ມາຮອດປັດຈຸບັນ ບໍ່ແມ່ນວ່າບໍ່ມີບ່ອນຊິອີງ ບໍ່ແມ່ນວ່າບໍ່ມີຕົວແບບ ຫຼື ບໍ່ມີຕົວຢ່າງ ເພື່ອເປັນບ່ອນອີງໃນການສ້າງກົດລະບຽບບ້ານ ແຕ່ບາງເທື່ອການສ້າງກົດລະບຽບບ້ານ ຖ້າຫາກບົນພື້ນຖານຂອງກົດໝາຍແທ້ໆນັ້ນ ບາງເທື່ອອາດຈະເປັນສ້າງສິ່ງກີດກັ້ນ ສ້າງອຸປະສັກໃນການຫາຜົນປະໂຫຍດສ່ວນຕົວ ຈຶ່ງບໍ່ຢາກສ້າງ ແຕ່ຖ້າບໍ່ສ້າງ ປະຊາຊົນກໍນັບມື້ຮັບຮູ້ກົດໝາຍຫຼາຍຂຶ້ນ ເຮັດໃຫ້ມີປາກມີສຽງໃນເວລາຈ່າຍຄ່ານັ້ນ ຄ່ານີ້ ຄ່າເອກະສານ ຄ່າຈົກ ຄ່າຖົມ ແລະ ຄ່າອື່ນໆ ຍິ່ງໄປກວ່ານັ້ນ ຄົນພາຍໃນບ້ານກໍເກີດການລະແວງສົງໄສເຊິ່ງກັນ ແລະ ກັນ ເຈົ້າຈ່າຍໜ້ອຍ ຂ້ອຍຈ່າຍຫຼາຍ.
ເຖິງຢ່າງໃດກໍຕາມ ໃນເມື່ອກົດໝາຍໄດ້ກຳນົດໃຫ້ກົດລະບຽບບ້ານແມ່ນ 1 ໃນ 12 ນິຕິກຳນັ້ນ ກົດລະບຽບບ້ານກໍຍ່ອມມີຜົນສັກສິດຕາມກົດໝາຍ ວ່າດ້ວຍການສ້າງນິຕິກຳໄດ້ກຳນົດ ໝາຍຄວາມວ່າ ນິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ມີຜົນສັກສິດນັບແຕ່ເວລາເອົາພິມລົງໃນສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດດ້ວຍຮູບການທີ່ປະຊາຊົນ ສາມາດເຂົ້າເຖິງໄດ້ງ່າຍ ກົດລະບຽບບ້ານຖືເປັນນິຕິກຳທີ່ມີຜົນບັງຄັບທົ່ວໄປ.
ລັດຍາມໃດກໍສົ່ງເສີມໃຫ້ມີການສ້າງນິຕິກຳເປັນລະບົບຄົບຊຸດໃນທຸກຂົງເຂດ ເພື່ອຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍການສະໜອງງົບປະມານ ພາຫະນະອຸປະກອນ ພັດທະນາບຸຄະລາກອນທາງດ້ານກົດໝາຍ ປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ສະນັ້ນ ການສ້າງກົດລະບຽບບ້ານກໍແມ່ນເພື່ອຄຸ້ມຄອງ ແລະ ບໍລິຫານບ້ານໄປຕາມກົດໝາຍ.
ຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ໄດ້ໃຫ້ນິຍາມວ່າ: ກົດລະບຽບບ້ານແມ່ນນິຕິກຳ ຊຶ່ງອົງການປົກຄອງບ້ານວາງອອກ ເພື່ອຈັດຕັ້ງປະຕິບັດນິຕິກຳຂອງອົງການລັດ ຂັ້ນເທິງ ຫຼື ເພື່ອຄຸ້ມຄອງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ຕາມຂອບເຂດສິດຂອງຕົນ ສຳລັບການສ້າງ ແລະ ຮັບຮອງເອົາກົດລະບຽບບ້ານນັ້ນ ກົດໝາຍສະບັບດັ່ງກ່າວ ໄດ້ກຳນົດວ່າ ອົງການປົກຄອງບ້ານເປັນຜູ້ຮ່າງກົດລະບຽບຂອງບ້ານ ແລ້ວນຳໄປຜ່ານກອງປະຊຸມບ້ານ ເພື່ອປຶກສາຫາລືກັບປະຊາຊົນພາຍໃນບ້ານ ແລ້ວປັບປຸງເນື້ອໃນຄືນ ຕາມການປະກອບຄຳເຫັນ.
ພາຍຫຼັງທີ່ໄດ້ປັບປຸງຮ່າງກົດລະບຽບຕາມ ຄຳເຫັນຂອງປະຊາຊົນພາຍໃນບ້ານແລ້ວ ອົງການປົກຄອງບ້ານຕ້ອງນຳສະເໜີຕໍ່ຫ້ອງວ່າການປົກຄອງເມືອງ ເທສະບານ ເພື່ອພິຈາລະນາຮັບຮອງເອົາ ພາຍຫຼັງທີ່ໄດ້ມີຄຳເຫັນຂອງຫ້ອງການຍຸຕິທຳເມືອງເທສະບານ.
ເມື່ອກົດລະບຽບບ້ານຖືກຮັບຮອງເອົາແລ້ວ ຕ້ອງຕິດປະກາດ ແລະ ເຜີຍແຜ່ຕໍ່ປະຊາຊົນພາຍໃນບ້ານ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ໃນຄວາມເປັນຈິງແລ້ວ ຂະບວນການສ້າງກົດລະບຽບບ້ານ ກໍບໍ່ມີຄວາມຫຍຸ້ງຍາກລຳບາກພໍເທົ່າໃດ ສິ່ງທີ່ມັນຫຍຸ້ງຍາກທີ່ສຸດແມ່ນຄົນ ຄົນຜູ້ຈະເຮັດ ຄົນຜູ້ຈະສ້າງ ເພາະມັນຈະກະທົບໂດຍກົງຕໍ່ຜົນປະໂຫຍດ ເຊັ່ນວ່າ ເຊັນສັນຍາຂາຍກຳມະສິດນຳໃຊ້ທີ່ດິນຈາກຕອນລະຫຼາຍລ້ານ ຫຼາຍແສນ ແຕ່ຖ້າຫາກເອົາການເສຍຄ່າທຳນຽມຕ່າງຈາກລັດຖະບັນຍັດຂອງປະທານ ມາໃສ່ໃນກົດລະບຽບບ້ານແລ້ວປະຕິບັດນັ້ນ ແນ່ນອນຜົນປະໂຫຍດສ່ວນຕົວທີ່ເຄີຍໄດ້ ກໍອາດຈະຫຼຸດໜ້ອຍຖອຍລົງແດ່ກໍເປັນເລື່ອງທີ່ປະຕິເສດບໍ່ໄດ້ ສະນັ້ນ ຈະສ້າງ ຫຼື ບໍ່ສ້າງກໍແມ່ນໜ້າທີ່ຂອງນາຍບ້ານ ພ້ອມດ້ວຍຄະນະນັ້ນເອງ ຫາກສ້າງປະຊາຊົນກໍຈະໄດ້ຮັບຜົນປະໂຫຍດທີ່ເປັນທຳ ແຕ່ຖ້າຫາກບໍ່ສ້າງ ຜູ້ອັບປະໂຫຍດກໍຍັງແມ່ນປະຊາຊົນ ແລ້ວເລືອກມາເຮັດຫຍັງ?.
ໂດຍ: ໄມ້ງັດ