ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວສະແດງຄວາມກັງວົນສະຖານະການໂລກ ສືບເນື່ອງຈາກໄພລະບາດຂອງໂຄໂຣນາໄວຣັສ “ໂຄວິດ-19” ກຳລັງນຳໄປສູ່ “ກະແສຄວາມກຽດຊັງ ແລະ ຢ້ານກົວ” ຊາວຕ່າງປະເທດ ຈຳເປັນຢ່າງຍິ່ງທີ່ທຸກຝ່າຍກ່ຽວຂ້ອງຕ້ອງຢຸດການກະທຳດັ່ງກ່າວ ແລະ ຢຸດຄວາມພະຍາຍາມສະແຫວງຫາຜູ້ຮັບຜິດຕໍ່ສິ່ງທີ່ເກີດຂຶ້ນ.
ເລຂາທິການສະຫະປະຊາຊາດ ລະບຸຄວາມເຄື່ອນໄຫວຕໍ່ຕ້ານກຽດຊັງຊາວຕ່າງປະເທດໃນຫຼາຍປະເທດເກີດຂຶ້ນຫຼາຍ ໂດຍສະເພາະຢ່າງຍິ່ງ ຜ່ານເຄືອຂ່າຍສັງຄົມອອນລາຍ ນອກເໜືອຈາກການພົບເຫັນປາກົດການຄວາມຢ້ານກົວຕາມທ້ອງຖະໜົນແຫຼ່ງຊຸມຊົນ ລວມເຖິງເກີດຄວາມພະຍາຍາມຕັ້ງທິດສະດີສົມຄົບຄິດຊອກສະແຫວງຫາແຫຼ່ງທີ່ມາທີ່ໄປຂອງເຊື້ອໄວຣັສໂຄວິດ-19 ມາຈາກບ່ອນໃດກັນແທ້.

ທັງນີ້ ຄວາມຄິດເຫັນຂອງເລຂາທິການສະຫະປະຊາຊາດ ສືບເນື່ອງມາຈາກກໍລະນີທີ່ມີບາງກຸ່ໃຄົນພະຍາຍາມອ້າງວ່າ ຕົ້ນຕໍຂອງໄວຣັສໂຄວິດ-19 ຫຼຸດອອກມາຈາກຫ້ອງທົດລອງໃນເມືອງອູ່ຮັ່ນຂອງຈີນ ເຖິງແມ່ນຍັງບໍ່ມີຫຼັກຖານຢືນຢັນຂໍ້ອ້າງນີ້ຊັດເຈນ ຂະນະທີ່ລັດຖະບານຈີນສະແດງທ່າທີພ້ອມໃຫ້ຄວາມຮ່ວມມືກັບທຸກໜ່ວຍງານ ລວມເຖິງອົງການອະນາໄມໂລກ (WHO) ສືບຫາຕົ້ນຕໍການລະບາດຂອງໂຄວິດ-19 ສົ່ງຜົນໃຫ້ມີການລະແວງສົງໄສຕໍ່ກັນ.
ທ່ານ ກູເຕີເຣສ ກ່າວຮຽກຮ້ອງເຖິງເຫຼົ່າຜູ້ນຳໂລກ ຄວນຫັນມາໃຫ້ຄວາມຮ່ວມມືກັນເປັນປຶກແຜ່ນ ຕໍ່ສູ້ກັບໂຣກໂຄວິດ-19 ທັງສະແດງຄວາມຫ່ວງກັງວົນເຖິງເຫຼົ່າຜູ້ອົບພະຍົບລີ້ໄພທົ່ວໂລກ ຊຶ່ງຕ້ອງປະເຊີນຊະຕາກຳຮ້າຍສ່ຽງຕິດເຊື້ອໂຄວິດ-19 ຊຶ່ງຍັງບໍ່ມີຢາປິ່ນປົວ ຫຼືມີວັກຊີນປ້ອງກັນຢ່າງມີປະສິດທິພາບຊັດເຈນ.
ຂະນະດຽວກັນ ເລຂາທິການສະຫະປະຊາຊາດກໍຮຽກຮ້ອງເຖິງສື່ມວນຊົນ ໂດຍສະເພາະຢ່າງຍິ່ງ ສື່ສັງຄົມອອນລາຍໃຫ້ໃສ່ໃຈເຖິງຜົນຮ້າຍຈາກການແຜ່ກະຈາຍຂ່າວທີ່ຍິ່ງກໍ່ໃຫ້ເກີດຄວາມກຽດຊັງແຕກແຍກລະຫວ່າງຜູ້ຄົນຕ່າງເຊື້ອຊາດ ຕ່າງສາສະໜາ ແລະ ຕ່າງເຜົ່າພັນ ເຊິ່ງຈະເຮັດໃຫ້ສັງຄົມຊຸມຊົນເກີດຄວາມວຸ່ນວາຍ.
ຊາວບ້ານ – ນຳສະເໜີ