ສົງເສີມວຽກງານການສຶກສາຢູ່ໃນ ນວ ໃຫ້ມີຄວາມກ້າວໜ້າທຽບເທົ່າກັບສາກົນ

    ພະແນກສຶກສາທິການ ສົງເສີມວຽກງານການສຶກສາຢູ່ໃນ ນວ ໃຫ້ມີຄວາມກ້າວໜ້າທຽບເທົ່າກັບສາກົນແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີໄຂສົກຮຽນໃໝ່ 2024-2025 ຂຶ້ນວັນທີ 3 ກັນຍາ 2024 ທີ່ໂຮງຮຽນ ມສ ວຽງຈັນ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານຫົວໜ້າ-ຮອງຫົວໜ້າ ພະແນກສຶກສາທິການ ນວ ທ່ານເຈົ້າເມືອງ ຫົວໜ້າຫ້ອງການສຶກສາເມືອງ ທ່ານຜູ້ອຳນວຍການໂຮງຮຽນ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ຜ່ານມາ ສາມາດຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ໂດຍສະເພາະການແຂ່ງຂັນສອບເສັງນັກຮຽນເກ່ງ ລະດັບຊາດ ສົ່ງນັກຮຽນເຂົ້າຮ່ວການສອບເສັງລະດັບຊາດຈຳນວນ 8 ຄົນ ສາມາດຍາດໄດ້ ອັນດັບທີ1 ໄດ້ຮັບຫຼຽນຄໍາ ຈຳນວນ 6 ຄົນ ຍິງ 4 ຄົນ ເປັນຂັ້ນ ມ4 ຈຳນວນ 4 ຄົນ ເປັນຍິງ ທັງໝົດ ຂັ້ນ ມ7 ຈຳນວນ 2 ຄົນ ເປັນຊາຍທັງສອງ ໄດ້ອັນດັບທີ2 ໄດ້ຮັບຫຼຽນເງິນ 1 ຄົນ ໃນນັ້ນ ແລະ ໄດ້ຮັບລາງວັນຊົມເຊີຍ 1 ຄົນ ພິເສດປີນີ້ ນະຄອນຫຼວງວຽງຈັນ ສາມາດຍາດໄດ້ລາງວັນຊະນະເລີດຖາມຕອບວິທະຍາສາດລະດັບຊາດ.

    ສ່ວນຜົນການສອບເສັງຈົບຊັ້ນ ປ5 ນັກຮຽນມີໜ້າສອບເສັງ 15.662 ຄົນ ຍິງ 7.586 ຄົນ ສອບເສັງໄດ້ 15.650 ຄົນ ຍິງ 7.583 ຄົນ ຄິດເປັນເປີເຊັນ 99,92% ມີນັກຮຽນເສັງໄດ້ຄະແນນສະເລ່ຍ 9 ຂຶ້ນໄປ 293 ຄົນ ຍິງ 192 ຄົນ ທຽບໃສ່ສົກຮຽນຜ່ານມາຫຼຸດລົງ 39 ຄົນ ຊັ້ນ ມ4 ຈໍານວນນັກຮຽນມີໜ້າສອບເສັງຕົວຈິງ 11.360 ຄົນ ຍິງ 5.871 ຄົນ ເສັງໄດ້ທັງໝົດ 11.360 ຄົນ ຍິງ 5.871 ຄົນ ເທົ່າກັບ 99,87% ເສັງໄດ້ໃບປະກາດສະນິຍະບັດແດງຈຳນວນ 71 ນ້ອງ ຍິງ 54 ນ້ອງ ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 24 ຄົນ ແລະ ຊັ້ນ ມ7 ຈໍານວນນັກຮຽນທີ່ມີໜ້າເຂົ້າສອບເສັງທັງໝົດ 9.352 ຄົນ ຍິງ 4.833 ຄົນ ເສັງໄດ້ທັງໝົດ 9.350 ຄົນ ຍິງ 4.833 ຄົນ ເທົ່າກັບ 99,98% ນັກຮຽນທີ່ມີຄະແນນ 7 ຂຶ້ນໄປທຸກວິຊາລວມມີ  3.474 ຄົນ ຍິງ 2.161 ຄົນ ເທົ່າກັບ 37,15% ນັກຮຽນທີ່ໄດ້ຮັບໃບປະກາສະນີຍະບັດແດງທັງໝົດ 60 ຄົນ ຍິງ 49 ຄົນ ທຽບໃສ່ສົກຮຽນ ຜ່ານມາເພີ່ມຂຶ້ນ 6 ຄົນ.

    ຄາດໝາຍດ້ານການສຶກສາ ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ແຜນພັດທະນາຂະແໜງການສຶກສາ (2021-2025) ໃນໄລຍະຜ່ານມາສາມາດບັນລຸໄດ້ 13 ຄາດໝາຍ ແລະ ອີກ 3 ຄາດໝາຍແມ່ນບໍ່ບັນລຸຖ້າທຽບໃສ່ແຜນປີ ແຕ່ຖ້າທຽບໃສ່ແຜນ 5 ປີ ແມ່ນບັນລຸແລ້ວ 2 ຄາດໝາຍ ໂດຍສະເພາະແມ່ນອັດຕາປະລະການຮຽນ ມັດທະຍົມຕົ້ນ ແລະ ມັດທະຍົມປາຍແມ່ນບໍ່ບັນລຸ.

    ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ໄດ້ກ່າວເນັ້ນວ່າ: ເພື່ອສືບຕໍ່ຜົນງານ ຕໍ່ຜູ້ບໍລິຫານການສຶກສາທຸກຂັ້ນ ຕ້ອງເອົາໃຈສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູ-ອາຈານໃຫ້ໜັກແໜ້ນ ມີຄວາມທຸ່ນທ່ຽງ ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຄວາມກະຕືລືລົ້ນ ຫ້າວຫັນໃນການປະຕິບັດໜ້າທີ່ ຈັດປະຖະກະຖາໃນວັນສຳຄັນຕ່າງໆ ເຜີຍແຜ່ນິຕິກໍາຕ່າງໆ ທີ່ຂັ້ນເທິງແຈ້ງລົງມາໃຫ້ຄູອາຈານໄດ້ຮັບຮູ້ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ ເອົາໃສ່ການບໍລິຫານຄຸ້ມຄອງໂຮງຮຽນໂດຍມີການສ້າງແຜນພັດທະນາໂຮງຮຽນຢ່າງໃຫ້ລະອຽດ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂ ແລະ ໂອກາດໃຫ້ໂຮງຮຽນໄດ້ຮັບການພັດທະນາ ກະກຽມພຶ້ນຖານໂຄງລ່າງ ຈັດສຳມະນາ ແລະ ເຝິກອົບ ຮົມຄູ ເຜີຍແຜ່ບັນດານິຕິກຳທີ່ກ່ຽວພັນກັບການພັດທະນາໂຮງຮຽນຮອບດ້ານ ສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ ລະດົມຜູ້ປົກຄອງນັກຮຽນໃຫ້ເອົາລູກຫຼານໄປສັກຢາວັກຊິນ ເດັກເກນອາຍຸ 5-17 ປີ ທີ່ຂະແໜງ ການສາທາລະນະສຸກກໍານົດໃຫ້ໄດ້ຮັບວັກຊິນຄົບຖ້ວນ ໃຫ້ບັນດາຄູສອນໃນສາຍວິຊາຕ່າງໆ ຈັດຕັ້ງການນິເທດພາຍໃນຢ່າງເປັນປົກກະຕິ.

    ສຳລັບນັກຮຽນ ຕ້ອງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ເຝິກຝົນຫຼໍ່ຫຼອມຄຸນສົມບັດ ມີສຸຂະພາບແຂງແຮງ ຮັບປະກັນໃຫ້ໄດ້ 5 ຫຼັກມູນການສຶກສາ ປະຕິບັດລະບຽບໂຮງຮຽນຢ່າງເຄັ່ງຄັດ ແຂ່ງຂັນກັນຮຽນດີ-ຮຽນເກ່ງ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ສິ່ງມຶນເມົາຕ່າງໆ ແລະ ຮຽກຮ້ອງມາຍັງຜູ້ປົກຄອງ ແລະ ສັງຄົມໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼານຕົນເອງຫຼາຍຂຶ້ນ ຕິດຕາມ ຊຸກຍູ້ໃຫ້ນໍາເອົາລູກຫຼານຂອງຕົນທີ່ມີເກນອາຍຸເຂົ້າຮຽນເປັນປົກກະຕິ ແລະ ສືບຕໍ່ຮຽນຈົນຈົບ ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມກັບສືບຕໍ່ຊຸກຍູ້ສົງເສີມວຽກງານການສຶກສາຢູ່ໃນໂຮງຮຽນ ກໍ່ຄື ນວ ໃຫ້ມີຄວາມກ້າວໜ້າ ທຽບເທົ່າກັບສາກົນ.

error: Content is protected !!