ການລົງໂທດຕໍ່ຜູ້ຟອກເງິນ

ໃນ​ສັງ­ຄົມ ບໍ່​ວ່າ​ປະ­ເທດ​ໃດ​ກໍ​ຕາມ ການ ດຳ­ເນີນ​ທຸ­ລະ​ກິດ ການ​ຄ້າ-ຂາຍ ການ​ແລກ ປ່ຽນ​ສິນ­ຄ້າ ການ​ຂົນ­ສົ່ງ​ທາງ­ບົກ ທາງ­ນ້ຳ ຫຼື ທາງ​ອາ­ກາດ ໝາຍ​ຄວາມ​ວ່າ ການ​ດຳ ເນີນ​ທຸ­ລະ​ກິດ​ກໍ​ຍ່ອມ​ໄປ​ພ້ອມ​ກັບ​ການ​ດຳ­ເນີນ​ທຸ­ລະ​ກຳ​ທາງ​ດ້ານ​ການ​ເງິນ ສະ­ນັ້ນ ສ່ວນ​ໃຫຍ່​ຈະ​ດຳ­ເນີນ​ການ​ຊຳ­ລະ​ດ້ວຍ​ເງິນ ສົດ ສຳ­ລັບ​ປະ­ເທດ​ທີ່​ນຳ​ໃຊ້​ເງິນ­ສົດ ຫຼື ສຳ ລັບ​ປະ­ເທດ​ທີ່​ບໍ່​ນຳ​ໃຊ້​ເງິນ­ສົດ ອາດ​ຈະ​ຊຳ ລະ​ດ້ວຍ​ແຊັກ ຫຼື ດ້ວຍ​ວິ­ທີ​ການ​ທີ່​ສາ­ມາດ​ຊຳ ລະ­ສະ​ສາງ​ກັນ​ໄດ້​ຢ່າງ​ຄົບ​ຖ້ວນ ແລະ ຖືກ ຕ້ອງ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ທີ່ ລັດ​ນັ້ນ ປະ­ເທດ​ນັ້ນ​ວາງ​ອອກ ຄຽງ​ຄູ່​ກັບ ດ້ານ​ດີ​ເຫຼົ່າ­ນັ້ນ ກໍ​ບໍ່​ອາດ​ປາ­ສະ­ຈາກ​ໄດ້​ດ້ານ ຫຍໍ້­ທໍ້​ທີ່​ແອບ​ແຝງ​ມາ​ກັບ​ການ­ເຄື່ອນ­ໄຫວ​ທາງ​ດ້ານ​ການ​ເງິນ​ເຫຼົ່າ­ນັ້ນ ໂດຍ​ສະ­ເພາະ ບັນ­ຫາ​ການ​ຟອກ​ເງິນ ແຕ່​ເຖິງ​ຢ່າງ​ກໍ​ຕາມ ການ​ຟອກ​ເງິນ​ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ເອົາ ເງິນ​ທີ່​ໄດ້​ມາ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ນັ້ນ ໄປ​ຊື້​ວັດ­ຖຸ​ສິ່ງ​ທີ່​ມີ­ຄ່າ ຫຼັງ​ຈາກ​ນັ້ນ ກໍ​ນຳ ເອົາ​ວັດ­ຖຸ​ເຫຼົ່າ­ນັ້ນ​ໄປ​ຂາຍ ເພື່ອ​ໃຫ້​ເງິນ​ທີ່​ໄດ້ ມາ​ໂດຍ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ການ​ຟອກ​ເງິນ​ແມ່ນ​ເກີດ​ຂຶ້ນ​ເມື່ອ​ມີ​ບຸກ­ຄົນ ໃດ​ໜຶ່ງ​ດຳ­ເນີນ​ການ​ເພື່ອ​ປົກ​ປິດ ຫຼື ຊຸກ­ເຊື່ອງ ຄຸນ​ລັກ­ສະ­ນະ ທີ່​ມາ ແລະ ທີ່​ຕັ້ງ​ຂອງ​ທຶນ ຫຼື ຊັບ​ສິນ​ອື່ນໆ ທີ່​ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ ຕົ້ນ ຫຼື ການ​ກະ­ທຳ​ຜິດ​ຄັ້ງ​ທຳ​ອິດ ຕົວ­ຢ່າງ: ທ້າວ ຈາດ ໄດ້​ເງິນ​ມາ​ຈາກ​ການ​ຄ້າ­ຂາຍ ຢາ​ເສບ​ຕິດ ສະ­ແດງ​ວ່າ​ເງິນ​ທີ່ ທ້າວ ຈາດ ໄດ້​ຈາກ​ການ​ຄ້າ­ຂາຍ​ຢາ​ເສບ​ຕິດ​ນັ້ນ ເປັນ ເງິນ​ທີ່​ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ ຍ້ອນ​ການ ຄ້າ­ຂາຍ​ຢາ​ເສບ​ຕິດ​ຂອງ​ຜູ້­ກ່ຽວ ສະ­ນັ້ນ ທ້າວ ຈາດ ຕ້ອງ­ການ​ໃຫ້​ເງິນ​ທີ່​ໄດ້​ມາ​ຈາກ​ການ ຄ້າ­ຂາຍ​ຢາ​ເສບ ຜູ້­ກ່ຽວ​ກໍ​ເອົາ​ເງິນ​ເຫຼົ່າ​ໄປ​ຊື້​ທີ່ ດິນ ຊື້​ລົດ ຫຼື ວັດ­ຖຸ​ມີ­ຄ່າ​ອື່ນໆ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ເພື່ອ​ເປັນ​ຕ້ານ ແລະ ສະ­ກັດ​ກັ້ນ​ບັນ­ຫາ​ດັ່ງ ກ່າວ ລັດ​ຂອງ​ພວກ​ເຮົາ​ກໍ​ໄດ້​ສ້າງ​ມາດ​ຕະການ​ຕ່າງໆ​ອອກ​ມາ ເພື່ອ​ເປັນ​ບ່ອນ​ອີງ​ໃນ ການ​ຈຳ­ກັດ​ສະ­ກັດ​ກັ້ນ​ບັນ­ຫາ​ດັ່ງ­ກ່າວ ໂດຍ ສະ­ເພາະ ໄດ້​ກຳ­ນົດ​ໃຫ້­ການ​ຟອກ​ເງິນ​ເປັນ ການ​ກະ­ທຳ​ຜິດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ປະ ມວນ​ກົດ­ໝາຍ​ອາ­ຍາ ມາດ­ຕາ 130 ຊຶ່ງ ເນື້ອ​ໃນ​ໄດ້​ກຳ­ນົດ​ໄວ້​ດັ່ງ­ນີ້: ການ​ຟອກ​ເງິນ ແມ່ນ​ການ​ປ່ຽນ​ຮູບ ນຳ​ໃຊ້ ເຄື່ອນ​ຍ້າຍ ແລກ­ປ່ຽນ ໄດ້​ມາ​ຄອບ​ຄອງ ໂອນ​ກຳ​ມະ ສິດ​ທີ່­ແທ້​ຈິງ​ຂອງ​ເງິນ ຫຼື ຊັບ​ສິນ​ອື່ນ ທີ່​ບຸກ ຄົນ ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ​ໂດຍ​ທີ່​ຮູ້ ໄດ້​ຮູ້ ຫຼື ສົງ­ໄສ​ວ່າ ເງິນ ຫຼື ຊັບ​ສິນ​ນັ້ນ ມາ ຈາກ​ການ​ກະ­ທຳ​ຜິດ​ຕົ້ນ ເພື່ອ​ປົກ​ປິດ ຫຼື ຊຸກ ເຊື່ອງ​ຄຸນ​ລັກ­ສະ­ນະ ທີ່​ມາ​ຂອງ​ເງິນ ທີ່​ຕັ້ງ ຂອງ​ຊັບ​ສິນ ເພື່ອ​ເຮັດ​ໃຫ້​ເງິນ ຫຼື ຊັບ​ສິນ ດັ່ງ­ກ່າວ ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ບຸກ­ຄົນ​ທີ່​ໄດ້​ກະ­ທຳ​ຜິດ​ໃນ​ສະ­ຖານ​ຟອກເງິນ ທີ່​ມີ​ມູນ​ຄ່າ​ຕ່ຳ​ກວ່າ 1.000.000.000 ກີບ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ປີ ຫາ 7 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 300.000.000 ກີບ ຫາ 500.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ.

ໃນ​ກໍ­ລະ­ນີ​ທີ່​ໄດ້​ກະ­ທຳ​ຜິດ ຊຶ່ງ​ມີ​ມູນ​ຄ່າ 1.000.000.000 ກີບ​ຂຶ້ນ​ໄປ ຈະ​ຖືກ​ລົງ ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 7 ປີ ຫາ ສິບ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 500.000.000 ກີບ ຫາ 700.000.000 ກີບ ແລະ ຈະ​ຖືກ ຮິບ​ຊັບ.

ໃນ​ກໍ­ລະ­ນີ​ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ຫຼື ມີ​ການ ກະ­ທຳ​ຜິດ​ເປັນ​ອາ​ຈິນ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ ສະ­ຫຼະ​ພາບ​ແຕ່ ສິບ​ປີ ຫາ ສິບ​ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 700.000.000 ກີບ​ຫາ 900.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ ການ​ກະ­ກຽມ​ໃຫ້​ແກ່​ການ​ກະ­ທຳ​ຜິດ ຄວາມ ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ກໍ​ຈະ​ຖືກ​ລົງ ໂທດ.

ດັ່ງ­ນັ້ນ ເພື່ອ​ຕ້ານ ແລະ ສະ­ກັດ​ກັ້ນ​ບັນ­ຫາ ດັ່ງ­ກ່າວ ມັນ​ແມ່ນ​ໜ້າ­ທີ່ ແລະ ພັນ­ທະ​ຂອງ ທຸກ​ອົງ​ການ­ຈັດ­ຕັ້ງ​ທັງ​ພາກ​ລັດ ພາກ​ເອ­ກະ ຊົນ ສັງ­ຄົມ ແລະ ພົນ­ລະ­ເມືອງ ໃນ​ການ​ປະ ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ດັ່ງ­ກ່າວ​ຢ່າງ ແຂງ­ແຮງ ແລະ ເປັນ​ເຈົ້າ​ການ ຖ້າ​ບໍ່​ດັ່ງ­ນັ້ນ ເຮົາ​ຈະ​ຖືກ​ທ່າ​ຮັບ​ວ່າ ແຊວໆ​ສຽງ ແຕ່​ບໍ່​ມີ ໂຕ​ຮ້ອງ ໝາຍ​ຄວາມ​ວ່າ ມີ​ແລ້ວ​ບໍ່​ລາຍ ງານ ມີ​ແລ້ວ​ບໍ່​ແກ້ ມີ​ແລ້ວ​ບໍ່​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້​ກະ­ທຳ​ຜິດ ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ແລະ ມາດ ຕາ​ທີ່​ກ່ຽວ­ຂ້ອງ​ກໍ​ບໍ່​ຈະ​ບໍ່­ເກີດ​ຜົນ​ສັກ­ສິດ​ໄດ້ ດ້ວຍ​ຕົວ​ມັນ​ເອງ.

ໂດຍ: ໄມ້​ງັດ

error: Content is protected !!