ການລົງໂທດຜູ້ເປັນນັກສືບ

ຢູ່​ໃນ​ສະ­ພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງ­ຍາກ​ສັບ­ສົນ ຍ້ອນ​ການ​ແບ່ງ​ພັກ​ແບ່ງ​ພວກ ແບ່ງ​ກຳ­ລັງ­ວັງ­ຊາ ການ​ແກ້ງ​ແຍ່ງ​ແຂ່ງ­ຂັນ​ລະ­ຫວ່າງ​ຂົ້ວ​ບວກ​ຂົ້ວ​ລົບ ການ​ລະ​ແວງ​ສົງ­ໄສ ຈຶ່ງ​ນຳ­ໄປ​ສູ່​ການ​ສອດ​ການ​ແນມ ຊອກ​ເລື່ອງ​ຊອກ​ບັນ­ຫາ​ໃສ່​ກັນ ແລະ ກັນ ເພື່ອ​ຫວັງ​ທຳ­ລາຍ​ມ້າງ­ເພ​ຜູ້​ອື່ນ ໝາຍ​ຄວາມ​ວ່າ ກິນ​ເຂົ້າ​ໂຕ​ໂສ​ຄວາມ​ຜູ້​ອື່ນ​ຂອງ​ກຸ່ມ​ຄົນ​ບໍ່​ດີ ຍ່ອມ​ມີ​ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ. ສະ­ນັ້ນ​ເພື່ອ​ເປັນ​ການ​ເດັດ​ນິ­ໄສ ແລະ ການ­ເຄື່ອນ­ໄຫວ​ທີ່​ບໍ່​ເປັນ​ມິດ​ນັ້ນ…

ໂທດຂອງການເປີດເຜີຍຄວາມລັບ

ບູ­ຮານ​ກ່າວ​ໄວ້​ວ່າ ລາຍ​ຄົນ​ລາຍ​ໃນ ລາຍ​ເສືອ​ລາຍ​ນອກ ແຕ່​ທັງ​ສອງ​ລາຍ​ກໍ​ມີ​ຄວາມ​ໂຫດ­ຮ້າຍ​ເຊັ່ນ​ດຽວ​ກັນ ເພາະ​ຫຍັງ ເພາະ­ວ່າ ລາຍ​ຄົນ​ນັ້ນ​ເບິ່ງ​ຍາກ​ເຫັນ​ຍາກ ແຕ່​ຫາກ​ຢາກ​ເບິ່ງ​ຄັກໆ​ແມ່ນ​ຕ້ອງ​ເຫຼົ້າ​ຖອກ​ໃສ່​ປາກ ແມ່ນ​ສາ­ມາດ​ຮູ້​ໂລດ​ວ່າ​ຄົນ​ຜູ້​ນັ້ນ​ມີ​ລາຍ​ແນວ­ໃດ ໂດຍ​ສະ­ເພາະ ການ­ສະ­ແດງ​ປະ­ຕິ­ກິ­ລິ­ຍາ​ໃນ​ເວ­ລາ​ມຶນ­ເມົາ​ນັ້ນ ສະ­ແດງ​ວ່າ​ເຮົາ​ຮູ້​ກັນ​ໄດ້​ແຕ່​ໜ້າ ບໍ່​ຮູ້​ວ່າ​ຈິດ­ໃຈ​ຄິດ​ຢ່າງ­ໃດ ພວກ​ເຮົາ​ເຫັນ​ນຳ​ກັນ​ທຸກ​ມື້ ຢູ່​ນຳ​ກັນ​ທຸກ​ມື້ ສຸດ​ທ້າຍ​ຜັດ​ໄປ​ກໍ່​ເຫດ…

ການນິນທາ ແລະ ການໃສ່ຮ້າຍຜູ້ອື່ນ

ການ​ນິນ­ທາ ແລະ ການ​ໃສ່​ຮ້າຍ​ຜູ້​ອື່ນ ບັນ­ດາ​ທ່ານ​ຜູ້​ອ່ານ​ບາງ​ທ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ຢູ່​ເລື້ອຍໆ ແລະ ພົບ​ເຫັນ​ຫຼາຍ​ໃນ​ສັງ­ຄົມ ແລະ ບາງ​ທ່ານ​ກໍ​ຄິດ​ວ່າ​ເປັນ​ການ​ເຢາະ​ເຢີ້ຍ​ກັນ​ແບບ​ທຳ​ມະ​ດາ​ຊ່າ​ລື​ກັນ​ໄປ ໂດຍ​ຄິດ​ວ່າ​ຈະ​ບໍ່​ເປັນ​ຜິດ​ເປັນ​ໄພ ແລະ ບໍ່​ເປັນ​ຜົນ​ກະ­ທົບ​ຕໍ່​ສັງ­ຄົມ​ທີ່​ຮ້າຍ​ແຮງ ກໍ​ເລີຍ​ເຮັດ​ໃຫ້​ບັນ­ຫາ​ດັ່ງ­ກ່າວ​ນັບ​ມື້ ມີ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນ​ເລື້ອຍໆ ແຕ່​ຄວາມ​ຈິງ​ແລ້ວ ການ​ນິນ­ທາ ແລະ…

ການກະທຳຜິດຂອງນິຕິບຸກຄົນ

ຜ່ານ​ມາ ຜູ້​ຂຽນ​ໄດ້​ນຳ​ສະ­ເໜີ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ບຸກ­ຄົນ​ເປັນ​ສ່ວນ​ໃຫຍ່ ເປັນ­ຕົ້ນ ການ​ກະ­ທຳ​ຜິດ ການ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ຂອງ​ບຸກ­ຄົນ​ຕາມ​ຄຳ​ຕັດ​ສີນ​ຂອງ​ສານ ການ​ເພີ່ມ ຫຼື ການ​ຫຼຸດ­ຜ່ອນ​ໂທດ ຫຼື ການ​ພົ້ນ​ຈາກ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຂອງ​ຜູ້​ກະ­ທຳ​ຜິດ​ທີ່​ເປັນ​ບຸກ­ຄົນ ຊຶ່ງ​ກໍ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຕໍ່​ເນື້ອ​ໃນ​ຈິດ­ໃຈ​ຂອງ​ກົດ­ໝາຍ​ທີ່​ໄດ້​ກຳ­ນົດ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ໃຫ້​ແກ່​ທ່ານ​ຜູ້​ອ່ານ​ຫຼາຍ​ພໍ​ສົມ­ຄວນ ແຕ່​ມື້­ນີ້​ຈະ​ຂໍ​ນຳ​ສະ­ເໜີ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ຄວາມ​ຮັບ­ຜິດ­ຊອບ ການ​ວາງ​ໂທດ…

ລູກນ້າ

ມື້­ກ່ອນ​ໄດ້​ເວົ້າ​ກ່ຽວ​ກັບ​ເລື່ອງ​ລູ­ກລ້ຽງ ການ​ເອົາ​ເດັກ​ໄປ​ເປັນ​ລູ­ກລ້ຽງ ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ຄື​ແນວ­ໃດ​ແດ່ ປະ­ຕິ­ບັດ​ຕາມ​ຂັ້ນ ຕາມ​ຕອນ​ແນວ­ໃດ​ແດ່ ທ່ານ​ຜູ້​ອ່ານ​ກໍ​ພໍ​ຈະ​ເຂົ້າ­ໃຈ​ໃນ​ທາງ​ປະ­ຕິ­ບັດ​ແລ້ວ​ເນາະ ແຕ່​ມື້­ນີ້​ຈະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ລູກ​ນ້າ ສັງ​ລວມ​ແລ້ວ​ກໍ​ມີ​ແຕ່​ເວົ້າ​ເລື່ອງ​ລູກໆ​ທັງ​ນັ້ນ ຄວາມ​ຈິງ​ມັນ​ເປັນ​ເລື່ອງ​ສຳ­ຄັນ ເພາະ​ເວົ້າ​ເລື່ອງ​ລູກໆ​ກໍ​ແມ່ນ​ເວົ້າ​ເລື່ອງ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ເດັກ ເພື່ອ​ບໍ່​ໃຫ້​ພວກ​ເຂົາ­ເຈົ້າ​ໄປ​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ ໂດຍ​ແອບ​ອ້າງ​ການ​ເອົາ​ເດັກ​ໄປ​ເປັນ​ລູ­ກລ້ຽງ ເອົາ​ເດັກ​ເປັນ​ລູກ​ນ້າ ຫຼື…

ພະຍາດອາດຍາສິດ

ບັນ­ດາ​ທ່ານ​ຜູ້​ອ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ຢູ່​ເລື້ອຍໆ ຄຳ​ວ່າ ‘’ອາດ­ຍາ​ສິດ ຫຼື ພະ­ຍາດ​ອາດ­ຍາ​ສິດ” ແຕ່​ບາງ​ທ່ານ​ອາດ​ຈະ​ບໍ່​ທັນ​ເຂົ້າ­ໃຈ​ວ່າ​ມີ​ຄວາມ​ໝາຍ​ແນວ­ໃດ ແລະ ເປັນ​ພະ­ຍາດ​ແນວ­ໃດ ແຕ່​ຖ້າ​ເປັນ​ພະ­ຍາດ​ນີ້ ມີ​ຄວາມ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຫຼາຍ​ສ່ຳ​ໃດ ແລະ ສາ­ມາດ​ມີ​ຢາ​ປິ່ນ­ປົວ​ໄດ້​ບໍ່ ?. ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ຂໍ​ນຳ​ສະ­ເໜີ​ຄວາມ​ໝາຍ ຄວາມ​ກະ­ຈ່າງ​ແຈ້ງ…

ການຮັບຮູ້ວ່າເປັນພໍ່

ລູກ ອາດ​ຈະ​ເກີດ​ມາ​ຈາກ​ການ​ແຕ່ງດອງ​ທີ່​ຖືກ­ຕ້ອງ ຫຼື ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຂອງ​ຜູ້​ເປັນ​ພໍ່ ແລະ ແມ່ ລູກ​ອາດ​ຈະ​ເກີດ​ກ່ອນ​ການ​ແຕ່ງ­ດອງ ຫຼື ຫຼັງ​ການ​ແຕ່ງ­ດອງ ເກີດ​ມາ​ຈາກ​ຊາຍ​ຊູ້ ແລະ ຍິງ​ຊູ້​ໄດ້​ສົມ­ສູ່​ຢູ່ຮ່ວມ​ກັນ​ແບບ​ສິດ­ທິ​ສ່ວນ​ບຸກ­ຄົນ ຄວາມ​ຈິງ​ສູ່​ມື້­ນີ້​ໄວ​ໜຸ່ມ​ມັກ​ຖື​ຄວາມ​ຮັກ​ເປັນ​ໃຫຍ່ ກ່ອນ​ການ​ເຄົາ­ລົບ​ນ້ອບ​ນ້ອມ​ຕໍ່​ພໍ່​ແມ່ ພີ່ນ້ອງ ພໍ່​ແມ່​ບອກ…

ການແຕ່ງດອງລະຫວ່າງຄົນລາວ ກັບຄົນຊາດອື່ນ

ເວົ້າ​ເລື່ອງ​ການ​ແຕ່ງ­ດອງ ການ​ເອົາ­ກັນ​ເປັນ​ຜົວ​ເປັນ​ເມຍ ເຖິງ​ວ່າ​ເປັນ​ສິດ​ເສລີ­ພາບ​ຂອງ​ບຸກ­ຄົນ ແຕ່​ກໍ​ຕ້ອງ​ຢູ່​ພາຍ​ໃຕ້​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ ແມ່ນ​ກົດ­ໝາຍ​ຄອບ­ຄົວ​ໄດ້​ກຳ­ນົດ​ກ່ຽວ​ກັບ​ເງື່ອນ­ໄຂ ແລະ ລະ­ບຽບ​ການ​ແຕ່ງ­ດອງ​ໄວ້​ຢ່າງ​ຈະ­ແຈ້ງ ໃນ​ເງື່ອນ­ໄຂ ແລະ ລະ­ບຽບ​ການ​ນັ້ນ​ໄດ້​ລະ­ບຸ​ໄວ້​ວ່າ: 1. ແມ່ນ​ຜູ້​ທີ່​ມີ​ອາ­ຍຸ​ແຕ່ 18 ປີ​ຂຶ້ນ​ໄປ 2.…

ອາຍຸຄວາມໄດ້ສິດ ແລະ ເສຍສິດ

ອາ­ຍຸ​ຄວາມ ແມ່ນ​ໄລ­ຍະ​ເວ­ລາ ຊຶ່ງ​ເປັນສາ­ເຫດ​ທີ່​ພາ­ໃຫ້​ໄດ້​ສິດ ຫຼື ເສຍ​ສິດ ໃນ​ສາຍພົວ­ພັນ​ທາງ​ແພ່ງ ຕາມ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດໄວ້ ອາ­ຍຸ​ຄວາມ​ແບ່ງ​ອອກ​ເປັນ​ສອງ​ປະ­ເພດ ດັ່ງ­ນີ້: 1. ອາ­ຍຸ​ຄວາມ​ໄດ້​ສິດ 2. ອາ­ຍຸ​ຄວາມເສຍ​ສິດ. ອາ­ຍຸ​ຄວາມ​ໄດ້​ສິດ ແມ່ນ​ສາ­ເຫດ​ຂອງ​ການໄດ້​ສິດ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ຕໍ່​ຊັບດ້ວຍ​ການ​ຄອບຄອງ ແລະ…

error: Content is protected !!