ຫົວໃຈເຕັ້ນຜິດປົກກະຕິ ສ່ຽງເປັນພະຍາດຮ້າຍ ຫຼື ບໍ?

ເຄີຍ​ຮູ້­ສຶກ​ບໍ່ ວ່າ​ຢູ່​ດີໆ​ໃຈ​ມັນ​ສັ່ນ​ວູບໆ ແຖມ​ຍັງ​ມີ​ອາ­ການ​ແໜ້ນ​ເອິກ​ເກີດ​ຂຶ້ນ (ທັງ​ທີ່​ບໍ່​ໄດ້​ມີ​ເຫດ­ການ ຫຼື​ສິ່ງ​ທີ່​ເປັນ­ຕາ​ໜ້າ​ຕື່ນ­ເຕັ້ນ​ເລີຍ) ເຊິ່ງ​ນີ້​ອາດ​ຈະ​ເປັນ​ສັນ­ຍານ​ເຕືອນ​ວ່າ ຫົວ­ໃຈ​ທ່ານ​ກຳ­ລັງ​ມີ​ລະ­ບົບ​ການ​ເຕັ້ນ​ທີ່​ຜິດ​ປົກ­ກະ­ຕິ​ຢູ່​ກໍ​ໄດ້.

ຫຼາຍ​ຄົນ​ອາດ​ຈະ​ຄິດ​ວ່າ​ມັນ​ເປັນ​ເລື່ອງ​ໄກ​ຕົວ​ທີ່​ບໍ່​ຄ່ອຍ​ຈະ​ສົນ­ໃຈ ຫຼື​ເອົາ­ໃຈ­ໃສ່​ກັບ​ເລື່ອງ​ແບບ​ນີ້​ຫຼາຍ​ປານ­ໃດ ແຕ່​ຂໍ​ບອກ​ວ່າ​ອາ­ການ​ຂອງ​ມັນ​ອາດ​ຮ້າຍ​ແຮງ​ເຖິງ​ຂັ້ນ​ເສຍ​ຊີ­ວິດ ໄດ້​ສາ­ມາດ​ເກີດ​ຂຶ້ນ​ກັບ​ທຸກ​ເພດ​ທຸກ​ໄວ ແລະ ຄົນ​ທີ່​ເປັນ​ກໍ​ຈະ​ບໍ່​ຮູ້​ຕົວ​ນຳ​ອີກ ສະ­ນັ້ນ ການ​ຊອກ​ຫາ​ຂໍ້​ມູນ​ທີ່​ຈະ​ຊ່ວຍ​ໃຫ້​ຄວາມ​ຮູ້​ເພີ່ມ​ຕື່ມ​ກ່ຽວ​ກັບ​ພະ­ຍາດ ອາດ​ເກີດ​ຂຶ້ນ​ຍ້ອນ​ການ​ເຕັ້ນ​ຜິດ​ປົກ­ກະ­ຕິ​ຂອງ​ຫົວ­ໃຈ.

ແບບ​ໃດ​ຈຶ່ງ​ເອີ້ນ​ວ່າ​ຫົວ­ໃຈ​ເຕັ້ນ​ຜິດ​ປົກ­ກະ­ຕິ: ໂດຍ​ປົກ­ກະ­ຕິ​ແລ້ວ​ຫົວ­ໃຈ​ຂອງ​ຄົນ​ເຮົາ​ຈະ​ເຕັ້ນ​ຢູ່​ທີ່​ປະ­ມານ 60-80 ເທື່ອ​ຕໍ່​ນາ­ທີ ແຕ່​ຖ້າ​ເປັນ​ພະ­ຍາດ­ຫົວ­ໃຈ​ການ​ເຕັ້ນ​ຜິດ​ປົກ­ກະ­ຕິ ຄື: ຫົວ­ໃຈ​ເຕັ້ນ​ຊ້າ ຫຼື​ໄວ​ເກີນ​ໄປ ໂດຍ​ຈະ​ໜ້ອຍ​ກວ່າ 60 ເທື່ອ​ຕໍ່​ນາ­ທີ ແລະ ຫຼາຍ​ກວ່າ 100 ເທື່ອ​ຕໍ່​ນາ­ທີ ເຊິ່ງ​ຈະ​ພົບ​ໃນ​ເພດ​ຍິງ​ຫຼາຍ​ກວ່າ​ເພດ​ຊາຍ ແລະ ສາ­ມາດ​ເກີດ​ຂຶ້ນ​ໄດ້​ກັບ​ທຸກ​ອາ​ຍຸ­ຄົນ.

ຫົວ­ໃຈ​ເຕັ້ນ​ຜິດ​ປົກ­ກະ­ຕິ​ມີ​ຈັກ​ຊະ­ນິດ: ຫົວ­ໃຈ​ເຕັ້ນ​ຜິດ​ປົກ­ກະ­ຕິ​ແມ່ນ​ບໍ່​ຕ່ຳ​ກວ່າ 10 ຊະ­ນິດ ເຊິ່ງ​ແຕ່​ລະ​ຊະ­ນິດ​ກໍ​ມີ​ກົນ​ໄກ​ການ​ເກີດ​ສາ​ເຫດ­ການ​ເກີດ​ອາ­ການ ແລະ ວິ­ທີ​ການ​ປິ່ນ­ປົວ​ທີ່​ແຕກ​ຕ່າງ​ກັນ​ໄປ ລວມ​ເຖິງ​ການ​ບົ່ງ​ບອກ​ພະ­ຍາດ​ທີ່​ແຕກ​ຕ່າງ​ກັນ​ອີກ ໂດຍ​ທົ່ວ​ໄປ​ການ​ເຕັ້ນ​ຂອງ​ຫົວ­ໃຈ​ທີ່​ຜິດ​ປົກ­ກະ­ຕິ​ມີ 3 ຊະ­ນິດ ຄື: ຫົວ­ໃຈ​ເຕັ້ນ​ຊ້າ​ເກີນ​ໄປ: ເຕັ້ນ​ໜ້ອຍ​ກວ່າ 60 ເທື່ອ​ຕໍ່​ນາ­ທີ ແມ່ນ​ຮ່າງ­ກາຍ​ໄດ້​ຮັບ​ເລືອດ​ເຂົ້າ​ໄປ​ບໍ່​ພຽງ­ພໍ ຫົວ­ໃຈ​ເຕັ້ນ​ໄວ​ແຕ່​ບໍ່​ຮຸນ​ແຮງ​ຫຼາຍ: ເຕັ້ນ​ຫຼາຍ​ກວ່າ 100 ເທື່ອ​ຕໍ່​ນາ­ທີ ຫຼື​ອາດ​ເຖິງ 210 ເທື່ອ​ຕໍ່​ນາ­ທີ ແລະ ຈະ​ມີ​ອາ­ການ​ໃຈ​ສັ່ນ ເມື່ອຍ ຫົວ­ໃຈ​ເຕັ້ນ​ໄວ ຫຼື​ແຮງ​ຫົວ­ໃຈ​ເຕັ້ນ​ໄວ ແລະ ຮຸນ​ແຮງ​ຫຼາຍ​ຂຶ້ນ: ເຕັ້ນ 350 ເທື່ອ​ຕໍ່​ນາ­ທີ ໂດຍ​ຈະ​ມີ​ອາ­ການ​ໝົດ​ສະ­ຕິ ຫົວ­ໃຈ​ຢຸດ​ເຕັ້ນ ແລະ ເສຍ​ຊີ­ວິດ​ແບບ​ກະ­ທັນ­ຫັນ.

error: Content is protected !!