ຕາມທັດສະນະແນວທາງການປ່ຽນແປງ ໃໝ່ ຂອງພັກປະຊາຊົນປະຕິວັດລາວ ແມ່ນ ສ້າງລັດແຫ່ງ ສປປ ລາວ ໃຫ້ກາຍເປັນ ການປົກຄອງລັດດ້ວຍກົດໝາຍເທື່ອລະ ກ້າວ ເພື່ອຮັບປະກັນການເສີມຂະຫຍາຍສິດ ເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນ ລາວບັນດາເຜົ່າ ສິດທິຂອງພົນລະເມືອງ ຜົນປະໂຫຍດຂອງເດັກ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຊົນເຜົ່າ ເພີ່ມທະວີ ໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດ ໝາຍ ແລະ ເພື່ອນຳພາປະເທດຊາດ ກ້າວ ຂຶ້ນສູ່ສັງຄົມນິຍົມ ຊຶ່ງເລີ່ມແຕ່ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງພັກ (1986) ເປັນ ຕົ້ນມາ ໂດຍແມ່ນທັດສະນະຂອງປະທານ ໄກສອນ ພົມວິຫານ ແລ້ວທ່ານຍັງໄດ້ໃຫ້ ທັດສະນະວ່າ “ລັດແຫ່ງກົດໝາຍ ແມ່ນລັດທີ່ຖືກົດໝາຍສູງກວ່າສິ່ງໃດໆ”.
ໃນການປົກຄອງລັດດ້ວຍກົດໝາຍ ຕ້ອງ ອີງໃສ່ສະພາບແວດລ້ອມ ເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຂອງປະ ເທດເຮົາ ຊຶ່ງມີອົງປະກອບດັ່ງນີ້:
1) ສ້າງລະບົບກົດໝາຍຂອງ ສປປ ລາວ ໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມຮັດກຸມ.
2) ສ້າງບັນດາອົງການຈັດຕັ້ງປະຕິບັດກົດໝາຍ ຢູ່ ສປປ ລາວ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໂປ່ງໃສ ແລະ ປັບປຸງລະບອບ ລະບຽບ ວິທີການເຮັດວຽກ.
3) ສ້າງບຸຄະລາກອນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃຫ້ມີຄວາມເຂັ້ມແຂງ ແລະ ເຂັ້ມງວດ.
4) ສ້າງສູນຂໍ້ມູນ-ຂ່າວສານດ້ານກົດໝາຍ ການມີສ່ວນຮ່ວມຂອງປະຊາຊົນ ໃນວຽກ ງານກົດໝາຍ ແລະ ຍຸຕິທຳ ໃຫ້ປະຊາຊົນ ເຂົ້າເຖິງຂະບວນການຍຸຕິທຳ.
5) ສ້າງລະບົບພື້ນຖານໂຄງລ່າງຂອງບັນ ດາອົງການຈັດຕັ້ງປະຕິບັດກົດໝາຍ ແລະ ຍຸຕິທຳ ໃຫ້ມີຄວາມທັນສະໄໝ.
ສະນັ້ນ “ການປົກຄອງລັດດ້ວຍກົດໝາຍ” ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດໃນ ການຄົງຕົວຂອງລັດໃດໜຶ່ງ ການສ້າງລັດ ແຫ່ງ ສປປ ລາວ ໃຫ້ກາຍເປັນການປົກ ຄອງລັດດ້ວຍກົດໝາຍ ເປັນບັນຫາທີ່ທ້າ ທາຍ ແລະ ໃຊ້ເວລາຍາວນານພໍສົມຄວນ ໂດຍຜ່ານຂະບວນວິວັດຕ່າງໆ ເພື່ອກ້າວໄປ ເຖິງຈຸດໝາຍບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ສ້າງສະພາບແວດລ້ອມ ເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆ ຂອງປະເທດເຮົາໃຫ້ມີຄວາມສຸກງອມ ເທື່ອລະກ້າວ ສະນັ້ນ ເພື່ອຢາກໃຫ້ລັດແຫ່ງ ສປປ ລາວ ເປັນການປົກຄອງລັດດ້ວຍກົດ ໝາຍ ແລະ ນຳພາປະເທດຊາດໃຫ້ກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວນັ້ນ ພະນັກງານ ທະຫານ ຕຳຫຼວດ ນັກຮຽນຮູ້ ປັນຍາຊົນ ແລະ ພົນລະເມືອງລາວທຸກຄົນ ຕ້ອງເປັນ ເຈົ້າການຍົກສູງສະຕິການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ກົດໝາຍ ລະ ບຽບການ ຫຼື ນິຕິກຳ ຂັ້ນຕ່າງໆວາງອອກ ຢ່າງເຂັ້ມງວດ.
ໂດຍ: ສ. ສາຍນ້ຳຊຳ