ການລະເມີດສັນຍາ

ເມື່ອ​ຄູ​ສັນ­ຍາ​ຫາກ​ໄດ້​ເຮັດ​ສັນ­ຍາ​ນຳ​ກັນ ບົນ​ພື້ນ­ຖານ​ທີ່​ກົດ­ໝາຍ​ກຳ­ນົດ​ແລ້ວ ທັງ​ສອງ​ຝ່າຍ ຕ້ອງ​ປະ­ຕິ­ບັດ​ສັນ­ຍາ​ຕາມ​ທີ່​ໄດ້​ຕົກ­ລົງ ຫຼື ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ຢ່າງ​ເຂັ້ມ​ງວດ ແຕ່​ໃນ​ຄວາມ​ເປັນ​ຈິງ ມີ​ຄູ່​ສັນ­ຍາ​ບາງ​ຄົນ​ບໍ່​ສາ­ມາດ​ປະ­ຕິ­ບັດ​ສັນ­ຍາ​ທີ່​ຕົນ​ໄດ້​ຕົກ­ລົງ​ກັບ​ຝ່າຍ​ໜຶ່ງ​ໄດ້ ໂດຍ​ສະ­ເພາະ​ແມ່ນ ລູກ​ໜີ້ ຫຼື ຜູ້​ຊື້​ກັບ​ຜູ້​ຂາຍ ນາຍ​ຈ້າງ ລູກ­ຈ້າງ ຜູ້​ອອກ­ແຮງ​ງານ​ກັບ​ຜູ້​ໃຊ້​ແຮງ​ງານ ເປັນ­ຕົ້ນ ຊຶ່ງ​ກໍ​ເປັນ​ການ​ຫຼີກ​ລ່ຽງ​ບໍ່​ໄດ້ ເພາະ​ມັນ​ຂຶ້ນ​ກັບ​ຈິດ­ໃຈ​ຂອງ​ຄົນ​ບາງ​ຄົນ ຈາກ​ການ​ລະ­ເມີດ​ມັນ​ກໍ່­ໃຫ້­ເກີດ​ຜົນ​ສະ­ທ້ອນ​ຕາມ​ມາ​ເຊັ່ນ​ດຽວ​ກັນ.

ການ​ລະ­ເມີດ​ສັນ­ຍາ ໝາຍ​ເຖິງ​ການ​ບໍ່​ປະ­ຕິ­ບັດ​ສັນ­ຍາ​ທັງ​ໝົດ ຫຼື ບາງ​ສ່ວນ ຫຼື ການ​ປະ­ຕິ­ບັດ​ສັນ­ຍາ​ບໍ່​ສົມ​ເຫດ​ສົມ​ຜົນ ໂດຍ​ຄູ່​ສັນ­ຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ເຊັ່ນ: ການ​ປະ­ຕິ­ບັດ​ສັນ­ຍາ​ບໍ່​ມີ​ຄຸນ​ນະ​ພາບ ບໍ່​ທັນ​ກັບ​ເວ­ລາ ບໍ່​ຖືກ​ສະ­ຖານ­ທີ່ ຊຶ່ງ​ທັງ​ສອງ​ຝ່າຍ​ໄດ້​ຕົກ­ລົງ​ກັນ​ໄວ້​ໃນ​ສັນ­ຍາ​ທີ່​ໄດ້​ເຊັນ​ຮ່ວມ​ກັນ​ນັ້ນ.

ການ​ບໍ່​ປະ­ຕິ­ບັດ​ສັນ­ຍາ​ທັງ​ໝົດ ແມ່ນ​ການ​ບໍ່​ປະ­ຕິ­ບັດ​ພັນ­ທະ​ຂອງ​ຄູ່​ສັນ­ຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ຕາມ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ໃນ​ສັນ­ຍາ ຫຼື ຄູ່​ສັນ­ຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ບໍ່​ມີ​ການ​ກະ­ທຳ​ໃດໆ ທີ່​ເປັນ​ການ​ປະ­ຕິ­ບັດ​ພັນ­ທະ​ຂອງ​ຕົນ ຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ ຫຼື ເຮັດ​ໃຫ້​ຄູ່​ສັນ­ຍາ​ອີກ​ຝ່າຍ​ໜຶ່ງ​ໄດ້​ຮັບ​ຄວາມ​ອັບ​ປະ­ໂຫຍດ ເຊັ່ນ: ການ​ບໍ່​ມອບ​ຊັບ​ໃຫ້​ຜູ້​ຊື້ ບໍ່​ໂອນ​ກຳ­ມະ­ສິດ ບໍ່​ຊຳ­ລະ​ດອກ​ເບ້ຍ ແລະ ອື່ນໆ.

ຕົວ­ຢ່າງ: ທ້າຍ ກ ຂາຍ​ລົດ​ໄຖ​ນາ ຊຶ່ງ​ທ້າວ ປ ໄດ້​ຈ່າຍ​ເງິນ​ຄົບ​ຖ້ວນ​ແລ້ວ ຈຶ່ງ​ໄດ້​ນັດ​ໝາຍ​ກັນ​ວ່າ ປະ­ມານ​ໜຶ່ງ​ອາ­ທິດ ຈະ​ນຳ​ເອົາ​ລົດ​ມາ​ມອບ​ໃຫ້​ຜູ້​ຊື້ ແຕ່​ກ່ອນ​ຈະ​ຮອດ​ມື້​ມອບ​ລົດ ທ້າວ ກ ໄດ້​ສະ­ເໜີ­ລາ­ຄາ​ສູງ​ກວ່າ​ທີ່​ຂາຍ​ໃຫ້​ທ້າວ ປ ໂດຍ​ອ້າງ​ວ່າ​ຍ້ອນ​ຄ່າ​ຂົນ­ສົ່ງ​ແພງ​ຫຼາຍ ທ້າວ ປ ຈຶ່ງ​ປ່ຽນ​ໃຈ​ບໍ່​ເອົາ​ລົດ​ໄຖ​ນາ​ຄັນ​ດັ່ງ­ກ່າວ ເນື່ອງ​ຈາ​ກວ່າ​ໃນ​ສັນ­ຍາ​ທີ່​ຕົກ­ລົງ​ກັນ​ເບື້ອງ​ຕົ້ນ ບໍ່​ໄດ້​ເວົ້າ​ເຖິງ​ຄ່າ​ຂົນ­ສົ່ງ ໃນ​ກໍ­ລະ­ນີ​ນີ້​ຖື​ວ່າ ທ້າວ ກ ເປັນ​ຜູ້​ລະ­ເມີດ​ສັນ­ຍາ.

ການ​ບໍ່​ປະ­ຕິ­ບັດ​ສັນ­ຍາ​ບາງ​ສ່ວນ ແມ່ນ​ການ​ປະ­ຕິ­ບັດ​ພັນ­ທະ​ຂອງ​ຄູ່​ສັນ­ຍາ​ຝ່າຍ​ໃດ​ໜຶ່ງ​ບໍ່​ຄົບ​ຖ້ວນ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ ຫຼື ຫາ​ເຫດ­ຜົນ​ຫຼີກ​ລ້ຽງ​ການ​ປະ­ຕິ­ບັດ​ພັນ­ທະ​ຕາມ​ສັນ­ຍາ​ຂອງ​ຕົນ ສ່ວນ​ທີ່​ເຫຼືອ​ໃຫ້​ສຳ­ເລັດ ເຊັ່ນ: ການ​ຊຳ­ລະ​ໜີ້​ສິນ​ພຽງ​ແຕ່​ດອກ​ເບ້ຍ ສ່ວນ​ຕົ້ນ​ທຶນ​ຍັງ​ຄ້າງ​ການ​ມອບ​ຊັບ​ສິ່ງ​ຂອງ​ບໍ່​ຄົບ​ຖ້ວນ ແລະ ອື່ນໆ.

ຕົວ­ຢ່າງ: ນາງ ສ ໄດ້​ຂາຍ​ເຂົ້າ​ໃຫ້​ນາງ ບ 50 ເປົາ ໂດຍ​ໄດ້​ຕົກ­ລົງ​ກັນ​ວ່າ​ໃຫ້​ນາງ ບ ໂອນ​ເງິນ​ໃຫ້​ໝົດ​ກ່ອນ ຈຶ່ງ​ຈະ​ສົ່ງ​ເຂົ້າ­ສານ​ໃຫ້​ເປັນ​ງວດ ງວດ​ລະ 25 ເປົາ ສ່ວນ​ງວດ​ສຸດ​ທ້າຍ ຈະ​ສົ່ງ​ໃຫ້​ພາຍ­ຫຼັງ​ໄດ້​ຮັບ​ເງິນ​ໝົດ​ແລ້ວ ເມື່ອ​ນາງ ສ ໄດ້​ຮັບ​ເງິນ​ຄົບ​ຖ້ວນ ແຕ່​ໄດ້​ສົ່ງ​ເຂົ້າ​ໃຫ້​ນາງ ບ ແຕ່​ງວດ​ດຽວ ຄື ງວດ​ທຳ​ອິດ ສ່ວນ​ອີກ​ຈຳ­ນວນ 25 ເປົາ ນາງ ສ ໄດ້​ເອົາ​ໄປ​ຂາຍ​ໃຫ້​ຜູ້​ອື່ນ ໂດຍ​ບໍ່​ສົ່ງ​ໃຫ້​ນາງ ບ ໃນ​ກໍ­ລະ­ນີ​ນີ້ ຖື​ວ່າ​ນາງ ສ ລະ­ເມີດ​ສັນ­ຍາ​ບາງ​ສ່ວນ ຕາມ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ໃນ​ສັນ­ຍາ.

ໂດຍ: ໄມ້​ງັດ

error: Content is protected !!