ຢູ່ການຄ້ຳປະກັນຕາມສັນຍາ

ໃນ​ສະ­ພາບ​ການ​ດຳ­ເນີນ​ທຸ­ລະ​ກິດ ຕາມ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ບັນ­ຫາ​ທຶນ​ແມ່ນ​ສິ່ງ​ຈຳ­ເປັນ​ຢ່າງ​ຍິ່ງ​ສຳ­ລັບ​ທຸກ​ຄົນ ໂດຍ​ສະ­ເພາະ ຜູ້​ທີ່​ຕ້ອງ­ການ​ດຳ­ເນີນ​ທຸ­ລະ​ກິດ​ນ້ອຍ ແຕ່​ຂາດ​ເງິນ​ທຶນ ເພື່ອ​ບັນ­ລຸ​ຈຸດ­ປະ­ສົງ​ຂອງ​ຕົນ ຫຼື ມີ​ເງິນ​ທຶນ​ແຕ່​ບໍ່​ພຽງ­ພໍ ກໍ​ຕ້ອງ­ການ​ກູ້​ຢືມ ຖ້າ​ກູ້​ຢືມ ຜູ້​ໃຫ້​ກູ້​ກໍ​ຕ້ອງ​ມີ​ມາດ​ຕະ­ການ ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ ຄື​ຜູ້​ຢືມ​ຕ້ອງ​ນຳ​ເອົາ​ຫຼັກ​ຊັບ​ຂອງ​ຕົນ​ມາ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ.

ສະ­ນັ້ນ ຜູ້​ກູ້​ຢືມ​ທັງ­ຫຼາຍ​ຄວນ​ຮູ້​ໄວ້​ວ່າ ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ​ແມ່ນ​ຫຍັງ? ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຄ້ຳ? ຖ້າ​ບໍ່​ຄ້ຳ​ໄດ້​ບໍ? ຕາມ​ປະ­ມວນ​ກົດ­ໝາຍ​ແພ່ງ​ໄດ້​ກຳ­ນົດ​ໄວ້​ວ່າ: ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ ແມ່ນ​ການ​ຕົກ­ລົງ​ຮັບ­ປະ­ກັນ​ການ​ໃຊ້​ແທນ​ໜີ້​ສິນ ຫຼື ການ​ປະ­ຕິ­ບັດ​ພັນ­ທະ​ລະ­ຫວ່າງ​ເຈົ້າ​ໜີ້​ກັບ​ລູກ​ໜີ້ ຫຼື ການ​ຕົກ­ລົງ​ການ​ໃຊ້​ແທນ​ໜີ້​ສິນ ຫຼື ການ​ປະ­ຕິ­ບັດ​ພັນ­ທະ​ແທນ​ລູກ​ໜີ້ ໂດຍ​ບຸກ­ຄົນ ຫຼື ນິ­ຕິ​ບຸກ ຄົນ​ໃດ​ໜຶ່ງ.

ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ​ມີ 2 ຮູບ​ການ​ຄື: 1. ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ​ດ້ວຍ​ຊັບ 2. ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ​ດ້ວຍ​ບຸກ­ຄົນ ຫຼື ນິ­ຕິ­ບຸກ­ຄົນ.

ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ​ດ້ວຍ​ຊັບ ແມ່ນ​ການ​ຕົກ­ລົງ​ລະ­ຫວ່າງ​ເຈົ້າ​ໜີ້​ກັບ​ລູກ​ໜີ້ ຫຼື ບຸກ­ຄົນ​ທີ​ສາມ ຕາມ​ຮູບ​ການ​ຈຳ­ນຳ ຫຼື ຈຳ​ນອງ ຊຶ່ງ​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ແພ່ງ ສະ­ນັ້ນ ການ​ຈຳ­ນຳ​ຈຶ່ງ​ແມ່ນ​ການ​ຮັບ­ປະ­ກັນ​ການ​ໃຊ້​ແທນ​ໜີ້​ສິນ ຫຼື ການ​ປະ­ຕິ­ບັດ​ພັນ­ທະ​ອື່ນ​ແກ່​ເຈົ້າ​ໜີ້​ດ້ວຍ​ການ​ເອົາ​ຊັບ​ຄ້ຳ­ປະ­ກັນ​ໄປ​ໄວ້​ນຳ ຫຼື ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ຜູ້​ຮັບ​ຈຳ­ນຳ ຫຼື ບຸກ­ຄົນ​ອື່ນ​ຕາມ​ການ​ຕົກ­ລົງ.

ການ​ຈຳ­ນຳ​ດ້ວຍ​ຊັບ​ເຄື່ອນ​ທີ່ ແມ່ນ​ການ​ຮັບ­ປະ­ກັນ​ການ​ໃຊ້​ແທນ​ໜີ້​ສິນ ຫຼື ການ​ປະ­ຕິ­ບັດ​ພັນ­ທະ​ດ້ວຍ​ຊັບ​ເຄື່ອນ​ທີ່ ຊຶ່ງ​ຜູ້​ຈຳ­ນຳ​ໄດ້​ນຳ​ເອົາ​ຊັບ​ເຄື່ອນ​ທີ່​ໄປ​ໄວ້​ໃນ​ຄອບ​ຄອງ​ຂອງ​ຜູ້​ຮັບ​ຈຳ­ນຳ ຫຼື ບຸກ­ຄົນ​ອື່ນ​ຕາມ​ການ​ຕົກ­ລົງ.

ຕົວ­ຢ່າງ: ທ້າວ ອຸກ ໄດ້​ກູ້​ຢືມ​ເງິນ ນຳ​ນາງ ເຫງັນ ຈຳ­ນວນ 8.000.000 ກີບ ດ້ວຍ​ການ​ເອົາ​ລົດ­ຈັກ​ເວບ 100 ເອັສ (ລົດ­ຈັກ​ແມ່ນ​ສັງ­ຫາ­ລິ­ມະ​ຊັບ) ໄປ​ໄວ້​ນຳ​ນາງ ເຫງັນ ຕາມ​ສັນ­ຍາ​ທີ່​ໄດ້​ຕົກ­ລົງ​ກັນ ຕາມ​ເງື່ອນ­ໄຂ​ຂອງ​ການ​ຈຳ­ນຳ ປະ­ກອບ​ດ້ວຍ:

1. ມີ​ສັນ­ຍາ​ໃຊ້​ແທນ​ໜີ້​ສິນ ຫຼື ການ​ປະ­ຕິ­ບັດ​ພັນ­ທະ ໝາຍ​ຄວາມ​ວ່າ ຜູ້​ກູ້​ຢືມ ກັບ​ຜູ້​ໃຫ້​ກູ້​ຢືມ ໄດ້​ເຮັດ​ສັນ­ຍາ​ກັນ​ເປັນ​ລາຍ​ອັກ­ສອນ.

2. ມີ​ການ​ຕົກ­ລົງ​ຈຳ­ນຳ ໃນ​ສັນ­ຍາ​ນັ້ນ ກໍ​ໄດ້​ມີ​ການ​ກຳ­ນົດ​ວ່າ​ຝ່າຍ​ກູ້​ຢືມ​ຕ້ອງ​ເອົາ​ລົດ­ຈັກ​ຂອງ​ຕົນ​ມາ​ເປັນ​ສິ່ງ​ຈຳ­ນຳ ເພື່ອ​ໃຊ້​ແທນ​ໜີ້​ສິນ ໝາຍ​ຄວາມ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກ­ລົງ​ກັນ​ໃນ​ສັນ­ຍາ ໂດຍ​ເອົາ​ລົດ­ຈັກ​ເປັນ​ສິ່ງ​ຈຳ­ນຳ ເພື່ອ​ຮັບ­ປະ­ກັນ​ການ​ປະ­ຕິ­ບັດ​ຕາມ​ສັນ­ຍາ.

3. ຊັບ​ທີ່​ນຳ​ມາ​ຈຳ­ນຳ​ຕ້ອງ​ເປັນ​ກຳ­ມະ­ສິດ​ຂອງ​ຜູ້​ຈຳ­ນຳ ຫຼື ເປັນ​ຊັບ​ຂອງ​ບຸກ­ຄົນ​ອື່ນ ແຕ່​ໄດ້​ມີ​ການ​ມອບ​ສິດ​ໝາຍ​ຄວາມ​ວ່າ ຊັບ​ທີ່​ເອົາ​ມາ​ຈຳ­ນຳ​ນັ້ນ​ຕ້ອງ​ແມ່ນ​ກຳ­ມະ­ສິດ​ຂອງ​ຜູ້​ຈຳ­ນຳ ໃນ​ກໍ­ລະ­ນີ​ຊັບ​ທີ່​ນຳ​ເອົາ​ມາ​ຈຳ­ນຳ​ນັ້ນ ຫາກ​ເປັນ​ຂອງ​ບຸກ­ຄົນ​ອື່ນ ຜູ້­ກ່ຽວ​ກໍ​ຕ້ອງ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ເຈົ້າ​ຊັບ​ນັ້ນ ກ່ອນ​ຈະ​ໄປ​ຈຳ­ນຳ.

4. ນຳ​ເອົາ​ຊັບ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ນັ້ນ ໄປ​ໄວ້​ໃນ​ຄອບ​ຄອງ​ຂອງ​ຜູ້​ຮັບ​ຈຳ­ນຳ ຫຼື ບຸກ­ຄົນ​ອື່ນ​ຕາມ​ການ​ຕົກ­ລົງ.

ຜົນ​ຂອງ​ການ​ຈຳ­ນຳ​ນັ້ນ​ຈະ​ມີ​ຄື​ດັ່ງ­ນີ້: ຊັບ​ເຄື່ອນ​ທີ່ ທີ່​ນຳ­ໄປ​ຈຳ­ນຳ​ນັ້ນ ຍັງ​ເປັນ​ກຳ­ມະ­ສິດ​ຂອງ​ຜູ້​ຈຳ­ນຳ​ຢູ່ ແຕ່​ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ຜູ້​ຮັບ​ຈຳ­ນຳ ຫຼື ຂອງ​ບຸກ­ຄົນ​ອື່ນ ຕາມ​ການ​ຕົກ­ລົງ ຜູ້​ຮັບ​ຈຳ­ນຳ​ມີ​ບຸ­ລິ­ມະ­ສິດ​ຕໍ່​ຊັບ​ທີ່​ນຳ​ເອົາ​ມາ​ຈຳ­ນຳ​ກ່ອນ​ເຈົ້າ​ໜີ້​ຄົນ​ອື່ນ ແຕ່​ໃຫ້​ປະ­ຕິ­ບັດ​ຕາມ​ມາດ­ຕາ 524 ຂອງ​ປະ­ມວນ​ກົດ­ໝາຍ​ແພ່ງ ຊຶ່ງ​ເນື້ອ​ໃນ​ຂອງ​ມາດ­ຕາ​ນີ້​ໄດ້​ກຳ­ນົດ​ວ່າ:

1. ໃນ​ບັນ­ດາ​ເຈົ້າ​ໜີ້ ຜູ້​ທີ່​ໄດ້​ຈົດ​ທະ­ບຽນ​ການ​ຄ້ຳ­ປະ­ກັນ ໄດ້​ຄອບ​ຄອງ​ຊັບ ຫຼື ໄດ້​ຄວບ​ຄຸມ​ສິດ​ຄ້ຳ­ປະ­ກັນ​ກ່ອນ​ເຈົ້າ​ໜີ້​ຜູ້​ອື່ນ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຜູ້​ນັ້ນ​ຈະ​ມີ​ບຸ­ລິ­ມະ­ສິດ.

2. ໃນ​ບັນ­ດາ​ເຈົ້າ​ໜີ້​ທີ່​ມີ​ການ​ຈົດ​ທະ­ບຽນ​ການ​ຄ້ຳ­ປະ­ກັນ ຜູ້​ທີ່​ໄດ້​ຈົດ​ທະ­ບຽນ​ການ​ຄ້ຳ­ປະ­ກັນ​ກ່ອນ​ເຈົ້າ​ໜີ້​ຄົນ​ອື່ນ ຜູ້​ນັ້ນ​ຈະ​ມີ​ບຸ­ລິ­ມະ­ສິດ.

3. ໃນ​ບັນ­ດາ​ເຈົ້າ​ໜີ້​ທີ່​ມີ​ການ​ຄ້ຳ­ປະ­ກັນ​ຕໍ່​ຊັບ​ທີ່​ບໍ່​ໄດ້​ຂຶ້ນ​ທະ­ບຽນ ຜູ້​ທີ່​ໄດ້​ຄອບ​ຄອງ​ຊັບ ຫຼື ຄວບ​ຄຸມ​ສິດ​ຄ້ຳ­ປະ­ກັນ​ກ່ອນ​ເຈົ້າ​ໜີ້​ຄົນ​ອື່ນ ຜູ້​ນັ້ນ​ຈະ​ໄດ້​ບຸ­ລິ­ມະ­ສິດ.

4. ສຳ­ລັບ​ບັນ­ດາ​ເຈົ້າ​ໜີ້​ທີ່​ມີ​ການ​ຄ້ຳ­ປະ­ກັນ​ຕໍ່​ຊັບ​ທີ່​ບໍ່​ໄດ້​ຈົດ​ທະ­ບຽນ​ການ​ຄ້ຳ­ປະ­ກັນ ບໍ່​ໄດ້​ຄອບ​ຄອງ​ຊັບ ແລະ ບໍ່​ໄດ້​ຄວບ​ຄຸມ​ສິດ​ຄ້ຳ­ປະ­ກັນ​ດ້ວຍ​ຊັບ ໃຫ້​ສະ­ເລ່ຍ​ຕາມ​ມູນ​ຄ່າ​ຂອງ​ໜີ້​ສິນ​ຂອງ​ເຈົ້າ​ໜີ້​ແຕ່­ລະ­ຄົນ ກັບ​ຊັບ​ສິນ​ທັງ​ໝົດ​ຂອງ​ລູກ​ໜີ້.

ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ ສະ­ນັ້ນ ເຈົ້າ​ໜີ້ ແລະ ລູກ​ໜີ້​ຕ້ອງ​ເຂົ້າ­ໃຈ​ຢ່າງ​ລະ­ອຽດ ເພື່ອ​ຫຼີກ­ເວັ້ນ​ຄວາມ​ອັບ​ປະ­ໂຫຍດ​ຂອງ​ຝ່າຍ ໃດ​ຝ່າຍ​ໜຶ່ງ ເພາະ​ຄວາມ​ຈິງ​ແລ້ວ​ເລື່ອງ ການ​ຈຳ­ນຳ ກໍ​ຫຼີກ​ລ້ຽງ​ບໍ່​ໄດ້​ບັນ­ຫາ​ຕາມ​ມາ ໂດຍ​ສະ­ເພາະ ຂໍ້​ຂັດ​ແຍ່ງ ຍ້ອນ​ວ່າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ບໍ່​ສາ­ມາດ​ປະ­ຕິ­ບັດ​ພັນ­ທະ​ຂອງ​ຕົນ ຕາມ​ສັນ­ຍາ ຫຼື ວ່າ​ຝ່າຍ​ໃດ​ໜຶ່ງ​ບໍ່​ຍິນ​ຍອມ ຜ່ອນ​ສັ້ນ​ຜ່ອນ​ຍາວ ຫຼື ອາດ​ໃຊ້​ສິດ​ຂອງ​ຕົນ ເກີນ​ຄວາມ​ສາ­ມາດ​ອີດ​ຝ່າຍ​ໜຶ່ງ​ຈະ​ປະ­ຕິ­ບັດ​ໄດ້.

ໂດຍ: ໄມ້​ງັດ

error: Content is protected !!