ຂອບເຂດການນຳໃຊ້ກຳມະສິດ

ການ​ນຳ​ໃຊ້​ກຳ­ມະ­ສິດ ແມ່ນ​ໃຫ້​ນຳ​ໃຊ້​ຊັບ ສິ່ງ​ຂອງ​ທີ່​ເປັນ​ຂອງ​ຕົນ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ທາງ​ດ້ານ​ຊີ­ວິດ​ການ​ເປັນ​ຢູ່ ຫຼື ຜົນ​ປະ­ໂຫຍດ​ອັນ​ແນ່­ນອນ​ທີ່​ຕົນ​ຕ້ອງ­ການ ແຕ່​ບໍ່​ໃຫ້​ກໍ່​ຄວາມ​ເສຍ​ຫາຍ ຫຼື ຂັດ​ກັບ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ລັດ ຂອງ​ສັງ­ຄົມ ຫຼື ຂອງ​ບຸກ­ຄົນ​ອື່ນ ສຳ­ລັບ​ການ​ນຳ​ໃຊ້​ທີ່​ດິນ ນັ້ນ ແມ່ນ​ລວມ​ທັງ​ການ​ນຳ​ໃຊ້​ພື້ນ​ທີ່​ທາງ​ອາ ກາດ ເທິງ​ໜ້າ­ດິນ ແລະ ພື້ນ​ທີ່​ໃຕ້​ດິນ ໃນ ຂອບ​ເຂດ​ທີ່​ສາ­ມາດ​ນຳ​ໃຊ້ ແລະ ມີ​ຜົນ​ປະ ໂຫຍດ​ເທົ່າ​ນັ້ນ ເວັ້ນ​ເສຍ​ແຕ່​ກົດ­ໝາຍ​ຫາກ ໄດ້​ກຳ­ນົດ​ໄວ້​ເປັນ​ຢ່າງ​ອື່ນ.

ໃນ​ສະ­ພາ­ວະ​ທີ່​ຈຳ­ເປັນ ເຈົ້າ​ກຳ­ມະ­ສິດ​ຕໍ່ ຊັບ​ສິ່ງ​ຂອງ ບໍ່​ມີ​ສິດ​ຂັດ­ຂວາງ​ຄົນ​ອື່ນ ໃນ ການ​ນຳ​ໃຊ້​ຊັບ​ສິ່ງ​ຂອງ ຫຼື ບໍ່​ມີ​ສິດ​ຂັດ­ຂວາງ ບຸກ­ຄົນ​ອື່ນ ໃນ​ການ​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ຊັບ ສິ່ງ​ຂອງ ຂອງ​ຕົນ ເພື່ອ​ສະ­ກັດ​ກັ້ນ ຫຼື ຫຼຸດ ຜ່ອນ​ໄພ​ອັນ­ຕະ­ລາຍ​ທີ່​ເກີດ​ຂຶ້ນ ຫຼື ອາດ​ຈະ ເກີດ​ຂຶ້ນ.

ຕໍ່​ກັບ​ຂອບ​ເຂດ​ການ​ນຳ​ໃຊ້​ກຳ­ມະ­ສິດ​ໄດ້ ກຳ­ນົດ​ໄວ້ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ­ຈັດ­ຕັ້ງ ປະ­ຕິ­ບັດ ແລະ ສິ່ງ​ທີ່​ບໍ່​ຄວນ​ລະ­ເມີດ​ດັ່ງ­ນີ້:

1. ການ​ກຳ­ນົດ​ເຂດ​ແດນ: ເຂດ​ແດນ​ລະ ຫວ່າງ​ຕອນ​ດິນ​ທີ່​ຕິດ​ຈອດ​ກັນ ໃຫ້​ກຳ­ນົດ    ດ້ວຍ​ການ​ຕົກ­ລົງ​ລະ­ຫວ່າງ​ເຈົ້າ​ຂອງ​ທີ່​ດິນ​ທີ່ ຕິດ​ຈອດ​ກັນ ໂດຍ​ມີ​ການ​ຢັ້ງ­ຢືນ​ຂອງ​ຂະ­ແໜງ ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ ແວດ​ລ້ອມ​ທີ່​ກ່ຽວ­ຂ້ອງ ຄ່າ​ໃຊ້​ຈ່າຍ​ໃນ​ການ ປັກ​ຫຼັກ​ເຂດ​ແດນ​ຮ່ວມ​ກັນ ໃຫ້​ຮັບ­ຜິດ­ຊອບ​ຄົນ ລະ​ເຄິ່ງ ຫຼື ໃຫ້​ປະ­ຕິ­ບັດ​ຕາມ​ທີ່​ໄດ້​ຕົກ­ລົງ​ກັນ.

2. ການ​ລ້ອມ​ຮົ້ວ: ເຈົ້າ​ຂອງ​ທີ່​ດິນ ສາ­ມາດ​ລ້ອມ​ຮົ້ວ​ໃນ​ຂອບ​ເຂດ​ທີ່​ດິນ​ຂອງ​ຕົນ ແຕ່​ບໍ່​ໃຫ້​ເປັນ​ອຸ­ປະ­ສັກ​ຕໍ່​ການ​ສັນ­ຈອນ ຫຼື ລ່ວງ​ເຂດ​ແດນ​ຂອງ​ຕອນ​ດິນ​ທີ່­ຢູ່​ໃກ້​ຄຽງ ແລະ ເຂດ​ສະ­ຫງວນ​ຂອງ​ທາງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ.

ໃນ​ກໍ­ລະ­ນີ​ທີ່​ຕອນ​ດິນ​ນັ້ນ​ມີ​ທາງ​ເຄີຍ​ທຽວ ໄປ​ມາ​ກ່ອນ​ເຈົ້າ​ຂອງ​ທີ່​ດິນ​ໄດ້​ສິດ​ນຳ​ໃຊ້​ທີ່​ດິນ ຕ້ອງ​ຈົ່ງ​ທາງ​ທຽວ​ທີ່​ເໝາະ​ສົມ ຫຼື ປ່ຽນ​ແລວ ທາງ​ທີ່​ເຄີຍ​ທຽວ​ໄປ​ທາງ​ອື່ນ ແລ້ວ​ຈຶ່ງ​ລ້ອມ ຮົ້ວ​ໄດ້ ແຕ່​ຕ້ອງ​ຢູ່​ໃນ​ຕອນ​ດິນ​ຂອງ​ຕົນ.

3. ໄລ­ຍະ​ຫ່າງ​ໃນ​ການ​ປຸກ​ສ້າງ​ເຮືອນ: ການປຸກ­ເຮືອນ ການ​ກໍ່­ສ້າງ​ອາ­ຄານ ໃຫ້​ຮັກ­ສາໄລ­ຍະ​ຫ່າງ​ຢ່າງ​ໜ້ອຍ 50 ຊັງ​ຕີ​ແມັດ ຈາກເຂດ​ແດນ ເວັ້ນ​ເສຍ​ແຕ່​ກົດ­ໝາຍ​ໄດ້​ກຳ­ນົດໄວ້​ຢ່າງ​ອື່ນ.

ໃນ​ກໍ­ລະ­ນີ​ການ​ກໍ່­ສ້າງ​ຫາກ​ບໍ່​ສອດ­ຄ່ອງ​ກັບ ບົດ​ບັນ­ຍັດ​ຂອງ​ກົດ­ໝາຍ ເຈົ້າ​ຂອງ​ທີ່​ດິນ​ທີ່ ຕິດ​ຈອດ​ກັນ ມີ​ສິດ​ທວງ​ໃຫ້​ຢຸດ​ເຊົາ ແລະ ຮື້​ຖອນ​ສິ່ງ​ກໍ່­ສ້າງ​ນັ້ນ ພາຍ­ຫຼັງ​ທີ່​ກໍ່­ສ້າງ​ມາ​ໄດ້ 1 ປີ ຫຼື ໄດ້​ກໍ່­ສ້າງ​ສຳ­ເລັດ​ແລ້ວ ເຈົ້າ​ຂອງ​ທີ່ ດິນ​ທີ່​ຕິດ​ຈອດ​ກັນ​ມີ​ສິດ​ທວງ​ເອົາ​ໄດ້​ແຕ່​ຄ່າ ເສຍ​ຫາຍ​ເທົ່າ​ນັ້ນ.

ຕົວ­ຢ່າງ: ນາງ ໂລບ ໄດ້​ປຸກ​ສ້າງ​ເຮືອນ​ຂອງ ຕົນ​ກວມ​ເອົາ​ທີ່​ດິນ​ຂອງ ທ້າວ ອົດ ຍ້ອນ ທ້າວ ອົດ ຢູ່​ຫ່າງ​ໄກ ບໍ່​ໄດ້​ມາ​ເບິ່ງ​ທີ່​ດິນ​ຂອງ ຕົນ​ເປັນ​ເວ­ລາ​ຫຼາຍ​ເດືອນ ແຕ່​ເມື່ອ​ມາ​ເບິ່ງ​ທີ່ ດິນ​ຂອງ​ຕົນ ຈຶ່ງ​ຮູ້​ວ່າ​ນາງ ໂລບ​ໄດ້​ປຸກ­ເຮືອນ ກວມ​ເອົາ​ທີ່​ດິນ​ຂອງ​ຕົນ ໃນ​ກໍ­ລະ­ນີ​ນີ້ ທ້າວ ອົດ ມີ​ສິດ​ທວງ​ຄ່າ​ເສຍ​ຫາຍ​ຈາກ ນາງ​ໂລບ ຕາມ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້.

ໂດຍ: ໄມ້​ງັດ

error: Content is protected !!