ຄວາມດັນເລືອດສູງ ໄພງຽບທີ່ບໍ່ຄວນເບິ່ງຂ້າມ

ໂຣກ​ຄວາມ­ດັນ­ເລືອດ­ສູງ ຄື​ສະ­ພາ­ວະ​ຂອງ​ລະ­ດັບ​ຄວາມ­ດັນ­ເລືອດ­ສູງ​ກວ່າ​ລະ­ດັບ​ປົກ­ກະ­ຕິ ໂດຍ​ທົ່ວ​ໄປ​ແລ້ວ ຜູ້​ທີ່​ມີ​ຄວາມ­ດັນ­ເລືອດ​ປົກ­ກະ­ຕິ ຈະ​ວັດ​ຄ່າ​ຄວາມ­ດັນ​ໄດ້ 120/80 ມິນ​ລິ​ແມັດ​ປຣອດ ແຕ່​ຜູ້​ທີ່​ມີ​ຄວາມ­ດັນ­ເລືອດ­ສູງ ຈະ​ວັດ​ຄ່າ​ຄວາມ­ດັນ​ໄດ້​ຕັ້ງ­ແຕ່ 140/90 ມິນ​ລິ​ແມັດ​ປຣອດ​ຂຶ້ນ​ໄປ ແລະ ຖື​ວ່າ​ເປັນ​ສະ­ພາ­ວະ​ທີ່​ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ຕັ້ງ­ແຕ່​ຕົ້ນໆ ເນື່ອງ​ຈາກ​ອາດ​ນຳ​ມາ​ຊຶ່ງ​ພາ­ວະ​ແຊກ​ຊ້ອນ ແລະ ໂຣກ​ຕ່າງໆ​ຫຼວງ­ຫຼາຍ ເຊັ່ນ ໂຣກ​ຫົວ­ໃຈ​ຂາດ​ເລືອດ ໂຣກ​ຫົວ­ໃຈ​ຫຼົມ­ແຫຼວ ໂຣກ​ຫຼອດ​ເລືອດ​ໃນ​ສະ­ໝອງ ໂຣກ​ໝາກ​ໄຂ່­ຫຼັງ​ເສື່ອມ ແລະ ໂຣກ​ເບົາ­ຫວານ ເປັນ­ຕົ້ນ.

ຄວາມ­ດັນ­ເລືອດ­ສູງ ສາ­ເຫດ ແລະ ປັດ​ໄຈ​ສ່ຽງ

ຄວາມ​ໜ້າ​ຢ້ານ​ກົວ​ຂອງ​ໂຣກ​ຄວາມ­ດັນ­ເລືອດ­ສູງ ຄື​ຜູ້​ເປັນ​ສ່ວນ​ໃຫຍ່​ກວ່າ 90-95% ບໍ່​ສາ­ມາດ​ກວດ ຫາ​ສາ­ເຫດ​ທີ່​ຊັດ​ເຈນ​ໄດ້​ວ່າ​ເກີດ​ຂຶ້ນ​ຈາກ​ອັນ​ໃດ ເຮັດ​ໃຫ້​ໂຣກ​ຄວາມ­ດັນ­ເລືອດ­ສູງ​ຖືກ​ຂະ­ໜານ​ນາມ​ວ່າ “ໂຣກ​ເພັດ­ຊະ­ຄາດ​ງຽບ” ໂດຍ​ທາງ​ການ​ແພດ​ນັ້ນ ໄດ້​ອະ­ທິ­ບາຍ​ໂຣກ​ຄວາມ­ດັນ­ເລືອດ­ສູງ​ນີ້​ວ່າ ເປັນ​ໂຣກ​ທີ່​ເກີດ​ຂຶ້ນ​ຈາກ​ທຳ​ມະ​ຊາດ​ຂອງ​ມະ­ນຸດ ເຊັ່ນ: ເກີດ​ຈາກ​ກຳ­ມະ­ພັນ ແລະ ອາ­ຍຸ​ທີ່​ຫຼາຍ​ຂຶ້ນ ໂດຍ​ສ່ວນ​ໃຫຍ່​ຈະ​ພົບ​ໄດ້​ຫຼາຍ​ໃນ​ຜູ້­ຍິງ​ທີ່​ມີ​ອາ­ຍຸ​ຕັ້ງ­ແຕ່ 40-50 ປີ​ຂຶ້ນ​ໄປ ຫຼື​ໄວ​ໝົດ​ປະ­ຈຳ​ເດືອນ.

ວິ­ທີ​ປິ່ນ­ປົວ​ໂຣກ​ຄວາມ­ດັນ­ເລືອດ­ສູງ

ເຖິງ​ແມ່ນ​ໂຣກ​ຄວາມ­ດັນ­ເລືອດ­ສູງ​ຈະ​ເປັນ​ໂຣກ​ທີ່​ອັນ­ຕະ­ລາຍ ແຕ່​ກໍ​ເປັນ​ໂຣກ​ທີ່​ສາ­ມາດ​ຄວບ​ຄຸມ​ໄດ້​ໃນ​ໄລ­ຍະ​ຍາວ ຫາກ​ໄດ້​ຮັບ​ການ​ປິ່ນ­ປົວ​ທີ່​ທັນ​ເວ­ລາ ໂດຍ​ເບື້ອງ​ຕົ້ນ​ຈະ​ປິ່ນ­ປົວ​ດ້ວຍ​ວິ­ທີ​ການ​ໃຫ້​ຢາ​ຫຼຸດ​ຄວາມ­ດັນ­ເລືອດ ເພື່ອ​ຮັກ­ສາ​ລະ­ດັບ​ຄວາມ­ດັນ​ໃຫ້​ຢູ່​ໃນ​ເກນ​ມາດ­ຕະ­ຖານ ນອກ­ຈາກ​ການ​ຮັບ​ປະ­ທານ​ຢາ​ແລ້ວ ຜູ້​ປ່ວຍ​ຄວນ​ປັບ​ປ່ຽນ​ພຶດ­ຕິ​ກຳ ເພື່ອ​ໃຫ້­ການ​ປິ່ນ­ປົວ​ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຂຶ້ນ​ດັ່ງ­ນີ້.

ສິ່ງ​ທີ່​ຄວນ​ເຮັດ

– ໝັ່ນ​ກວດ​ວັດ­ແທກ​ຄວາມ­ດັນ­ເລືອດ​ຢ່າງ​ໜ້ອຍ​ປີ​ລະ 1 ຄັ້ງ.
– ຮັບ​ປະ­ທານ​ອາ­ຫານ​ໃຫ້​ຄົບ 5 ໝູ່ ເນັ້ນ​ຜັກ ແລະ ໝາກ​ໄມ້​ຊະ­ນິດ​ທີ່​ບໍ່​ຫວານ.
– ຄວບ​ຄຸມ​ນ້ຳ­ໜັກ​ຕົວ​ໃຫ້​ຢູ່​ໃນ​ເກນ​ປົກ­ກະ­ຕິ.
– ອອກ­ກຳ­ລັງ​ເປັນ​ປະ­ຈຳ.
– ພັກ­ຜ່ອນ​ໃຫ້​ພຽງ­ພໍ.
– ຮັກ­ສາ​ສຸ­ຂະ­ພາບ​ຈິດ​ໃຫ້​ດີ​ຢູ່​ສະ­ເໝີ ບໍ່​ເຄັ່ງ​ຄຽດ.

ສິ່ງ​ທີ່​ບໍ່​ຄວນ​ເຮັດ

– ງົດ​ການ​ສູບ­ຢາ ເພາະ​ສານ­ພິດ​ໃນ​ຄວັນ​ຢາ­ສູບ ສົ່ງ​ຜົນ​ໃຫ້​ເກີດ​ການ​ອັກ­ເສບ ຕີບ​ຕັນ​ຂອງ​ຫຼອດ​ເລືອດ​ຕ່າງໆ ລວມ​ທັງ​ຫຼອດ​ເລືອດ​ຫົວ­ໃຈ ແລະ ຫຼອດ​ເລືອດ​ໝາກ​ໄຂ່­ຫຼັງ.
– ຫຼຸດ​ການ​ດື່ມ​ເຄື່ອງ​ດື່ມ​ທາດ​ເຫຼົ້າ ເພາະ​ເຮັດ​ໃຫ້​ມີ​ໂອ­ກາດ​ເປັນ​ໂຣກ​ຄວາມ­ດັນ­ເລືອດ­ສູງ​ເຖິງ 50%.
– ຫຼຸດ​ອາ­ຫານ​ເຄັມ ຫຼື​ອາ­ຫານ​ທີ່​ມີ​ໂຊ­ດຽມ​ຫຼາຍ​ເກີນ​ໄປ ເຊັ່ນ: ກະ­ປິ ນ້ຳ​ປາ ສິ່ງ​ໝັກ​ດອງ.
– ຫຼຸດ​ອາ­ຫານ​ທີ່​ມີ​ໄຂ­ມັນ​ສູງ ເຊັ່ນ: ຊີ້ນ​ຕິດ​ມັນ ໜັງ​ສັດ ໄຂ່​ແດງ ຫອຍ​ນາງ​ລົມ ອາ­ຫານ​ປະ­ເພດ​ຂົ້ວ ຫຼື​ຈືນ.
– ຫຼຸດ​ນ້ຳ­ຕານ ເຊັ່ນ: ນ້ຳ­ຫວານ ອາ­ຫານ ຫຼື​ເຂົ້າ­ໜົມ​ທີ່​ມີ​ລົດ​ຊາດ​ຫວານ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!