ຊັບສົມບັດຂອງຜົວ-ເມຍ

ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ ບາງ​ທ່ານ​ອາດ​ຈະ​ຍັງ​ບໍ່​ທັນ​ເຂົ້າ­ໃຈ​ວ່າ ມີ​ຊັບ​ສົມ­ບັດ​ໃດ​ແດ່ ຊັບ​ສົມ­ບັດ​ແຕ່​ລະ​ຢ່າງ​ມີ​ຄວາມ​ໝາຍ​ແນວ­ໃດ ການ​ໄດ້​ມາ​ຂອງ​ຊັບ​ສົມ­ບັດ​ມີ​ແນວ­ໃດ ຫຼື ບາງ​ທ່ານ​ອາດ​ຈະ​ເຂົ້າ­ໃຈ​ວ່າ ຊັບ​ສົມ­ບັດ​ທຸກ​ຢ່າງ​ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ຄອບ­ຄົວ ແມ່ນ​ເປັນ​ສິນ​ສົມ​ສ້າງ​ທັງ​ໝົດ ຫຼື ເປັນ​ຊັບ​ເດີມ​ທັງ​ໝົດ ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ມາ​ນຳ​ສະ­ເໜີ​ຄວາມ​ໝາຍ ແລະ ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ ກ່ຽວ​ກັບ​ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ ຄື:

ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ ແມ່ນ​ຊັບ​ສິນ​ຂອງ​ຜົວ ຫຼື ເມຍ ທີ່​ໄດ້​ມາ​ກ່ອນ ຫຼື ຫຼັງ​ການ​ແຕ່ງ­ດອງ ຫຼື ໄດ້​ມາ​ຈາກ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ ຫຼື ຈາກ​ການ​ມອບ​ໝາຍ ຫຼື ໄດ້​ຈາກ​ການ​ຍົກ​ຊັບ​ໃຫ້ ຊຶ່ງ​ຊັບ​ສົມ­ບັດ​ຂອງ​ຜົວ-ເມຍ ປະ­ກອບ​ມີ 2 ປະ­ເພດ​ຄື:

ຊັບ​ເດີມ ແມ່ນ​ຊັບ​ສົມ­ບັດ​ຂອງ​ຜົວ ຫຼື ເມຍ ທີ່​ໄດ້​ມາ​ກ່ອນ​ການ​ແຕ່ງ­ດອງ ຫຼື ແມ່ນ​ຊັບ​ສົມ­ບັດ​ທີ່​ໄດ້​ມາ​ຈາກ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ ຫຼື ຈາກ​ການ​ມອບ ຫຼື ການ​ຍົກ​ຊັບ​ໃຫ້​ຜົວ ຫຼື ເມຍ​ສະ­ເພາະ ພາຍ­ຫຼັງ​ການ​ແຕ່ງ­ດອງ​ທີ່​ຍັງ​ຄົງ​ຢູ່ ຫຼື ປ່ຽນ​ສະ­ພາບ​ໄປ​ເປັນ​ຊັບ​ສິ່ງ​ຂອງ​ໃໝ່​ແລ້ວ.

ນອກ­ຈາກ​ນີ້ ດອກ​ເບ້ຍ ລາຍ​ໄດ້ ແລະ ໝາກ­ຜົນ ທີ່​ເກີດ​ຈາກ​ຊັບ​ເດີມ​ຂອງ​ຜົວ ຫຼື ເມຍ ກໍ​ໃຫ້​ຖື​ເປັນ​ຊັບ​ເດີມ​ຂອງ​ຜູ້​ນັ້ນ ເວັ້ນ​ເສຍ​ແຕ່ ຜົວ ຫຼື ເມຍ ຫາກ​ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຜະ­ລິດ ຫຼື ການ​ສ້າງ­ສາ​ຮ່ວມ​ກັນ ໃນ​ກໍ­ລະ­ນີ​ນີ້ ລາຍ​ໄດ້ ແລະ ໝາກ­ຜົນ​ນັ້ນ ໃຫ້​ຖື​ເປັນ​ສິນ​ສົມ​ສ້າງ.

ສິນ​ສົມ​ສ້າງ ແມ່ນ​ຊັບ​ສົມ­ບັດ​ທີ່​ຄູ່​ຜົວ-ເມຍ​ສ້າງ­ສາ ແລະ ຫາ​ມາ​ໄດ້​ໃນ​ເວ­ລາ​ເປັນ​ຜົວ-ເມຍ​ນຳ​ກັນ ເວັ້ນ​ເສຍ​ແຕ່​ຊັບ​ສິ່ງ​ຂອງ​ທີ່​ເປັນ​ເຄື່ອງ­ໃຊ້​ສ່ວນ​ຕົວ ຊຶ່ງ​ບໍ່​ມີ​ມູນ​ຄ່າ​ສູງ ລາຍ​ໄດ້​ທັງ​ໝົດ​ທີ່​ຜົວ ຫຼື ເມຍ​ໄດ້​ຮັບ ໃນ​ເວ­ລາ​ຢູ່​ຮ່ວມ​ກັນ ຫຼື ແຍກ​ກັນ​ຢູ່​ນັ້ນ ກໍ​ໃຫ້​ຖື​ເປັນ​ສິນ​ສົມ​ສ້າງ.

ໃນ​ກໍ­ລະ­ນີ​ທີ່​ມີ​ການ​ສ້ອມ­ແປງ​ຊັບ​ເດີມ​ຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ໂດຍ​ນຳ​ໃຊ້​ສິນ​ສົມ​ສ້າງ ຫຼື ຊັບ​ເດີມ​ຂອງ​ອິກ​ຝ່າຍ​ໜຶ່ງ ໃນ​ມູນ​ຄ່າ​ເກີນ​ກວ່າ​ສອງ​ສ່ວນ​ສາມ (2/3) ຂອງ​ມູນ​ຄ່າ​ຊັບ​ເດີມ​ທີ່​ສ້ອມ­ແປງ ກໍ​ໃຫ້​ຖື​ວ່າ​ຊັບ​ນັ້ນ​ເປັນ​ສິນ​ສົມ​ສ້າງ.

ໂດຍ: ສ. ສາຍ​ນ້ຳ​ຊຳ

error: Content is protected !!