ການ​ປະຕິບັດ​ສັນຍາ​ທີ່​ບໍ່​ເປັນ​ທຳ

    ​ເມື່ອ​ຄວາມ​ໂລບ​ເຂົ້າ​ບັງຕາ ຄວາມ​ຈິງ​ໃຈ​ຕິດ​ປີກ​ບິນ​ໜີ ຄວາມ​ດີ​ຄວາມ​ງາມ​ທີ່​ວ່າ​ກັນ​ໄວ້ກໍ​ຖືກ​ປະຕິ​ເສດ ​ໃຈ​ຜີ ​ໃຈ​ເຜດ​ກໍ​ດົນ​ບັນດານ​ໃຫ້​ຄົນ​ບາງ​ຄົນ ຄູ່​ສັນຍາ​ຝ່າຍ​ໃດ​ໜຶ່ງ​ກັບປ່ຽນ​ໃຈຢ່າງ​ກະທັນ​ອັນ​ທີ່​ວ່າ​ກັນ​ວ່າ​ງ່າຍ​ທີ່​ສຸດ​ກໍ​ກາຍ​ເປັນ​ເລື່ອງ​ທີ່​ສຸດ​ເຊັ່ນ ການ​ປະຕິບັດ​ພັນທະ​ຂອງ​ຕົນ​ຕາມ​ສັນຍາ. ມີ​ບາງ​ຄູ່​ສັນຍາ​ກໍ​ປະຕິບັດ​ພັນທະ​ທີ່​ຕົນ​ມີ​ຕໍ່​ຄົນ​ອື່ນ​ທີ່​ເປັນ​ສັນຍາ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ສຸດ​ກົກ​ສຸດ​ປາຍ ​ແຕ່​ບາງ​ຄູ່​ສັນ​ກໍ​ປະຕິບັດ​ສັນຍາ ຫຼື ປະຕິ​ເສດ​ການ​ປະຕິບັດ​ພັນທະ​ຂອງ​ຕົນ​ແບບ​ວ່າ ຢາກ​ໄດ້​ໃຫ້​ໄປ​ຟ້ອງ​ສານ​ດັ່ງ​ນີ້.

    ການ​ປະຕິບັດ​ສັນຍາ​ທີ່​ບໍ່​​ເປັນ​ທຳ ຫຼື ບໍ່​ສົມ​ເຫດ​ສົມ​ຜົນ ​ໝາຍ​ເຖິງການປະຕິບັດ​ພັນທະ​ຂອງ​ຄູ່​ສັນຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຕາມ​ການ​ຕົກລົງ​ກັນ​ໄວ້​ໃນ​ສັນຍາ ຢ່າງ​ບໍ່​ເໝາະ​ສົມ​ກັບ​ຕົວ​ຈິງ ຫຼື ​ເປົ້າ​ໝາຍ​ທີ່​ໄດ້​ຕົກລົງ​ກັນ. ຕົວຢ່າງ: ທ້າວ ກໍ ​ໄດ້​ວ່າ​ຈ້າງ​ນັກ​ຮ້ອງ ສໍ ສຽງ​ດີ ທີ່​ມີ​ຊື່​ສຽງ ​ໄປ​ຮ້ອງ​ເພງ​ທີ່​ງານ​ລ້ຽງ​ຂອງ​ຕົນ ​ເມື່ອ ສໍ. ສຽງ​ດີ​ຮ້ອງ​ເພງ​ໄດ້ 5 ຈຶ່ງ​ໄດ້​ມອບ​ໃຫ້​ນັກ​ຮ້ອງ​ທີ່​ໄປ​ນຳ​ກັນ​ຮ້ອງ​ເພງ​ຕາງ​ຈົນ​ໃກ້​ງານ​ຈະ​ເລີກ ຈຶ່ງ​ຂຶ້ນ​ຮ້ອງ​ເພງ​ອີກ​ເປັນ​ເພງ​ສຸດ​ທ້າຍ​ແລ້ວ ງານ​ລ້ຽງ​ກໍ​ສິ້ນ​ສຸດ​ລົງ. ​ເຮັດ​ໃຫ້ ທ້າວ ກໍ ​ແລະ ​ເພື່ອນ​ຮ່ວມ​ງານ​ເກີດ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ກະທຳ ຂອງ​ສໍ. ສຽງ​ດີ.  ​ໃນ​ກໍລະ​ນີດັ່ງກ່າວ​ນີ້ ສໍ. ສຽງ​ດີ​ກໍ​ໄດ້​ປະຕິບັດ​ພັນ​ຂອງ​ຕົນ ​ແຕ່​ກໍ​ເປັນ​ການ​ປະຕິບັດ​ພັນທະ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ຕາມ​ທີ່ ທ້າວ ​ໄດ້​ວ່າ​ຈ້າງ.

    ຕົວຢ່າງ: ກໍລະນີ​ທີ່​ 2 ນາງ ທໍ​ໄດ້​ສັ່ງ​ອາຫານ​ນຳ ນາງ ຍ້ອຍ ມາ​ລ້ຽງ​ແຂກ​​ເນື່ອງ​ໃນ​ໂອກາດ​ຄົບຮອບ​ຫຼາຍ​ປີ ຂອງ​ວັນ​ເກີດ. ພໍ​ຮອກດມື້​ງານ​ລ້ຽງ ອາຫານ​ທີ່​ສັ່ງ​ມາ​ບໍ່ພໍ​ໃຫ້​ແຂກ​ຮັບ​ປະທານ​ໄດ້​ຢ່າງ​ອີ່ມ​ເຕັມ. ນາງ ທໍ ຈຶ່ງ​ໄດ້​ທັກ​ທ້ວງ ນາງ ຍ້ອຍ ອາຫານ​ບໍ່ພໍ. ນາງ​ ຍ້ອຍ​ໄດ້​ເວົ້າ​ວ່າ ຕົນ​ໄດ້​ຈັດ​ອາຫານ​ມາ​ຕາມ​ການ​ສັ່ງ​ຂອງ ນາງ ທໍ ໝົດທຸດທຸກ​ຢ່າງ​ແລ້ວ ​ແຕ່ ຍ້ອນ​ວັດຖຸ​ດິບ​ທີ່​ເອົາ​ມາ​ແຕ່ງອາຫານ​ມີ​ລາຄາ​ແພງ ຈຶ່ງ​ໄດ້​ຫຼຸດ​ປະລິມານ​ລົງ ຈຶ່ງ​ເຮັດ​ໃຫ້ອາຫານ​ບໍ່​ພຽງພໍ. ຖື​ວ່າ ນາງ ຍ້ອຍ ປະຕິບັດ​ສັນຍາ​ບໍ່​ສົມ​ເຫດ​ສົມ​ຜົນ.

error: Content is protected !!