ເສັ້ນທາງທ່ອງທ່ຽວ ໄຫວ້ພະຂໍພອນ ສຳຜັດມົນສະເໜແຂວງ ອຸດອນທານີ-ໜອງຄາຍ 3 ວັນ 2 ຄືນ

ຫຼາຍໆຄົນຄົງຈະເຄີຍເດີນທາງໄປ ແຂວງ ອຸດອນທານີ ແລະ ໜອງຄາຍ ປະເທດໄທ ເຊິ່ງທັງສອງແຂວງລ້ວນແລ້ວແຕ່ມີຫຼາຍສະຖານທີ່ທ່ອງທ່ຽວທີ່ງົດງາມໜ້າທ່ຽວຊົມ ໂດຍສະເພາະ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ທຳມະຊາດ ແລະ ປະ ຫວັດສາດ ຈຳນວນຫຼາຍຕັ້ງຄອຍຖ້ານັກທ່ອງທ່ຽວເດີນທາງໄປສຳຜັດຄວາມງົດງາມ ພ້ອມທັງມີເອກະລັກສະເພາະມົນສະ ເໜຂອງພາກອີສານ.

ເພື່ອເປັນຄວາມຮູ້ໃນການວາງແຜນເດີນທາງໄປທ່ອງທ່ຽວສອງຈັງຫວັດດັ່ງກ່າວຜູ້ຂຽນຈະມາແນະນຳການເດີນທາງທ່ອງ ທ່ຽວ 2 ຈັງຫວັດ ທີ່ນຳໃຊ້ເວລາເດີນທາງທ່ອງທ່ຽວພຽງ 3 ວັນ 2 ຄືນກໍສາມາດທ່ຽວຊົມໄດ້ຫຼາຍສະຖານທີ່ທ່ອງທ່ຽວສຳຄັນ ເຊິ່ງໃນການເດີ່ນທາງທ່ອງທ່ຽວ ມື້ທີ 1 ແມ່ນ ເລີ່ມຈາກທ່ອງທ່ຽວພາຍໃນແຂວງໜອງຄາຍເດີນທາງກາບໄຫວ້ຂໍພອນສິ່ງສັກສິດ ເລີ່ມຈາກ ພະທາດບັງພວນ ສ້າງຂຶ້ນໃນສະໄໝອານາຈັກລ້ານຊ້າງ ຫຼື ກຸງສີສັດຕະນາຫຸດ “ສັດຕົມມະຫາສະຖານ’’ ຈຳລອງສະຖານທີ່ສຳຄັນ 7 ແຫ່ງ ເຊິ່ງມີ 1 ໃນ 3 ຂອງໂລກຈາກພຸດທະປະວັດ ຕໍ່ມາເດີນທາງໄປຊົມວິຖີຊຸມຊົນປະໂຄ ເມືອງບູຮານຕຳນານຮັກນາງອຸດສາ ທ້າວ ບາລົດ ຊຸມຊົນປະໂຄ ຫຼື ບ້ານພະໂຄ ຊຸມຊົນບູຮານຕັ້ງຢູ່ແຄມຝັ່ງຂອງ ຊຸມຊົນແຫ່ງນີ້ໄດ້ດຳລົງຊີວິດຢູ່ສະຖານທີ່ແຫ່ງນີ້ມາຕັ້ງແຕ່ສະໃໝລ້ານຊ້າງບູຮານ ນອກຈາກນີ້ຍັງມີຕຳນານຮັກແທ້ ນາງ ອຸດສາ-ທ້າວ ບາລົດ ເປັນຄວາມເຊື່ອຕໍ່ພະແມ່ຄົງຄາ ທີ່ນຳພາ ກະທົງຫົງ ມາໃຫ້ໄດ້ພົບຮັກແທ້ ຈົນເປັນທີ່ມາຂອງກິດຈະກຳ “ທ່ອງທ່ຽວວິຖີຊົນບູຮານປະໂຄ” ເຮັດກວາຍດອກໄມ້ໄຫວ້ພະບູຮານ ເຮັດກະໂທງຫົງລອຍອະທິຖານຂໍໃຫ້ພົບຮັກແທ້ ກິນອາຫານທ້ອງຖິ່ນ “ມະລຳມະລອຍ” ແລະ ຊິມສຸດຍອດອາຫານວ່າງຈາກດອກບົວ ກ່ອນໄປຊົມ ແລະ ຊື້ສິນຄ້າຊຸມຊົນກັບເມື່ອເປັນຂອງຝາກຂອງຕ້ອນ ຈາກນັ້ນ ກໍສາມາດເດີນທາງໄປກາບໄຫວ້ຢ້ຽມຊົມ ວັດເທບພົນປະດິດຖາຣາມ ເຊິ່ງເປັນສະຖານທີ່ Unseen New Series ຂອງແຂວງໜອງຄາຍ ເປັນວັດເກົ່າແກ່ຂອງບ້ານວຽງຄຸກ ເຊິ່ງເຄີຍເປັນເມືອງທີ່ມີຄວາມຈະເລີນຮຸ່ງເຮືອງ ມີຮ່ອງຮອຍພຸດທະສິນທີ່ງົດງາມໄວ້ໃຫ້ຊົມເຖິງປັດຈຸບັນ ແລະ ບູຮານສະຖານ ແລະ ບູຮານວັດ ຖຸສະໄໝລ້ານຊ້າງ ເຊັ່ນ: ພະທາດເຈດີຄູ່ເສມາຫີນ ຫຼັງຈາກນັ້ນກໍສາມາດເດີນທາງຕໍ່ໄປກາບໄຫວ້ຂໍພອນຢູ່ ວັດໂພນໂປ່ງ ຕັ້ງຢູ່ກາງເມືອງໜອງຄາຍ ເຊິ່ງວັດແຫ່ງນີ້ແມ່ນມີ “ສິມຄຳ” ຕັ້ງຢູ່ ອຸໂບສົດທີ່ປະດິດສະຖານພະພຸດມະຫາຈັກກະພັດອົງໃຫຍ່ທີ່ສຸດຂອງ ແຂວງໜອງຄາຍ ເປັນຖໍ້າ ແລະ “ສິມອີສານ” ທີ່ມີລວດລາຍເປັນທອງສົ່ງແສງເຫຼືອງອາລ່າມ ງົດງາມ ຕາມວັດທະນະທໍາລ້ານຊ້າງ-ລ້ານນາ ຈາກນັ້ນ ກໍເດີນທາງຕໍ່ໄປສະຖານທີ່ທ່ອງທ່ຽວຖໍ້າພຽງດິນ ວັດຖໍ້າສີມົງຄຸນ ຕັ້ງຢູ່ ເມືອງສັງຄົມ ແຂວງໜອງຄາຍ ເປັນຖໍ້າທີ່ເຊື່ອວ່າເປັນທາງເຊື່ອມລະຫວ່າງເມືອງບາດານ ແລະ ໂລກມະນຸດ  ຫຼັງຈາກນັ້ນກໍເດີນທາງຊົມພະອາທິດຕົກ ທີ່ Sky walk ວັດຜາຕາກເສື້ອ ເຊິ່ງສະຖານທີ່ແຫ່ງນີ້ໄດ້ສ້າງທາງຍ່າງເປັນແກ້ວໃສຍື່ນອອກໄປທາງໜ້າຜາເປັນຮູບແບບເກືອກມ້າ ສາມາດຊົມວິວໄດ້ 180 ອົງສາ ແນມເຫັນນໍ້າຂອງວາດຍາວໂຄ້ງເປັນຄຸ້ງນໍ້າ.

ສຳລັບມື້ທີ 2 ກໍຍັງສືບຕໍ່ທ່ອງທ່ຽວຢູ່ແຂວງໜອງຄາຍ ໂດຍຈະໄປຊົມພະອາທິດຂຶ້ນ ທະເລໝອກພູຫ້ວຍອີສັນ ຕັ້ງຢູ່ ເມືອງສັງຄົມ ນັ່ງລົດອີແຕ໋ກຊົມພະອາທິດຂຶ້ນເວລາ 5:30ໂມງ-6:00 ໂມງ ເພື່ອໃຫ້ທັນເດີນທາງຂຶ້ນໄປຊົມແສງທຳອິດຂອງມື້ ເທິງຍອດພູຫ້ວຍສັນ ເຊິ່ງຈະໃຊ້ເວລາເດີນທາງປະມານ 30 ນາທີ ຄ່າລົດອີແຕ໋ກຄົນລະ 80 ບາດ ຕໍ່ຈາກນັ້ນກໍນັ່ງລົດອີແຕ໋ກ ກິນເຂົ້າປ່າ ເລາະແຄມພູ ນໍ້າຕົກ ແມ່ນໍ້າລຳຄອງ ທີ່ສິລິວົງກົດ ໝູ່ບ້ານທ່ອງທ່ຽວແບບອະນຸຮັກທີ່ອ້ອມຮອບດ້ວຍວິວພູເຂົາຂຽວ ງາມຂອງອຸທິຍານແຫ່ງຊາດນໍ້າໂສມ-ນາຍູງ ເຊິ່ງເປັນແຫຼ່ງກຳເນີດນໍ້າຕົກຫ້ວຍພາງ ລຳທານທີ່ຫຼໍ່ລ້ຽງທຸກຊີວິດໃນໝູ່ບ້ານໃຫ້ໄດ້ໃຊ້ປະໂຫຍດໃນການເຮັດກະສິກຳ ເປີດໃຫ້ບໍລິການທີ່ພັກແຮມແບບໂຮມສະເຕ ພ້ອມກິດຈະກຳທ່ອງທ່ຽວຫຼາຍຮູບແບບທີ່ຕອບໂຈດ ສາຍລຸຍ ແລະ ຄົນຮັກທຳມະຊາດ ເຊັ່ນ: ຊົມວິວພູເຂົາ ສາຍໝອກຍາມເຊົ້າ ນັ່ງລົດອີແຕ໋ກຊົມທຳມະຊາດ ສຳ ຜັດວິຖີຊີວິດແບບທ້ອງຖິ່ນ ຍ່າງປ່າທ່ຽວນໍ້າຕົກ ແວະກິນເຂົ້າກາງປ່າ.

ຕໍ່ຈາກນັ້ນກໍສືບຕໍ່ເດີນທາງໄປທ່ອງທ່ຽວ ກາບໄຫວ້ຂໍພອນ ທີ່ວັດປ່າພູກ້ອນ ວັດງາມທ່າມກາງພູເຂົາ ໄດ້ຮັບການອອກແບບທາງສະຖາປັດຕະຍະກຳທີ່ສວຍງາມ ໂດຍພະວິຫານມີລັກສະນະເປັນສະຖາປັດຕະຍະ ກຳໄທປະຍຸກສະໄໝລັດຕະນະໂກສິນ ພະປະທານ ພາຍໃນພະວິຫານ ຄື “ພະພຸດໄສຍາໂລກະນາດສາສະດາ ມະຫາມຸນີ” ເປັນພະພຸດປາງປະຣິນິພານ ເຮັດຈາກຫີນອ່ອນສີຂາວ ພາຍໃນພະວິຫານ ມີພາບພຸດທະປະວັດ ແລະ ພາບທົດສະຊາດ ນອກຈາກນີ້ ຍັງມີ ອົງພະປະຖົມລັດຕະນະບູພາຈານມະຫາເຈດີ “ເຈດີຊົງລັງກາ ປະດັບໂມເສກທອງຄຳ ຕັ້ງຢູ່ບົນຍອດເຂົາພາຍໃນວັດ ຫຼັງຈາກທ່ຽວຊົມວັດດັ່ງກ່າວສຳ ເລັດແລ້ວ ກໍເດີນທາງໄປອີກສະຖານທີ່ໜຶ່ງ ເຊິ່ງເປັນສະຖານທີ່ທ່ອງທ່ຽວສຸດທ້າຍຂອງມື້ທີ 2 ວັນກໍຄື ອຸທະຍານປະຫວັດສາດພູພະບາດ ເປັນແຫຼ່ງສຶກສາປະຫວັດສາດ ທາງທໍລະນີວິທະຍາ ໂຂດຫີນແຫ່ງອາລິຍະທຳສຸດຮູບຊົງແປກຕາ ປະຕິມະກຳ ທາງທຳມະຊາດ ປາກົດຮ່ອງຮ່ອຍກິດຈະກຳຂອງມະນຸດໃນຍຸກກ່ອນປະ ຫວັດສາດ ເມື່ອປະມານ 2.000-3.000 ປີ ມີເນື້ອທີ່ປະມານ 3.000 ໄລ່.

ຫຼັງຈາກສຳເລັດການທ່ອງທ່ຽວຢູ່ແຂວງໜອງຄາຍແລ້ວ ກໍສາມາດເດີນທາງໄປທ່ອງທ່ຽວຢູ່ ແຂວງອຸດອນ ໄດ້ໂດຍການເດີນ ທາງໄປນອນພັກຄ້າງຄືນຢູ່ທີ່ນີ້ ເມື່ອຕື່ນເຊົ້າມາກໍເດີນທາງໄປຕັກບາດຍາມເຊົ້າ ທີ່ ວັດປ່າກາງເມືອງອຸດອນທານີ ເຊິ່ງໃນຕອນເຊົ້າທຸກໆມື້ ຈະມີຜູ້ຄົນໄປລໍຖ້າຕັກບາດຢູ່ດ້ານໜ້າວັດ ຫຼັງຈາກນັ້ນກໍໄປຢ້ຽມຊົມ ສູນວັດທະນະທຳໄທ-ຈີນ (ສານເຈົ້າປູ່-ຍ່າ) ພາຍນອກຈັດພື້ນທີ່ເປັນ “ສວນຄຸນນະທຳພັນປີ 24 ກະຕັນຍູ” ທາມກາງປ່າໄມ້ມົງຄຸນ ລວມທັງບໍ່ປາຄາບຈັກກະພັດ ເຊິ່ງອ້ອມຮອບໜອງບົວຕົບແຕ່ງດ້ວຍປະຕິມະກຳນູນສູງທີ່ບອກເລົ່າເລື່ອງລາວຕຳນານສຸດຍອດ 24 ກະຕັນຍູຂອງແຜ່ນດິນຈີນ ພາຍໃນພິພິທະພັນຄຸນນະທຳ ຈັດສະແດງເລື່ອງເລົ່າຂອງຄົນໄທເຊື້ອສາຍຈີນທີ່ເຂົ້າມາຕັ້ງຖິ່ນຖານໃນແຂວງອຸດອນທານີເມື່ອ 120 ປີກ່ອນ ຜ່ານຮູບເງົາ 3 ມິຕິ ເລື່ອງຄວາມເປັນມາຂອງພະລັງສັດທາຕໍ່ອົງເທບເຈົ້າປູ່-ຍ່າ ເລື່ອງເລົ່າຂອງທຸລະກິດການຄ້າໃນອະດີດ ການລວມຕົວຂອງ 9 ອົງກອນ 11 ຕະກຸນແຊ ທີ່ໜ້າຊື່ນຊົມ ອີກສະຖານທີ່ໜຶ່ງທີ່ຄວນເດີນທາງໄປກາບໄຫວ້ຂໍພອນສັກກະລາບູຊານັ້ນກໍແມ່ນ ພະທາດພະອະລິຍະສົງໄທ ລົມຫາຍໃຈແຫ່ງພະອໍລະຫັນ ທີ່ພິພິທະພັນພະທາດພະອະລິຍະສົງໄທ ທີ່ມີພະທາດຂອງພະອະລິຍະສົງທົ່ວປະເທດໄທ ກວ່າ 400 ອົງ ມີວັດຖຸປະສົງເພື່ອບູຊາຄຸນພໍ່ແມ່ ຄູບາອາຈານ ພະອະລິຍະສົງ ແລະ ຕ້ອງການເປີດໃຫ້ປະຊາຊົນທົ່ວໄປ ໄດ້ມີໂອກາດເດີນທາງມາສັກກາລະບູຊາ ເພື່ອເປັນບຸນວາດສະ ໜາ ເປັນທີ່ຢຶດໜ່ຽວຈິດໃຈເຊິ່ງແຫ່ງທ່ອງທ່ຽວນີ້ກາຍເປັນແຫຼ່ງທ່ອງທ່ຽວ Unseen New Series ຂອງແຂວງອຸດອນທານີ ເປີດບໍລິການເວລາ 8:00ໂມງ ຫາ 16:30ໂມງ ເຊິ່ງຈະປິດທຸກໆວັນຈັນ ຫຼັງຈາກນັ້ນກໍສາມາດແວະ Bobbin Craft ຄອມມູນີຕີ້ຂອງຄົນຮັກງານຄອນຮາບ ເປັນສູນກາງຄືນຊີວິດຊີວາໃຫ້ແກ່ຊ່າງຫັດຖະກຳຕ່ຳຫູກ ຊ່າງຍ້ອມ ແລະ ນັກອອກແບບໃນພາກອີສານເໜືອ 5 ແຂວງກຸ່ມສະບາຍດີ ນຳສະເໜີພະລັງແຫ່ງຄວາມສ້າງສັນທີ່ພ້ອມກ້າວທັນໂລກແຫ່ງລິລະປະ ແລະ ແຟຊັ່ນເປີດບໍລິການທຸກວັນ 10:30ໂມງ -20:00 ໂມງ ຫຼັງຈາກນັ້ນ ກໍແວະຊື້ຜ້າເປັນຂອງຝາກຂອງຕ້ອນທີ່ຕະຫຼາດນາຂ່າ.

ສຳລັບຜູ້ທີ່ຕ້ອງການເດີນທາງໄປທ່ອງທ່ຽວ 2 ແຂວງດັ່ງກ່າວ ແມ່ນສາມາດເດີນທາງດ້ວຍລົດສ່ວນຕົວຜ່ານທາງຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ແລະ ອີກຊ່ອງທາງໜຶ່ງແມ່ນສາມາດເດີນທາງດ້ວຍ ລົດໄຟ ລາວ-ໄທ .

error: Content is protected !!