ນອນຫຼັບຍາກ ແກ້ໄຂໄດ້ດ້ວຍ 4 ວິທີງ່າຍໆ ແລະ ໄດ້ຜົນ

ເປັນ​ຫຍັງ​ຈຶ່ງ​ນອນ​ບໍ່​ຫຼັບ? ທັງໆ​ທີ່​ບໍ່​ໄດ້​ມີ​ເລື່ອງ​ເຄັ່ງ​ຄຽດ ຫຼື ມີ​ເລື່ອງ​ອຸກ​ໃຈ​ໃຫ້​ເກັບ​ເອົາ​ມາ​ຄິດ​ຫຼາຍ ແລະ ທ່ານ​ກໍ​ບໍ່​ໄດ້​ດື່ມ​ກາ­ເຟ​ເກີນ​ສອງ​ຈອກ ຫຼື​ດື່ມ​ເຄື່ອງ​ດື່ມ​ຊູ​ກຳ­ລັງ​ແຕ່​ຢ່າງ­ໃດ ແລະ ບໍ່​ວ່າ​ດ້ວຍ​ເຫດ­ຜົນ​ໃດ ວັນ​ນີ້ ! “ວຽງ​ຈັນ​ໃໝ່” ຈະ​ຊ່ວຍ​ໃຫ້​ນັກ­ທຸ­ລະ­ກິດ ຄົນ​ເຮັດ​ວຽກ​ທີ່​ຕ້ອງ​ຕື່ນ​ແຕ່​ເຊົ້າ ແລະ ຢາກ​ນອນ​ຫຼັບ​ງ່າຍໆ ດ້ວຍ 4 ວິ­ທີ​ຕໍ່​ໄປ​ນີ້.

1. ຕື່ນ​ນອນ​ຕອນ​ເຊົ້າ​ດ້ວຍ​ຕົວ​ເອງ

ທ່ານ​ສາ­ມາດ​ເລີ່ມ​ຕົ້ນ​ເຊົ້າ​ວັນ​ໃໝ່​ທີ່​ສົດ­ໃສ ແລະ ສາ­ມາດ​ນອນ​ຫຼັບ​ໃນ​ຕອນ​ກາງ­ຄືນ​ໄດ້​ງ່າຍ​ຂຶ້ນ ພຽງ​ແຕ່​ທ່ານ​ເຊົາ​ນິ­ໄສ​ກົດ​ປຸ່ມ Snooze ເທິງ​ສະ­ມາດ​ໂຟນ​ຂອງ​ທ່ານ​ເພື່ອ​ນອນ​ຕໍ່ ເພາະ​ການ​ເຮັດ​ເຊັ່ນ​ນີ້ ຈະ​ເຮັດ​ໃຫ້​ກົນ​ໄກ​ເວ­ລາ​ໃນ​ການ​ນອນ​ຫຼັບ​ຂອງ​ທ່ານ ເສຍ​ສິ່ງ​ທີ່​ທ່ານ​ຄວນ​ເຮັດ​ເມື່ອ​ຕື່ນ​ນອນ ກໍ​ຄື ໃຫ້​ລຸກ­ຂຶ້ນ​ຈາກ​ບ່ອນ​ນອນ​ທັນ­ທີ! ຟັງ​ເບິ່ງ​ເໝືອນ​ຈະ​ເປັນ​ເລື່ອງ​ຍາກ ແຕ່​ຫາກ​ທ່ານ​ຕັ້ງ­ໃຈ​ເຝິກ​ໃຫ້​ເປັນ​ນິ­ໄສ ໃນ​ທຸກໆ​ວັນ​ແລ້ວ ກໍ​ຈະ​ຊ່ວຍ​ໃຫ້­ການ​ລຸກ​ອອກ​ຈາກ​ຕຽງ​ຂອງ​ທ່ານ​ເປັນ​ເລື່ອງ​ທີ່​ງ່າຍ​ຂຶ້ນ.

2. ສົດ­ຊື່ນ​ໃນ​ຕອນ​ບ່າຍ

ຫຼັງ​ຈາກ​ຮັບ​ປະ­ທານ​ອາ­ຫານ​ທ່ຽງ​ສຳ­ເລັດ ເອີ້ນ​ໄດ້​ວ່າ​ເປັນ​ໄລ­ຍະ​ເວ­ລາ​ທີ່​ທຸກໆ​ຄົນ​ພ້ອມ​ຈະ​ຫຼັບ​ຢູ່​ຕະ­ຫຼອດ​ເວ­ລາ ດັ່ງ­ນັ້ນ ການ​ເລືອກ​ຮັບ​ປະ­ທານ​ອາ­ຫານ​ທ່ຽງ​ຂອງ​ທ່ານ ຈະ​ຕ້ອງ​ຫຼີກ​ລ່ຽງ​ອາ­ຫານ​ທີ່​ມີ​ຄາຣ໌ໂບ​ໄຮ​ເດຣດ​ຫຼາຍ​ເກີນ​ໄປ ເພາະ​ຄາຣ໌ໂບ​ໄຮ​ເດຣດ​ຄື​ຕົວ​ການ​ສຳ­ຄັນ ທີ່​ຈະ​ເຮັດ​ໃຫ້​ທ່ານ​ຮູ້­ສຶກ​ງ່ວງ ແລະ ລົບ​ກວນ​ການ​ນອນ​ຫຼັບ​ຂອງ​ທ່ານ​ໃນ​ຕອນ​ກາງ­ຄືນ ແຕ່​ຫາກ​ທ່ານ​ຫຼຸດ​ການ​ກິນ​ອາ­ຫານ​ຈຳ­ພວກ​ຄາຣ໌ໂບ​ໄຮ​ເດຣດ​ໜ້ອຍ​ລົງ​ແລ້ວ ຍັງ​ມີ​ອາ­ການ​ງ່ວງ​ຢູ່ ໃຫ້​ລອງ​ຫາ​ກິດ­ຈະ­ກຳ​ອື່ນໆ​ເຮັດ​ເຊັ່ນ ຍ່າງ​ຫຼິ້ນ​ບຶດ­ໜຶ່ງ​ກ່ອນ​ກັບ​ໄປ​ເຮັດ​ວຽກ ກາ​ຍະ​ບໍ­ລິ­ຫານ​ດ້ວຍ​ທ່າ​ງ່າຍໆ ແທນ​ການ​ງີບ​ຫຼັບ​ເພື່ອ​ບັນ­ເທົາ​ຄວາມ​ງ່ວງ.

3. ກຽມ​ຕົວ​ໃຫ້​ພ້ອມ​ກ່ອນ​ນອນ

ກົດ​ເຫຼັກ​ສຳ­ຄັນ ຖ້າ​ທ່ານ​ຢາກ​ນອນ​ຫຼັບ​ງ່າຍ​ໃນ​ຕອນ​ກາງ­ຄືນ ກໍ​ຄື ໃນ​ທຸກໆ​ຄາບ​ອາ­ຫານ​ແລງ ທ່ານ​ຄວນ​ຫຼີກ​ລ່ຽງ​ການ​ຮັບ​ປະ­ທານ​ອາ­ຫານ​ທີ່​ເຕັມ​ໄປ​ດ້ວຍ​ໄຂ­ມັນ​ອິ່ມ​ຕົວ ເພາະ­ວ່າ​ໄຂ­ມັນ​ຈະ​ສົ່ງ​ຜົນ​ຕໍ່​ການ​ນອນ​ຫຼັບ​ໃນ​ຕອນ​ກາງ­ຄືນ​ຂອງ​ທ່ານ ແລະ ເພື່ອ​ໃຫ້​ທ່ານ​ນອນ​ຫຼັບ​ໄດ້​ງ່າຍ​ກວ່າ​ເດີມ ການ​ເຮັດ​ສະ­ມາ­ທິ​ກ່ອນ​ເຂົ້າ​ນອນ ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ຂອງ​ທ່ານ​ຜ່ອນ­ຄາຍ ປາ­ສະ­ຈາກ​ເລື່ອງ​ລົບ​ກວນ​ໃຈ ແລະ ເຮັດ​ໃຫ້​ທ່ານ​ໝົດ​ບັນ­ຫາ​ເລື່ອງ​ການ​ນອນ​ຫຼັບ​ຍາກ​ອີກ​ດ້ວຍ.

4. ມີ​ເຄັດ​ລັບ​ການ​ນອນ​ທີ່​ດີ ຫຼັບ​ງ່າຍ​ຂຶ້ນ.

ຫຼັງ​ຈາກ​ທີ່​ທ່ານ​ລອງ​ເຮັດ​ຕາມ​ທັງ 3 ວິ­ທີ​ໃນ​ຂ້າງ​ຕົ້ນ​ແລ້ວ ແຕ່​ຍັງ​ບໍ່​ຊ່ວຍ​ໃຫ້​ທ່ານ​ນອນ​ຫຼັບ​ໄດ້​ງ່າຍ​ຂຶ້ນ ທ່ານ​ອາດ​ຈະ​ລອງ​ລົງ­ທຶນ​ຊື້​ຜ້າ­ຫົ່ມ​ທີ່​ມີ​ນ້ຳ­ໜັກ​ມາ​ໃຊ້ ຫຼື​ປ່ຽນ​ຕຳ­ແໜ່ງ​ການ​ນອນ​ຂອງ​ທ່ານ ກໍ​ຖື​ວ່າ​ມີ​ສ່ວນ​ຊ່ວຍ​ບໍ່​ໜ້ອຍ​ເລີຍ ເຊັ່ນ ການ​ນອນ​ຫຼັບ​ຕະ​ແຄງ​ຊ້າຍ ຈະ​ຊ່ວຍ​ໃຫ້​ທ່ານ​ນອນ​ຫຼັບ​ງ່າຍ​ຂຶ້ນ​ອີກ ທັງ​ຍັງ​ຊ່ວຍ​ໃນ​ເລື່ອງ​ຂອງ​ລະ­ບົບ​ທາງ​ເດີນ​ອາ­ຫານ ຫຼື ແມ່ນ​ແຕ່​ການ​ນອນ​ຫຼັບ​ໂດຍ​ບໍ່​ໃສ່​ເສື້ອ​ຜ້າ ນອກ­ຈາກ​ຈະ​ຊ່ວຍ​ໃຫ້​ທ່ານ​ຫຼັບ​ສະ­ບາຍ ຍັງ​ຊ່ວຍ​ຫຼຸດ​ອັດ­ຕາ​ການ​ສ່ຽງ​ເປັນ​ພະ­ຍາດ​ມະ​ເຮັງ ແລະ ຫຼຸດ​ຄວາມ​ສ່ຽງ​ຕໍ່​ພະ­ຍາດ​ເບົາ­ຫວານ.

ທ້າຍ​ທີ່​ສຸດ​ນີ້ ສຳ­ລັບ​ນັກ­ທຸ­ລະ­ກິດ ແລະ ຄົນ​ເຮັດ​ວຽກ​ທີ່​ມີ​ບັນ­ຫາ​ເລື່ອງ​ການ​ນອນ​ຫຼັບ ເມື່ອ​ໄດ້​ນຳ​ທັງ 4 ວິ­ທີ​ຈາກ​ເຮົາ​ໄປ​ໃຊ້​ແລ້ວ ເຮົາ​ຫວັງ​ວ່າ ໝັ່ນ​ເຮັດ​ຄວາມ​ສະ­ອາດ​ຜ້າ​ປູ​ບ່ອນ​ນອນ​ໝອນ ແລະ ຜ້າ­ຫົ່ມ​ຢູ່​ເປັນ​ປະ­ຈຳ​ໃນ​ແຕ່​ລະ​ອາ­ທິດ ກໍ​ຈະ​ຊ່ວຍ​ໃຫ້​ທ່ານ​ຫຼັບ​ໄດ້​ງ່າຍ ແຖມ​ຍັງ​ມີ​ສຸ­ຂະ­ພາບ ແລະ ພະ​ລາ​ນາ​ໄມ​ທີ່​ແຂງ­ແຮງ.

ຊາວ­ບ້ານ-ນຳ​ສະ­ເໜີ

error: Content is protected !!