ສ້າງບໍ່ຖົມ

ມື້­ກ່ອນ​ນີ້ ໄດ້​ຍົກ​ເອົາ​ບັນ­ຫາ​ເລື່ອງ​ປ້ຳ​ໄມ້​ຄ້າງ​ປະ​ໄວ້ ແລ້ວ​ໄມ້​ລົ້ມ​ລົງ​ທັບ​ຄົນ ຫຼື ສັດ​ໄດ້​ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ ເຈົ້າ​ຂອງ​ຜູ້​ປ້ຳ ຜູ້​ຟັນ ຜູ້​ບັກ​ໄມ້​ນັ້ນ​ໄວ້​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ຄົນ ຫຼື ສັດ​ນັ້ນ ຍ້ອນ​ຂາດ​ຄວາມ​ຮອບ​ຄອບ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ດັ່ງ­ກ່າວ​ຕ້ອງ​ຮັບ­ຜິດ­ຊອບ ມື້­ນີ້​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ ຊຶ່ງ​ມັນ​ກໍ​ມັກ​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ສັງ­ຄົມ​ເຮົາ ໂດຍ​ສະ­ເພາະ ຄົນ​ຕົກ​ໜອງ​ເສຍ​ຊີ­ວິດ ສັດ​ຕົກ​ສ້າງ​ຕາຍ ຍ້ອນ​ຄວາມ​ບໍ່​ລະ­ມັດ­ລະ­ວັງ ຍ້ອນ​ການ​ເມີນ­ເສີຍ ຍ້ອນ​ຂາດ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ​ເຫດ​ໄວ້​ລ່ວງ​ໜ້າ ເຊັ່ນ: ການ​ຂຸດ​ໜອງ ຂຸດ​ຄອງ ຂຸດ​ສະ ຫຼື ຂຸດ​ນ້ຳ­ສ້າງ ໂດຍ​ທີ່​ບໍ່​ມີ​ຮົ້ວ​ອ້ອມ ຮົ້ວ​ກັນ ຊຶ່ງ​ຈະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ພາ­ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ແກ່​ຊີ­ວິດ ແລະ ຊັບ​ສິນ​ຂອງ​ບຸກ­ຄົນ​ອື່ນ ການ​ອ້ອມ​ຮົ້ວ​ເຮັດ​ຮາວ ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ປ້ອງ​ກັນ​ການ​ລະ­ເມີດ​ສິດ​ໃນ​ກຳ­ມະ­ສິດ​ໃນ​ຕອນ​ດິນ ເຄື່ອງ​ປູກ-ຂອງ​ຝັງ ພືດ​ພັນ ຜົນ​ລະ​ໄມ້ ຊຶ່ງ​ຕົນ​ເປັນ​ເຈົ້າ​ກຳ­ມະ­ສິດ​ນັ້ນ ອັນ​ທີ 2 ການ​ອ້ອມ​ຮົ້ວ​ຍັງ​ສະ­ແດງ​ເຖິງ​ການ​ມີ​ສິດ​ທີ່​ຈະ​ທັກ​ທ້ວງ​ບຸກ­ຄົນ​ໃດ​ກໍ​ຕາມ ຫາກ​ໄດ້​ມີ​ການ​ລະ­ເມີດ​ສິດ ເຊັ່ນ ການ​ຫຍັບ​ຍ້າຍ​ຫຼັກ​ແດນ ການ​ເຂົ້າ​ໄປ​ໃນ​ສະ­ຖານ­ທີ່​ດັ່ງ­ກ່າວ​ເພື່ອ​ລັກ​ຊັບ ລັກ​ສິ່ງ​ຂອງ​ວັດ­ຖຸ ຜູ້​ເປັນ​ເຈົ້າ​ຂອງ​ກໍ​ມີ​ສິດ​ທີ່​ຈະ​ທຳ​ການ ຮ້ອງ​ຟ້ອງ ຫຼື ຂໍ​ໃຫ້​ໃຊ້​ແທນ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ນັ້ນ ອັນ​ທີ 3 ແມ່ນ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ແກ່​ຄົນ ຫຼື ສັດ​ຕ່າງໆ ແຕ່​ໃນ​ທາງ​ກົງ­ກັນ­ຂ້າມ​ເຖິງ​ແມ່ນ​ວ່າ​ໜອງ​ດັ່ງ­ກ່າວ ນ້ຳ­ສ້າງ​ດັ່ງ­ກ່າວ​ຖືກ​ຮັບ­ຮອງ​ວ່າ​ເປັນ​ກຳ­ມະ­ສິດ ໂດຍ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ກໍ​ຕາມ ແຕ່​ຖ້າ​ຫາກ​ບໍ່​ອ້ອມ​ຮົ້ວ ບໍ່​ອ້ອມ​ຮາວ​ໄວ້ ເມື່ອ​ຄົນ​ໄປ​ຕົກ ໄປ​ລົ້ມ ໄປ​ຕາຍ​ໃນ​ໜອງ ໃນ​ສະ ໃນ​ບໍ່​ນ້ຳ­ສ້າງ​ຂອງ​ຕົນ ຄວາມ​ຮັບ­ຜິດ­ຊອບ​ກໍ​ຈະ​ເກີດ​ຂຶ້ນ​ໃນ​ທັນ­ທີ​ທັນ­ໃດ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ ຜູ້​ເປັນ​ເຈົ້າ​ກຳ­ມະ­ສິດ​ໃນ​ຊັບ​ສິ່ງ​ຂອງ​ເຫຼົ່າ­ນັ້ນ.

ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ນອກ​ສັນ­ຍາ​ແລ້ວ ໄດ້​ກຳ­ນົດ​ວ່າ­ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ວັດ­ຖຸ​ສິ່ງ​ຂອງ​ໃດ​ໜຶ່ງ ຍ້ອນ​ຄວາມ​ຜິດ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ ຫຼື ຜູ້​ຄອບ​ຄອງ​ນັ້ນ ຜູ້­ກ່ຽວ​ຕ້ອງ​ຮັບ­ຜິດ­ຊອບ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ດັ່ງ­ກ່າວ ໃນ​ທາງ​ກົງ­ກັນ­ຂ້າມ ຫາກ​ຜູ້​ເປັນ​ເຈົ້າ​ກຳ­ມະ­ສິດ​ໃນ​ຊັບ​ສິ່ງ​ຂອງ​ນັ້ນ ໄດ້​ນຳ​ໃຊ້​ມາດ​ຕະ­ການ​ປົກ​ປ້ອງ​ເປັນ​ຢ່າງ​ດີ​ແລ້ວ ແຕ່​ຫາກ​ເກີດ​ຄວາມ​ເສຍ​ຫາຍ​ແກ່​ຄົນ ຫຼື ສັດ​ນັ້ນ ຜູ້­ກ່ຽວ​ກໍ​ຈະ​ບໍ່​ມີ​ຄວາມ​ຮັບ­ຜິດ­ຊອບ​ແຕ່​ປະ­ການ​ໃດ ເຊັ່ນ: ໜອງ​ມີ​ຮົ້ວ​ອ້ອມ ນ້ຳ­ສ້າງ​ມີ​ຮົ້ວ​ກັ້ນ​ໄວ້​ຢ່າງ​ໜາ​ແໜ້ນ​ຄົນ ຫາກ​ປີນ​ຮົ້ວ​ໄປ​ຕົກ​ນ້ຳ​ໜອງ​ຕາຍ ຫຼື ສັດ​ຫາກ​ບຸ​ເຂົ້າ​ຕົກ​ສ້າງ​ຕາຍ ກົດ­ໝາຍ​ຈຶ່ງ​ຍົກ­ເວັ້ນ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຜູ້​ເປັນ​ເຈົ້າ​ກຳ­ມະ­ສິດ​ໃນ​ຊັບ​ສິ່ງ​ຂອງ​ນັ້ນ ເນື່ອງ​ຈາກ​ວ່າ­ຄວາມ​ຜິດ​ບໍ່​ໄດ້​ເກີດ​ຈາກ​ຜູ້­ກ່ຽວ ແຕ່​ຫາກ​ເກີດ​ຈາກ​ຄວາມ​ຜິດ​ຂອງ​ຜູ້​ເສຍ​ຫາຍ​ເອງ ຈຶ່ງ​ຕ້ອງ​ໄດ້​ຮັບ­ຜິດ­ຊອບ​ດ້ວຍ​ຕົນ​ເອງ ໝາຍ​ຄວາມ​ວ່າ​ບໍ່​ມີ​ຜູ້​ກະ­ທຳ​ຜິດ ຊຶ່ງ​ກໍ​ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ການ​ເກີດ​ອຸ­ບັດ­ເຫດ ຊຶ່ງ​ເກີດ​ຈາກ​ຄວາມ​ຜິດ​ຂອງ​ຜູ້​ຂັບ​ຂີ່​ເອງ ຕົວ­ຢ່າງ ທ້າວ ຫ້າວ ຂັບ​ຂີ່​ລົດ​ດ້ວຍ​ຄວາມ​ໄວ​ແລ່ນ​ໄປ​ຕຳ​ກັບ​ຕົ້ນ­ໄມ້ ຫຼື ເສົາ​ໄຟ​ເຍືອງ​ທາງ ເຮັດ​ໃຫ້​ຜູ້­ກ່ຽວ​ເສຍ​ຊີ­ວິດ ຈະ​ເອົາ​ຄວາມ​ຜິດ​ນຳ​ໃຜ​ກໍ​ບໍ່​ໄດ້?.

ໂດຍ: ໄມ້​ງັດ

error: Content is protected !!