ພາຍຫຼັງປະກາດຄຳຕັດສິນ

ພາຍ­ຫຼັງ​ທີ່​ຄູ່​ຄວາມ​ຮ້ອງ​ຟ້ອງ​ກັນ​ມາ​ເປັນ​ເວ­ລາ​ຫຼາຍ​ເດືອນ ໃນ​ທີ່​ສຸດ​ສານ​ກໍ​ຈະ​ພິ­ຈາ­ລະ­ນາ​ຕັດ­ສິນ​ວ່າ​ຝ່າຍ​ໃດ​ເປັນ​ຜູ້​ເສຍ ຫຼື ຊະ­ນະ ໃຜ​ມີ​ເຫດ­ຜົນ ຫຼື ບໍ່​ມີ​ເຫດ­ຜົນ ໃຜ​ມີ​ຫຼັກ​ຖານ​ໜັກ​ແໜ້ນ ຫຼື ບໍ່​ໜັກ​ແໜ້ນ​ກໍ​ຕ້ອງ​ຮູ້​ກັນ ໃນ​ທີ່​ປະ­ຊຸມ​ສານ​ພາຍ­ຫຼັງ​ຄະ­ນະ​ສານ ໄດ້​ມີ​ການ​ປະ­ກາດ​ຄຳ​ຕັດ​ສີນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຖ້າ​ຄຳ​ຕັດ­ສິນ​ທີ່​ຄະ­ນະ​ສານ​ໄດ້​ຮ່າງ​ຢູ່ ໃນ​ເວ­ລາ​ທີ່​ພິ­ຈາ­ລະ­ນາ​ຄະ­ດີ​ໃນ​ຫ້ອງ​ປະ­ຊຸມ​ລັບ​ນັ້ນ ຫາກ​ຍັງ​ບໍ່​ທັນ​ສົມ­ບູນ ໂດຍ​ສະ­ເພາະ​ແມ່ນ​ການ​ຂຽນ ການ​ຮຽບ​ຮຽງ​ຄຳ​ສັບ ກວດ­ກາ​ຄືນ​ກ່ຽວ​ກັບ​ຫຼັກ​ຖານ​ທີ່​ຄະ­ນະ​ສານ ໄດ້​ນຳ​ມາ​ເປັນ​ເຫດ­ຜົນ​ໃນ​ການ​ພິ­ຈາ­ລະ­ນາ​ຕັດ­ສິນ ການ​ປັບ­ປຸງ​ທາງ​ດ້ານ​ໄວ​ຍະ​ກອນ ຊຶ່ງ​ການ​ປັບ­ປຸງ​ນັ້ນ​ແມ່ນ​ຈະ​ດັດ­ແປງ ຫຼື ປັບ­ປຸງ​ທາງ​ດ້ານ​ຂີດ​ຂຽນ​ເທົ່າ​ນັ້ນ ແຕ່​ຈະ​ບໍ່​ໄດ້​ດັດ­ແກ້​ເນື້ອ​ໃນ​ໃຈ­ຄວາມ​ຂອງ​ຄຳ​ຕັດ­ສິນ ແຕ່​ຢ່າງ­ໃດ ຕາມ​ຫຼັກ­ການ​ແລ້ວ ປະ­ທານ​ຄະ­ນະ​ສານ​ຜູ້​ທີ່​ຂຶ້ນ​ເປັນ​ປະ­ທານ​ຄະ­ນະ​ສານ​ຕັດ­ສິນ​ນັ້ນ ເປັນ​ຜູ້​ຮຽບ​ຮຽງ ແລະ ປັບ­ປຸງ​ຄືນ​ທັງ​ໝົດ ຫຼັງ​ຈາກ​ຮຽບ​ຮຽງ ແລະ ປັບ­ປຸງ​ຄຳ​ຕັດ­ສິນ​ຄືນ­ໃໝ່​ສຳ­ເລັດ​ແລ້ວ ກໍ​ສົ່ງ​ຄຳ​ຕັດ­ສິນ​ນັ້ນ​ໃຫ້​ຈ່າ​ສານ ເພື່ອ​ຈັດ​ພິມ​ໃຫ້​ສຳ­ເລັດ​ຕາມ​ກຳ­ນົດ​ເວ­ລາ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ.

ຕົວ­ຢ່າງ: ໃນ​ທີ່​ປະ­ຊຸມ​ສານ ປະ­ທານ​ຄະ­ນະ​ສານ​ໄດ້​ປະ­ກາດ​ຄຳ​ຕັດ­ສິນ​ວ່າ ຄຳ​ຮ້ອງ​ຟ້ອງ​ຂອງ​ໂຈດ​ບໍ່​ມີ​ເຫດ­ຜົນ ແລະ ໄດ້​ລົງ​ຄຳ​ຕັດ­ສິນ ໃຫ້​ຍົກ­ເລີກ​ຄຳ​ຮ້ອງ​ຟ້ອງ​ຂອງ​ໂຈດ ຖິ້ມ​ທັງ​ໝົດ ໃນ​ເວ­ລາ​ທີ່​ປັບ­ປຸງ​ຄຳ​ຕັດ­ສິນ​ນັ້ນ ແມ່ນ​ຈະ​ບໍ່​ໄດ້​ມີ​ການ​ປ່ຽນ­ແປງ​ວ່າ ຄຳ​ຮ້ອງ​ຟ້ອງ​ຂອງ​ໂຈດ​ມີ​ເຫດ­ຜົນ ແລະ ລົງ​ຄຳ​ຕັດ­ສິນ ໃຫ້​ຝ່າຍ​ໂຈດ​ຊະ­ນະ​ຄະ­ດີ​ແຕ່​ຢ່າງ­ໃດ ຖ້າ​ຫາກ​ມີ​ການ​ປັບ­ປຸງ ຫຼື ປ່ຽນ­ແປງ​ເນື້ອ​ໃນ​ຄຳ​ຕັດ­ສິນ​ດັ່ງ­ກ່າວ ໂດຍ​ຜູ້​ໃດ​ຜູ້​ໜຶ່ງ ກໍ​ຈະ​ຖື​ວ່າ​ເປັນ​ການ​ປອມ​ແປງ​ເອ­ກະ­ສານ ຊຶ່ງ​ຈະ​ມີ​ໂທດ​ຕາມ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້.

ໂດຍ: ໄມ້​ງັດ

error: Content is protected !!