ຜູ້ບໍລິຫານການສຶກສາ ສສກ ຍົກລະດັບວິຊາການ ທາງດ້ານການສຶກສາຮຽນຮ່ວມສຳລັບນັກຮຽນພິການ ທີ່ ສ ເກົາຫຼີ

    ໃນລະຫວ່າງວັນທີ 18-31 ສິງຫາ 2024 ພະນັກງານກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 15 ທ່ານ ນຳໂດຍ ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ ກະຊວງ ສສກ ພ້ອມດ້ວຍຄະນະໄດ້ເດີນທາງໄປເຂົ້າຮ່ວມເຝິກອົບ ຢູ່  ສ ເກົາຫຼີ ໃນຫົວຂໍ້ ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ບໍລິຫານການສຶກສາ ໃນວຽກງານການສົ່ງເສີມການສຶກສາຮຽນຮ່ວມສຳລັບນັກຮຽນພິການ ( Capacity Building for Educators on Promoting Disability Inclusive Education in Lao PDR)

    ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ ຂອງກະຊວງ ສສກ ໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນກ່ຽວກັບ ການສຶກສາຮຽນຮ່ວມສໍາລັບນັກຮຽນພິການ ໂດຍສະເພາະ ກົດໝາຍ ນະໂຍບາຍ ແຜນການ ແລະ ການຈັດຕັ້ງປະຕິບັດ ຢູ່ຂັ້ນສູນກາງ ຮອດທ້ອງຖິ່ນ.

    ການເຝິກອົບຮົບຄັ້ງນີ້ ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານ ສາດສະດາຈານ ທີ່ມີປະສົບການດ້ານການສຶກສາພິເສດ ແລະ ການສຶກສາຮຽນຮ່ວມສຳລັບນັກຮຽນພິການແຕ່ລະປະເພດຂະບວນການຮຽນ-ການສອນຄຽງຄູ່ກບການບຳບັດຮ່າງກາຍ ແລະ ຈິດໃຈ ພ້ອມກັນນັ້ນຍັງໄດ້ຮຽນຮູ້ການ ນຳໃຊ້ເຕັກໂນໂລຊີທີທັນສະໄໝເຂົ້າໃນການສິດສອນ ແລະ ການບໍາບັດ ນອກຈາກນີ້ ຄະນະກໍ່ໄດ້ລົງຢ້ຽມຢາມສະຖາບັນການສຶກສາຕ່າງໆ ເຊັ່ນ: ສະຖາບັນການສຶກສາພິເສດແຫ່ງຊາດ (National Institute of Special Education) ສະຖາບັນການສຶກສາພິເສດຂອງແຂວງຄອງຊັງນໍາໂດ (Institute of Special Education Gyeongsangnamdo ສູນສະໜັບສະໜູນການສຶກສາພິເສດ ນະຄອນປູຊານ (Busan Special Education Support Center) ແລະ ໂຮງຮຽນການສຶກສາພິເສດແຮມາຣຸ ໃນນະຄອນ ປູຊານ (Busan Haemaru Special School) ສູນເຝິກອົບຮົມພໍ່ແມ່ຜູ້ປົກຄອງ (HOPE Parents Training Center) ແລະ ໂຮງຮຽນຮຽນຮ່ວມຄຣິດສະຕຽນ( Central Christian Academy)

    ການເຂົ້າຮ່ວມເຝິກອົບຮົມຄັ້ງນີ້້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການສຶກສາພິເສດ ແລະ ການສຶກສາຮຽນຮ່ວມ ນັບທັງຮູບແບບ ວິທີການຮຽນການສອນ ໃນການຕອບສະໜອງຄວາມຕ້ອງການໃຫ້ກຸ່ມນັກຮຽນພິການສະເພາະດ້ານທີ່ເໝາະສົມ ເຊິ່ງຜູ້ເຂົ້າຮ່ວມທັງໝົດຈະນໍາເອົາຄວາມຮູ້ ແລະ ບົດຮຽນມາໝູນໃຊ້ເຂົາກັບສະພາບ ແລະ ເງື່ອນຕົວຈິງ ຂອງ ສປປ ລາວ.

    ທ່ານ ຫຸມພັນ ແກ້ວອຸ່ນຄຳ ຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມໄດ້ກ່າວວ່າ: ໂຄງການສ້າງຂີດຄວາມສາມາດໃຫ້ແກ່ຜູ້ບໍລິຫານການສຶກສາໃນວຽກງານການສົ່ງເສີມການສຶກສາຮຽນຮ່ວມສຳລັບນັກຮຽນພິການໃນ ( Capacity Building for Educators on Promoting Disability Inclusive Education in Lao PDR) ຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກກອຍກາ (KOICA) ເປັນໄລຍະ 3 ປີ ເລີມ ແຕ່ປີ 2024-2026 ໂດຍການຮ່ວມມືດ້ານວິຊາການຈາກ ມະຫາວິທະຍາໄລອິນເຈ (Inje University) ໃນການເສີມສ້າງຂີດຄວາມສາມາດໃຫ້ບຸກຄະລາກອນການສຶກສາ ແລະ ເປັນການປະກອບ ສ່ວນ ເສີມສ້າງມິດຕະພາບການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

error: Content is protected !!