ມີໂທດຍ້ອນຂາດຄວາມຮັບຜິດຊອບ

ພະ­ນັກ­ງານ-ລັດ­ຖະ­ກອນ​ທຸກ​ຄົນ ຫຼື ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຮັບ​ຊອບ​ໃນ​ພາ­ລະ­ກິດ​ທີ່​ຕົນ​ເຮັດ​ຢູ່ ທຳ​ຢູ່ ຫາກ​ປະ­ຕິ­ບັດ​ໜ້າ­ທີ່​ດີ​ມີ​ຜົນ­ງານ ແນ່­ນອນ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍ້ອງ­ຍໍ​ສັນ­ລະ­ເສີນ ໄດ້​ຮັບ​ການ​ເລື່ອນ​ຊັ້ນ ເລື່ອນ​ຂັ້ນ ເລື່ອນ​ໜ້າ­ທີ່​ຕຳ­ແໜ່ງ ຫຼື ໄດ້​ຮັບ​ການ​ຕອບ​ແທນ​ດ້ວຍ​ວິ­ທີ​ການ​ອື່ນ ແຕ່​ໃນ​ທາງ​ກົງ­ກັນ­ຂ້າມ ພະ­ນັກ­ງານ-ລັດ­ຖະ­ກອນ ຫຼື ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະ­ຕິ­ບັດ​ໜ້າ­ທີ່ໆ ໄດ້​ຮັບ​ມອບ​ໝາຍ​ຫາກ​ໄດ້​ປະ­ປ່ອຍ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ຖືກ​ທຳ­ລາຍ​ເຮັດ​ໃຫ້​ຜົນ​ປະ­ໂຫຍດ​ຂອງ​ລັດ​ເສຍ​ຫາຍ ພະ­ນັກ­ງານ-ລັດ­ຖະ­ກອນ​ຜູ້​ນັ້ນ ບຸກ­ຄົນ​ຜູ້​ນັ້ນ​ກໍ​ຕ້ອງ​ໄດ້​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ຕົນ​ເອງ​ກໍ່​ຂຶ້ນ ຫຼື ຍ້ອນ​ຕົນ​ເອງ​ຂາດ​ຄວາມ​ຮັບ­ຜິດ­ຊອບ ນອກ­ຈາກ​ປະ­ຕິ­ບັດ​ຕາມ​ຂໍ້​ກຳ­ນົດ​ທີ່​ອົງ­ການ​ຂອງ​ຕົນ​ສັງ­ກັດ​ແລ້ວ ກົດ­ໝາຍ​ກໍ​ໄດ້​ກຳ­ນົດ​ໃຫ້​ມີ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ ຖ້າ​ພະ­ນັກ­ງານ-ລັດ­ຖະ­ກອນ ຫຼື ບຸກ­ຄົນ​ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ຄູ້ມ​ຄອງ​ດູ​ແລ​ຊັບ​ຂອງ​ລັດ ຫາກ​ມີ​ການ​ລະ­ເມີດ​ກົດ­ໝາຍ​ວ່າ​ດ້ວຍ ພະ­ນັກ­ງານ-ລັດ­ຖະ­ກອນ ຕາມ​ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ​ໄດ້​ກຳ­ນົດ​ວ່າ ການ​ເປັນ​ພະ­ນັກ­ງານ-ລັດ­ຖະ­ກອນ ຈະ​ສິ້ນ​ສຸດ​ລົງ​ໃນ​ກໍ­ລະ­ນີ​ດັ່ງ­ນີ້: 1. ລາ​ອອກ 2. ການ​ເສຍ​ສັນ­ຊາດ​ລາວ 3. ການ​ປະ­ລະ​ໜ້າ­ທີ່ 4. ການ​ຖືກ​ໄລ່​ອອກ 5. ການ​ເສຍ​ກຳ­ລັງ​ແຮງ​ງານ 6. ການ​ຮັບ​ອຸດ​ໜູນ​ບຳ­ນານ 7. ການ​ເສຍ​ຊີ­ວິດ.

ສຳ­ລັບ​ການ​ປະ­ລະ​ໜ້າ­ທີ່​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ນັ້ນ ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ກຳ­ນົດ​ໃຫ້​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ຕາມ​ມາດ­ຕາ 243 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ກຳ­ນົດ ກ່ຽວ​ກັບ​ການ​ປະ­ລະ​ໜ້າ­ທີ່​ໃນ​ການ​ຄຸ້ມ​ຄອງ​ດູ​ແລ​ຊັບ​ຂອງ​ລັດ ໄວ້​ດັ່ງ­ນີ້: ບຸກ­ຄົນ​ຜູ້​ໃດ​ຫາກ​ມີ­ໜ້າ​ທີ່​ຮັບ­ຜິດ­ຊອບ​ໂດຍ​ກົງ ໃນ​ການ​ຄຸ້ມ​ຄອງ​ດູ​ແລ​ຊັບ​ຂອງ​ລັດ ແຕ່​ປະ­ລະ​ຄວາມ​ຮັບ­ຜິດ­ຊອບ​ນັ້ນ ຊຶ່ງ​ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ ຖືກ​ທຳ­ລາຍ ເຮັດ​ໃຫ້​ເສຍ​ຫາຍ ຫຼື ເຮັດ​ໃຫ້​ຊັບ​ມີ​ຄວາມ​ເສຍ​ຫາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ໜຶ່ງ​ປີ​ຫາ​ຫ້າ​ປີ ຫຼື​ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ ຫາ 20.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່​ສອງ​ປີ​ຫາ​ເຈັດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 10.000.000 ກີບ ຫາ 30.000.000 ກີບ ຕົວ­ຢ່າງ ທ້າວ ເມີນ ເປັນ​ຜູ້​ຮັບ­ຜິດ­ຊອບ​ສາງ​ອຸ­ປະ­ກອນ​ຂອງ​ພະ­ແນກ­ການ​ໃດ​ໜຶ່ງ ແຕ່​ຜູ້­ກ່ຽວ​ໄດ້​ປະ­ລະ​ໜ້າ­ທີ່​ຂອງ​ຕົນ​ໄປ​ຫຼີ້ນ​ບຸນ​ຢູ່​ບ້ານ​ແຫ່ງ​ໜຶ່ງ ແລະ ນອນ​ຄ້າງ​ຄືນ​ຢູ່​ບ້ານ​ດັ່ງ­ກ່າວ 1 ຄືນ ພາຍ­ຫຼັງ​ກັບ​ມາ​ອຸ­ປະ­ກອນ​ໃນ​ສາງ​ເສຍ​ຫາຍ​ຈຳ­ນວນ​ຫຼາຍ​ຢ່າງ ດັ່ງ­ນັ້ນ ທ້າວ ເມີນ ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ ພ້ອມ​ທັງ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຂ້າງ​ເທີງ​ນີ້ ບຸກ­ຄົນ​ທີ່​ຈະ​ມີ​ຄວາມ​ຮັບ​ຜິດ​ຕາມ​ມາດ­ຕາ 243 ນີ້​ບໍ່​ໝາ­ຍວ່າ​ມີ​ແຕ່​ພະ­ນັກ­ງານ-ລັດ­ຖະ­ກອນ​ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ລວມ​ທັງ​ບຸກ­ຄົນ​ທີ່​ມີ­ໜ້າ​ທີ່​ໃນ​ການ​ຄຸ້ມ​ຄອງ​ດູ​ແລ​ຊັບ​ດັ່ງ­ກ່າວ ຕາມ​ການ​ມອບ​ໝາຍ​ຂອງ​ອົງ​ການ­ຈັດ­ຕັ້ງ​ໃດ​ໜຶ່ງ​ຂອງ​ລັດ.

ໂດຍ: ໄມ້​ງັດ

error: Content is protected !!