ການແຈ້ງຄຳຕັດສິນຂອງສານ

ພາຍ­ຫຼັງ​ທີ່​ໄດ້​ພິມ​ຄຳ​ຕັດ​ສີນ​ສຳ­ເລັດ ແລະ ປະ­ທານ​ຄະ­ນະ​ສານ ພ້ອມ​ດ້ວຍ​ຈ່າ​ສານ​ໄດ້​ລົງ​ລາຍ​ເຊັນ ແລະ ຈ້ຳ​ກາ​ຄະ­ນະ​ສານ ແລະ ຊື່​ແຈ້ງ​ຂອງ​ຈ່າ​ສານ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຈ່າ​ສານ​ຈະ​ເຮັດ​ຄຳ​ຕັດ­ສິນ​ເປັນ 2 ສະ­ບັບ ສະ­ບັບ 1 ເກັບ​ໄວ້​ໃນ​ສຳ​ເນົາ​ຂອງ​ຄະ­ນະ​ສານ ອີກ​ສະ­ບັບ 1 ເກັບ​ໄວ້​ໃນ ສຳ­ນວນ​ຄະ­ດີ ໃນ​ກໍ­ລະ­ນີ​ທີ່​ມີ​ການ​ຕັດ­ສິນ​ເປັນ​ການ​ຕັດ​ສີນ​ຊ້ອງ​ໜ້າ​ຄູ່​ຄວາມ ຈ່າ​ສານ​ຈະ​ອອກ​ໝາຍ​ຮຽກ​ຄູ່​ຄວາມ​ທັງ​ສອງ​ຝ່າຍ​ເຂົ້າ​ຮັບ​ເອົາ​ຄຳ​ຕັດ­ສິນ ແລະ ຖ້າ​ຄູ່​ຄວາມ​ທັງ​ສອງ​ຝ່າຍ ຫຼື ພາກ­ສ່ວນ​ອື່ນ​ຕ້ອງ­ການ​ເອົາ​ຄຳ​ຕັດ­ສິນ​ນັ້ນ ຈ່າ​ສານ​ຈະ​ສຳ​ເນົາ​ໃຫ້​ພວກ​ກ່ຽວ ພ້ອມ​ທັງ​ລົງ​ລາຍ​ເຊັນ​ໃສ່​ດ້ານ​ຫຼັງ​ເພື່ອ​ຢັ້ງ­ຢືນ​ຄຳ​ຕັດ­ສິນ​ດັ່ງ­ກ່າວ.

ໃນ​ກໍ­ລະ­ນີ​ທີ່​ຄະ­ນະ​ສານ​ຫາກ​ໄດ້​ຕັດ­ສິນ​ລັບ­ຫຼັງ​ຄູ່​ຄວາມ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ນັ້ນ ຈ່າ​ສານ​ກໍ​ຈະ​ເປັນ​ຜູ້​ຮຽກ​ຄູ່​ຄວາມ​ຝ່າຍ​ທີ່​ບໍ່​ໄດ້​ເຂົ້າ​ມາ​ຮ່ວມ ການ​ພິ­ຈາ­ລະ­ນາ​ຄະ­ດີ​ໃນ​ທີ່​ປະ­ຊຸມ​ສານ ແລະ ມື້​ປະ­ກາດ​ຄຳ​ຕັດ­ສິນ​ນັ້ນ ເພື່ອ​ເຂົ້າ​ມາ​ຮັບ​ຊາບ​ຄຳ​ຕັດ­ສິນ ພາຍ­ຫຼັງ​ທີ່​ຜູ້­ກ່ຽວ​ເຂົ້າ​ມາ​ແລ້ວ ຈ່າ​ສານ​ກໍ​ເຮັດ​ບົດ​ບັນ­ທຶກ​ຮັບ​ຊາບ​ຄຳ​ຕັດ­ສິນ​ໃຫ້​ຝ່າຍ​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ ພ້ອມ​ທັງ​ແຈ້ງ​ສິດ​ໃນ​ການ​ຄັດ ຄ້ານ​ການ​ຕັດ­ສິນ​ຂອງ​ສານ ເພື່ອ​ສະ­ເໜີ​ໃຫ້​ຄະ­ນະ​ສານ​ພິ­ຈາ­ລະ­ນາ​ຕັດ­ສິນ​ຄະ­ດີ​ນັ້ນ​ຄືນ­ໃໝ່ ໃຫ້​ຊ້ອງ​ໜ້າ​ຜູ້­ກ່ຽວ ແລະ ແຈ້ງ​ສິດ​ໃນ​ການ​ຂໍ​ອຸ­ທອນ​ໃຫ້​ແກ່​ຜູ້­ກ່ຽວ​ຊາບ.

ໃນ​ກໍ­ລະ­ນີ​ທີ່​ຈ່າ​ສານ ໄດ້​ສົ່ງ​ໝາຍ​ຮຽກ​ໃຫ້​ຄູ່​ຄວາມ​ເຂົ້າ​ມາ​ຮັບ​ຊາບ​ຄຳ​ຕັດ­ສິນ​ເຖິງ 3 ຄັ້ງ​ແລ້ວ ແຕ່​ຄູ່​ຄວາມ​ທີ່​ຖືກ​ຄະ­ນະ​ສານ​ຕັດ­ສິນ​ລັບ­ຫຼັງ​ນັ້ນ ຫາກ​ບໍ່​ເຂົ້າ​ມາ​ສານ​ໂດຍ​ບໍ່​ມີ​ເຫດ­ຜົນ​ພຽງ­ພໍ ຊຶ່ງ​ມີ​ການ​ຢັ້ງ­ຢືນ​ຈາກ​ອົງ­ການ​ປົກ­ຄອງ​ບ້ານ ຫຼື ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ​ແລ້ວ ຈ່າ​ສານ​ກໍ​ຈະ​ສົ່ງ​ສຳ­ນວນ​ຄະ­ດີ​ດັ່ງ­ກ່າວ ໄປ​ຍັງ​ຫ້ອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ຕັດ­ສິນ​ຂອງ​ສານ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ ຫຼື ສົ່ງ​ສຳ­ນວນ​ຄະ­ດີ​ໄປ​ຍັງ​ສານ​ປະ­ຊາ­ຊົນ​ຂັ້ນ​ອຸ­ທອນ​ພິ­ຈາ­ລະ­ນາ ຖ້າ​ມີ​ການ​ຮ້ອງ​ຂໍ​ອຸ­ທອນ ຫຼື ມີ​ການ​ສະ­ເໜີ​ຄັດ­ຄ້ານ​ຄຳ​ຕັດ­ສິນ​ຂອງ​ສານ​ຂອງ​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ທັງ​ໝົດ​ນີ້​ແມ່ນ​ບັນ­ດາ​ຂັ້ນ​ຕອນ​ຕ່າງໆ​ຂອງ​ສານ ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ປະ­ກາດ​ຄຳ​ຕັດ​ສີນ​ຂອງ​ສານ​ແລ້ວ ຊຶ່ງ​ຂະ​ບວນ​ການ​ດຳ­ເນີນ​ຈະ​ປະ­ຕິ­ບັດ​ຕາມ​ກຳ­ນົດ​ເວ­ລາ​ທີ່​ກົດ­ໝາຍ ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ແພ່ງ​ໄດ້​ກຳ­ນົດ​ໄວ້ ເພື່ອ​ຫຼີກ­ເວັ້ນ​ຫາງ​ສຽງ​ທີ່​ວ່າ ເປັນ​ຫຍັງ​ສານ​ປະ­ຊາ­ຊົນ​ຕັດ­ສິນ​ແຕ່​ດົນ ແຕ່​ຍັງ​ບໍ່​ທັນ​ໄດ້​ຄຳ​ຕັດ­ສິນ ຫຼື ອາດ​ຈະ​ມີ​ການ​ລະ​ແວງ​ສົງ­ໄສ​ວ່າ ການ​ແກ່­ຍາວ​ເວ­ລາ​ດັ່ງ­ກ່າວ ແມ່ນ​ເພື່ອ​ຈຸດ­ປະ­ສົງ​ອັນ​ໃດ​ຂອງ​ຈ່າ​ສານ ສະ­ນັ້ນ ຄູ່​ຄວາມ​ເມື່ອ​ມີ​ເລື່ອງ ມີ​ບັນ­ຫາ​ຂັດ​ແຍ່ງ​ກັນ ຕ້ອງ​ໄດ້​ທຳ​ຄວາມ​ເຂົ້າ­ໃຈ​ໃຫ້​ເລິກ­ເຊິ່ງ ກ່ຽວ​ກັບ​ຂະ​ບວນ​ການ​ດຳ­ເນີນ​ການ​ຄົ້ນ­ຄວ້າ ພິ­ຈາ­ລະ­ນາ​ຄະ­ດີ​ຂອງ​ສານ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ແພ່ງ ແລະ ກົດ­ໝາຍ​ອື່ນ​ທີ່​ກ່ຽວ­ຂ້ອງ​ກັບ​ບັນ­ຫາ​ນັ້ນ​ເສຍ​ກ່ອນ ທັງ​ນີ້ ກໍ​ເພື່ອ​ຫຼີກ­ເວັ້ນ​ໃນ​ເລື່ອງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ.

ໂດຍ: ໄມ້​ງັດ

error: Content is protected !!