ໂຣກຄວາມດັນເລືອດສູງ ຄືສະພາວະຂອງລະດັບຄວາມດັນເລືອດສູງກວ່າລະດັບປົກກະຕິ ໂດຍທົ່ວໄປແລ້ວ ຜູ້ທີ່ມີຄວາມດັນເລືອດປົກກະຕິ ຈະວັດຄ່າຄວາມດັນໄດ້ 120/80 ມິນລິແມັດປຣອດ ແຕ່ຜູ້ທີ່ມີຄວາມດັນເລືອດສູງ ຈະວັດຄ່າຄວາມດັນໄດ້ຕັ້ງແຕ່ 140/90 ມິນລິແມັດປຣອດຂຶ້ນໄປ ແລະ ຖືວ່າເປັນສະພາວະທີ່ຕ້ອງໄດ້ຮັບການຄວບຄຸມຕັ້ງແຕ່ຕົ້ນໆ ເນື່ອງຈາກອາດນຳມາຊຶ່ງພາວະແຊກຊ້ອນ ແລະ ໂຣກຕ່າງໆຫຼວງຫຼາຍ…
Category: ສາລະໜ້າຮູ້
ນອນຫຼັບຍາກ ແກ້ໄຂໄດ້ດ້ວຍ 4 ວິທີງ່າຍໆ ແລະ ໄດ້ຜົນ
ເປັນຫຍັງຈຶ່ງນອນບໍ່ຫຼັບ? ທັງໆທີ່ບໍ່ໄດ້ມີເລື່ອງເຄັ່ງຄຽດ ຫຼື ມີເລື່ອງອຸກໃຈໃຫ້ເກັບເອົາມາຄິດຫຼາຍ ແລະ ທ່ານກໍບໍ່ໄດ້ດື່ມກາເຟເກີນສອງຈອກ ຫຼືດື່ມເຄື່ອງດື່ມຊູກຳລັງແຕ່ຢ່າງໃດ ແລະ ບໍ່ວ່າດ້ວຍເຫດຜົນໃດ ວັນນີ້ ! “ວຽງຈັນໃໝ່” ຈະຊ່ວຍໃຫ້ນັກທຸລະກິດ ຄົນເຮັດວຽກທີ່ຕ້ອງຕື່ນແຕ່ເຊົ້າ ແລະ ຢາກນອນຫຼັບງ່າຍໆ…
ຫົວໃຈເຕັ້ນຜິດປົກກະຕິ ສ່ຽງເປັນພະຍາດຮ້າຍ ຫຼື ບໍ?
ເຄີຍຮູ້ສຶກບໍ່ ວ່າຢູ່ດີໆໃຈມັນສັ່ນວູບໆ ແຖມຍັງມີອາການແໜ້ນເອິກເກີດຂຶ້ນ (ທັງທີ່ບໍ່ໄດ້ມີເຫດການ ຫຼືສິ່ງທີ່ເປັນຕາໜ້າຕື່ນເຕັ້ນເລີຍ) ເຊິ່ງນີ້ອາດຈະເປັນສັນຍານເຕືອນວ່າ ຫົວໃຈທ່ານກຳລັງມີລະບົບການເຕັ້ນທີ່ຜິດປົກກະຕິຢູ່ກໍໄດ້. ຫຼາຍຄົນອາດຈະຄິດວ່າມັນເປັນເລື່ອງໄກຕົວທີ່ບໍ່ຄ່ອຍຈະສົນໃຈ ຫຼືເອົາໃຈໃສ່ກັບເລື່ອງແບບນີ້ຫຼາຍປານໃດ ແຕ່ຂໍບອກວ່າອາການຂອງມັນອາດຮ້າຍແຮງເຖິງຂັ້ນເສຍຊີວິດ ໄດ້ສາມາດເກີດຂຶ້ນກັບທຸກເພດທຸກໄວ ແລະ ຄົນທີ່ເປັນກໍຈະບໍ່ຮູ້ຕົວນຳອີກ ສະນັ້ນ ການຊອກຫາຂໍ້ມູນທີ່ຈະຊ່ວຍໃຫ້ຄວາມຮູ້ເພີ່ມຕື່ມກ່ຽວກັບພະຍາດ ອາດເກີດຂຶ້ນຍ້ອນການເຕັ້ນຜິດປົກກະຕິຂອງຫົວໃຈ.…
WHO ຮຽກຮ້ອງອາຊຽນໃຊ້ມາດຕະການ ບຸກໜ້າສູ້ COVID-19
ທ້າຍເດືອນມີນາຜ່ານມາ ອົງການອະນາໄມໂລກໄດ້ຮຽກຮ້ອງບັນດາຊາດອາຊີຕາເວັນອອກສຽງໃຕ້ ໃຊ້ມາດຕະການ “ບຸກໜ້າ” ໃນການຕໍ່ສູ້ກັບໄວຣັສ ໂຄວິດ-19 (COVID-19) ທີ່ກຳລັງລະບາດຢ່າງວ່ອງໄວ ພ້ອມເຕືອນ ມີບາງປະເທດກຳລັງມຸ່ງສູ່ການແຜ່ເຊື້ອໃນຊຸມຊົນພາຍໃນປະເທດນັ້ນໆ (local transmission). ຕົວເລກຜູ້ຕິດເຊື້ອ COVID-19 ພຸ່ງທະວີທົ່ວພາກພື້ນອາຊຽນໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ສົ່ງຜົນໃຫ້ຫຼາຍປະເທດຕ້ອງບັງຄັບໃຊ້ມາດຕະການອັນໜ້າຕື່ນຕະລຶງຕ່າງໆນາໆ…
ຊີ້ນດາດ ບຸບເຟ່ ອັນຕະລາຍທີ່ມາກັບຄວາມແຊບ
ຫຼາຍຄົນກໍ່ຄົງມັກກັບການສັງສັນ ດ້ວຍອາຫານທີ່ອີ່ມແລ້ວຄຸ້ມ ທີ່ສາມາດເລືອກກິນອາຫານຫຼາຍຢ່າງໄດ້ຕາມທີ່ຕ້ອງ ການ ຕາມຮ້ານອາຫານຕ່າງໆໂດຍສະເພາະແມ່ນບຸບເຟ ເປັນທີ່ນິຍົມສຳລັບກຸ່ມຄົນທຸກໄວ ທັງໄວໜຸ່ມ ໄວຮຽນ ໄວເຮັດວຽກ ຄົງປະຕິເສດບໍ່ໄດ້ກັບອາຫານບຸບເຟ ທີ່ ເອີ້ນວ່າ ຊີ້ນດາດແຕ່… ທຸກຄົນຮູ້ ຫຼື ບໍ່ວ່າ ຊີ້ນດາດ ທີ່ແສບສຸດຍອດຂອງທ່ານນັ້ນ ມີອັນຕະລາຍຫຍັງແອບແຝງຕົວໃນອາຫານທີ່ທ່ານກຳລັງກິນຢູ່ເຊິ່ງກໍໃຫ້ເກີດພະຍາດຕ່າງໆຕາມມາ…
ຕຸ້ຍຫຼາຍ ສ່ຽງເກີດພະຍາດ
ປັດຈຸບັນ ພາວະສັງຄົມໄດ້ມີການພັດທະນາ ເຮັດໃຫ້ຫຼາຍຢ່າງໄດ້ເປັນສິ່ງທີ່ຮີບດ່ວນ ສົ່ງຜົນໃຫ້ພຶດຕິກຳການບໍລິໂພກຂອງຄົນໃນສັງຄົມຕ້ອງປ່ຽນແປງໄປ ມີອາຫານຫຼາຍປະເພດທີ່ຖືກຜະລິດຂຶ້ນເພື່ອອຳນວຍຄວາມສະດວກຕໍ່ຜູ້ບໍລິໂພກໃນຊີວິດປະຈຳວັນ ໃນຂະນະດຽວກັນກໍສ່ຽງຕໍ່ໂລກໄພໄຂ້ເຈັບຕາມມາດ້ວຍເຊັ່ນກັນ ເຊິ່ງພະຍາດທີ່ເກີດຈາກພຶດຕິກຳການບໍລິໂພກຜິດໆໃນປັດຈຸບັນນີ້ເປັນໂລກໃກ້ໂຕ ແລະ ມັກພົບຫຼາຍທີ່ສຸດນັ່ນ ຄື: ໂລກຕຸ້ຍ ແພດຜູ້ຊ່ຽວຊານດ້ານວິໄຈເຜີຍວ່າ “ນອກ ຈາກໂຣກຕຸ້ຍຈະສົ່ງຜົນກະທົບໃຫ້ຜູ້ປ່ວຍເກີດມີຄວາມດັນ ເບົາຫວານ ພະຍາດຫົວໃຈອື່ນໆ…
ສະຫະປະຊາຊາດ ຮຽກຮ້ອງຢຸດກະແສຄວາມກຽດຊັງ
ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວສະແດງຄວາມກັງວົນສະຖານະການໂລກ ສືບເນື່ອງຈາກໄພລະບາດຂອງໂຄໂຣນາໄວຣັສ “ໂຄວິດ-19” ກຳລັງນຳໄປສູ່ “ກະແສຄວາມກຽດຊັງ ແລະ ຢ້ານກົວ” ຊາວຕ່າງປະເທດ ຈຳເປັນຢ່າງຍິ່ງທີ່ທຸກຝ່າຍກ່ຽວຂ້ອງຕ້ອງຢຸດການກະທຳດັ່ງກ່າວ ແລະ ຢຸດຄວາມພະຍາຍາມສະແຫວງຫາຜູ້ຮັບຜິດຕໍ່ສິ່ງທີ່ເກີດຂຶ້ນ.…
ດື່ມນ້ຳແບບໃດໃຫ້ມີຄວາມປອດໄພໃນລະດູຮ້ອນ
ນ້ຳ ຄືສານອາຫານທີ່ສຳຄັນທີ່ສຸດຂອງຮ່າງກາຍ ເພາະວ່າ 4/5 ຂອງນ້ຳໜັກຕົວແມ່ນນ້ຳ ຄົນເຮົາສາມາດຢູ່ໄດ້ຫຼາຍອາທິດຖ້າຂາດອາຫານ ແຕ່ຖ້າຂາດນ້ຳຈະຢູ່ໄດ້ພຽງແຕ່ 3-4 ມື້ເທົ່ານັ້ນ ໂດຍນ້ຳເປັນຕົວລະລາຍອາຫານທີ່ຜ່ານຂະບວນການຍ່ອຍໃນກະເພາະ ເຊິ່ງຍັງບໍ່ທັນໄດ້ມີປະລິມານທີ່ໃຫ້ດື່ມແບບສະເພາະເຈາະຈົງໃນແຕ່ລະມື້ ເພາະການສູນເສຍນ້ຳຂອງແຕ່ລະຄົນແມ່ນມີປະລິມານທີ່ແຕກຕ່າງກັນ ແຕ່ໂດຍທົ່ວໄປແລ້ວການດື່ມນ້ຳປະມານ 8 ຈອກຕໍ່ມື້ ຖືວ່າເປັນສິ່ງທີ່ດີຕໍ່ສຸຂະພາບ.…
WHO ເຜີຍຄວາມຄືບໜ້າໃນການວິໄຈຢາບັນເທົາ ໂຄວິດ-19
ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ ມາກາເຣັດ ແຮຣິສ ໂຄສົກ ອົງການອະນາໄມໂລກ (WHO) ລາຍງານຄວາມຄືບໜ້າ ໃນການວິໄຈທົດສອບປະສິດທິພາບຂອງຕົວຢາຫຼາຍຊະນິດ ໃນການຕ້ານໂຄໂຣນ່າສາຍພັນໃໝ່ 2019 ໂດຍລະບຸວ່າ ຢາບາງຊະນິດມີປະສິດທິພາບໃນການບັນເທົາຄວາມຮຸນແຮງ ແລະ ຫຍໍ້ໄລຍະການປິ່ນປົວອາການຕິດເຊື້ອໂຄວິດ-19 ແຕ່ຍັງຄົງບໍ່ພົບຢາທີ່ສາມາດທຳລາຍເຊື້ອໄວຣັສໄດ້.…