ພະນັກງານຫ້ອງການສ່ວນໃຫຍ່ ມັກຈະມີພຶດຕິກຳນັ່ງເຮັດວຽກຢູ່ໜ້າຈໍຄອມພິວເຕີ ນັ່ງເຮັດວຽກເອກະສານເທິງໂຕ໊ະ ກົ້ມໜ້າໝົດມື້ ເຮັດໃຫ້ມີອາການປວດຄໍ ແລະ ບ່າໄຫຼ່ໄດ້ງ່າຍ ບັນຫາເຫຼົ່ານີ້ ຫາກເລີ່ມມີອາການແລ້ວຈັດການຕົວເອງເບື້ອງຕົ້ນໄດ້ ຈະເຮັດໃຫ້ບັນຫາບໍ່ຍືດເຍື້ອອາການປວດຄໍ ແລະ ບ່າໄຫຼ່ເບື້ອງຕົ້ນ ເປັນຜົນມາຈາກຄວາມບໍ່ສົມດຸນຂອງກ້າມຊີ້ນດ້ານໜ້າກັບດ້ານຫຼັງທີ່ເຮັດວຽກຜິດສົມດຸນ ເກີດຈາກທ່າທາງທີ່ເຮົາຄຸ້ນເຄີຍ ຈົນສົ່ງຜົນຕໍ່ການປ່ຽນແປງຂອງຄວາມຍາວ ແລະ ຄວາມແຂງແຮງຂອງກ້າມຊີ້ນ (Muscle Imbalance) ອາດມາຈາກທ່າທາງເຫຼົ່ານີ້.
– ນັ່ງກອດເອິກ
– ກົ້ມຄໍຫຼິ້ນໂທລະສັບ
– ນັ່ງຫຼັງຂົດໃຊ້ຄອມພິວເຕີ
– ນອນຂົດ
– ມັກຢືນ ຫຼື ນັ່ງງໍຕົວ
ລວມໄປເຖິງກິດຈະວັດປະຈຳວັນຕ່າງໆ ໃນຊີວິດເຮົາກໍມັກກົ້ມຕົວງຸ້ມໄປດ້ານໜ້າເປັນປົກກະຕິຢູ່ແລ້ວ ເຊັ່ນ ກິນເຂົ້າ ຖູແຂ້ວ ອ່ານປຶ້ມ ຂຽນໜັງສື ອື່ນໆ ແລະ ທັງໝົດກໍເປັນເຫດໃຫ້ມີອາການດັ່ງກ່າວໄດ້ ທີ່ເອີ້ນວ່າກ້າມຊີ້ນຂາດຄວາມສົມດຸນ ຫຼື Muscle Imbalance ພາວະນີ້ເປັນພາວະທີ່ກ້າມຊີ້ນໜ້າເອິກມັດຕື້ນ ແລະ ມັດເລິກ ຫຼືກ້າມຊີ້ນທີ່ເກາະລະຫວ່າງຊາຍໂຄງດ້ານໜ້າຫົດສັ້ນແຂງຫຼາຍກວ່າປົກກະຕິ ສ່ວນກ້າມຊີ້ນດ້ານຫຼັງທັງໝົດຈະຍາວໂກ່ງອອກ ເສັ້ນໄຍກ້າມຊີ້ນຈະຖືກຢືດເໝືອນໜັງຄືທີ່ຢືດຄ້າງໄວ້ເປັນເວລາດົນ ກໍຈະຫົດກັບຄືນມາບ່າຍາກ ເຮັດໃຫ້ກ້າມຊີ້ນເຫຼົ່ານີ້ອ່ອນແຮງ.
ໜ້າທີ່ກ້າມຊີ້ນເຫຼົ່ານີ້ ຄືຄຶງກ້ານຄໍ ແລະ ເຮັດໃຫ້ຫຼັງຊື່ ເຊິ່ງພໍອ່ອນກຳລັງ ຫຼັງກໍກົ່ງ ໄຫຼ່ກໍຈະຕົກລົງ ກ້າມຊີ້ນເຫຼົ່ານີ້ ຄົນສ່ວນໃຫຍ່ມັກໄປຢືດ ເຊິ່ງຍິ່ງຢືດອາດຈະຍິ່ງເຮັດໃຫ້ປວດຫຼາຍຂຶ້ນ ແຕ່ຢືດໃໝ່ໆກໍຈະຮູ້ສຶກສະບາຍ ໃນໄລຍະຍາວຈະຍິ່ງເກີດຜົນເສຍຕໍ່ໂຄງສ້າງຮ່າງກາຍ.
ທ່າທີ່ 1 ມືປະສານກັນ ຢຽດແຂນສຸດຂຶ້ນເໜືອຫົວ ກະດົກຂໍ້ມືວາດແຂນຢຽດຊື່ໄປດ້ານຫຼັງ ພ້ອມຢືດເອິກເຫຼືອບໜ້າເບິ່ງເທິງ ຂະແມ່ວທ້ອງຄ່ອຍໆ ວາດລົງຊ້າໆ.
ທ່າທີ່ 2 ມືຂ້ຳຈັບຢາງຢືດພໍຕຶງໆ ຢຽດແຂນຂຶ້ນເທິງຫົວ ດຶງຢາງຢືດແຍກອອກຈາກກັນ ພ້ອມງໍສອກຕັ້ງສາກດັນແຂນໄຫຼ່ໄປດ້ານຫຼັງ ແລ້ວຄ່ອຍໆດຶງລົງລຸ່ມ ດຶງສະບັກເຂົ້າຫາກັນຄ້າງໄວ້ 5 ວິນາທີ.
ທ່າທີ່ 3 ກາງແຂນ ງໍສອກ 90 ອົງສາ ຫັນໜ້າໄປດ້ານກົງກັນຂ້າມ ພ້ອມໝູນໄຫຼ່ກວ້າງ ດັນໄປດ້ານຫຼັງ (ເໝືອນໃຊ້ສອກວາດເປັນວົງກົມກວ້າງໆ) ເປັນຈັງຫວະພ້ອມໆກັນ.
ທ່າທີ່ 4 ກາງແຂນງໍສອກ 90 ອົງສາ ຫັນໜ້າໄປດ້ານກົງກັນຂ້າມ ພ້ອມດັນຫົວໄຫຼ່ແຂນໄປດ້ານຫຼັງ ດຶງສະບັກແໜ້ນໆ ຄ້າງໄວ້ 3 ວິນາທີ ແລ້ວຜ່ອນກັບທ່າເລີ່ມຕົ້ນ.
ທ່າທີ່ 5 ມືປະສານກັນດ້ານຫຼັງ ຢຽດສອກໃຫ້ຕຶງ ດຶງສະບັກເຂົ້າຫາກັນ ດັນມືໄປດ້ານຫຼັງ ຢືດເອິກ ເງີຍໜ້າເຫຼືອບເບິ່ງເທິງ ຄ້າງໄວ້ 3 ວິນາທີ ແລ້ວຜ່ອນກັບທ່າເລີ່ມຕົ້ນ.
ທ່າທີ່ 6 ຈັບຢາງຢືດດຶງພໍປະມານຫງາຍມືງໍສອກໄວ້ລະດັບສາຍບື ດຶງຢາງຢືດແຍກອອກຈາກກັນ ດຶງສະບັກດັນໄຫຼ່ໄປດ້ານຫຼັງແລ້ວຢືດເອິກ ຂະແມ່ວທ້ອງຄ້າງໄວ້ 3 ວິນາທີ ແລ້ວກັບທ່າເລີ່ມຕົ້ນ ທຳທ່າລະປະມານ 5 ຄັ້ງ 3 ຮອບຕໍ່ວັນ ຫຼື ເຮັດໄດ້ເລື້ອຍໆ ເວລາທີ່ມີອາການ.
ຊາວບ້ານ – ນຳສະເໜີ