ນ້ຳ ຄືສານອາຫານທີ່ສຳຄັນທີ່ສຸດຂອງຮ່າງກາຍ ເພາະວ່າ 4/5 ຂອງນ້ຳໜັກຕົວແມ່ນນ້ຳ ຄົນເຮົາສາມາດຢູ່ໄດ້ຫຼາຍອາທິດຖ້າຂາດອາຫານ ແຕ່ຖ້າຂາດນ້ຳຈະຢູ່ໄດ້ພຽງແຕ່ 3-4 ມື້ເທົ່ານັ້ນ ໂດຍນ້ຳເປັນຕົວລະລາຍອາຫານທີ່ຜ່ານຂະບວນການຍ່ອຍໃນກະເພາະ ເຊິ່ງຍັງບໍ່ທັນໄດ້ມີປະລິມານທີ່ໃຫ້ດື່ມແບບສະເພາະເຈາະຈົງໃນແຕ່ລະມື້ ເພາະການສູນເສຍນ້ຳຂອງແຕ່ລະຄົນແມ່ນມີປະລິມານທີ່ແຕກຕ່າງກັນ ແຕ່ໂດຍທົ່ວໄປແລ້ວການດື່ມນ້ຳປະມານ 8 ຈອກຕໍ່ມື້ ຖືວ່າເປັນສິ່ງທີ່ດີຕໍ່ສຸຂະພາບ.

ເນື່ອງຈາກວ່າລະດູຮ້ອນຈະມີການສູນເສຍເຫື່ອຫຼາຍ ຄວນຫຼີກລ່ຽງການດື່ມນ້ຳຫວານ ເພາະຍິ່ງຈະເຮັດໃຫ້ຫິວນ້ຳຫຼາຍຂຶ້ນ ອາດຈະດື່ມເປັນນ້ຳໝາກໄມ້ ຫຼື ນ້ຳຢາພື້ນເມືອງທີ່ບໍ່ມີລົດຊາດຫວານຫຼາຍແທນ ແລະ ບໍ່ຄວນກິນນ້ຳກ້ອນ ຫຼື ດື່ມນ້ຳທີ່ເຢັນໆ ໃນສະພາບອາກາດຮ້ອນຕ້ອງຫາທາງຊ່ວຍດັບຮ້ອນ ເພື່ອປ້ອງກັນຄວາມຮ້ອນທີ່ກະທົບໃສ່ຮ່າງກາຍ ແທນທີ່ຈະຫາວິທີເອົາຄວາມເຢັນມາໃສ່ແທນ ເຊິ່ງອາດຈະເປັນອັນຕະລາຍໄດ້.
ດັ່ງນັ້ນ ໃນລະດູຮ້ອນນີ້ຄວນດື່ມນ້ຳໃຫ້ຫຼາຍໆ ຍົກເວັ້ນຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງ ແລະ ພະຍາດຫົວໃຈບາງຊະນິດ ເພາະຜູ້ທີ່ເປັນພະຍາດດັ່ງກ່າວ ເມື່ອດື່ມນ້ຳຮອດລະດັບໜຶ່ງຈະບໍ່ສາມາດຖ່າຍເບົາໄດ້ ຫຼື ຖ່າຍເບົາໄດ້ແຕ່ໜ້ອຍດຽວ ຖ້າວ່າດື່ມນ້ຳເຂົ້າໄປຫຼາຍກໍຈະກາຍເປັນນ້ຳຂັງ ແລະ ຖ້ວມປອດໄດ້ ສ່ວນພະຍາດຫົວໃຈ ຫຼື ກ້າມຊີ້ນຫົວໃຈອ່ອນແຮງ ຖ້າດື່ມນ້ຳຫຼາຍກໍຈະເຮັດໃຫ້ປະລິມານເລືອດໃນຮ່າງກາຍຫຼາຍ ແລະ ເຮັດໃຫ້ຫົວໃຈຕ້ອງສູບສີດຫຼາຍຂຶ້ນ ຍິ່ງເຮັດໃຫ້ຫົວໃຈເຮັດວຽກຫຼາຍຂຶ້ນ ແລະ ອ່ອນເພຍກວ່າເກົ່າ.
ການດື່ມນ້ຳໃຫ້ພຽງພໍກັບຄວາມຕ້ອງການໃນລະດູຮ້ອນ ແມ່ນດື່ມໃນປະລິມານ 1,5-2 ລິດ ແຕ່ໃນຄວາມເປັນຈິງແລ້ວ ບໍ່ວ່າຈະເປັນລະດູຮ້ອນ ຫຼື ລະດູໜາວ ທັງໝົດກໍແຝງມາດ້ວຍພະຍາດຕ່າງໆ ດັ່ງນັ້ນ ຈຶ່ງຕ້ອງກຽມເຮັດໃຫ້ຮ່າງກາຍມີຄວາມພ້ອມ ເພື່ອຮັບມືກັບເຊື້ອພະຍາດຕ່າງໆທີ່ຈະເຂົ້າມາຢູ່ຕະຫຼອດເວລາ ດ້ວຍການຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ກໍຄືການອອກກຳລັງກາຍ ກິນອາຫານທີ່ມີປະໂຫຍດ ແລະ ປຸງແຕ່ງໃຫ້ສຸກດີ.