ທັງ​ຂົ້ວ​ເຂົ້າ ເຂົ້າ​ອົບ ເຂົ້າ­ປຽກ ເຂົ້າ​ຕຸ໋ນ ຫຼື ສຸດ​ແທ້​ແຕ່​ໃຜ​ຈະ​ສ້າງ­ສັນ​ອາ­ຫານ ເພື່ອ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ​ທີ່​ເພີ່ມ​ຂຶ້ນ.

ອະ​ໂວ​ຄາ​ໂດ: ຈາກ​ແຫຼ່ງ​ກຳ­ເນີດ​ໃນ​ປະ­ເທດ​ເມັກ​ຊິກ ດຽວ­ນີ້ “ອະ​ໂວ​ຄາ​ໂດ” ກາຍ­ເປັນ​ໝາກ​ໄມ້​ທີ່​ຄົນ​ລາວ​ເຮົາ​ຫາ​ກິນ​ໄດ້​ງ່າຍ ອີກ​ທັງ​ລາ­ຄາ​ກໍ​ບໍ່​ແພງ​ປານ­ໃດ ແລະ ຂ່າວ​ດີ​ຫຼາຍໆ ກໍ​ຄື ມັນ​ເປັນ​ໝາກ​ໄມ້​ທີ່​ມີ​ໄຂ­ມັນ​ດີ​ສູງ​ຫຼາຍ ໂດຍ​ໄຂ­ມັນ​ດີ​ທີ່​ວ່າ​ນີ້ ເປັນ​ໄຂ­ມັນ​ຊະ­ນິດ​ບໍ່​ອີ່ມ​ຕົວ ຊ່ວຍ​ຫຼຸດ​ລະ­ດັບ​ຄໍ​ເລ​ສ​ເຕີ​ຣອລ​ໃນ​ຮ່າງ­ກາຍ​ໄດ້ ແລະ ຝາກ​ໄວ້​ອີກ​ໜ້ອຍ​ໜຶ່ງ ສຳ­ລັບ​ຜູ້​ທີ່​ຢາກ​ຫຼຸດ ຫຼື ຄວບ​ຄຸມ​ນ້ຳ­ໜັກ ອະ​ໂວ​ຄາ​ໂດ​ຈະ​ຊ່ວຍ​ເລື່ອງ​ນີ້​ໄດ້​ເປັນ​ຢ່າງ​ດີ​ເລີຍ ເພາະ​ເຖິງ​ແມ່ນ​ອະ​ໂວ​ຄາ​ໂດ​ຈະ​ເປັນ​ໝາກ​ໄມ້​ທີ່​ໃຫ້​ພະ­ລັງ­ງານ​ສູງ ແຕ່​ນ້ຳ­ຕານ​ຕ່ຳ​ຫຼາຍ ຜູ້​ປ່ວຍ​ເບົາ­ຫວານ​ກໍ​ຮັບ​ປະ­ທານ​ໄດ້​ແບບ​ບໍ່​ຕ້ອງ​ກັງ­ວົນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!