ປັດຈຸບັນ ພາວະສັງຄົມໄດ້ມີການພັດທະນາ ເຮັດໃຫ້ຫຼາຍຢ່າງໄດ້ເປັນສິ່ງທີ່ຮີບດ່ວນ ສົ່ງຜົນໃຫ້ພຶດຕິກຳການບໍລິໂພກຂອງຄົນໃນສັງຄົມຕ້ອງປ່ຽນແປງໄປ ມີອາຫານຫຼາຍປະເພດທີ່ຖືກຜະລິດຂຶ້ນເພື່ອອຳນວຍຄວາມສະດວກຕໍ່ຜູ້ບໍລິໂພກໃນຊີວິດປະຈຳວັນ ໃນຂະນະດຽວກັນກໍສ່ຽງຕໍ່ໂລກໄພໄຂ້ເຈັບຕາມມາດ້ວຍເຊັ່ນກັນ ເຊິ່ງພະຍາດທີ່ເກີດຈາກພຶດຕິກຳການບໍລິໂພກຜິດໆໃນປັດຈຸບັນນີ້ເປັນໂລກໃກ້ໂຕ ແລະ ມັກພົບຫຼາຍທີ່ສຸດນັ່ນ ຄື: ໂລກຕຸ້ຍ ແພດຜູ້ຊ່ຽວຊານດ້ານວິໄຈເຜີຍວ່າ “ນອກ ຈາກໂຣກຕຸ້ຍຈະສົ່ງຜົນກະທົບໃຫ້ຜູ້ປ່ວຍເກີດມີຄວາມດັນ ເບົາຫວານ ພະຍາດຫົວໃຈອື່ນໆ ຕາມມາແລ້ວນັ້ນ ໂລກຕຸ້ຍຍັງສາມາດເຮັດໃຫ້ຜູ້ປ່ວຍຕາບອດໄດ້ເລຍ”.

ນັກວິໄຈກ່າວຕໍ່ວ່າ “ໂດຍກ່ອນໜ້ານີ້ເປັນທີ່ຮູ້ກັນດີຈາກຜົນການວິໄຈຂອງສະຖາບັນ Kaiser ທີ່ໃດ້ຢືນຢັນກັບເລື່ອງນີ້ວ່າ ການປ່ວຍເປັນໂລກຕຸ້ຍນັ້ນເຮັດໃຫ້ສ່ຽງຕໍ່ການເກີດພາວະຄວາມດັນໃນຜົ້ງສະໝອງສູງ ເຊິ່ງຈະມີອາການປຸ້ນທ້ອງ ເຈັບຫົວ ເບິ່ງບໍ່ເຫັນແຈ້ງ ຈົນອາດເຮັດໃຫ້ເກີດພາວະແຊກຊ້ອນເຖິງຂັ້ນຕາບອດໄດ້ນັ້ນເອງ”.
“ຢ່າງໃດກໍຕາມ ເຖິງແມ່ນວ່າໂລກຕຸ້ຍຈະເປັນໂລກທີ່ສົ່ງຜົນກະທົບໃຫ້ເກີດໂລກອື່ນຕາມມາຢ່າງໜ້າຕົກໃຈ ແຕ່ສິ່ງທີ່ສຳຄັນທີ່ສຸດ ຄື: ເລື່ອງໂພຊະນາການ ແລະ ພຶດຕິກຳການບໍລິ ໂພກຂອງຜູ້ບໍລິໂພກທີ່ຕ້ອງຄຳນຶງເຖິງສານອາ ຫານອັນຄົບຖ້ວນທັງຜັກ ໝາກໄມ້ອື່ນໆ ລວມໄປເຖິງການໃຫ້ຄວາມສຳຄັນກັບມື້ອາຫານ ການອອກກຳລັງກາຍທີ່ເໝາະສົມຢ່າງຖືກຕ້ອງ ນີ້ຄື ສິ່ງທີ່ຕ້ອງຄຳນຶງເຖິງເປັນອັນດັບທຳອິດ ກ່ອນທີ່ຈະແກ້ບັນຫາປາຍເຫດ”.
ອຸເປຂາ: ຮຽບຮຽງ