ການເສຍສິດຕາມອາຍຸຄວາມ

ມື້­ກ່ອນ​ຜູ້​ຂຽນ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຕ່າງໆ ທີ່​ສຳ­ຄັນ​ຈຳ­ນວນ​ໜຶ່ງ​ມາ​ສະ­ເໜີ​ໃຫ້​ທ່ານ​ຜູ້​ອ່ານ ໄດ້​ທຳ​ຄວາມ​ເຂົ້າ­ໃຈ​ກັບ​ອາ­ຍຸ​ຄວາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ຊຶ່ງ​ກໍ​ຈະ​ພາ​ທ່ານ ໄປ​ສູ່​ຄວາມ​ເຂົ້າ­ໃຈ​ໃນ​ເລື່ອງ​ນີ້​ບໍ່​ຫຼາຍ​ກໍ​ໜ້ອຍ ສຳ­ລັບ​ມື້­ນີ້ ກໍ​ຍັງ​ຈະ​ວົນ­ວຽນ​ຢູ່​ກັບ​ເນື້ອ​ໃນ​ຂອງ​ອາ­ຍຸ​ຄວາມ ແຕ່​ຈະ​ເວົ້າ​ເຖິງ​ການ​ເສຍ​ສິດ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ​ຕາມ​ອາ­ຍຸ​ຄວາມ. ອາ­ຍຸ​ຄວາມ​ໃນ​ການ​ທວງ ຫຼື ການ​ຮ້ອງ​ຟ້ອງ​ແບ່ງ​ອອກ​ເປັນ​ສອງ​ປະ­ເພດ ຄື: ອາ­ຍຸ​ຄວາມ​ທົ່ວ​ໄປ ແລະ ອາ­ຍຸ​ຄວາມ​ສະ­ເພາະ. –…

ອາຍຸຄວາມ

ໃນ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ກໍ​ຄື​ກັນ​ກັບ​ການ​ດຳ­ເນີນ​ຄະ­ດີ​ແພ່ງ ລ້ວນ​ແຕ່​ມີ​ກຳ­ນົດ​ເວ­ລາ ຊຶ່ງ​ກົດ­ໝາຍ​ໄດ້​ລະ­ບຸ​ໄວ້​ຢ່າງ​ຈະ­ແຈ້ງ ໂດຍ​ສະ­ເພາະ ເວ­ລາ​ທີ່​ມີ​ການ​ລະ­ເມີດ​ສິດ ແລະ ຜົນ​ປະ­ໂຫຍດ​ຊຶ່ງ​ກັນ ແລະ ກັນ ອາ­ຍຸ​ຄວາມ​ແມ່ນ​ໄລ­ຍະ​ເວ­ລາ​ຂອງ​ການ​ໄດ້​ສິດ ຫຼື ເສຍ​ສິດ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ເພື່ອ​ໃຫ້​ຜູ້​ມີ​ສິດ​ນຳ​ໃຊ້​ສິດ​ຂອງ​ຕົນ ທວງ​ເອົາ ຮ້ອງ​ຟ້ອງ​ຕໍ່​ບຸກ­ຄົນ…

ການຍົກເລີກສັນຍາ

ການຍົກເລີກສັນຍາ ໝາຍເຖິງການຢຸດເຊົາ ບໍ່ສືບຕໍ່ປະຕິບັດສັນຍາຕາມການຕົກລົງຂອງຄູ່ສັນຍາ ຫຼື ກໍລະນີທີ່ມີການລະເມີດສັນຍາ ຄູ່ສັນຍາທີ່ໄດ້ຮັບຄວາມອັບປະໂຫຍດນັ້ນ ຈະຍົກເລີກສັນຍາຝ່າຍດຽວກໍໄດ້, ເວັ້ນເສຍແຕ່ຄູ່ສັນຍາຫາກຕົກລົງກັນໄວ້ຢ່າງອື່ນ. ເຖິງຢ່າງໃດກໍຕາມການຍົດເລີກສັນຍາກໍຕ້ອງໄດ້ປະຕິບັດຕາມເງື່ອນໄຂດັ່ງນີ້: ສັນຍາທີ່ເກີດຂຶ້ນ ແລະ ມີຜົນບັງຄັບໃຊ້ໄດ້ແລ້ວ; ສັນຍາທີ່ຈະຖືກຍົກເລີກນັ້ນ ຕ້ອງເປັນສັນຍາທີ່ເກີດຂຶ້ນ ແລະ ມີຜົນບັງຄັບໃຊ້ແລ້ວສາມາດຍົກເລີກໄດ້.…

ການປ່ຽນແປງເນື້ອໃນສັນຍາ

ສັນ­ຍາ ແມ່ນ​ນິ­ຕິ​ກຳ​ທາງ​ແພ່ງ​ຊະ­ນິດ​ໜຶ່ງ ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ແຕ່​ສອງ​ຄົນ​ຂຶ້ນ​ໄປ ຊຶ່ງ​ມີ​ສິດ ແລະ ພັນ­ທະ​ຕາມ​ການ​ຕົກ­ລົງ​ຂອງ​ຄູ່​ສັນ­ຍາ ຫຼື ຕາມ​ການ​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ເມື່ອ​ເວົ້າ ເຖິງ​ສັນ­ຍາ ພວກ​ເຮົາ​ຕ້ອງ​ຄຳ­ນຶງ​ເຖິງ​ບັນ­ດາ​ຫຼັກ­ການ​ຕ່າງໆ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ ເຮັດ​ສັນ­ຍາ ໂດຍ​ສະ­ເພາະ​ແມ່ນ ຫຼັກ­ການ​ອິດ­ສະ­ຫຼະ­ພາບ​ໃນ​ການ​ເຮັດ​ສັນ­ຍາ ແລະ…

ການຄອບຄອງຊັບທີ່ຮູ້ຢູ່ວ່າ ບໍ່ແມ່ນຂອງຕົນ

ເມື່ອ​ສັງ­ຄົມ​ມີ​ການ​ປຽບ­ທຽບ​ຊັ່ງ­ຊາ​ກັນ ແຕ່­ລະ­ຄົນ​ກໍ​ຕ້ອງ​ດີ້ນ­ຮົນ​ເພື່ອ​ຫາ​ຊັບ​ສິ່ງ​ຂອງ​ໃໝ່ໆ​ນຳ​ມາ​ໃຊ້ ເພື່ອ​ໂຕ້​ກັບ​ການ​ໝິ່ນ­ປະ­ໝາດ​ຂອງ​ຄົນ​ຈຳ­ນວນ​ໜຶ່ງ​ໃນ​ສັງ­ຄົມ ທັງ​ເປັນ​ການ​ຍົກ​ບົດ­ບາດ​ຊີ­ວິດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ທຽບ​ເທົ່າ ຫຼື ໃກ້​ຄຽງ​ກັບ​ຄົນ​ອື່ນ ນັ້ນ​ຖື​ເປັນ​ການ​ແຂ່ງ­ຂັນ​ຊີງ​ດີ​ຊີງ​ເດັ່ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ກໍ​ບໍ່​ຍອມ​ຖອຍ­ຫຼັງ​ໃຫ້​ກັນ ທັ່ງໆ​ທີ່​ເຮົາ​ບໍ່​ຮູ້​ເລີຍ​ວ່າ ເຂົາ​ໄດ້​ມາ​ດ້ວຍ​ວິ­ທີ​ການ​ໃດ? ໄດ້​ມາ​ຍ້ອນ​ພໍ່​ແມ່​ເຂົາ​ມີ​ເງິນ​ຫຼາຍ​ບໍ? ຍ້ອນ​ພໍ່​ແມ່​ເຂົາ​ມີ​ມູນ​ຫຼາຍ​ບໍ? ເຂົາ​ໄດ້​ມາ​ດ້ວຍ​ການ​ຄ້າ-ຂາຍ​ສິ່ງ​ຜິດ​ກົດ­ໝາຍ​ບໍ? ຫຼື ເຂົາ​ໄດ້​ມາ​ດ້ວຍ​ການ​ຕົວະ​ຍົວະ​ຫຼອກ​ລວງ…

ການປົກປ້ອງຊັບຂອງຕົນ

ເນື່ອງ​ຈາກ​ການ​ບໍ່​ເຄົາ­ລົບ​ສິດ​ຂອງ​ກັນ ແລະ ກັນ ລະ­ຫວ່າງ​ຄົນ​ກັບ​ຄົນ ລະ­ຫວ່າງ​ເຈົ້າ​ກັບ​ຂ້ອຍ ລະ­ຫວ່າງ​ຜູ້​ນີ້​ກັບ​ຜູ້​ອື່ນ ບຸກ­ຄົນ​ນີ້​ກັບ​ບຸກ­ຄົນ​ອື່ນ ກ່ຽວ​ກັບ​ສິດ​ໃນ​ກຳ­ມະ­ສິດ ຊຶ່ງ​ບາງ​ລາຍ​ກໍ​ເຖິງ​ກັບ​ຖື​ພ້າ​ຖື​ມີດ​ເຂົ້າ​ຫາ​ກັນ ບາງ​ລາຍ​ກໍ​ເຖິງ​ຂັ້ນ​ຖື​ປືນ ຖື​ສິດ ຖື​ອຳ­ນາດ​ທີ່​ມີ​ເພື່ອ​ນາບ​ຂູ່​ເຊິ່ງ​ກັນ ແລະ ກັນ ໂດຍ​ທີ່​ຍັງ​ບໍ່​ທັນ​ຮູ້​ວ່າ​ໃຜ​ມີ​ເອ­ກະ­ສານ​ທີ່​ເປັນ​ຫຼັກ​ຖານ​ຢັ້ງ­ຢືນ ຫຼື…

ເວົ້າເລື່ອງສິດຂອງຜູ້ຮັກສາເຄື່ອງປູກ ເຈົ້າຂອງເຮືອນ ຫຼື ສວນ

ຫຼາຍ​ມື້​ຜ່ານ​ມາ​ໄດ້​ເວົ້າ​ເຖິງ​ຫຼາຍ​ບັນ­ຫາ ແລະ ຫຼາຍ​ສິດ​ຂອງ​ພົນ­ລະ­ເມືອງ ຊຶ່ງ​ທຸກ​ບັນ­ຫາ ເຈົ້າ​ຂອງ​ກຳ­ມະ­ສິດ​ຕ້ອງ​ໄດ້​ພ້ອມ​ກັນ​ເຄົາ­ລົບ ແລະ ປະ­ຕິ­ບັດ​ຕາມ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ຢ່າງ​ຈິງ​ຈັງ ຈິງ​ໃຈ ແລະ ເຂັ້ມ​ງວດ ຫາກ​ບໍ່​ດັ່ງ­ນັ້ນ ການ​ເປັນ​ເລື່ອງ​ເປັນ­ຄວາມ ເປັນ​ຂໍ້​ຂັດ​ແຍ່ງ ເປັນ​ຄະ­ດີ​ກໍ​ຈະ​ຕາມ​ມາ…

ສິດໃນການອະນຸຍາດ

ຕາມ​ປົກ­ກະ­ຕິ ເມື່ອ​ມີ​ການ​ຮ້ອງ​ຂໍ ບໍ່​ວ່າ​ຈະ​ເປັນ​ລາຍ​ລັກ​ອັກ­ສອນ ຫຼື ບໍ່​ກໍ​ຕາມ ຜູ້​ທີ່​ຖືກ​ຮ້ອງ​ຂໍ ກໍ​ຈະ​ອະ­ນຸ­ຍາດ​ໃຫ້​ຕາມ​ການ​ຮ້ອງ​ຂໍ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ ຫາກ​ການ​ຮ້ອງ​ນັ້ນ​ບໍ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ຫຼື ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສິດ ແລະ ຜົນ​ປະ­ໂຫຍດ​ລວມ​ຂອງ​ລັດ ຂອງ​ສັງ­ຄົມ ຫຼື ຂອງ​ນິ­ຕິ­ບຸກ­ຄົນ ຫຼື…

ສິດ ແລະ ການນຳໃຊ້ກຳມະສິດ

ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ລ້ວນ​ແຕ່​ມີ ສິດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ ການ​ລະ­ເມີດ​ສິດ​ດັ່ງ­ກ່າວ​ຂອງ​ພົນ­ລະ­ເມືອງ ຖື​ເປັນ​ການ​ກະ­ທຳ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ເຖິງ​ແມ່ນ​ວ່າ​ພົນ­ລະ­ເມືອງ​ມີ​ສິດ​ຄື​ແນວ​ນັ້ນ­ແລ້ວ​ກໍ​ຕາມ ຫາກ​ຕົນ​ເປັນ​ຜູ້­ນຳ​ໃຊ້​ສິດ​ດັ່ງ­ກ່າວ​ບໍ່​ຖືກ­ຕ້ອງ​ເອງ ກໍ​ຈະ​ພາ­ໃຫ້​ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ການ​ກະ­ທຳ​ຂອງ​ຕົນ ຕາມ​ກໍ­ລະ­ນີ​ຂອງ​ການ​ກະ­ທຳ​ຜິດ ຊຶ່ງ​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ແລ້ວ​ນັ້ນ ສິດ ໝາຍ​ເຖິງ​ຄວາມ​ສາ​ມາ​ດະ​ກະ­ທຳ ຫຼື ບໍ່​ກະ­ທຳ (ກະ­ທຳ​ໃນ​ສິ່ງ​ທີ່​ຖືກ­ຕ້ອງ…

error: Content is protected !!