ການປ້ອຍດ່າຜູ້ອື່ນ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ ບັນ­ຫາ​ການ​ປ້ອຍ​ດ່າ​ຜູ້​ອື່ນ​ແມ່ນ​ເປັນ​ບັນ­ຫາ​ທີ່​ກຳ­ລັງ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ບຸກ­ຄົນ​ທີ່​ມັກ​ປ້ອຍ​ດ່າ​ຄົນ​ອື່ນ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ມັກ​ຈະ​ປ້ອຍ​ດ່າ​ໄປ​ທົ່ວ­ທີບ ຫຼື ຕາມ​ອາ­ລົມ​ຈິດ ໂດຍ​ທີ່​ບໍ່​ໄດ້​ຄຳ­ນຶງ​ວ່າ ການ​ທີ່​ຕົນ​ເອງ​ປ້ອຍ​ດ່າ​ຄົນ​ອື່ນ​ນັ້ນ​ຈະ​ເປັນ​ພິດ ເປັນ​ໄພ ແລະ ສົ່ງ​ຜົນ​ກະ­ທົບ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ບຸກ­ຄົນ​ອື່ນ ກໍ​ຄື ສັງ­ຄົມ​ໃດໆ ແຕ່​ຄວາມ​ຈິງ​ແລ້ວ ການ​ປ້ອຍ​ດ່າ​ຜູ້​ອື່ນ​ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ຕໍ່​ກົດ­ໝາຍ​ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ນຳ​ສະ­ເໜີ​ໃຫ້​ຄວາມ​ໝາຍ​ໂທດ​ທາງ​ອາ­ຍາ ແລະ ການ​ປັບ​ໃໝ​ຕໍ່​ກັບ​ບຸກ­ຄົນ​ທີ່​ມັກ​ຈະ​ປ້ອຍ​ດ່າ​ຜູ້​ອື່ນ.

ການ​ປ້ອຍ​ດ່າ​ຜູ້​ອື່ນ ແມ່ນ​ການ​ເຮັດ​ໃຫ້​ຜູ້​ອື່ນ​ເສື່ອມ​ເສຍ­ຊື່​ສຽງ ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ດ້ວຍ​ການ​ເວົ້າ​ຈາ ການ​ຂີດ​ຂຽນ ຫຼື ການ​ກະ­ທຳ​ດ້ວຍ​ຮູບ​ການ​ອື່ນໆ ຊຶ່ງ​ການ​ປ້ອຍ​ດ່າ​ຜູ້​ອື່ນ ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ຕາມ​ມາດ­ຕາ 207 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ສະ­ບັບ​ເລກ​ທີ 26/ສພຊ ລົງ​ວັນ​ທີ 17 ພຶດ­ສະ­ພາ 2017 ໄດ້​ກຳ­ນົດ​ໄວ້​ວ່າ “ບຸກ­ຄົນ​ໃດ​ຫາກ​ໄດ້​ໃຊ້​ວາ­ຈາ ຂຽນ ຫຼື ກະ­ທຳ​ແນວ​ຫຍາບ­ຊ້າ​ໃສ່​ຜູ້​ອື່ນ ເພື່ອ​ເຮັດ​ໃຫ້​ຜູ້​ອື່ນ​ເສື່ອມ​ເສຍ​ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ​ຫາ​ໜຶ່ງ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ກີບ ຫາ 5.000.000 ກີບ”.

ໂດຍ: ສ. ສາຍ​ນ້ຳ​ຊຳ

error: Content is protected !!