WHO ຮຽກຮ້ອງອາຊຽນໃຊ້ມາດຕະການ ບຸກໜ້າສູ້ COVID-19

ທ້າຍ​ເດືອນ​ມີ­ນາ​ຜ່ານ​ມາ ອົງ­ການ​ອະ­ນາ­ໄມ​ໂລກ​ໄດ້​ຮຽກ­ຮ້ອງ​ບັນ­ດາ​ຊາດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ໃຊ້​ມາດ​ຕະ­ການ “ບຸກ​ໜ້າ” ໃນ​ການ​ຕໍ່­ສູ້​ກັບ​ໄວ​ຣັສ ໂຄ​ວິດ-19 (COVID-19) ທີ່​ກຳ­ລັງ​ລະ­ບາດ​ຢ່າງ​ວ່ອງ­ໄວ ພ້ອມ​ເຕືອນ ມີ​ບາງ​ປະ­ເທດ​ກຳ­ລັງ​ມຸ່ງ​ສູ່​ການ​ແຜ່​ເຊື້ອ​ໃນ​ຊຸມ​ຊົນ​ພາຍ​ໃນ​ປະ­ເທດ​ນັ້ນໆ (local transmission).

ຕົວ​ເລກ​ຜູ້​ຕິດ­ເຊື້ອ COVID-19 ພຸ່ງ​ທະ­ວີ​ທົ່ວ​ພາກ​ພື້ນ​ອາ​ຊຽນ​ໃນ​ໄລ­ຍະ​ບໍ່​ເທົ່າ­ໃດ​ເດືອນ​ທີ່​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ຫຼາຍ​ປະ­ເທດ​ຕ້ອງ​ບັງ­ຄັບ​ໃຊ້​ມາດ​ຕະ­ການ​ອັນ​ໜ້າ​ຕື່ນ​ຕະ­ລຶງ​ຕ່າງໆ​ນາໆ ນັບ​ຕັ້ງ­ແຕ່​ປິດ​ຊາຍ​ແດນ​ບໍ່​ຕ້ອນ­ຮັບ​ຊາວ​ຕ່າງ­ປະ­ເທດ ແລະ ກຳ­ນົດ​ສຸກ​ເສີນ​ຍາມ​ຄ່ຳ​ຄືນ ໄປ​ຈົນ​ເຖິງ​ປິດ​ໂຮງ­ຮຽນ ແລະ ຍົກ­ເລີກ​ກິດ­ຈະ­ກຳ​ກີ­ລາ​ຕ່າງໆ ມີ​ຄວາມ​ກັງ­ວົນ​ວ່າ​ລະ­ບົບ​ສາ­ທາ­ລະ­ນະ​ສຸກ​ທີ່​ອ່ອນ­ແອ​ໃນ​ຫຼາຍ​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ຈະ​ບໍ່​ສາ­ມາດ​ຮັບ​ມື​ກັບ​ການ​ແຜ່​ລະ­ບາດ​ຄັ້ງ​ໃຫຍ່​ໄດ້.

ໃນ​ເລື່ອງ​ນີ້ ທ່ານ ດຣ ພູ​ນາມ ເຄ​ຕຣາ​ປາ​ລ ຊິງ (Dr.Poonam Khetrapal Singh) ຜູ້­ອຳ­ນວຍ­ການ​ໃຫຍ່ ອົງ­ການ​ອະ­ນາ­ໄມ​ໂລກ ປະ­ຈຳ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ກ່າວ​ວ່າ “ເຮົາ​ຈຳ­ເປັນ​ຕ້ອງ​ຍົກ​ລະ­ດັບ​ທຸກ​ຄວາມ​ພະ­ຍາ­ຍາມ​ໃນ​ທັນ­ທີ ເພື່ອ​ປ້ອງ​ກັນ​ໄວ​ຣັສ​ບໍ່​ໃຫ້​ແຜ່​ກະ­ຈາຍ​ຕິດ​ຜູ້​ຄົນ​ຫຼາຍ​ກວ່າ​ນີ້”.

“ມີ​ຄຳ​ຢືນ­ຢັນ​ກ່ຽວ​ກັບ​ການ​ຕິດ​ໄວ​ຣັສ​ແບບ​ເປັນ​ກຸ່ມ​ກ້ອນ​ຫຼາຍ​ຂຶ້ນ​ເລື້ອຍໆ ເຖິງ​ແມ່ນ​ມັນ​ບົ່ງ​ຊີ້​ເຖິງ​ຄວາມ​ຕື່ນ​ຕົວ ແລະ ການ​ເຝົ້າ​ລະ­ວັງ​ຢ່າງ​ໄດ້­ຜົນ ແຕ່​ອີກ​ດ້ານ​ໜຶ່ງ ມັນ​ກໍ​ດຶງ​ດູດ​ຄວາມ​ສົນ­ໃຈ​ໄປ​ຍັງ​ຄວາມ​ຈຳ­ເປັນ ທີ່​ຕ້ອງ​ດຳ­ເນີນ​ການ​ທາງ​ບຸກ​ຫຼາຍ​ກວ່າ​ທີ່​ເປັນ​ຢູ່ ແລະ ຕ້ອງ​ໃຊ້​ຄວາມ​ພະ­ຍາ­ຍາມ​ຂອງ​ທົ່ວ​ທຸກ​ພາກ­ສ່ວນ​ຂອງ​ສັງ­ຄົມ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ COVID-19 ແຜ່​ລະ­ບາດ​ໄປ​ຫຼາຍ​ກວ່າ​ນີ້” ທ່ານ​ກ່າວ.

ຈາກ​ຂໍ້​ມູນ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ຈອນ​ຮອບ​ກິນສ໌ ພົບ​ວ່າ ມາ​ເລ​ເຊຍ​ເປັນ​ຊາດ​ທີ່​ພົບ​ຜູ້​ຕິດ­ເຊື້ອ​ຫຼາຍ​ທີ່​ສຸດ​ໃນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ດ້ວຍ​ຈຳ­ນວນ 673 ຄົນ ໂດຍ​ກໍ­ລະ­ນີ​ສ່ວນ​ໃຫຍ່​ກ່ຽວ­ຂ້ອງ​ກັບ​ກິດ­ຈະ­ກຳ​ສາ­ສະ­ໜາ​ກິດ­ຈະ­ກຳ​ໜຶ່ງ ເຊິ່ງ​ຈັດ​ຂຶ້ນ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ແລະ ມີ​ຜູ້​ເຂົ້າ​ຮ່ວມ​ເກືອບ 20.000 ຄົນ.

ຕົວ​ເລກ​ຜູ້​ຕິດ­ເຊື້ອ​ທີ່​ພຸ່ງ​ຂຶ້ນ ສົ່ງ​ຜົນ​ໃຫ້​ມາ​ເລ​ເຊຍ​ສັ່ງ​ປິດ​ຊາຍ​ແດນ ບໍ່​ຕ້ອນ­ຮັບ​ນັກ​ເດີນ­ທາງ ແລະ ຫ້າມ​ພົນ­ລະ­ເມືອງ​ອອກ​ນອກ​ປະ­ເທດ ຈຳ­ກັດ​ຄວາມ​ເຄື່ອນ​ໄຫວ​ພາຍ​ໃນ ລະ­ງັບ​ການ​ຮຽນ​ການ​ສອນ​ຕາມ​ໂຮງ­ຮຽນ ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ຕ່າງໆ ແລະ ສັ່ງ​ໃຫ້​ພາກ​ທຸ­ລະ​ກິດ​ທັງ​ໝົດ​ປິດ​ດຳ­ເນີນ​ການ.

ທ່ານ ຊິງ ບອກ​ວ່າ ມາດ​ຕະ­ການ​ງ່າຍໆ​ຢ່າງ​ເຊັ່ນ ການ​ລ້າງ​ມື ແລະ ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ (Social distancing) ມີ​ຄວາມ​ສຳ­ຄັນ​ຍິ່ງ​ໃນ​ການ​ຕໍ່­ສູ້​ກັບ​ໄວ​ຣັສ ແລະ ສາ­ມາດ​ຊ່ວຍ​ຫຼຸດ​ການ​ຕິດ­ເຊື້ອ​ໄດ້​ຢ່າງ​ຫຼວງ­ຫຼາຍ.

ຊາວ­ບ້ານ-ນຳ​ສະ­ເໜີ

error: Content is protected !!