ດັ່ງພວກເຮົາຮູ້ນຳກັນແລ້ວວ່າ ຄອບຄົວແມ່ນຈຸລັງໜຶ່ງຂອງສັງຄົມເຊິ່ງມີ ຜົວ ເມຍ ລູກ ຫຼື ສະມາຊິກອື່ນໆໃນຄອບຄົວທີ່ມີສາຍພົວພັນເຊິ່ງກັນ ແລະ ກັນ ແລະ ດຳລົງຊີວິດຮ່ວມກັນ ໂດຍມີສຳມະໂນຢັ້ງຢືນຢ່າງຖືກຕ້ອງ ຕ່າງຝ່າຍຕ່າງເຄົາລົບສິດສະເໝີພາບລະຫວ່າງກັນ ແລະ ຜົວເມຍ ມີສິດເທົ່າທຽມກັນໃນທຸກດ້ານກ່ຽວກັບສາຍພົວພັນຄອບຄົວ ຍິງ ຊາຍ ທີ່ຮອດກະສຽນອາຍຸ 18 ປີ ມີສິດເສລີພາບໃນການເລືອກຄູ່ຮັກຕາມຄວາມສະໝັກໃຈ ແລະ ຄວາມຮັກມັກຂອງທັງສອງຝ່າຍ ເພື່ອເອົາກັນເປັນຜົວເມຍຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ຜົວເມຍມີສິດເສລີພາບໃນການແຕ່ງດອງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ແລະ ມາດຕາ 3 ຂອງກົດໝາຍວ່າດ້ວຍຄອບຄົວ.
ພວກເຮົາຄວນໄດ້ຄົ້ນຄວ້າເບິ່ງວ່າ ຍ້ອນສາເຫດອັນໃດແດ່ ຈຶ່ງພາໃຫ້ຄູ່ຜົວເມຍຢ່າຮ້າງກັນ ການຢ່າຮ້າງກັນມີຜົນກະທົບແນວໃດຕໍ່ການພັດທະນາເສດຖະກິດ-ສັງຄົມ ການຢ່າຮ້າງກັນ ແມ່ນປາກົດການຫຍໍ້ທໍ້ໃນສັງຄົມ ຫຼືບໍ່ ໃນມື້ນີ້ຜູ້ຂຽນຈະຍົກມາເວົ້າ ບາງບັນຫາທີ່ພາໃຫ້ຜົວເມຍທີ່ບໍ່ສາມາດຢູ່ນຳກັນໄດ້ ຢາກຂໍຢ່າຮ້າງໃຫ້ຖືກຕ້ອງຕາມກົດໝາຍ ຄອບຄົວທີ່ກຳນົດໄວ້ໃນມາດຕາ 20 ຄື: ສາເຫດຂອງການຂໍຢ່າຮ້າງ ມີ 10 ສາເຫດດັ່ງນີ້: ທຳມິດສາຈານ ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ ຕິດຢາເສບຕິດຢ່າງໜັກໜ່ວງ ຫຼື ຫຼີ້ນການພະນັນເປັນອາຈິນ ຫຼີ້ນກິນຟຸມເຟືອຍ ໜີໄປໂດຍບໍ່ຄອບກັນ ແລະ ບໍ່ສົ່ງຂ່າວຄາວ ຫຼື ສົ່ງຊັບມາລ້ຽງຄອບຄົວເປັນເວລາ 3 ປີຂຶ້ນໄປ ຜົວໄປບວດເປັນພິກຂຸ ສາມາເນນ ຫຼື ພໍ່ຂາວ ຫຼື ເມຍໄປບວດເປັນແມ່ຂາວ ເກີນກວ່າ 3 ປີ ໂດຍບໍ່ມີຄວາມເຫັນດີນຳກັນ ເປັນຜູ້ຫາຍສາບສູນຕາມຄຳຕັດສິນຂອງສານໃນກໍລະນີທີ່ຜົວ ຫຼື ເມຍ ນັ້ນຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວເປັນເວລາສອງປີ ຫຼື ໃນກໍລະນີເກີດອຸບັດເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ ຖືກສານຕັດສິນລົງໂທດຕັດອິດສາລະພາບແຕ່ 5 ປີຂຶ້ນໄປ ເປັນພະຍາດເຊິ່ງເປັນອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຈະຢູ່ນຳກັນໄດ້ ເປັນຄົນບ້າເສຍຈິດ ຈົນບໍ່ສາມາດຈະຢູ່ນຳກັນໄດ້ ບໍ່ສາມາດຮ່ວມປະເວນີທາງເພດ ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ ທໍລະມານຈິດໃຈກັນ.
ສະພາບຄວາມເປັນຈິງໃນສັງຄົມລາວເຮົາ ໃນຫຼາຍປີຜ່ານມາ ບໍ່ທັນມີອົງການ ບຸກຄົນໃດເອົາໃຈໃສ່ຢ່າງເອົາຈິງເອົາຈັງ ໃນການຄົ້ນຄວ້າກ່ຽວກັບສະພາບການຢ່າຮ້າງຂອງຄູ່ຜົວເມຍ ເຖິງຜົນກະທົບຂອງການຂໍຢ່າຮ້າງ ຊຶ່ງແມ່ນປາກົດການໜຶ່ງທີ່ເຄີຍເກີດຂື້ນຢູ່ໃນສັງຄົມລາວເຮົາ ບາງຄູ່ຜົວເມຍກໍຢ່າຮ້າງກັນຍ້ອນຄວາມເພິ່ງພໍໃຈຂອງທັງສອງຝ່າຍ ແຕ່ບາງຄູ່ຜົວເມຍກໍຢ່າຮ້າງກັນດ້ວຍຄວາມອັ່ງແຄ້ນ ແລະ ບໍ່ຫວັງດີຕໍ່ກັນ ເອົາປຽບເອົາລັດກັນ ບໍ່ພຽງແຕ່ຄູ່ຜົວເມຍຄຽດຊັງກັນເທົ່ານັ້ນ ພໍ່ແມ່ພີ່ນ້ອງທັງສອງກ້ຳສອງຝ່າຍກໍຄຽດຊັງກັນ ອັນສ້າງຜົນກະທົບບໍ່ດີໃນລະດັບທີ່ແນ່ນອນ ຕໍ່ການພັດທະນາສະຖາບັນຄອບຄົວຂອງທັງສອງຝ່າຍ.
ເມື່ອພໍ່ແມ່ຫາກຜິດຖຽງກັນຢ່າຮ້າງກັນແລ້ວ ຜູ້ເປັນລູກກໍ່ຮູ້ສຶກວ່າຕົນເອງຂາດບ່ອນເພິ່ງພາອາໄສ ບໍ່ມີຄວາມອົບອຸ່ນຈາກພໍ່ແມ່ຢ່າງເຕັມສ່ວນ ເກີດຄວາມເບື່ອໜ່າຍຕໍ່ການກະທຳຂອງພໍ່ແມ່ ກໍເລີຍອອກເຮືອນໜີໄປຕາມລຳພັງກາຍເປັນເດັກເສເພ ຖືກກຸ່ມຄົນບໍ່ດີຊັກຊວນໄປທາງທີ່ຜິດ ຕິດຢາ ຂີ້ລັກ ປຸ້ນຈີ້ ແລະ ອື່ນໆ ໃນບາງກໍລະນີ ຄູ່ຜົວເມຍຢ່າຮ້າງກັນແລ້ວກໍ່ເກີດຄະດີຮ້ອງຟ້ອງຂຶ້ນສານກ່ຽວກັບການແບ່ງປັນສິນສົມສ້າງ ແລະ ການຂໍລ້ຽງລູກ ເມື່ອສານຕັດສິນແລ້ວກໍບໍ່ຍອມປະຕິດບັດ ອຸທອນໄປມາ ເຮັດໃຫ້ເຈົ້າໜ້າທີ່ອິດເມື່ອຍໃນບັນຫາດັ່ງກ່າວ ເບິ່ງລວມແລ້ວໃນສະພາວະຄວາມເປັນຈິງ ການຢ່າຮ້າງຂອງຄູ່ຜົວເມຍໄດ້ພາໃຫ້ເກີດຜົນເສຍຫາຍຫຼາຍຢ່າງທີ່ໜ້າເສຍດາຍ.
ວິທີທີ່ສາມາດແກ້ໄຂເບື້ອງຕົ້ນ ເມື່ອເວລາຜົວ ຫຼື ເມຍບໍ່ເຂົ້າອົກເຂົ້າໃຈກັນ ແມ່ນທັງສອງຝ່າຍຕ້ອງຊອກຫາວິທີທາງແກ້ໄຂຮ່ວນກັນເຊັ່ນ: ເວລາຜົວໃຈຮ້າຍໃຈຮ້ອນ ຜູ້ເປັນເມຍຕ້ອງອົດ ແລະ ກົງກັນຂ້າມ ເວລາເມຍໃຈຮ້າຍໃຈຮ້ອນ ຜູ້ເປັນຜົວຕ້ອງອົດ ເມື່ອໃດທັງຄູ່ມີອາລົມດີ ຈຶ່ງຄ່ອຍວ່າຕຳນິສົ່ງຂ່າວຕິຕຽນກັນເພື່ອໃຫ້ປ່ຽນແປງ ຖ້າຂໍ້ຂັດແຍ່ງຫາກຮ້າຍແຮງຂຶ້ນ ຜູ້ເປັນພໍ່ແມ່ຍາດພີ່ນ້ອງທັງສອງກ້ຳສອງຝ່າຍ ຕ້ອງເອີ້ນເອົາຄູ່ຜົວເມຍນັ້ນມາສຶກສາອົບຮົມ ເພື່ອໃຫ້ດີກັນຄືນ ຖ້າຍັງບໍ່ມີຫຍັງປ່ຽນແປງ ແມ່ນຕ້ອງໄດ້ໄກ່ເກ່ຍຂັ້ນບ້ານ ເພື່ອເອີ້ນພວກກ່ຽວມາສຶກສາອົບຮົມໄກ່ເກ່ຍ ເພື່ອໃຫ້ເຂົ້າອົກເຂົ້າໃຈກັນຄືເກົ່າ ພວກເຮົາຄວນຫຼີກລ່ຽງການຢ່າຮ້າງກັນ ເພາະມັນເກີດຜົນກະທົບຫຼາຍຢ່າງຕາມມາກັບທຸກຝ່າຍ ພ້ອມກັນນັ້ນກໍຄວນສົ່ງເສີມການແຕ່ງງານຄັ້ງດຽວຜົວໜຶ່ງເມຍດຽວ ໃນຊີວິດຈິ່ງຈະມີຄວາມຜາສຸກທີ່ແທ້ຈິງ.
ດ້ວຍເຫດນັ້ນຈຶ່ງເຫັນໄດ້ວ່າ ເສັ້ນທາງທີ່ດີທີ່ສຸດມີຄວາມຜາສຸກທີ່ສຸດ ແມ່ນເອົາພຽງຜົວໜຶ່ງເມຍດຽວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຄອບຄົວມາດຕາ 4 ເມື່ອໄດ້ເອົາກັນເປັນຜົວເປັນເມຍແລ້ວຕ້ອງບໍລິສຸດໃຈກັນ ພ້ອມກັນເຮັດ ພ້ອມກັນສ້າງ ພ້ອມກັນລ້ຽງດູ ບອກສອນລູກເຕົ້າໃຫ້ມີຄວາມຈະເລີນກ້າວໜ້າ ຄູ່ຜົວເມຍຢູ່ເຖົ້າຢູ່ແກ່ນຳກັນຜົວໜຶ່ງເມຍດຽວ ແມ່ນແບບຢ່າງທີ່ດີ ທັງເປັນມູນເຊື້ອອັນດີງາມຂອງວັດທະນະທຳລາວເຮົາ.
ໂດຍ: ແກ້ວຊຽງຄານ ຄຳມຸງຄຸນ