ຢູ່ການຄ້ຳປະກັນຕາມສັນຍາ

ໃນ​ສະ­ພາບ​ການ​ດຳ­ເນີນ​ທຸ­ລະ​ກິດ ຕາມ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ບັນ­ຫາ​ທຶນ​ແມ່ນ​ສິ່ງ​ຈຳ­ເປັນ​ຢ່າງ​ຍິ່ງ​ສຳ­ລັບ​ທຸກ​ຄົນ ໂດຍ​ສະ­ເພາະ ຜູ້​ທີ່​ຕ້ອງ­ການ​ດຳ­ເນີນ​ທຸ­ລະ​ກິດ​ນ້ອຍ ແຕ່​ຂາດ​ເງິນ​ທຶນ ເພື່ອ​ບັນ­ລຸ​ຈຸດ­ປະ­ສົງ​ຂອງ​ຕົນ ຫຼື ມີ​ເງິນ​ທຶນ​ແຕ່​ບໍ່​ພຽງ­ພໍ ກໍ​ຕ້ອງ­ການ​ກູ້​ຢືມ ຖ້າ​ກູ້​ຢືມ ຜູ້​ໃຫ້​ກູ້​ກໍ​ຕ້ອງ​ມີ​ມາດ​ຕະ­ການ ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ ຄື​ຜູ້​ຢືມ​ຕ້ອງ​ນຳ​ເອົາ​ຫຼັກ​ຊັບ​ຂອງ​ຕົນ​ມາ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ. ສະ­ນັ້ນ ຜູ້​ກູ້​ຢືມ​ທັງ­ຫຼາຍ​ຄວນ​ຮູ້​ໄວ້​ວ່າ…

ຂອບເຂດການນຳໃຊ້ກຳມະສິດ

ການ​ນຳ​ໃຊ້​ກຳ­ມະ­ສິດ ແມ່ນ​ໃຫ້​ນຳ​ໃຊ້​ຊັບ ສິ່ງ​ຂອງ​ທີ່​ເປັນ​ຂອງ​ຕົນ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ທາງ​ດ້ານ​ຊີ­ວິດ​ການ​ເປັນ​ຢູ່ ຫຼື ຜົນ​ປະ­ໂຫຍດ​ອັນ​ແນ່­ນອນ​ທີ່​ຕົນ​ຕ້ອງ­ການ ແຕ່​ບໍ່​ໃຫ້​ກໍ່​ຄວາມ​ເສຍ​ຫາຍ ຫຼື ຂັດ​ກັບ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ລັດ ຂອງ​ສັງ­ຄົມ ຫຼື ຂອງ​ບຸກ­ຄົນ​ອື່ນ ສຳ­ລັບ​ການ​ນຳ​ໃຊ້​ທີ່​ດິນ ນັ້ນ…

ຊັບສົມບັດຂອງຜົວ-ເມຍ

ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ ບາງ​ທ່ານ​ອາດ​ຈະ​ຍັງ​ບໍ່​ທັນ​ເຂົ້າ­ໃຈ​ວ່າ ມີ​ຊັບ​ສົມ­ບັດ​ໃດ​ແດ່ ຊັບ​ສົມ­ບັດ​ແຕ່​ລະ​ຢ່າງ​ມີ​ຄວາມ​ໝາຍ​ແນວ­ໃດ ການ​ໄດ້​ມາ​ຂອງ​ຊັບ​ສົມ­ບັດ​ມີ​ແນວ­ໃດ ຫຼື ບາງ​ທ່ານ​ອາດ​ຈະ​ເຂົ້າ­ໃຈ​ວ່າ ຊັບ​ສົມ­ບັດ​ທຸກ​ຢ່າງ​ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ຄອບ­ຄົວ ແມ່ນ​ເປັນ​ສິນ​ສົມ​ສ້າງ​ທັງ​ໝົດ ຫຼື ເປັນ​ຊັບ​ເດີມ​ທັງ​ໝົດ ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ມາ​ນຳ​ສະ­ເໜີ​ຄວາມ​ໝາຍ ແລະ ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ ກ່ຽວ​ກັບ​ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ…

ການປົກຄອງລັດດ້ວຍກົດໝາຍ

ຕາມ​ທັດ­ສະ­ນະ​ແນວ­ທາງ​ການ​ປ່ຽນ­ແປງ ໃໝ່ ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແມ່ນ ສ້າງ​ລັດ​ແຫ່ງ ສປປ ລາວ ໃຫ້​ກາຍ­ເປັນ ການ​ປົກ­ຄອງ​ລັດ​ດ້ວຍ​ກົດ­ໝາຍ​ເທື່ອ​ລະ ກ້າວ ເພື່ອ​ຮັບ­ປະ­ກັນ​ການ​ເສີມ​ຂະ­ຫຍາຍ​ສິດ ເປັນ​ເຈົ້າ​ຂອງ​ປະ­ເທດ​ຊາດ ຂອງ​ປະ­ຊາ­ຊົນ ລາວ​ບັນ­ດາ­ເຜົ່າ ສິດ­ທິ​ຂອງ​ພົນ­ລະ­ເມືອງ ຜົນ​ປະ­ໂຫຍດ​ຂອງ​ເດັກ…

ການລົງໂທດຕໍ່ຜູ້ຟອກເງິນ

ໃນ​ສັງ­ຄົມ ບໍ່​ວ່າ​ປະ­ເທດ​ໃດ​ກໍ​ຕາມ ການ ດຳ­ເນີນ​ທຸ­ລະ​ກິດ ການ​ຄ້າ-ຂາຍ ການ​ແລກ ປ່ຽນ​ສິນ­ຄ້າ ການ​ຂົນ­ສົ່ງ​ທາງ­ບົກ ທາງ­ນ້ຳ ຫຼື ທາງ​ອາ­ກາດ ໝາຍ​ຄວາມ​ວ່າ ການ​ດຳ ເນີນ​ທຸ­ລະ​ກິດ​ກໍ​ຍ່ອມ​ໄປ​ພ້ອມ​ກັບ​ການ​ດຳ­ເນີນ​ທຸ­ລະ​ກຳ​ທາງ​ດ້ານ​ການ​ເງິນ ສະ­ນັ້ນ ສ່ວນ​ໃຫຍ່​ຈະ​ດຳ­ເນີນ​ການ​ຊຳ­ລະ​ດ້ວຍ​ເງິນ…

ການສ້າງກົດລະບຽບບ້ານ ເພື່ອຜົນປະໂຫຍດຂອງປະຊາຊົນ

ມາ​ຮອດ​ປັດ­ຈຸ­ບັນ ບໍ່​ແມ່ນ​ວ່າ​ບໍ່​ມີ​ບ່ອນ​ຊິ​ອີງ ບໍ່​ແມ່ນ​ວ່າ​ບໍ່​ມີ​ຕົວ​ແບບ ຫຼື ບໍ່​ມີ​ຕົວ­ຢ່າງ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ສ້າງ​ກົດ​ລະ­ບຽບ​ບ້ານ ແຕ່​ບາງ­ເທື່ອ​ການ​ສ້າງ​ກົດ​ລະ­ບຽບ​ບ້ານ ຖ້າ​ຫາກ​ບົນ​ພື້ນ­ຖານ​ຂອງ​ກົດ­ໝາຍ​ແທ້ໆ​ນັ້ນ ບາງ­ເທື່ອ​ອາດ​ຈະ​ເປັນ​ສ້າງ​ສິ່ງ​ກີດ​ກັ້ນ ສ້າງ​ອຸ­ປະ­ສັກ​ໃນ​ການ​ຫາ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ຈຶ່ງ​ບໍ່​ຢາກ​ສ້າງ ແຕ່​ຖ້າ​ບໍ່​ສ້າງ ປະ­ຊາ­ຊົນ​ກໍ​ນັບ​ມື້​ຮັບ​ຮູ້​ກົດ­ໝາຍ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ມີ​ປາກ​ມີ​ສຽງ​ໃນ​ເວ­ລາ​ຈ່າຍ​ຄ່າ​ນັ້ນ ຄ່າ​ນີ້ ຄ່າ​ເອ­ກະ­ສານ…

ການປ້ອຍດ່າຜູ້ອື່ນ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ ບັນ­ຫາ​ການ​ປ້ອຍ​ດ່າ​ຜູ້​ອື່ນ​ແມ່ນ​ເປັນ​ບັນ­ຫາ​ທີ່​ກຳ­ລັງ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ບຸກ­ຄົນ​ທີ່​ມັກ​ປ້ອຍ​ດ່າ​ຄົນ​ອື່ນ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ມັກ​ຈະ​ປ້ອຍ​ດ່າ​ໄປ​ທົ່ວ­ທີບ ຫຼື ຕາມ​ອາ­ລົມ​ຈິດ ໂດຍ​ທີ່​ບໍ່​ໄດ້​ຄຳ­ນຶງ​ວ່າ ການ​ທີ່​ຕົນ​ເອງ​ປ້ອຍ​ດ່າ​ຄົນ​ອື່ນ​ນັ້ນ​ຈະ​ເປັນ​ພິດ ເປັນ​ໄພ ແລະ ສົ່ງ​ຜົນ​ກະ­ທົບ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ບຸກ­ຄົນ​ອື່ນ ກໍ​ຄື ສັງ­ຄົມ​ໃດໆ ແຕ່​ຄວາມ​ຈິງ​ແລ້ວ ການ​ປ້ອຍ​ດ່າ​ຜູ້​ອື່ນ​ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ຕໍ່​ກົດ­ໝາຍ​ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ນຳ​ສະ­ເໜີ​ໃຫ້​ຄວາມ​ໝາຍ​ໂທດ​ທາງ​ອາ­ຍາ…

ການແຈ້ງຄຳຕັດສິນຂອງສານ

ພາຍ­ຫຼັງ​ທີ່​ໄດ້​ພິມ​ຄຳ​ຕັດ​ສີນ​ສຳ­ເລັດ ແລະ ປະ­ທານ​ຄະ­ນະ​ສານ ພ້ອມ​ດ້ວຍ​ຈ່າ​ສານ​ໄດ້​ລົງ​ລາຍ​ເຊັນ ແລະ ຈ້ຳ​ກາ​ຄະ­ນະ​ສານ ແລະ ຊື່​ແຈ້ງ​ຂອງ​ຈ່າ​ສານ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຈ່າ​ສານ​ຈະ​ເຮັດ​ຄຳ​ຕັດ­ສິນ​ເປັນ 2 ສະ­ບັບ ສະ­ບັບ 1 ເກັບ​ໄວ້​ໃນ​ສຳ​ເນົາ​ຂອງ​ຄະ­ນະ​ສານ ອີກ​ສະ­ບັບ 1…

ພາຍຫຼັງປະກາດຄຳຕັດສິນ

ພາຍ­ຫຼັງ​ທີ່​ຄູ່​ຄວາມ​ຮ້ອງ​ຟ້ອງ​ກັນ​ມາ​ເປັນ​ເວ­ລາ​ຫຼາຍ​ເດືອນ ໃນ​ທີ່​ສຸດ​ສານ​ກໍ​ຈະ​ພິ­ຈາ­ລະ­ນາ​ຕັດ­ສິນ​ວ່າ​ຝ່າຍ​ໃດ​ເປັນ​ຜູ້​ເສຍ ຫຼື ຊະ­ນະ ໃຜ​ມີ​ເຫດ­ຜົນ ຫຼື ບໍ່​ມີ​ເຫດ­ຜົນ ໃຜ​ມີ​ຫຼັກ​ຖານ​ໜັກ​ແໜ້ນ ຫຼື ບໍ່​ໜັກ​ແໜ້ນ​ກໍ​ຕ້ອງ​ຮູ້​ກັນ ໃນ​ທີ່​ປະ­ຊຸມ​ສານ​ພາຍ­ຫຼັງ​ຄະ­ນະ​ສານ ໄດ້​ມີ​ການ​ປະ­ກາດ​ຄຳ​ຕັດ​ສີນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຖ້າ​ຄຳ​ຕັດ­ສິນ​ທີ່​ຄະ­ນະ​ສານ​ໄດ້​ຮ່າງ​ຢູ່ ໃນ​ເວ­ລາ​ທີ່​ພິ­ຈາ­ລະ­ນາ​ຄະ­ດີ​ໃນ​ຫ້ອງ​ປະ­ຊຸມ​ລັບ​ນັ້ນ ຫາກ​ຍັງ​ບໍ່​ທັນ​ສົມ­ບູນ ໂດຍ​ສະ­ເພາະ​ແມ່ນ​ການ​ຂຽນ…

error: Content is protected !!