ຫຼາຍຄົນກໍ່ຄົງມັກກັບການສັງສັນ ດ້ວຍອາຫານທີ່ອີ່ມແລ້ວຄຸ້ມ ທີ່ສາມາດເລືອກກິນອາຫານຫຼາຍຢ່າງໄດ້ຕາມທີ່ຕ້ອງ ການ ຕາມຮ້ານອາຫານຕ່າງໆໂດຍສະເພາະແມ່ນບຸບເຟ ເປັນທີ່ນິຍົມສຳລັບກຸ່ມຄົນທຸກໄວ ທັງໄວໜຸ່ມ ໄວຮຽນ ໄວເຮັດວຽກ ຄົງປະຕິເສດບໍ່ໄດ້ກັບອາຫານບຸບເຟ ທີ່ ເອີ້ນວ່າ ຊີ້ນດາດແຕ່… ທຸກຄົນຮູ້ ຫຼື ບໍ່ວ່າ ຊີ້ນດາດ ທີ່ແສບສຸດຍອດຂອງທ່ານນັ້ນ ມີອັນຕະລາຍຫຍັງແອບແຝງຕົວໃນອາຫານທີ່ທ່ານກຳລັງກິນຢູ່ເຊິ່ງກໍໃຫ້ເກີດພະຍາດຕ່າງໆຕາມມາ ເຊັ່ນ:

– ຊີ້ນໝູ : ອາດມີເຊື້ອ Streptococcus suis ທີ່ເຮັດໃຫ້ຜູ້ຮັບເຊື້ອເກີດອາການເຍື່ອຫຸ້ມສະໝອງອັກເສບ ມີໄຂ້ສູງ ເຈັບຫົວ ປວດຮາກ ຫູໜວກ ເປັນອຳພາດ ບາງຄົນອາດມີເຍື່ອຫົວໃຈ ປອດອັກເສບ ສາຍຕາມົວ ແລະ ອາດຫູໜວກຖາວອນໄດ້ຫາກບໍ່ປຸງໃຫ້ສຸກກ່ອນຮັບປະທານ

– ຍໍ່ : ອາດປົນເປື້ອນສານຟອກຂາວ ທີ່ໃຊ້ໃນການຟອກສີຂອງ ຍໍ່ ຈາກສີດຳໃຫ້ເປັນສີຂາວເບິ່ງເປັນຕາຮັບປະທານ ເຊິ່ງຫາກກິນເຂົ້າໄປຈະເຮັດໃຫ້ເກີດອາການຫາຍໃຈຂັດ ຄວາມດັນເລືອດຕ່ຳ ເຈັບທ້ອງ ຮາກ ອາຈົມເປັນນ້ຳ ຜູ້ທີ່ແພ້ຢ່າງຮຸນແຮງ ຫຼື ຜູ້ປ່ວຍພະຍາດຫອບຫືດອາດມີອາການຊັອກ ໝົດສະຕິ ແລະ ເສັຍຊີວິດໄດ້

– ກຸ້ງ ປາມຶກສົດ : ອາດປົນເປື້ອນສານ ຟອລມາລີນ ຊຶ່ງໃຊ້ເພື່ອເຮັດໃຫ້ອາຫານຄົງຄວາມສົດ ແລະ ກອບ ມັກໃຊ້ໃນອຸດສາຫະກຳອາຫານທະເລ ຖ້າຮ່າງກາຍໄດ້ຮັບສານຟອລມາລີນຈະສົ່ງຜົນຕໍ່ການເຮັດວຽກງານຂອງໝາກໄຂ່ຫຼັງ ຫົວໃຈ ແລະ ສະໝອງເສື່ອມ ຫາກໄດ້ຮັບໃນປະລິມານຫຼາຍ ຫລື ຮ່າງກາຍແພ້ສານນີ້ ຈະມີອາການເຈັບທ້ອງຢ່າງຮຸນແຮງ ອາຈົມເປັນນ້ຳ ໝົດສະຕິ ແລະ ຕາຍໃນທີ່ສຸດ.

– ລູກຊີ້ນ ແລະ ໄສ້ກອກ: ອາດປົນເປື້ອນສານ ບໍແລັກ ເຊິ່ງໃຊ້ເພື່ອໃຫ້ອາຫານກອບ ແຊບ ຖ້າຮ່າງກາຍໄດ້ຮັບສານ ບໍແລັກ ໃນປະລິມານຫຼາຍຈະເຮັດໃຫ້ຮ່າງກາຍອ່ອນເພຍ ເບື່ອອາຫານ ນ້ຳໜັກຫຼດ ເປັນພິດຕໍ່ໝາກໄຂ່ຫຼັງ ກໍ່ໃຫ້ເກີດໝາກໄຂ່ຫຼັງລົ້ມເຫຼວ ແລະ ເປັນອັນຕະລາຍຕໍ່ສະໝອງ.
ນອກຈາກນີ້ ໃນອາຫານສົດທີ່ເຮັດຄວາມສະອາດບໍ່ຖືກ ສຸກລັກສະນະ ອາດມີການປົນເປື້ອນເຊື້ອພະຍາດຊະນິດຕ່າງໆ ໄດ້ ແລະ ການປິ້ງ ອາຫານໃຫ້ສຸກຫຼາຍເກີນໄປ ອາດກໍ່ໃຫ້ເກີດສານກໍ່ມະເຮັງ ແລະ ປະປົນເຂົ້າສູ່ຮ່າງກາຍໄດ້ນຳອີກ ດັ່ງນັ້ນ ໃນການກິນຊີ້ນດາດເຮົາອາດນຳຕົນເອງເຂົ້າໄປຢູ່ໃນພາວະສ່ຽງ ແຕ່ຫາກເຮົາຮູ້ທັນຄວາມສ່ຽງເຫລົ່ານັ້ນ ແລະ ເລືອກປະຕິບັດໃຫ້ຖືກຕ້ອງ ກໍສາມາດປ້ອງກັນຕົນເອງ ແລະ ຫຼຸດຄວາມສ່ຽງໄດ້ເຮົາກໍຈະກິນຊີ້ນດາດກັນໄດ້ຢ່າງແຊບຊ້ອຍ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ