ຜູ້ທີ່ເປັນພູມແພ້ ໃສ່ຄອນແທກເລນ ສ່ຽງຕິດໂຄວິດ-19 ຫາກບໍ່ລະວັງຄວາມສະອາດ

ແພດແນະນໍາຄົນໃສ່ຄອນແທກເລນ ເປັນກຸ່ມສ່ຽງຕິດເຊື້ອໄວຣັສ ຫາກນິ້ວມືທີ່ຕິດເຊື້ອໄວຣັສ ສໍາຜັດດວງຕາຕອນໃສ່ຄອນແທກເລນ. ຜູ້ອໍານວຍການແພດ TRSC ສູນເລສິກນາໆຊາດຂອງໄທ ຕອບຂໍ້ສົງໄສເລື່ອງດວງຕາ ແລະ ໂຄວິດ-19 ວ່າ ປັດຈຸບັນ ຍັງບໍ່ມີລາຍງານວ່າມີການຕິດເຊື້ອດັ່ງກ່າວທາງດວງຕາ (ຈາກຂໍ້ມູນຂອງ Centre for…

ໄລ່ແມງໄມ້ແບບທຳມະຊາດ ບໍ່ຕ້ອງໃຊ້ສານເຄມີ

ການ​ໃຊ້​ສານ​ເຄ​ມີ​ສີດ​ໄລ່​ແມງ­ໄມ້ ນອກ­ຈາກ​ຈະ​ຊ່ວຍ​ໄລ່​ແມງ­ໄມ້​ໄດ້​ແຕ່​ໄລ­ຍະ​ສັ້ນໆ​ແລ້ວ ຍັງ​ທຳ­ຮ້າຍ​ຕົວ​ເຮົາ ດັ່ງ­ນັ້ນ ໃນ​ຄໍ​ລຳ​ສິ່ງ​ຄວນ​ຮູ້​ມື້­ນີ້ ເລີຍ​ຢາກ​ຈະ​ໃຫ້​ລອງ​ວິ­ທີ​ກຳ­ຈັດ​ແມງ­ໄມ້​ດ້ວຍ​ເທັກ​ນິກ​ພູມ​ປັນ­ຍາ​ຊາວ­ບ້ານ ຈາກ​ຂອງ​ໃຊ້​ໃນ​ຄົວ​ເຮືອນ​ທີ່​ເຮົາ​ນຳ​ມາ​ໄລ່​ແມງ­ໄມ້​ເອງ​ໄດ້ ແລະ ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຕົວ​ເຮົາ​ເອງ ແລະ ເປັນ​ວິ­ທີ​ທີ່​ງ່າຍໆ. – ເລີ່ມ​ຈາກ​ການ​ໄລ່​ມອດ​ອອກ​ຈາກ​ຖັງ​ເຂົ້າ­ສານ​ດ້ວຍ​ໝາກ­ເຜັດ​ແຫ້ງ: ເຂົ້າ­ສານ​ທີ່​ເຮົາ​ປະ​ໄວ້​ດົນ ມັກ​ຈະ​ມີ​ມອດ​ເຂົ້າ​ມາ​ອາ­ໄສ​ຢູ່​ສ້າງ​ຄວາມ​ລຳ​ຄານ ໃນ​ເວ­ລາ​ເອົາ​ໄປ​ໝ່າ…

ພືດຜັກ-ໝາກໄມ້ ສູດທຳມະຊາດບຳລຸງຜິວ

ແມ່­ຍິງ​ຫຼາຍ​ຄົນ ລ້ວນ​ແລ້ວ­ແຕ່​ຕ້ອງ­ການ​ໃຫ້​ຜິວ​ຂອງ​ຕົນ​ຂາວ​ງາມ ດ້ວຍ​ການ​ຫຼີກ​ລ່ຽງ​ການ​ກິນ​ອາ­ຫານ​ເສີມ ຫຼື ເຮັດ​ສັນ​ຍະ​ກຳ​ອື່ນໆ ເຊິ່ງ​ອາດ​ສົ່ງ​ຜົນ​ຂ້າງ­ຄຽງ​ຕໍ່​ສຸ­ຂະ­ພາບ​ຕາມ​ມາ​ພາຍ­ຫຼັງ ສະ­ນັ້ນ ມື້­ນີ້​ພວກ​ເຮົາ​ຈະ​ນຳ​ສະ­ເໜີ​ສູດ​ຜິວ​ຂາວ ຈາກ​ການ​ນຳ​ເອົາ​ສ່ວນ​ປະ­ສົມ​ຈາກ​ພືດ​ຜັກ ຫຼື ໝາກ​ໄມ້​ມາ​ເປັນ​ຕົວ​ຊ່ວຍ ໃນ​ການ​ບຳ­ລຸງ​ຜິວ​ໃຫ້​ຂາວ​ໃສ ໂດຍ​ບໍ່​ຕ້ອງ​ນຳ​ໃຊ້​ສານ​ເຄ​ມີ ແລະ ອື່ນໆ. ສູດ​ໂຢ​ເກີດ​ປະ­ສົມ​ໝາກ​ນາວ:…

ສັນຍານທີ່ບົ່ງບອກເຖິງພາວະອ່ອນເພຍ

ອາ­ການ​ອ່ອນ­ເພຍ​ຊຳ​ເຮື້ອ ຫຼື ພາ­ວະ​ອ່ອນ­ເພຍ​ທາງ​ອາ­ລົມ ເຊິ່ງ​ເປັນ​ອາ­ການ​ຂອງ​ຄົນ​ໃນ​ໄວ​ເຮັດ​ວຽກ​ຫຼາຍ​ທີ່​ສຸດ ໂດຍ​ສາ­ມາດ​ສັງ­ເກດ​ເຫັນ​ພາ­ວະ​ດັ່ງ­ກ່າວ​ໄດ້​ດ້ວຍ 3 ໄລ­ຍະ​ດັ່ງ​ຕໍ່​ໄປ​ນີ້ ຖ້າ​ມີ​ອາ­ການ​ເມື່ອຍ​ງ່າຍ​ເລື້ອຍໆ ໄລ­ຍະ​ທຳ​ອິດ: ມີ​ອາ­ການ​ອ່ອນ­ເພຍ​ຊຳ​ເຮື້ອ ບໍ່​ມີ­ແຮງ ແລະ ເມື່ອຍ​ງ່າຍ​ກວ່າ​ປົກ­ກະ­ຕິ​ໂດຍ​ບໍ່​ຮູ້​ສາ­ເຫດ ຫຼື ອາ­ການ​ເຈັບ​ປ່ວຍ​ທີ່​ເຫັນ​ໄດ້​ຈະ­ແຈ້ງ. ໄລ­ຍະ​ປານ​ກາງ:…

10 ພຶດຕິກຳໃນຫ້ອງນ້ຳ ທີ່ຈະນຳເຊື້ອພະຍາດມາສູ່ຮ່າງກາຍ

ເອີ້ນ​ໄດ້​ວ່າ​ຫ້ອງ​ນ້ຳ​ເປັນ​ອີກ​ໜຶ່ງ​ສະ­ຖານ­ທີ່ ທີ່​ມີ​ເຊື້ອ​ໂຣກ​ອາ­ໄສ​ຢູ່​ເປັນ​ຈຳ­ນວນ​ຫຼາຍ ບໍ່​ວ່າ​ຈະ​ລ້າງ​ຫ້ອງ​ນ້ຳ​ເລື້ອຍ​ພຽງ​ໃດ ແຕ່​ກໍ​ເຮັດ​ໄດ້​ພຽງ​ແຕ່​ຫຼຸດ​ເຊື້ອ​ໂຣກ​ລົງ ບໍ່​ສາ­ມາດ​ຫາຍ​ໄປ​ໝົດ​ໄດ້ ແລະ ທຸກ​ຄັ້ງ​ທີ່​ເຮົາ​ເຂົ້າ​ຫ້ອງ​ນ້ຳ ແນ່​ໃຈ​ບໍ່​ວ່າ​ຈະ​ບໍ່​ມີ​ເຊື້ອ​ໂຣກ​ຕິດ​ຕົວ​ເຮົາ​ມາ ວັນ​ນີ້​ເຮົາ​ມີ​ຂໍ້​ຄວນ​ລະ­ວັງ​ໃນ​ການ​ເຂົ້າ​ຫ້ອງ​ນ້ຳ​ທີ່​ບາງ​ຄົນ​ຍັງ​ບໍ່​ຮູ້ ສ່ຽງ​ເກີດ​ໂຣກ​ມາ​ຝາກ​ທຸກ​ຄົນ​ກັນ. 1. ຖິ້ມ​ເຄື່ອງ​ສຳ­ອາງ​ໄວ້​ໃນ​ຫ້ອງ​ນ້ຳ ເປັນ​ເຫດ­ຜົນ​ດຽວ​ກັບ​ຫຼາຍໆ​ຂໍ້​ທີ່​ຜ່ານ​ມາ ຄື: ການ​ວາງ​ເຄື່ອງ​ສຳ­ອາງ​ສຳ­ລັບ​ແຕ່ງ​ໜ້າ​ເອົາ​ໄວ້​ໃນ​ຫ້ອງ​ນ້ຳ ຈຶ່ງ​ມີ​ໂອ­ກາດ​ທີ່​ເຊື້ອ​ໂຣກ​ຈະ​ແຜ່​ກະ­ຈາຍ​ມາ​ຕິດ​ກັບ​ເຄື່ອງ​ສຳ­ອາງ.…

ອັນຕະລາຍຈາກເຊື້ອພະຍາດໃນຫ້ອງນ້ຳ

ຖ້າ​ເວົ້າ​ເຖິງ​ເຊື້ອ​ພະ­ຍາດ​ແລ້ວ ເຮົາ​ພົບ​ໄດ້​ໃນ​ທຸກໆ​ສະ­ຖານ­ທີ່ ແຕ່​ໃນ​ຫ້ອງ​ນ້ຳ​ມີ​ເຊື້ອ​ພະ­ຍາດ​ຮ້າຍ​ແຝງ​ຕົວ​ຢູ່​ເປັນ​ຈຳ­ນວນ​ຫຼາຍ ວັນ​ນີ້​ຈະ​ບອກ​ເຄັດ​ລັບ ເພື່ອ​ທຸກ​ຄົນ​ຈະ​ໄດ້​ປ້ອງ​ກັນ​ຕົນ​ເອງ. ເຊື້ອ​ພະ­ຍາດ​ທີ່­ຢູ່​ໃນ​ຫ້ອງ​ນ້ຳ​ສ່ວນ​ໃຫຍ່ ເກີດ​ຈາກ​ການ​ປົນ​ເປື້ອນ​ຂອງ​ສິ່ງ​ປະ­ຕິ­ກູນ ເຊັ່ນ: ອຸດ­ຈາ­ລະ​ຮ່ວມ​ກັບ​ຄວາມ​ຊຸ່ມ ສົ່ງ​ຜົນ​ໃຫ້​ເຊື້ອ​ພະ­ຍາດ​ສາ­ມາດ​ອາ­ໄສ​ຢູ່​ໃນ​ຫ້ອງ​ນ້ຳ​ໄດ້​ເປັນ​ເວ­ລາ​ດົນ​ນານ ເນື່ອງ​ຈາກ​ເຊື້ອ​ແບກ​ທີ​ເຣຍ ແລະ ໄວ​ຣັສ​ກໍ່​ພະ­ຍາດ​ຕ່າງໆ​ມີ​ຂະ­ໜາດ​ນ້ອຍ​ຫຼາຍ ບໍ່​ສາ­ມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ ດັ່ງ­ນັ້ນ ການ​ປະ​ເມີນ​ຄວາມ​ສະ­ອາດ​ຂອງ​ຫ້ອງ​ນ້ຳ…

ວິທີຮັກສາສຸຂະພາບຈິດ ເພື່ອສູ້ວິກິດ COVID-19

    ປັດ­ຈຸ­ບັນ ຫຼາຍ​ຄົນ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ​ບາດ COVID-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ໄປ​ໃນ​ທົ່ວ​ໂລກ ຕໍ່​ກັບ​ການ​ຕິດ­ຕາມ​ຂໍ້​ມູນ​ຂ່າວ­ສານ​ດັ່ງ­ກ່າວ ໄດ້​ກໍ່​ໃຫ້​ບາງ​ບຸກ­ຄົນ​ເກີດ​ຄວາມ​ຢ້ານ​ກົວ ແລະ ວິ­ຕົກ​ກັງ­ວົນ ຈຶ່ງ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຈິດ​ຂອງ​ຫຼາຍ​ຄົນ.     ທ່ານ ດຣ ບຸນ​ໂຮມ ກັນ​ທະ​ວົງ ຊ່ຽວ­ຊານ​ຈິດ­ຕະ­ວິ­ທະ­ຍາ​ການ​ແພດ…

ພຽງແຕ່ລ້າງມືເລື້ອຍໆ ກໍສາມາດຫຼຸດຜ່ອນຄວາມສ່ຽງຕິດພະຍາດຕ່າງໆ

    ທ່ານ​ຮູ້​ຫຼື​ບໍ່​ວ່າ “ມື” ຂອງ​ເຮົາ​ນັ້ນ ເປັນ​ແຫຼ່ງ​ນຳ​ເຊື້ອ​ພະ­ຍາດ​ຫຼວງ­ຫຼາຍ ສາ­ມາດ​ຕິດ­ຕໍ່​ຜ່ານ​ການ​ສຳ­ຜັດ ເຊິ່ງ​ມີ​ຕົວ­ຢ່າງ​ພະ­ຍາດ​ທີ່​ພົບ​ໄດ້​ເລື້ອຍໆ ບໍ່​ວ່າ​ຈະ​ເປັນ​ພະ­ຍາດ​ຕິດ­ເຊື້ອ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ເຊັ່ນ: ຫວັດ​ໄຂ້­ຫວັດ­ໃຫຍ່ ວັນ­ນະ​ໂຣກ ພະ­ຍາດ​ຕິດ­ເຊື້ອ​ທາງ​ເດີນ​ອາ­ຫານ ເຊັ່ນ: ອາ­ຈົມ​ເຮ່ຍ ພະ­ຍາດ​ຕັບ​ອັກ­ເສບ​ຊະ­ນິດ A…

ອາຫານດີໆ ທີ່ບໍ່ຄວນກິນຫຼາຍເກີນໄປ

ຈາກ​ປະ​ໂຫຍກ​ທີ່​ບອກ​ຕໍ່​ໆ​ກັນ​ມາ​ວ່າ ກິນ​ຜັກ​ຫຼາຍໆ ຈະ​ໄດ້​ມີ​ສຸຂະພາບ​ດີ ກິນ​ໝາກໄມ້​ຫຼາຍໆ ແລ້ວ​ຈະ​ໄດ້​ຜິວ​ສວຍງາມ​ນັ້ນ ບາງ​ທີ​ກໍ​ອາດຈະ​ບໍ່​ເປັນ​ເຊັ່ນ​ນັ້ນ​ສະເໝີ​ໄປ​ແລ້ວ ເພາະ​ບອກ​ເລີຍ​ວ່າ​ ບໍ່​ວ່າ ອາຫານ, ຜັກ ,ໝາກໄມ້ ​ນັ້ນ​ຈະ​ມີ​ປະໂຫຍດ​ຫຼວງຫຼາຍ​ຈັກ​ພຽງ​ໃດ ແຕ່​ຖ້າ​ກິນ​ຫຼາຍ​ໄປ ກໍ​ມີ​ຜົນ​ເສຍ​ນຳກັນ​ເຊັ່ນກັນ  – ໝາກຫຸ່ງ:…

error: Content is protected !!