ຈະແກ້ແນວໃດ ມີແຕ່ຜູ້ເວົ້າ

ບັນ­ຫາ​ໂລກ​ແຕກ​ຂອງ​ຍຸກ​ໂລ­ກາ​ພິ​ວັດ ນັບ​ແຕ່​ປັດ­ຈຸ­ບັນ​ໄປ​ໜ້າ ແມ່ນ​ເວົ້າ​ເຖິງ​ພະ­ຍາດ​ໂຄ​ວິດ-19 ພະ­ຍາດ​ຢາ​ເສບ​ຕິດ ພະ­ຍາດ​ອວດ­ອົ່ງ​ທະ​ນົງ​ຕົວ ພະ­ຍາດ​ສໍ້​ລາດ​ບັງ​ຫຼວງ ພະ­ຍາດ​ເວົ້າ​ຫຼາຍ​ເຮັດ​ໜ້ອຍ ພະ­ຍາດ​ຊືມ​ເຊື້ອ ເຊັ່ນ: ມີ​ຫຼາຍ​ຄົນ​ເວົ້າ ກົດ­ໝາຍ​ບໍ່​ເຂັ້ມ​ງວດ ກົດ­ໝາຍ​ບໍ່​ສັກ­ສິດ ຍ້ອນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ສຶກ​ສາ​ອົບ­ຮົມ​ກົດ­ໝາຍ​ບໍ່​ເລິກ ບໍ່​ເຊິ່ງ ບໍ່​ກວ້າງ­ຂວາງ ບໍ່​ໄປ​ຮອດ​ໄປ​ເຖິງ​ປະ­ຊາ­ຊົນ…

ເພິ່ນຫ້າມ ບໍ່ໃຫ້ຂາຍ

ການ​ຄ້າ-ຂາຍ​ຫງາຍ​ມື ເປັນ​ເລື່ອງ​ປົກ­ກະ­ຕິ​ຂອງ​ຄົນ​ທີ່​ເຮັດ​ໜ້າ­ທີ່​ເປັນ​ຊາວ​ຄ້າ-ຊາວ​ຂາຍ ແມ່ນ​ການ​ຕອບ​ສະ­ໜອງ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ຜູ້​ຊື້​ກັບ​ຜູ້​ຂາຍ ບົນ​ພື້ນ­ຖານ​ຄວາມ​ສະ­ເໝີ­ພາບ​ຕໍ່­ໜ້າ​ກົດ­ໝາຍ ຕ່າງ​ຝ່າຍ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ປະ­ໂຫຍດ ກົດ­ໝາຍ​ໄດ້​ກຳ­ນົດ​ແລ້ວ ການ​ຊື້ ການ​ຂາຍ ການ​ແລກ­ປ່ຽນ ການ​ຄອບ​ຄອງ​ຊັບ ທັງ​ໝົດ​ນັ້ນ​ແມ່ນ​ໄດ້​ດ້ວຍ​ຄວາມ​ຖືກ­ຕ້ອງ ດ້ວຍ​ຄວາມ​ບໍ­ລິ­ສຸດ​ຜຸດ​ຜ່ອງ ໝາຍ​ຄວາມ​ວ່າ…

ການລະເມີດລະບຽບທາງດ້ານການແພດຖືເປັນການກະທຳຜິດ

    ສະພາບສູ່ມື້ນີ້ ການເຈັບເປັນເອັນອຸ່ນ ເຈັບໄຂ້ໄດ້ພະຍາດ ການເຈັບປ່ວຍທາງກາຍທາງໃຈ ຍ້ອນການບໍລິໂພກອາຫານທີ່ບໍ່ເປັນມິດກັບສຸຂະພາບ ກັບຮ່າງກາຍ ກາຍເປັນບັນຫາໃຫຍ່ ທີ່ມີຄົນຈຳນວນຫຼາຍພວມປະສົບພົບພໍ້ ຊຶ່ງໄດ້ສ້າງຜົນກະທົບບໍ່ໜ້ອຍຕໍ່ຄວາມຍືນຍົງ ແລະ ໝັ້ນຄົງຂອງຊີວິດມະນຸດ. ເມື່ອຍາມເຈັບເປັນຄົນສ່ວນຫຼາຍກໍໄດ້ໄປໂຮງໝໍ ໄປຄີຣນິກເພື່ອໃຫ້ແພດໃຫ້ໝໍ ໃຫ້ຜູ້ຊ່ຽວຊານສະເພາະດ້ານເພິ່ນກວດ ເພິ່ນແທກຕັ່ງຊົງ…

ການປະຕິບັດສັນຍາທີ່ບໍ່ມີຄຸນນະພາບ

ຍາມ​ຢາກ​ຂາຍ​ຊັບ​ພະ​ສິ່ງ​ໃດ ກໍ​ວ່າ​ດີ ກໍ​ວ່າ​ມີ​ຄຸນ​ນະ​ພາບ ກໍ​ວ່າ​ຮັບ­ປະ­ກັນ ແຕ່​ບາດ​ເອົາ​ໄປ​ກິນ ເອົາ​ໄປ​ໃຊ້ ເອົາ​ໄປ​ນຸ່ງ​ຖື ຜັດ​ປານ​ວ່າ​ເອົາ​ກະ­ເປົາ​ປ່ານ​ສູບ​ໃສ ທັງ​ຍານ ທັງ​ເປືອຍ ທັງ​ເນົ່າ ທັງ​ເໝັນ ໝົດ​ອາ­ຍຸ​ການ​ບໍ­ລິ­ໂພກ ໂຊກ​ຮ້າຍ​ຂຶ້ນ​ມາ​ເຖິງ​ກັບ​ໄດ້​ໄປ​ນອນ​ໃສ່​ນ້ຳ​ເຊ​ໂຣມ​ຢູ່​ໂຮງ­ໝໍ​ນຳ​ອີກ. ບົດ​ນີ້​ຈະ​ກ່າວ​ເຖິງ ສັນ­ຍາ​ທີ່​ຫາ​ຄຸນ​ນະ​ພາບ​ບໍ່​ໄດ້…

ການ​ປະຕິບັດ​ສັນຍາ​ທີ່​ບໍ່​ເປັນ​ທຳ

    ​ເມື່ອ​ຄວາມ​ໂລບ​ເຂົ້າ​ບັງຕາ ຄວາມ​ຈິງ​ໃຈ​ຕິດ​ປີກ​ບິນ​ໜີ ຄວາມ​ດີ​ຄວາມ​ງາມ​ທີ່​ວ່າ​ກັນ​ໄວ້ກໍ​ຖືກ​ປະຕິ​ເສດ ​ໃຈ​ຜີ ​ໃຈ​ເຜດ​ກໍ​ດົນ​ບັນດານ​ໃຫ້​ຄົນ​ບາງ​ຄົນ ຄູ່​ສັນຍາ​ຝ່າຍ​ໃດ​ໜຶ່ງ​ກັບປ່ຽນ​ໃຈຢ່າງ​ກະທັນ​ອັນ​ທີ່​ວ່າ​ກັນ​ວ່າ​ງ່າຍ​ທີ່​ສຸດ​ກໍ​ກາຍ​ເປັນ​ເລື່ອງ​ທີ່​ສຸດ​ເຊັ່ນ ການ​ປະຕິບັດ​ພັນທະ​ຂອງ​ຕົນ​ຕາມ​ສັນຍາ. ມີ​ບາງ​ຄູ່​ສັນຍາ​ກໍ​ປະຕິບັດ​ພັນທະ​ທີ່​ຕົນ​ມີ​ຕໍ່​ຄົນ​ອື່ນ​ທີ່​ເປັນ​ສັນຍາ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ສຸດ​ກົກ​ສຸດ​ປາຍ ​ແຕ່​ບາງ​ຄູ່​ສັນ​ກໍ​ປະຕິບັດ​ສັນຍາ ຫຼື ປະຕິ​ເສດ​ການ​ປະຕິບັດ​ພັນທະ​ຂອງ​ຕົນ​ແບບ​ວ່າ ຢາກ​ໄດ້​ໃຫ້​ໄປ​ຟ້ອງ​ສານ​ດັ່ງ​ນີ້.    …

ການລະເມີດສັນຍາ

ເມື່ອ​ຄູ​ສັນ­ຍາ​ຫາກ​ໄດ້​ເຮັດ​ສັນ­ຍາ​ນຳ​ກັນ ບົນ​ພື້ນ­ຖານ​ທີ່​ກົດ­ໝາຍ​ກຳ­ນົດ​ແລ້ວ ທັງ​ສອງ​ຝ່າຍ ຕ້ອງ​ປະ­ຕິ­ບັດ​ສັນ­ຍາ​ຕາມ​ທີ່​ໄດ້​ຕົກ­ລົງ ຫຼື ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ຢ່າງ​ເຂັ້ມ​ງວດ ແຕ່​ໃນ​ຄວາມ​ເປັນ​ຈິງ ມີ​ຄູ່​ສັນ­ຍາ​ບາງ​ຄົນ​ບໍ່​ສາ­ມາດ​ປະ­ຕິ­ບັດ​ສັນ­ຍາ​ທີ່​ຕົນ​ໄດ້​ຕົກ­ລົງ​ກັບ​ຝ່າຍ​ໜຶ່ງ​ໄດ້ ໂດຍ​ສະ­ເພາະ​ແມ່ນ ລູກ​ໜີ້ ຫຼື ຜູ້​ຊື້​ກັບ​ຜູ້​ຂາຍ ນາຍ​ຈ້າງ ລູກ­ຈ້າງ ຜູ້​ອອກ­ແຮງ​ງານ​ກັບ​ຜູ້​ໃຊ້​ແຮງ​ງານ ເປັນ­ຕົ້ນ…

ມີໂທດຍ້ອນຂາດຄວາມຮັບຜິດຊອບ

ພະ­ນັກ­ງານ-ລັດ­ຖະ­ກອນ​ທຸກ​ຄົນ ຫຼື ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຮັບ​ຊອບ​ໃນ​ພາ­ລະ­ກິດ​ທີ່​ຕົນ​ເຮັດ​ຢູ່ ທຳ​ຢູ່ ຫາກ​ປະ­ຕິ­ບັດ​ໜ້າ­ທີ່​ດີ​ມີ​ຜົນ­ງານ ແນ່­ນອນ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍ້ອງ­ຍໍ​ສັນ­ລະ­ເສີນ ໄດ້​ຮັບ​ການ​ເລື່ອນ​ຊັ້ນ ເລື່ອນ​ຂັ້ນ ເລື່ອນ​ໜ້າ­ທີ່​ຕຳ­ແໜ່ງ ຫຼື ໄດ້​ຮັບ​ການ​ຕອບ​ແທນ​ດ້ວຍ​ວິ­ທີ​ການ​ອື່ນ ແຕ່​ໃນ​ທາງ​ກົງ­ກັນ­ຂ້າມ ພະ­ນັກ­ງານ-ລັດ­ຖະ­ກອນ ຫຼື ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະ­ຕິ­ບັດ​ໜ້າ­ທີ່ໆ…

ສາເຫດຂອງການຂໍຢ່າຮ້າງ ແລະ ຜົນກະທົບຕໍ່ສັງຄົມຂອງການຂໍຢ່າຮ້າງ

ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ ຄອບ­ຄົວ​ແມ່ນ​ຈຸ​ລັງ​ໜຶ່ງ​ຂອງ​ສັງ­ຄົມ​ເຊິ່ງ​ມີ ຜົວ ເມຍ ລູກ ຫຼື ສະ­ມາ­ຊິກ​ອື່ນໆ​ໃນ​ຄອບ­ຄົວ​ທີ່​ມີ​ສາຍ​ພົວ­ພັນ​ເຊິ່ງ​ກັນ ແລະ ກັນ ແລະ ດຳ­ລົງ​ຊີ­ວິດ​ຮ່ວມ​ກັນ ໂດຍ​ມີ​ສຳ­ມະ­ໂນ​ຢັ້ງ­ຢືນ​ຢ່າງ​ຖືກ­ຕ້ອງ ຕ່າງ​ຝ່າຍ​ຕ່າງ​ເຄົາ­ລົບ​ສິດ​ສະ­ເໝີ­ພາບ​ລະ­ຫວ່າງ​ກັນ ແລະ ຜົວ​ເມຍ ມີ​ສິດ​ເທົ່າ​ທຽມ​ກັນ​ໃນ​ທຸກ​ດ້ານ​ກ່ຽວ​ກັບ​ສາຍ​ພົວ­ພັນ​ຄອບ­ຄົວ…

ສ້າງບໍ່ຖົມ

ມື້­ກ່ອນ​ນີ້ ໄດ້​ຍົກ​ເອົາ​ບັນ­ຫາ​ເລື່ອງ​ປ້ຳ​ໄມ້​ຄ້າງ​ປະ​ໄວ້ ແລ້ວ​ໄມ້​ລົ້ມ​ລົງ​ທັບ​ຄົນ ຫຼື ສັດ​ໄດ້​ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ ເຈົ້າ​ຂອງ​ຜູ້​ປ້ຳ ຜູ້​ຟັນ ຜູ້​ບັກ​ໄມ້​ນັ້ນ​ໄວ້​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ຄົນ ຫຼື ສັດ​ນັ້ນ ຍ້ອນ​ຂາດ​ຄວາມ​ຮອບ​ຄອບ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ດັ່ງ­ກ່າວ​ຕ້ອງ​ຮັບ­ຜິດ­ຊອບ ມື້­ນີ້​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ…

error: Content is protected !!