ການປະຕິບັດສັນຍາທີ່ບໍ່ມີຄຸນນະພາບ

ຍາມ​ຢາກ​ຂາຍ​ຊັບ​ພະ​ສິ່ງ​ໃດ ກໍ​ວ່າ​ດີ ກໍ​ວ່າ​ມີ​ຄຸນ​ນະ​ພາບ ກໍ​ວ່າ​ຮັບ­ປະ­ກັນ ແຕ່​ບາດ​ເອົາ​ໄປ​ກິນ ເອົາ​ໄປ​ໃຊ້ ເອົາ​ໄປ​ນຸ່ງ​ຖື ຜັດ​ປານ​ວ່າ​ເອົາ​ກະ­ເປົາ​ປ່ານ​ສູບ​ໃສ ທັງ​ຍານ ທັງ​ເປືອຍ ທັງ​ເນົ່າ ທັງ​ເໝັນ ໝົດ​ອາ­ຍຸ​ການ​ບໍ­ລິ­ໂພກ ໂຊກ​ຮ້າຍ​ຂຶ້ນ​ມາ​ເຖິງ​ກັບ​ໄດ້​ໄປ​ນອນ​ໃສ່​ນ້ຳ​ເຊ​ໂຣມ​ຢູ່​ໂຮງ­ໝໍ​ນຳ​ອີກ.

ບົດ​ນີ້​ຈະ​ກ່າວ​ເຖິງ ສັນ­ຍາ​ທີ່​ຫາ​ຄຸນ​ນະ​ພາບ​ບໍ່​ໄດ້ ຫຼື ສັນ­ຍາ​ທີ່​ບໍ່​ມີ​ຄຸນ​ນະ​ພາບ ຄື​ກັນ​ກັບ​ການ​ສ້າງ​ຄົນ ສ້າງ​ຫຼາຍ​ແຕ່​ບໍ່​ມີ​ຄຸນ​ນະ​ພາບ ເຮັດ​ຫຍັງ​ກໍ​ບໍ່​ເປັນ ເຮັດ​ຫຍັງ​ກໍ​ຍາກ, ເຮັດ​ຫຍັງ​ກໍ​ສັບ­ສົນ​ປົນ​ເປ ເຮັດ​ຫຍັງ​ກໍ​ບໍ່​ປະ­ສົບ​ຜົນ­ສຳ­ເລັດ ຫຼື ສຳ­ເລັດ​ກໍ​ບໍ່​ມີ​ຄຸນ​ນະ​ພາບ.

ການ​ປະ­ຕິ­ບັດ​ສັນ­ຍາ​ບໍ່​ມີ​ຄຸນ​ນະ​ພາບ ໝາຍ​ເຖິງ​ການ​ປະ­ຕິ­ບັດ​ພັນ­ທະ​ຂອງ​ຄູ່​ສັນ­ຍາ​ຝ່າຍ​ໃດ​ໜຶ່ງ ໂດຍ​ບໍ່​ຖືກ­ຕ້ອງ​ທາງ​ດ້ານ​ວິ­ຊາ​ການ ບໍ່​ຖືກ​ຕາມ​ມາດ­ຕະ­ຖານ ຫຼື ບໍ່​ສອດ­ຄ່ອງ​ກັບ​ການ​ຕົກ­ລົງ​ກັນ​ໃນ​ສັນ­ຍາ ຊຶ່ງ​ໄດ້​ສ້າງ​ຄວາມ​ອັບ​ປະ­ໂຫຍດ ຫຼື ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄູ່​ສັນ­ຍາ​ຝ່າຍ​ໃດ​ໜຶ່ງ ຕາມ​ມາດ­ຕາ 40 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນ­ຍາ ແລະ ນອກ​ສັນ­ຍາ ສະ­ບັບ​ປັບ­ປຸງ ໄດ້​ກຳ­ນົດ​ວ່າ ຄຸນ​ນະ​ພາບ​ຂອງ​ຊັບ​ສິ່ງ​ຂອງ​ທີ່​ຂາຍ ຕ້ອງ​ໃຫ້​ຖືກ­ຕ້ອງ​ຕາມ​ເນື້ອ​ໃນ​ຂອງ​ສັນ­ຍາ ຖ້າ­ວ່າ​ຊັບ​ສິ່ງ​ຂອງ​ນັ້ນ​ຫາກ​ບໍ່​ມີ​ຄຸນ​ນະ​ພາບ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ແລ້ວ ຜູ້​ຂາຍ​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຊັບ​ດັ່ງ­ກ່າວ.

ຕົວ­ຢ່າງ: ທ້າວ ພ ໄດ້​ເຮັດ​ສັນ­ຍາ​ຊື້​ໂທລະ­ສັບ​ໄອ​ໂຟນ 11 ທີ່​ມີ​ຄຸນ​ນະ​ພາບ​ຕາ​ມາດ­ຕະ­ຖານ​ຂອງ​ແທ້ 100% ຈຳ­ນວນ 2 ເຄື່ອງ ຈາກ​ນາງ ສ ແຕ່​ໃນ​ເວ­ລາ​ທ້າວ ພ ເອົາ​ມາ​ຂາຍ​ໃຫ້ ນາງ ສ ຜັດ​ແມ່ນ​ໂທລະ­ສັບ​ໄອ​ໂຟນ ທີ່​ເປັນ​ສິນ­ຄ້າ​ລອກ​ຮຽນ​ແບບ ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ​ກວ່າ​ມາດ­ຕະ­ຖານ ສະ­ນັ້ນ ຈຶ່ງ​ຖື​ວ່າ ທ້າວ ພ ປະ­ຕິ­ບັດ​ສັນ­ຍາ​ຕາມ​ທີ່​ໄດ້​ຕົກ­ລົງ​ກັນ​ນັ້ນ ບໍ່​ມີ​ຄຸນ​ນະ​ພາບ​ເລີຍ.

ໂດຍ: ໄມ້​ງັດ

error: Content is protected !!