ເພິ່ນຫ້າມ ບໍ່ໃຫ້ຂາຍ

ການ​ຄ້າ-ຂາຍ​ຫງາຍ​ມື ເປັນ​ເລື່ອງ​ປົກ­ກະ­ຕິ​ຂອງ​ຄົນ​ທີ່​ເຮັດ​ໜ້າ­ທີ່​ເປັນ​ຊາວ​ຄ້າ-ຊາວ​ຂາຍ ແມ່ນ​ການ​ຕອບ​ສະ­ໜອງ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ຜູ້​ຊື້​ກັບ​ຜູ້​ຂາຍ ບົນ​ພື້ນ­ຖານ​ຄວາມ​ສະ­ເໝີ­ພາບ​ຕໍ່­ໜ້າ​ກົດ­ໝາຍ ຕ່າງ​ຝ່າຍ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ປະ­ໂຫຍດ ກົດ­ໝາຍ​ໄດ້​ກຳ­ນົດ​ແລ້ວ ການ​ຊື້ ການ​ຂາຍ ການ​ແລກ­ປ່ຽນ ການ​ຄອບ​ຄອງ​ຊັບ ທັງ​ໝົດ​ນັ້ນ​ແມ່ນ​ໄດ້​ດ້ວຍ​ຄວາມ​ຖືກ­ຕ້ອງ ດ້ວຍ​ຄວາມ​ບໍ­ລິ­ສຸດ​ຜຸດ​ຜ່ອງ ໝາຍ​ຄວາມ​ວ່າ ບໍ່​ລັກ ບໍ່​ໂລບ ບໍ່​ສໍ້ ບໍ່​ໂກງ ບໍ່​ຍາດ ບໍ່​ຊີງ​ເອົາ​ຂອງ​ຄົນ​ອື່ນ​ມາ​ເປັນ​ຂອງ​ຕົນ ແລ້ວ​ເອົາ​ໄປ​ຂາຍ ໄປ​ແລກ­ປ່ຽນ ໄປ​ຊວດ ໄປ​ຈຳ ທັງ​ໝົດ​ນັ້ນ ລ້ວນ​ແຕ່​ເປັນ­ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ນອກ­ຈາກ​ຊັບ​ສິ່ງ​ຂອງ​ແລ້ວ ການ​ຂາຍ​ຊີ້ນ​ແຫ້ງ ປາ​ຕາຍ ດ້ວຍ​ພະ­ຍາດ ຫຼື ຜະ­ລິດ​ຕະ​ພັນ​ຂອງ​ສັດ​ທີ່​ເປັນ​ພະ­ຍາດ ລວມ​ທັງ​ສັດ​ທີ່​ເປັນ​ພະ­ຍາດ​ຕາມ​ຕະ­ຫຼາດ ກໍ​ມີ​ຄວາມ​ຜິດ​ເຊັ່ນ​ດຽວ​ກັນ ໃນ​ໄລ­ຍະ​ທີ່​ຜ່ານ​ມາ​ພວກ​ເຮົາ​ອາດ​ຈະ​ຮູ້​ບໍ່​ໄດ້​ໝົດ​ວ່າ ຊີ້ນ​ສັດ​ທີ່​ວາງ​ຂາຍ​ຕາມ​ຕະ­ຫຼາດ​ທົ່ວ​ໄປ​ເຫຼົ່າ­ນັ້ນ ກໍ​ໄດ້​ຮັບ​ການ​ກວດ­ກາ ແຕ່​ກໍ​ອາດ​ຈະ​ມີ​ຊີ້ນ​ສັດ ຫຼື ຜະ­ລິດ​ຕະ​ພັນ​ຈາກ​ສັດ ຈຳ­ນວນ​ໜຶ່ງ​ບໍ່​ໄດ້​ຮັບ​ການ​ກວດ­ກາ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ເປັນ­ຕົ້ນ: ຊີ້ນ​ແຫ້ງ ປາ​ແຫ້ງ ສົ້ມ​ຊີ້ນ​ໝູ ສົ້ມ​ຊີ້ນ​ປາ ແລະ ຜະ­ລິດ​ຕະ​ພັນ​ອື່ນໆ​ຈາກ​ສັດ ພວກ​ເຮົາ​ບໍ່​ອາດ​ຈະ​ກວດ​ໄດ້​ໝົດ ຮູ້​ໄດ້​ໝົດ ແລະ ເຫັນ​ໄດ້​ໝົດ ອັນ​ໃດ​ດີ ອັນ​ໃດ​ບໍ່​ດີ ຜະ­ລິດ​ຕະ​ພັນ​ໃດ​ຜະ­ລິດ​ຈາກ​ສັດ​ເປັນ​ພະ­ຍາດ ຫຼື ບໍ່​ເປັນ​ພະ­ຍາດ ສິ່ງ​ເຫຼົ່າ​ນີ້​ກໍ​ຕ້ອງ​ອາ­ໄສ​ຈັນ​ຍາ​ບັນ​ຂອງ​ຜູ້​ຄ້າ-ຂາຍ​ນຳ ແຕ່​ບາງ​ກໍ­ລະ­ນີ​ຜູ້​ຄ້າ-ຂາຍ​ກໍ​ອາດ​ຈະ​ບໍ່​ຮູ້​ໄດ້ ຍ້ອນ​ພວກ​ເຂົາ­ເຈົ້າ​ເປັນ​ຄົນ​ກາງ ເປັນ​ຂົວ​ຕໍ່ ເປັນ​ຜູ້​ຊື້​ຮ້ອຍ​ມາ​ຂາຍ​ພັນ ຊຶ່ງ​ເວົ້າ​ລວມ​ແລ້ວ ການ​ຄ້າ-ຂາຍ​ກໍ​ແມ່ນ​ການ​ຄຳ­ນຶງ​ເຖິງ​ຜົນ​ກຳ­ໄລ ຄຳ­ນຶງ​ເຖິງ​ຜົນ​ໄດ້​ຫຼາຍ​ກວ່າ​ຜົນ​ເສຍ ຫຼື ເອີ້ນ​ກັນ​ວ່າ ຕົວະ​ແດ່…ຂົດ​ແດ່ ບວກ​ກັບ​ຄວາມ​ກົງ​ໄປ​ກົງ​ມາ​ນຳ​ກັນ ແຕ່​ເຖິງ​ຢ່າງ​ກໍ​ຕາມ ກົດ­ໝາຍ​ໄດ້​ບັງ­ຄັບ​ໃຫ້​ທຸກ​ຄົນ​ຕ້ອງ​ເປີດ​ອົກ​ເປີດ​ໃຈ ຄ້າ-ຂາຍ​ດ້ວຍ​ຄວາມ​ບໍ­ລິ­ສຸດ ຈິງ​ໃຈ ແລະ ຊື່​ຕົງ​ຕໍ່​ຕົນ​ເອງ ແລະ ບຸກ­ຄົນ​ອື່ນ ສິ່ງ​ໃດ​ທີ່​ຕົນ​ເອງ​ບໍ່​ມັກ ບໍ່​ກິນ ບໍ່​ຢາກ ກໍ​ບໍ່​ຄວນ​ໄປ​ຕົວະ​ຂາຍ​ໃຫ້​ຜູ້​ອື່ນ​ກິນ ຜູ້​ອື່ນ​ບໍ­ລິ­ໂພກ​ມັນ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ ຕໍ່​ຊີ­ວິດ ສ່ຽງ​ຕໍ່​ການ​ນຳ​ເຊື້ອ​ພະ­ຍາດ​ໄປ​ຕິດ​ໃສ​ຜູ້​ອື່ນ ທັ່ງໆ​ທີ່​ຕົນ​ເອງ​ກໍ​ບໍ່​ຢາກ​ຕິດ ບໍ່​ຢາກ​ເປັນ ປະ­ມວນ​ກົດ­ໝາຍ​ອາ­ຍາ​ຈຶ່ງ​ໄດ້​ກຳ­ນົດ​ວ່າ: ບຸກ­ຄົນ​ໃດ​ໂດຍ​ເຈດ​ຕະ​ນາ ຫາກ​ໄດ້​ຈຳ­ໜ່າຍ ຫຼື ຊຸກ­ເຊື່ອງ​ສັດ ແລະ ຜະ­ລິດ​ຕະ​ພັນ​ສັດ​ທີ່​ເປັນ​ພະ­ຍາດ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ຫົກ​ເດືອນ​ຫາ​ສາມ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ​ຫາ 10.000.000 ກີບ.

ໃນ​ກໍ­ລະ­ນີ ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່​ສາມ​ປີ​ຫາ​ເຈັດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 10.000.000 ກີບ​ຫາ 30.000.000 ກີບ.

ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ກໍ​ຈະ​ຖືກ​ລົງ­ໂທດ ອັນ​ນີ້​ແມ່ນ​ມາດ​ຕະ­ການ​ທາງ​ກົດ­ໝາຍ ທັງ​ແມ່ນ​ບົດ​ລົງ­ໂທດ​ຕໍ່​ຜູ້​ກະ­ທຳ​ຜິດ ໃນ​ກໍ­ລະ­ນີ​ຫາກ​ໄດ້​ກະ­ທຳ​ການ​ແບບ​ນີ້ ທັ່ງ​ທີ່​ກົດ­ໝາຍ​ຫ້າມ ແຕ່​ກັບ​ຈົງ­ໃຈ​ກະ­ທຳ​ຜິດ ຈົງ­ໃຈ​ລະ­ເມີດ​ຂໍ້​ກຳ­ນົດ​ຂອງ​ກົດ­ໝາຍ ກໍ່​ຄວາມ​ເສຍ​ຫາຍ ແລະ ສ້າງ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່​ສັງ­ຄົມ ຍ່ອມ​ໄດ້­ຜົນ​ຕາມ​ມາ​ຄື​ຈັ່ງ​ຊີ້​ລະ..ຜິດ​ກໍ​ຄື​ຜິດ..ບໍ່​ມີ​ການ​ຍົກ­ເວັ້ນ ແລະ ກໍ​ບໍ່​ຄວນ​ຖືກ​ຍົກ­ເວັ້ນ ໃຜ​ຍົກ­ເວັ້ນ ກໍ​ຜູ້​ນັ້ນ​ຜິດ​ຄື​ກັນ ເອີ້ນ​ວ່າ​ຜີ​ບ້ານ ພ້ອມ​ຜີ​ປ່າ.

ໂດຍ: ໄມ້​ງັດ

error: Content is protected !!